[VOVWORLD] - ທ່າມກາງບັນດາກົງເຫຼັກຂອງຄຸກ ແລະ ຄວັນໄຟກາງສະໜາມຮົບ, ບັນດານັກຂ່າວປະຕິວັດໄດ້ດຳລົງຊີວິດ, ຕໍ່ສູ້ ແລະ ຂຽນເປັນບັນດາໜ້າປະຫວັດສາດທີ່ສະຫງ່າອົງອາດຂອງຊາດ ຫວຽດນາມ ຄືແນວໃດ? ຄຳຕອບຍັງໄດ້ຮັກສາໄວ້ຢ່າງຄົບຖ້ວນເໝືອນເດີມຢູ່ທ່າມກາງບັນຍາກາດຂອງເຂດຮ່ອງຮອຍປະຫວັດສາດ ຄຸກ ຫວາຫຼໍ່ ຜ່ານງານວາງສະແດງທີ່ມີຫົວຂໍ້ “ປາຍປາກກາອັນແຫຼມຄົມ, ນ້ຳໃຈຈົງຮັກພັກດີ”.