Nhảy đến nội dung
English Vietnamese Chinese French German Indonesian Japanese Khmer Korean Lao Russian Spanish Thai
VOV5 World

Đa phương tiện tiếng Lào

Radio Podcast Media
Listen on
English
en-US English
VN Vietnamese
CN Chinese
FR French
DE German
ID Indonesian
JP Japanese
KH Khmer
KR Korean
LA Lao
RU Russian
ES Spanish
TH Thai

Menu mobile tiếng Lào

  • ຂ່າວເດັ່ນ
  • ຊີ​ວິດ​ໃນ​ເມືອງ
  • ພາບສາລະຄະດີ
  • ຟັງລາຍການໃນສັບປະດາ
  • ສາລະຄະດີ
  • ຫວຽດ​ນາມ - ສັງ​ກາດ​ບຸກ​ບືນ
  • ສະຖານະການ ການເມືອງ
  • ປະເທດຊາດ ແລະ ຊາວຫວຽດນາມ
  • ວີດີໂອ
  • ວັດທະນະທໍາ

Mạng xã hội

ຕິດຕາມ VOV World

ຕິດຕໍ່

(084) 24 38266809
(084) 38266707
ເລກທີ 45, ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ, ຫວຽດນາມ
vovworld@vov.vn
  • Close
  • EN English
  • VN Vietnamese
  • CN Chinese
  • FR French
  • DE German
  • ID Indonesian
  • JP Japanese
  • KH Khmer
  • KR Korean
  • LA Lao
  • RU Russian
  • ES Spanish
  • TH Thai
English English
English Vietnamese Chinese French German Indonesian Japanese Khmer Korean Lao Russian Spanish Thai

Menu trang chủ tiếng Lào

  • ຂ່າວເດັ່ນ
  • ຊີ​ວິດ​ໃນ​ເມືອງ
  • ນຳ​ມະ​ຕິ​ເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ
  • ຫວຽດ​ນາມ - ສັງ​ກາດ​ບຸກ​ບືນ
  • 500 ວັນ ແລະ ຄືນ ຄົ້ນຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ ແລະ ນາມສະກຸນອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ

menu phụ tiếng Lào

ສະຖານະການ ການເມືອງ
  1. Media

ວິວັດການເດີນທາງເພື່ອຢັ້ງຢຶນ ຊື່ ແລະ ນາມສະກຸນ ໃຫ້ນັກຮົບເສຍສະຫຼະຊີວິດເພື່ອຊາດ 469 ຄົນທີ່ຍັງບໍ່ທັນຮູ້ຂໍ້ມູນຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ມາຍຢິກ

Facebook Share Facebook
ວັນອາທິດ, 21:40, 30/08/2026
VOV5

[VOVWORLD] - ພະນັກງານ, ນັກຮົບ ກວ່າ 200 ຄົນ ຂອງກອງບັນຊາການທະຫານ ນະຄອນຫຼວງ ຮ່າໂນ້ຍ ກຳລັງ ເລ່ັງເກັບຕົວຢ່າງອັດຖິຢູ່ສຸສານ ມາຍຢິກ (ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ມາຍຢິກ) ເພື່ອຮັບໃຊ້ ການກວດ ADN, ຢັ້ງຢືນຕົວຕົນໃຫ້ກັບນັກຮົບເສຍສະຫຼະຊີວິດເພື່ອຊາດ 469 ຄົນທີ່ຍັງບໍ່ທັນມີຂໍ້ມູນ.

ຢູ່ທີ່ສຸສານ ມາຍຢິກ (ຮ່າໂນ້ຍ), ພະນັກງານ, ນັກຮົບຂອງກອງບັນຊາການທະຫານ ນະຄອນຫຼວງ ຮ່າໂນ້ຍ ກຳລັງເລ່ັງຂຸດຄົ້ນ, ເກັບຕົວຢ່າງອັດຖິເພື່ອຮັບໃຊ້ການກວດ ADN, ຢັ້ງຢືນຕົວຕົນໃຫ້ກັບນັກຮົບເສຍສະຫຼະຊີວິດ 469 ຄົນທີ່ຍັງບໍ່ທັນມີຂໍ້ມູນ.

ດ້ວຍຈິດໃຈຄວາມຮັບຜິດຊອບ ແລະ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ກັບບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ບັນດາກຳລັງກໍກຳລັງເລັ່ງຜັນຂະຫຍາຍແຕ່ລະວຽກງານ, ຮັບປະກັນຖືກຕ້ອງຕາມຂັ້ນຕອນ, ຄວາມຄືບໜ້າ ແລະ ຮັກສາຄວາມເຄົາລົບນັບຖືຢ່າງສູງໃນຂະບວນການຈັດຕັ້ງປະຕິບັດ.

ເຖິງວ່າ ສະພາບອາກາດຈະປ່ຽນແປງຮ້າຍແຮງ, ແຕ່ບັນດາວຽກງານກໍຍັງໄດ້ຮັບການຜັນຂະຫຍາຍຢ່າງເລ່ັງດ່ວນ, ລະມັດລະວັງ ເພື່ອຮັບປະກັນຄວາມຄືບໜ້າທີ່ໄດ້ວາງໄວ້.

ເພື່ອສາມາດເປີດຂຸມຝັງສົບນັກຮົບເສຍສະຫຼະຊີວິດທີ່ຍັງບໍ່ທັນຢັ້ງຢືນຕົວຕົນໄດ້, ພະນັກງານ, ນັກຮົບຕ້ອງໄດ້ເຈາະ, ຕັດແຜ່ນອັດຂຸມຝັງສົບ ແລ້ວຂຸດເລິກລົງໄປປະມານ 2,5-2,8 ແມັດ.

ສ່ວນຫຼາຍບັນດານັກຮົບເສຍສະຫຼະຊີວິດຢູ່ທີ່ນີ້ ໄດ້ນອນຢູ່ທີ່ນີ້ໃນຕະຫຼອດ 70-80 ປີຜ່ານມາ, ໂດຍສານຫຼາຍແມ່ນເສຍສະຫຼະຊີວິດໃນປາງສົງຄາມຕ້ານ ຝຣັ່ງ.

ຫຼັງຈາກອັດຖິຖືກນຳຂຶ້ນຈາກຂຸມຝັງສົບ, ບັນດານັກຮົບໄດ້ຄຸມທຸງຊາດໃຫ້ອັດຖິຢ່າງສົມກຽດ ແລ້ວຂົນສົ່ງ ໄປຫາເຂດເກັບຕົວຢ່າງດ້ວຍຄວາມລະມັດລະວັງ.

ການເກັບຕົວຢ່າງ ໄດ້ຮັບການຈັດຕັ້ງປະຕິບັດຕາມຂັ້ນຕອນຢ່າງເຂັ້ມງວດ. ໜ່ວຍງານເຕັກນິກໃຫ້ບຸລິມະສິດເລືອກເອົາກະດູກແຄ່ງທີ່ມີຄວາມຍາວ ແຕ່ 5-7,5 ຊັງຕີແມັດ ເພື່ອຮັບໃຊ້ການກວດ ADN.

ຫຼັງຈາກສຳເລັດການເກັບຕົວຢ່າງ, ບັນດາຕົວຢ່າງອັດຖິໄດ້ຮັບການຮັກສາໃນໂຮງເຢັນ 72 ຊົ່ວໂມງ, ຫຼັງຈາກນັ້ນໄດ້ສົ່ງຕໍ່ໄປຍັງສະຖາບັນ ບັນດິດວິທະຍາ ແລະ ເຕັກໂນໂລຊີ ຫວຽດນາມ ເພື່ອດຳເນີນການກວດ ADN, ຮັບໃຊ້ວຽກງານຢັ້ງຢືນຕົວຕົນຂອງນັກຮົບເສຍສະຫຼະຊີວິດ.

ທ່ານ ພັນໂທ ເຈີ່ນມິນຕູ້ ຮອງຫົວໜ້າການເມືອງ ກອງພົນ ທະຫານລາບ 301, ກອງບັນຊາການທະຫານ ນະຄອນຫຼວງ ຮ່າໂນ້ຍ ໃຫ້ຮູ້ວ່າ ຂະບວນການຂຸດຄົ້ນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນພະນັກງານ, ນັກຮົບ ຍັງບໍ່ທັນມີບົດຮຽນປະສົບການຫຼາຍ ແລະ ສະພາບອາກາດຮ້ອນເອົ້າໄດ້ສົ່ງຜົນສະທ້ອນຕໍ່ກັບສຸຂະພາບ.

ສໍາລັບ ພະນັກງານ, ນັກຮົບກຳລັງປະກອບອາວຸດ ນະຄອນຫຼວງ, ໂດຍສະເພາະ ແມ່ນກອງພົນ ທະຫານລາບ 301 ແລະ ກອງພັນນ້ອຍຊ່າງແສງ 544, ນີ້ບໍ່ພຽງແຕ່ແມ່ນໜ້າທີ່ ທີ່ໄດ້ມອບໝາຍຢ່າງດຽວ ຫາກຍັງແມ່ນຄວາມຮັບຜິດຊອບ, ນ້ຳໃຈຄວາມເຄົາລົບຮັກແພງ ແລະ ຄວາມຮູ້ບຸນຄຸນຕໍ່ກັ ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ.

ຄວາມຄືບໜ້າຂອງວຽກງານກຳລັງໄດ້ຮັບການຍູ້ໄວຜັນຂະຫຍາຍ, ໂດຍມີເປົ້າໝາຍໃຫ້ສຳເລັດ ກ່ອນວັນທີ 10 ຕຸລາ.

ຫຼັງຈາກສຳເລັດການກໍ່ສ້າງ, ປັບປຸງຂຸມຝັງສົບໃຫ້ສົມບູນ, ບັນດານັກຮົບຈະນຳເອົາອັດຖິຂອງນັກຮົບເສຍສະຫຼະຊີວິດກັບຄືນຢູ່ທີ່ຕຳແໜ່ງເດີມ, ຮັບປະກັນຮັກສາສະພາບເດີມຂອງຂຸມຝັງສົບ ແລະ ສ້າງຄວາມສະດວກໃຫ້ກັບວຽກງານຢັ້ງຢືນຕົວຕົນຫຼັງຈາກມີຜົນການກວດ ADN.

ທ່ານ ຮ້ອຍເອກ ກາວຢຸຍຮຽບ, ຮອງກອງພັນນ້ອຍທະຫານລາບ 5, ກອງພັນໃຫຍ່ທະຫານລາບ 692, ກອງພົນທະຫານລາບ 301 (ກອງບັນຊາການທະຫານ ນະຄອນຫຼວງ ຮ່າໂນ້ຍ), ໃຫ້ຮູ້ວ່າ ນັບຕັ້ງແຕ່ເວລາໄດ້ຮັບໜ້າທີ່, ທ່ານໄດ້ກຳນົດວ່າ ນີ້ບໍ່ພຽງແຕ່ແມ່ນຄວາມເປັນກຽດອັນສູງສົ່ງເທົ່ານັ້ນ ແຕ່ຍັງແມ່ນໜ້າທີ່ຄວາມຮັບຜິດຊອບອັນໃຫຍ່ຫຼວງອີກດ້ວຍ.

ບັນດາຢົດເຫື່ອຢູ່ທ່າມກາງສຸສານ ກໍ່ສະແດງເຖິງຄວາມຮັບຜິດຊອບ, ຄວາມຮູ້ບຸນຄຸນ ແລະ ຄວາມເຄົາລົບນັບຖືຂອງຄົນລຸ້ນປັດຈຸບັນ ທີ່ມີຕໍ່ບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ.

ການຂຸດຄົ້ນ, ເກັບຕົວຢ່າງອັດຖິເພື່ອຮັບໃຊ້ການກວດ ADN, ຢັ້ງຢືນຕົວຕົນໃຫ້ກັບນັກຮົບເສຍສະຫຼະຊີວິດຢູ່ສຸສານ ແມ່ນມີຄວາມໝາຍສຳຄັນຢ່າງຍິ່ງໃນບັ້ນເຄື່ອນໄຫວ 500 ວັນ ແລະ ຄືນ ການຄົ້ນຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດ ເພື່ອມຸ່ງໄປເຖິງການລະນຶກ ວັນທະຫານເສຍອົງຄະ-ນັກຮົບ ເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ ຄົບຮອບ 80 ປີ (27/7/2027).

Tag: VOV / VOVWORLD
ຂ່າວ/ບົດ​ໃໝ່
ສົນ​ໃຈ​ຫຼາຍ​ສຸດ
English Vietnamese Chinese French German Indonesian Japanese Khmer Korean Lao Russian Spanish Thai
ພະແນກຕ່າງປະເທດ
ສະຖານີວິທະຍຸສຽງແຫ່ງຫວຽດນາມ
Director: Pho Cam Hoa
Deputy Director: Nguyen Thu Hoa
Deputy Director: Bui Manh Hung
Deputy Director: Cao Dinh Trung

ຕິດຕໍ່

(084) 24 38266809
(084) 38266707
ເລກທີ 45, ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ, ຫວຽດນາມ
vovworld@vov.vn

Mạng xã hội

ຕິດຕາມ VOV World:
BÁO ĐIỆN TỬ TIẾNG NÓI VIỆT NAM
ຕິດຕາມ VOV World:
BÁO ĐIỆN TỬ TIẾNG NÓI VIỆT NAM

menu footer tiếng Lào

ຂ່າວເດັ່ນ
ຂ່າວເຫດການ
ຄົ້ນຫາຫວຽດນາມ
ຊາຍຄາອາຊຽນ
ຊີ​ວິດ​ສັງ​ຄົມ
ຊີ​ວິດ​ໃນ​ເມືອງ
ດ້ຽນບຽນ​ຝູທາງ​ອາກາດ
ບຸນປີໃໝ່ປະຈຳຊາດ
ປະຕູແຫ່ງເມດຕາ
ພາບສາລະຄະດີ
ວັດທະນະທໍາ
ວີດີໂອ
ສະຖານະການ ການເມືອງ
ສາລະຄະດີ
ອາຫານຫວຽດນາມ
Copyright © VOV5. All rights reserved. Developed and operated by SolidTech License 14444 / GP BTTTT issued 05/09/2011 2113 / GP - BTTTT issued 06/12/2011