Nhảy đến nội dung
English
Vietnamese
Chinese
French
German
Indonesian
Japanese
Khmer
Korean
Lao
Russian
Spanish
Thai
Đa phương tiện tiếng Lào
Radio
Podcast
Media
Listen on
English
English
Vietnamese
Chinese
French
German
Indonesian
Japanese
Khmer
Korean
Lao
Russian
Spanish
Thai
Menu mobile tiếng Lào
ຂ່າວເດັ່ນ
ຊີວິດໃນເມືອງ
ພາບສາລະຄະດີ
ຟັງລາຍການໃນສັບປະດາ
ສາລະຄະດີ
ຫວຽດນາມ - ສັງກາດບຸກບືນ
ສະຖານະການ ການເມືອງ
ປະເທດຊາດ ແລະ ຊາວຫວຽດນາມ
ວີດີໂອ
ວັດທະນະທໍາ
Mạng xã hội
ຕິດຕາມ VOV World
ຕິດຕໍ່
(084) 24 38266809
(084) 38266707
ເລກທີ 45, ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ, ຫວຽດນາມ
vovworld@vov.vn
English
Vietnamese
Chinese
French
German
Indonesian
Japanese
Khmer
Korean
Lao
Russian
Spanish
Thai
English
English
English
Vietnamese
Chinese
French
German
Indonesian
Japanese
Khmer
Korean
Lao
Russian
Spanish
Thai
Menu trang chủ tiếng Lào
ຂ່າວເດັ່ນ
ຊີວິດໃນເມືອງ
ນຳມະຕິເຂົ້າສູ່ຊີວິດຕົວຈິງ
ຫວຽດນາມ - ສັງກາດບຸກບືນ
500 ວັນ ແລະ ຄືນ ຄົ້ນຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ ແລະ ນາມສະກຸນອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ
menu phụ tiếng Lào
ສະຖານະການ ການເມືອງ
Media
ປຊຊ ຊາວເຜົ່າມົ້ງ ເຊີນລາ ຈູບຈ້າວຫ້າວຫັນມ່ວນຊື່ນຕ້ອນຮັບວັນບຸນເອກະລາດ
Facebook
ວັນອາທິດ, 18:16, 06/09/2026
Thanh Thủy/VOV-Tây Bắc
[VOVWORLD] - ໃນໂອກາດວັນຊາດ ຫວຽດນາມ ທີ 02 ກັນຍາ ແຕ່ລະປີ, ປຊຊ ບັນດາຊົນເຜົ່າເຂດພູສູງ ເຊີນລາ ໄດ້ປະວຽກງານໄວ້, ນຸ່ງບັນດາຊຸດອາພອນງາມທີ່ສຸດ, ຫ້າວຫັນພ້ອມກັນລົງຕະຫຼາດ, ແລະ ຕ້ອນຮັບວັນບຸນເອກະລາດ ຢ່າງເບິກບານມ່ວນຊື່ນ.
ນັບແຕ່ຮຸ່ງເຊົ້າ ວັນທີ 02 ກັນຍາ, ປຊຊ ຊາວເຜົ່າມົ້ງ ຢູ່ຕາແສງເຂດພູສູງ ກໍມະ, ເຊີນລາ ແລະ ບັນດາຕາງແສງອ້ອມຂ້າງ ໄດ້ມີຄວາມຈູບຈ້າວຫ້າວຫັນອອກໄປຍັງເຂດໃຈກາງຕາແສງ ເພື່ອເຂົ້າຮ່ວມ “ຕະຫຼາດນັດເຂດພູສູງ” ໃນໂອກາດວັນຊາດ ຫວຽດນາມ.
ບັນດາເສັ້ນທາງເຂົ້າໄປເຂດໃຈກາງຕາແສງ ກໍມະ ມີຄວາມຄຶກຄື້ນກວ່າວັນປົກກະຕິ.
ບັນດາຊຸດອາພອນມູນເຊື້ນທີ່ມີສີສັນສວຍງາມຂອງຊາວເຜົ່າມົ້ງ ໄດ້ເຮັດໃຫ້ບັນຍາກາດເຂດພູສູງໃນວັນບຸນເອກະລາດ ມີຊີວິດຊີວາຕື່ມອີກ.
ມີຜູ້ໄປຊື້ເຄື່ອງ, ມີຜູ້ໄປຂາຍຜະລິດຕະພັນກະເສດ, ຂາຍສິນຄ້າ.
ມີຜູ້ໄປຕະຫຼາດເພື່ອພົບປະກັບໝູ່ເພື່ອນ.
ສຳລັບໄວໜຸ່ມແລ້ວ, ນີ້ແມ່ນໂອກາດເພື່ອພົບປະກັນ, ຖ່າຍຮູບ, ບັນທຶກບັນດາຈຸດເວລາທີ່ສວຍງາມໃນວັນບຸນ.
ສີສັນພື້ນເມືອງເຈືອປົນກັບສຽງເວົ້າສຽງຫົວຂອງພໍ່ແມ່ປະຊາຊົນ ສ້າງເປັນບັນຍາກາດອັກຄຶກຄື້ນໃນວັນບຸນເອກະລາດ.
ຕາມພໍ່ແມ່ປະຊາຊົນຊາວເຜົ່າມົ້ງ ຢູ່ຕາແສງ ກໍມະ ແລ້ວ, ວັນບຸນເອກະລາດ ແມ່ນວັນບຸນທີ່ມີຄວາມໝາຍພິເສດສຳລັບ ປຊຊ ນີ້ແມ່ນເວລາທີ່ພໍ່ແມ່ປະຊາຊົນປະວຽກໄຮ່ນາໄວ້ຊົ່ວຄາວ ເພື່ອພ້ອມກັນມ່ວນຊື່ນໃນວັນບຸນ, ພົບປະ ແລະ ແລກປ່ຽນພົວພັນນຳກັນ.
ສຳລັບ ປຊຊ ບັນດາຊົນເຜົ່າຢູ່ເຂດພູສູງ ກໍມະ ແລ້ວ, ວັນບຸນເອກະລາດຍັງແມ່ນໂອກາດເພື່ອໃຫ້ພໍ່ແມ່ປະຊາຊົນລະນຶກຄືນເຖິງບັນດາການປ່ຽນແປງຂອງບ້ານເກີດເມືອງນອນ ນັບແຕ່ເມື່ອມີພັກ, ມີລຸງ ໂຮ່ ແລະ ການປະຕິວັດ.
ຢູ່ທ່າມກາງເຂດພູຜາປ່າໄມ້ ເຊີນລາ, ສີສັນຊຸດອາພອນທີ່ເປັນມູນເຊື້ອ ແລະ ບັນດາຮອຍຍິ້ມໃນວັນຊາດ ໄດ້ສ້າງເປັນບັນຍາກາດວັນບຸນເອກະລາດທີ່ທັງຄຶກຄັກ, ທັງເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຊົນເຜົ່າ.
Tag:
ຂ່າວ/ບົດໃໝ່
ສົນໃຈຫຼາຍສຸດ