[VOVWORLD] - ໂດຍຕັ້ງຢູ່ແຄມຝັ່ງທະເລແຂວງ ດັກລັກ (ແຂວງ ຝູອຽນ ເກົ່າ), ພະລານຫີນ ດ໊າເດ໊ຍ ບໍ່ພຽງແຕ່ສ້າງຄວາມປະທັບໃຈດ້ວຍຄວາມງາມທີ່ຫາຍາກເທົ່ານັ້ນ, ຫາກຍັງເລົ່າເລື່ອງລາວກ່ຽວກັບປະຫວັດສາດແຫ່ງການສ້າງສັນຂອງໜ່ວຍໂລກອີກດ້ວຍ, ບ່ອນທີ່ທະເລ ແລະ ຫີນ ບາຊານ (basalt) ພ້ອມກັນສ້າງເປັນໜຶ່ງໃນບັນດາທັດສະນີຍະພາບທໍລະນີສາດທີ່ເປັນເອກະລັກທີ່ສຸດຢູ່ ຫວຽດນາມ.