Nhảy đến nội dung
English
Vietnamese
Chinese
French
German
Indonesian
Japanese
Khmer
Korean
Lao
Russian
Spanish
Thai
Đa phương tiện tiếng Lào
Radio
Podcast
Media
Listen on
English
English
Vietnamese
Chinese
French
German
Indonesian
Japanese
Khmer
Korean
Lao
Russian
Spanish
Thai
Menu mobile tiếng Lào
ຂ່າວເດັ່ນ
ຊີວິດໃນເມືອງ
ພາບສາລະຄະດີ
ຟັງລາຍການໃນສັບປະດາ
ສາລະຄະດີ
ຫວຽດນາມ ໃນສັງກາດໃໝ່
ສະຖານະການ ການເມືອງ
ປະເທດຊາດ ແລະ ຊາວຫວຽດນາມ
ວີດີໂອ
ວັດທະນະທໍາ
Mạng xã hội
ຕິດຕາມ VOV World
ຕິດຕໍ່
(084) 24 38266809
(084) 38266707
ເລກທີ 45, ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ, ຫວຽດນາມ
vovworld@vov.vn
English
Vietnamese
Chinese
French
German
Indonesian
Japanese
Khmer
Korean
Lao
Russian
Spanish
Thai
English
English
English
Vietnamese
Chinese
French
German
Indonesian
Japanese
Khmer
Korean
Lao
Russian
Spanish
Thai
Menu trang chủ tiếng Lào
ຂ່າວເດັ່ນ
ຊີວິດໃນເມືອງ
ນຳມະຕິເຂົ້າສູ່ຊີວິດຕົວຈິງ
ຫວຽດນາມ ໃນສັງກາດໃໝ່
500 ວັນ ແລະ ຄືນ ຄົ້ນຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ ແລະ ນາມສະກຸນອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ
menu phụ tiếng Lào
ສະຖານະການ ການເມືອງ
Media
VOV Sonata - FM89: ເປີດກວ້າງພື້ນທີ່ຮັບຟັງດົນຕີຄຸນນະພາບສູງ
Facebook
ວັນເສົາ, 22:46, 24/10/2026
VOV5
[VOVWORLD] - ດ້ວຍສານ “ດົນຕີຍອດຢ້ຽມ ເຊື່ອມຕໍ່ຄວາມຮູ້ສຶກ”, VOV Sonata - FM89 ໄດ້ຮັບຄວາມຫວັງເປີດກວ້າງພື້ນທີ່ຟັງດົນຕີທີ່ມີຄຸນນະພາບສູງໃນຊີວິດປະຈຳວັນ.
ຕອນເຊົ້າວັນທີ 20 ຕຸລາ, ຢູ່ຮ່າໂນ້ຍ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຈັດພິທີເລີ່ມຕົ້ນການອອກອາກາດທົດລອງຊ່ອງດົນຕີພິເສດສະເພາະ ດົນຕີໃນຫ້ແງໂຖ (ແຊມເບີມິວຊິກ - Chamber Music) ແລະ ດົນຕີປະສານສຽງ (Symphony) VOV Sonata - FM89.
ກ່າວຄຳເຫັນທີ່ພິທີ, ທ່ານ ຟ້າມແມັ້ງຮຸ່ງ ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ຖືວ່າ ການສ້າງຕັ້ງ VOV Sonata - FM89 ບໍ່ພຽງແຕ່ແມ່ນເພີ່ມຊ່ອງອອກອາກາດເທົ່ານັ້ນ ຫາກຍັງແມ່ນການກຳນົດທິດພັດທະນາ ແລະ ຄວາມຮັບຜິດຊອບດ້ານວັດນະທະນຳຂອງອົງການສື່ມວນຊົນແຫ່ງຊາດອີກດ້ວຍ.
ຕາມນັກຂ່າວ ຟ້າມແມັ້ງຮຸ່ງ ແລ້ວ, ຊ່ອງໄດ້ມຸ່ງໄປເຖິງການເປີດກວ້າງໂອກາດເຂົ້າເຖິງສິລະປະ ແລະ ບຳລຸງຄວາມສາມາດຮັບຟັງດົນຕີຂອງມະຫາຊົນຢ່າງເລິກເຊິ່ງ.
ໃນໄລຍະຈະມາເຖິງ, ຊ່ອງຈະສືບຕໍ່ສ້າງເນື້ອໃນໃຫ້ສົມບູນ, ເປີດກວ້າງການຮ່ວມມືລິຂະສິດ, ພັດທະນາພື້ນຖານດີຈີຕອນ ແລະ ຍົກສູງຄຸນນະພາບພື້ນຖານໂຄງລ່າງດ້ານເຕັກນິກ.
ທ່ານ ໂດຕຽນຊີ ຜູ້ອຳນວຍການໃຫຍ່ VOV ມາຢ້ຽມຢາມຫ້ອງອັດສຽງ ແລະ ພົບປະກັບບັນດາພະນັກງານ, ນັກເຕັກນິກຂອງລາຍການ.
VOV Sonata - FM89 ໂດຍຖັນແຖວພະນັກງານ, ບັນນາທິການຂອງ ຄະນະວັດນະຄະດີ - ສິລະປະ - ດົນຕີ (VOV3) ປະຕິບັດ. ບັນນາທິການ ທູກຸກແບ່ງປັນກ່ຽວກັບວິວັດການສ້າງໂຄງລາຍການຂອງ VOV Sonata - FM89.
ທ່ານ ຮສ.ປອ ບຸ່ຍຮວ່າຍເຊີນ, ຮອງຫົວໜ້າຄະນະໂຄສະນາສູນກາງພັກ ໄດ້ຕີລາຄາສູງຄວາມໝາຍເຜີຍແຜ່ຂອງ VOV Sonata - FM89. ທ່ານຖືວ່າ VOV Sonata - FM89 ເພີ່ມທາງເລືອກທີ່ສຳຄັນໃຫ້ແກ່ລະບົບນິເວດວັດທະນະທຳ: ບັນຫາບໍ່ແມ່ນຜູ້ຟັງບໍ່ມີຄວາມຕ້ອງການ, ຫາກສ່ວນຫຼາຍແມ່ນເຂົາເຈົ້າຍັງບໍ່ມີເງື່ອນໄຂ, ເວລາ ຫຼືວິທີການເຂົ້າເຖິງທີ່ເໝາະສົມ.
ທ່ານ ຮສ.ປອ ບຸ່ຍຮວ່າຍເຊີນ ແບ່ງປັນ “ດົນຕີບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການລະຫຼິ້ນບັນເທິງເທົ່ານັ້ນ ຫາກຍັງປະກອບສ່ວນຫຼໍ່ລ້ຽງຄວາມຮູ້ສຶກ, ຄວາມສາມາດຮັບຮູ້ຄວາມງາມ, ລັກສະນະປະດິດຄິດສ້າງ ແລະ ຄວາມລະອຽດອ່ອນໃນຊີວິດທາງດ້ານຈິດໃຈ. ຖ້າໄດ້ຮັບການລົງທຶນຢ່າງມີແບບມີແຜນ, VOV Sonata - FM89 ອາດສາມາດກາຍເປັນລະບອບລະບຽບການວັດທະນະທຳໃນຊ່ອງກະຈາຍສຽງ.
ນັກສິລະປິນປະຊາຊົນ ຟ້າມງອກຄອຍ, ຮອງປະທານສະມາຄົມນັກຂ່າວ ຫວຽດນາມ ກໍ່ໃຫ້ຂໍ້ສັງເກດວ່າ ພ້ອມກັບການພັດທະນາຂອງຊີວິດສັງຄົມ, ເງື່ອນໄຂເພື່ອໃຫ້ປະຊາຊົນເຂົ້າເຖິງວັນນະຄະດີ, ສິລະປະກໍ່ປ່ຽນແປງ.
ທ່ານ ໂດຕຽນຊີ ຜູ້ອຳນວຍການໃຫຍ່ VOV ພົບປະກັບບັນດານັກສິລະປິນ ຄະນະດົນຕີໃໝ່, ຄະນະວັນນະຄະດີ - ສິລະປະ - ດົນຕີ (VOV3).
ດ້ວຍສານທີ່ວ່າ: “ດົນຕີສິ່ງຢ້ຽມ ເຊື່ອມຕໍ່ຄວາມຮູ້ສຶກ”, VOV Sonata - FM89 ໄດ້ຮັບຄວາມຫວັງກາຍເປັນພື້ນທີ່ດົນຕີທີ່ມີຄຸນນະພາບໃນຄື້ນກະຈາຍສຽງ ແລະ ພື້ນຖານດີຈີຕອນ.
VOV Sonata - FM89 ຈະໄດ້ຮັບການຜັນຂະຫຍາຍຕາມສອງໄລຍະ. ໃນໄລຍະທຳອິດ, ນັບແຕ່ນີ້ຮອດທ້າຍປີ 2026, VOV ຈະສຳຫຼວດ, ໝູນໃຊ້ພື້ນຖານໂຄງລ່າງທີ່ມີຢູ່ແລ້ວ, ຊັບຊ້ອນ ແລະ ດັດສົມວັດຖຸອຸປະກອນເພື່ອປົກຄຸມ FM ຢູ່ 10 ພື້ນທີ່ຈຸດສຸມ ລວມມີ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ດ່ານັ້ງ, ເກິ່ນເທີ, ຍາຈາງ, ຫ໋າຍຝ່ອງ, ກວ໋າງນິງ, ຮຶງອຽນ, ບັກນິງ ແລະ ຝູກວັກ.
ບໍ່ພຽງແຕ່ອອກອາກາດບັນດາຜົນງານ ແຊມເບີມິວຊິກ (Chamber), ດົນຕີປະສານສຽງ (Symphony) ແລະ Classic, VOV Sonata - FM89 ຍັງຈັດພື້ນທີ່ໃຫ້ jazz ແລະ ດົນຕີບໍ່ມີຄຳຮ້ອງປະເພດຕ່າງໆທີ່ມີຄຸນຄ່າສິລະປະ.
ຊ່ອງມຸ່ງໄປເຖິງການຮັບໃຊ້ຜູ້ຄົນທີ່ມີຄວາມລຶ້ງເຄີຍກັບດົນຕີວິຊາການ(Academic Music) ແລະ ຜູ້ຟັງທົ່ວໄປ. ເປົ້າໝາຍຍາວນານແມ່ນນຳບັນດາຄຸນຄ່າດົນຕີຍອດຢ້ຽມຫຍັບເຂົ້າໃກ້ກັບຊີວິດປະຈຳວັນກວ່າອີກ.
Tag:
VOV /
VOVWORLD
ຂ່າວ/ບົດໃໝ່
ສົນໃຈຫຼາຍສຸດ