ບຸນກິນເຂົ້າຫໍ່ຖືກຈັດຂຶ້ນໃນວັນເພັງເດືອນ 8 ໄລ່ຕາມຈັນທະປະຕິທິນ ເຊິ່ງແກ່ຍາວໃນ 7 ວັນ ແຕ່ວັນທີ 15 ຫາ ວັນທີ 22 ເດືອນ 8 ໄລ່ຕາມຈັນທະປະຕິທິນ. ໃນອາທິດນີ້ແຕ່ລະຄອບຄົວກໍ່ເລືອກເອົາມື້ງາມຍາມດີເພື່ອຈັດບຸນ. ນີ້ແມ່ນໂອກາດເພື່ອໃຫ້ພໍ່ແມ່ພີ່ນ້ອງສົມມະນາຄຸນບັນພະບູລຸດ ເທວະດາຟ້າແຖນ ທີ່ໄດ້ຊ່ວຍໃຫ້ລະດູການຜະລິດໄດ້ຮັບຜົນດີ ດິນຟ້າອາກາດອຳນວຍຄວາມສະດວກ ທັງແມ່ນວັນເພື່ອອາໄລຫາບັນດາຜູ້ທີ່ໄດ້ລ່ວງຫຼັບໄປ. ທ່ານ ເລື່ອງວັນທອງ ຢູ່ບ້ານ ເມື່ອງວ່າ ຕາແສງ ສົບໂກບ ແຂວງ ເຊິນລາ ໃຫ້ຮູ້ວ່າ:
“ບຸນກິນເຂົ້າຫໍ່ໄດ້ຜ່ານຫຼາຍເຊັ່ນຄົນແລ້ວ ແລະ ໄດ້ຮັບການຮັກສາມາຮອດປັດຈຸບັນ. ຈັດປີລະເທື່ອໜຶ່ງ, ກ່ອນທີ່ ຈັດຕັ້ງບັນດາຄອບຄົວຈະກະກຽມສະບຽງອາຫານ ແລະ ຫໍ່ດ້ວຍໃບຕອງຈິງ, ມີເຂົ້າໜຽວ, ມີເຂົ້າເໝົ້າ, ກ້ວຍ, ອ້ອຍ, ໝາກໄມ້, ໂຕກົບ ແລະ ແມງໄມ້ຊະນິດຕ່າງໆ ເພື່ອຖວາຍບູຊາບັນພະບູລຸດ ເທວະດາຟ້າແຖນ”
. ນັກສິລະປະການ ວີທິບຸນຈັນ ຊາວເຜົ່າລາວ ຢູ່ບ້ານ ເມື່ອງວ່າ ໃຫ້ຮູ້ວ່າ:
“ຊາວເຜົ່າລາວມີມູນເຊື້ອນັວ່າບແຕ່ໃດໆມາ ກ່ອນທີ່ຈັດຕັ້ງບຸນເຂົ້າຫໍ່, ເອື້ອຍນ້ອງແມ່ຍິງຈະແບກຫາບວຽກງານຊອກຫາໝາກໄມ້, ໝໍ່ໄມ້, ແມງໄມ້, ປູ, ປາ ພ້ອມທັງແຕ່ງກິນ. ສ່ວນເພດຊາຍຮັບຜິດຊອບເຍື່ອງອາຫານໄກ່ ເປັດ. ແຕ່ລະຄົນຜູ້ລະວຽກ ສ້າງບັນຍາກາດເບີກບານມ່ວນຊື່ນທີ່ສຸດ”.
ເມື່ອເຄື່ອງຂອງຖວາຍບູຊາໄດ້ກຽມພ້ອມຮຽບຮ້ອຍ, ບັນດາພາເຂົ້າຖວາຍບູຊາຖືກວາງ ຢູ່ຕາມແຜ່ນບູຊາຄື ວາງຢູ່ແຜ່ນບູຊາບັນພະບູລຸດ ເພື່ອສະແດງຄວາມກະຕັນຍູເຄົາລົບນັບຖື; ພາເຂົ້າໜຶ່ງຖືກວາງຢູ່ກາງເຮືອນ ເພື່ອອາໄລຫາບັນດາຜູ້ໄດ້ລ່ວງຫຼັບໄປ; ພາເຂົ້າໜຶ່ງວາງຢູ່ແຈເຮືອນຄົວ ເພື່ອບູຊາເຈົ້າຂອງເຮືອນ, ພາເຂົ້າໜຶ່ງວາງເທິງແຜ່ນບູຊາຢູ່ສວນ; ພາເຂົ້າໜຶ່ງວາງຢູ່ລະບຽງເຮືອນ ເພື່ອຖວາຍບູຊາບັນດາດວງວິນຍານທີ່ບໍ່ມີບ່ອນເພິ່ງພາອາໄສ; ພາເຂົ້າໜຶ່ງຢູ່ກ້ອງເຮືອນ ເພື່ອບູຊາເຂົ້າເປືອກ ເຊິ່ງເປັນແຫຼ່ງອາຫານລ້ຽງຄອບຄົວ. ທ່ານ ເລື່ອງວັນທອງ ໃຫ້ຮູ້ວ່າ:
“ການໄຫວ້ບູຊາແມ່ນສະແດງໃຫ້ເຫັນຄວາມຮູ້ບຸນຄຸນ ແລະ ພາວະນາໃຫ້ມີຄວາມໂຊກດີ, ຄອບຄົວມີຄວາມອີ່ມໜຳສຳລານຜາສຸກ, ລະດູການຜະລິດໄດ້ຮັບຜົນດີ, ໂລກພະຍາດໂລຄາຫາຍໄປ”.
ພາຍຫຼັງທີ່ເຈົ້າຂອງເຮືອນສຳເລັດພິທີໄຫວ້ບູຊາ ທັງຄອບຄົວຈຶ່ງຈັດພາເຂົ້າ ເພື່ອເຊື້ອເຊີນທຸກໆຄົນພ້ອມກັນຮັບປະທານ. ນາງ ຫງວຽນມາຍເຮືອງ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ເປີດເຜີຍວ່າ:
“ໄດ້ເຂົ້າຮ່ວມບຸນກິນເຂົ້າຫໍ່ຂອງເຜົ່າລາວ ຢູ່ ເມື່ອງວ່າ, ຂ້າພະເຈົ້າຮູ້ສຶກເປັນໜ້າປະທັບໃຈ. ໃນພາເຂົ້າເພື່ອຖວາຍບູຊາບັນພະບູລຸດ ກໍ່ມີບັນດາຫໍ່ເຂົ້າສົມທົບກັບທຸກສິ່ງທຸກຢ່າງທີ່ຍອດຍິ່ງຂອງດິນຟ້າ. ເຂົ້າໜຽວ, ຊີ້ນ, ປາ, ໝາກໄມ້ຖືກຈັດວາງຢ່າງງາມຕາ”.
ບ້ານ ເມື່ອງວ່າ ຕາແສງ ສົບໂກບ ແຂວງ ເຊີນລາ ມີ 450 ຄອບຄົວ, ມີພົນລະເມືອງ 1. 790 ຄົນ ໃນນັ້ນຊາວເຜົ່ລາວກວມ 67%. ພ້ອມກັບການຮັກສາພາສາຕົວໜັງສືສະເພາະ, ຊາວເຜົ່າລາວຢູ່ແຫ່ງນີ້ຍາມໃດກໍ່ຮັກສາຄຸນຄ່າວັດທະນະທຳພື້ນເມືອງ ໃນນັ້ນມີບຸນກິນເຂົ້າຫໍ່. ທ່ານ ລໍ່ວັນທິ໋ງ ເລຂາໜ່ວຍພັກ ນາຍບ້ານໆ ເມື່ອງວ່າ ໃຫ້ຮູ້ວ່າ:
“ບຸນກິນເຂົ້າຫໍ່ໄດ້ຮັບຄວາມເອົາໃຈໃສ່ຈາກຊາວເຜົ່າລາວ. ປີໃດກໍ່ຖືກຈັດຕັ້ງຢ່າງສະເໝີ. ຍ້ອນເຫດນີ້ເອງ, ຄະນະຄຸ້ມຄອງບ້ານ, ພັກ ແລະ ອຳນາດການປົກຄອງທ້ອງຖິ່ນກໍ່ມີຄວາມເອົາໃຈໃສ່ເຖິງບຸນນີ້”.
ບຸນກິນເຂົ້າຫໍ່ບໍ່ພຽງແຕ່ແມ່ນປະເພນີອັນດີງາມເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອຜູກມັດແຕ່ລະຄອບຄົວວົງຕະກຸນ ປະຊາຊົນຢູ່ບ້ານເມືອງຂອງພໍ່ແມ່ພີ່ນ້ອເຜົ່າລາວ ປະກອບສ່ວນສ້າງສີສັນວັດທະນະທຳຂອງບັນດາເຜົ່າ ຫວຽດນາມ ເພີ່ມຄວາມອຸດົມສົມບູນຂຶ້ນຕື່ມ.
