ເດືອນ ກຸມ​ພາ ປີ 1985 ອ້າ​ຍ​ບ່າວ ຫງວຽນ​ວັນ​ຈ່າ ໄດ່​ເຂົ້າ​ຖັນ​ແຖວກອ​ງ​ທັບ​ປະ​ຕິ​ບັດ​ພັນ​ທະ​ສາ​ກົນ​ຢູ່​ສະ​ໜາມ​ຮົບ ກຳ​ປູ​ເຈຍ. ຮອດ​ເດືອນ ມິ​ຖຸ​ນາ ປີ 1987 ໃນ​ການ​ເຄື່ອນ​ທັບ​ຄັ້ງ​ໜຶ່ງ,ທ່ານ ຈ່າ ໄດ້​ຢຽບ​ໝາກ​ມິນ ແລະ ໄດ້​ຖືກ​ເສຍ​ຂາ​ເບື້ອງ​ໜຶ່ງ ​ພ້ອມ​ກັບ​ຄວາມ​ບາດ​ເຈັບ​ຢູ່ຫຼາຍ​ບ່ອນ​ໃນ​ຮ່າງ​ກາຍ. ພາຍຫຼັງ​ປິ່ນ​ປົວ​ເປັນ​ເວ​ລາ 3 ປີ​ທ່ານ​ໄດ້​ກັບ​ຄືນ​ສູ່​ຊີ​ວິດ​ປະ​ຈຳ​ວັນ ດ້ວຍ​ອັດ​ຕາ​ບາດ​ເຈັບ​ເກືອບ 80%. ທ່ານໃຫ້​ຮູ້​ວ່າ:

“ຄາວນັ້ນ​ຍັງ​ທຸກ​ຍາກ​ລຳ​ບາກ​ຢູ່. ໄລ​ຍະ​ເກືອບ 3 ປີ​ ຂ້າ​ພະ​ເຈົ້າຢູ່​ໃນ​ສູ​ນ​ປິ່ນ​ປົວ ແລ້ວ​ກໍ່​ກັບ​ຄືນ​ຢູ່​ພະ​ແນກ​ທະ​ຫານ​ເສຍ​ອົງ​ຄະ”.

ຢູ່​ບ້ານ​ເກີດ​ຂອງ​ທ່ານ​ມີ​ດິນ​ທຳ​ການ​ຜະ​ລິດ​ໜ້ອຍ ດັ່ງ​ນັ້ນ​ສອງ​ຜົວ​ເມຍ​ທ່ານ​ໄດ້​ໄປ​ເຂດ​ປ່າ ອູ​ມິງ ເພື່ອ​ເບີກ​ສ້າງ​ອາ​ຊີບ. ທ່ານ​ໄດ້​ຮັບ​ທີ່​ດິນປະ​ທານ 7 ເຮັກ​ຕາ ໃນ​ນັ້ນ​ມີ 5 ເຮັກ​ຕາ ແມ່ນ​ປູກ​ຕົ້ນ​ໄມ້​ປ່າ ແລະ 2 ເຮັກ​ຕາ ທຳ​ການ​ຜະ​ລິດ​ກະ​ສິ​ກຳ. ຄາວນັ້ນ​ດິນ​ປ່າ ແມ່ນ​ເນື້ອ​ທີ່​ດິນ​ທີ່​ຮົກ​ເຮື້ອ​ຖືກ​ຕິດ​ສົ້ມ​ຢ່າງ​ໜັກ ດັ່ງ​ນັ້ນ​ການ​ຜະ​ລິດ​ກະ​ສິ​ກຳ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ. ທ່າ​ນ ຈ່າ ຫວນ​ຄືນ​ວ່າ:

“ສອງ​ຜົວ​ເມຍ​ພວກ​ຂ້າ​ພະ​ເຈົ້າ​ໄປ​ເຮັດ​ກະ​ສິ​ກຳ​ຮັບ​ຈ້າງ ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ. ຮອດ​ຕອນ​ຄ່ຳ​ໄປ​ຕຶກ​ປາ ຕອນ​ເຊົ້າ​ຕື່ນ​ມາ​ໄປ​ເຮັດ​ນາ ແລະ ເອົາ​ຟືນ​ໄປ​ຂາຍ”.

ແຕ່​ດ້ວຍ​ຄຸນ​ທາດ​ຂອງ​ອ້າຍ​ທະ​ຫານ, ອ້າຍ ຈ່າ ບໍ່​ຫວາດ​ຫວັ່ນ​ຕໍ່​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ ແລະ ດ້ວຍ​ຕັດ​ສິນ​ໃຈ​ຂອງ​ສອງ​ຜົວ​ເມຍ​ທ່ານ ຈ່າ, ເຂດດິນ​ຖືກ​ຕິດ​ສົ້ມຄ່ອຍໆ​ໄດ້​ຮັບ​ການ​ປົວ​ແປງ ແລະ ໃຫ້​ລາຍ​ຮັບ​ນັບ​ມື້​ນັບ​ສູງ. ປັດ​ຈຸ​ບັນ​ຄອບ​ຄົວ​ຂອງ​ທ່ານ​ມີ​ດິນ​ປູກ​ຕົ້ນ ອາ​ກາ​ເຊຍ ແລະ ຕົ້ນ​ຄາມ ປະ​ມານ 5 ເຮັກ​ຕາ. ທ່ານ​ຍັງ​ຊອກ​ຮູ້​ຮູບ​ແບບ​ປູກ​ໜໍ່​ໄມ້​ຢູ່​ອ້ອມ​ບ້ານ ເພື່ອ​ເພີ່ມ​ລາຍ​ຮັບ. ນອກ​ຈາກນັ້ນ​​ສອງ​ຜົວ​ເມຍ​ທ່ານ​ຍັງ​ເປີດ​ຮ້ານ​ຊັບ​ພະ​ສິນ​ຄ້າ​ໜ້ອຍ ເພື່ອ​ຊ່ວຍ​ຄົວ​ຄອບ​ຫາ​ເ​ງິນ​ລ້ຽງ​ຊີບ. ກໍ່​ຍ້ອນ​ແນວນັ້ນ​ແຕ່​ລະ​ປີ​ຄອບ​ຄົວ​ຂອງ​ທ່ານກໍ່​ມີ​ແຫຼ່ງ​ລາຍ​ຮັບ​ນັບ​ຮ້ອຍ​ລ້ານ ເສດດ​ຖະ​ກິດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປົວ​ແປ​ງໃຫ້​ດີ​ຂຶ້ນ. ທ່ານ ຈ່າ ໃຫ້​ຮູ້​ວ່າ:

“ຂ້າ​ພະ​ເຈົ້າ​ປູກ​ກ້ວຍກໍ່​ໄດ້​ຂາຍ​ກ້ວຍ​ພ້ອມ​ກັບ​ໃບ​ກ້ວຍ, ລາຍ​ຮັບ​ຈາກ​ການ​ປູກ​ກ້ວຍ, ເຮັດ​ນາ, ປູກ​ຕົ້ນ​ຄາມ, ປີ​ໜຶ່ງກໍ່​ມີ​ແຫຼ່ງ​ລາຍ​ຮັບ​ປະ​ມານ 300 ລ້ານ​ດົ່ງ​”.

ບໍ່​ພຽງ​ແຕ່​ຕັ້ງ​ໜ້າ​ເຂົ້າຮ່ວມ​ພັດ​ທະ​ນາ​ເສດ​ຖະ​ກິດ​ເທົ່າ​ນັ້ນ ສອງ​ຜົວ​ເມຍທ່ານ ຈ່າ ຍັງ​ຕັ້ງ​ໜ້າ​ລ້ຽງ​ດູ​ລູກ​ເຕົ້າ, ມາ​ຮອດ​ປັດ​ຈຸ​ບັນ ລູກ​ສອງ​ຄົນ​ຂອງ​ທ່ານ​ລ້ວນ​ແຕ່​ໄ​ດ້​ສ້າງ​ຄອບ​ຄົວ ແລະ ມີ​ການກ​ດຳ​ລົງ​ຊີ​ວິດ​ເປັນ​ປົກ​ກະ​ຕິ. ຈາກ​ຄອບ​ຄົວ​ໜຶ່ງ​ທີ່​ທຸກ​ຍາກ ມາ​ຮອດ​ປັດ​ຈຸ​ບັນ​ຄອບ​ຄົວ​ທ່ານ ຈ່າ ໄດ້​ບືນ​ຕົວ​ຂຶ້ນ​ກາຍ​ເປັນ​ຄອບ​ຄົວ​ນອນ​ໃນ​ເປົ້າ​ໝາຍ​ທີ່​ດີ ຕັ້ງ​ໜ້າ​ເຂົ້າ​ຮ່ວມບັນ​ດາ​​ຂະ​ບວນ​ການ​​ຢູ່​ທ້ອງ​ຖິ່ນ ເປັນ​ຕົ້ນ​ແມ່ນ​ຂະ​ບວນ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ທ່ານ ໂຮ່​ມິງກວ່ຽນ ຫົວ​ໜ້າ​ສະ​ມາ​ຄົມ​ນັກ​ຮົບ​ເກົ່າ​ບ້ານ ສິບ ຕາ​ແສງ ​ຫງວຽນ​ຟິກ ແຂວງ ກ່າ​ເມົາ ຕາ​ລາ​ຄາ​ວ່າ:

“ທ່ານ ຈ່າ ມີ​ຄວາມ​ພະ​ຍາ​ຍາມ​ທີ່​ສຸດ​ໃນ​ການ​ດຳ​ລົງ​ຊີ​ວິດ. ເຂດ​ດິນນີ້​ຕິດ​ສົມ​ມາ​ນັບ​ຕັ້ງ​ແຕ່​ກ່ອນ​ມາ, ດັ່ງ​ນັ້ນ​ກໍ່​ສ້າງ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ. ພາຍຫຼັງ​ມາ​ຍ້ອນ​ການ​ປູກ​ຕົ້ນ​ໄມ້, ທ່ານ ຈ່າ ໄດ້​ພະ​ຍາ​ຍາມ​ຕັ້ງ​ໜ້າ​ອອກ​ແຮງ​ງານ​ຈຶ່ງ​ສາ​ມາດ​ປູກ​ໄດ້. ທ່ານ ຈ່າ ຍັງ​ຫ້າວ​ຫັນ​ເຂົ້າຮ່ວ​ບັນ​ດາ​ການ​ເຄື່ອນ​ໄຫວໃນ​ສະ​ມາ​ຄົມ”.

ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ເຂົ້າ​ຮ່ວມ​ພັດ​ທະ​ນາ​ເສດ​ຖະ​ກິດ​ຄອບ​ຄົວ, ເຂົ້າຮ່ວມ​ບັນ​ດາ​ການ​ຢູ່​ທ້ອງ​ຖິ່ນ​ເປັນ​ຢ່າງ​ດີ, ທ່ານ ຫງວຽ​ນ​ວັນ​ຈ່າ ໄດ້ຮັບ​ໃບ​ຍ້ອງ​ຍໍຫຼາຍ​ໃບ​ຈາກ​ບັນ​ດາ​ຂະ​ແໜງ​ການ​ຂັ້ນ​ຕ່າງໆ, ພິ​ເສດ​ໃນ​ເດືອນ ກໍ​ລະ​ກົດ ປີ 2024 ທ່ານ​ມີ​ກຽດ​ກາຍ​ເປັນ​ໜຶ່ງ​ໃນ 4 ຄົນ​ ທີ່ມີ​ຄຸນ​ງາມ​ຄວາມ​ດີ​ຂອງ​ແຂວງ ກ່າ​ເມົາ ໄດ້​ຮັບ​ການ​ເລືອກ​ເຟັ້ນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜູ້ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ບ​ວັດ​ອັນ​ດີ​ເດັ່ນ​ທົ່ວ​ປະ​ເທດ​​ປີ 2024 ຢູ່​ນະ​ຄອນຫຼວງ ຮ່າ​ໂນ້ຍ. ນີ້​ແມ່ນ​ການ​ຮັບ​ຮູ້​ຍ້ອງ​ຍໍ​ຊົມ​ເຊີຍ​ແບບ​ຢ່າງ​ດີ​ເດັ່ນ​ຂອງ​ອ້າຍ​ທະ​ຫານ​ເສຍ​ອົງ​ຄະ ເຊິ່ງ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ ​ບືນ​ຕົວ​ຂຶ້ນ​ໃນ​ການດ​ຳ​ລົງ​ຊີ​ວິດ.