ຍ້ອນເຫດນັ້ນ, ໃນເວລາສິດສອນ, ສິ່ງທີ່ອາຈານຢາກຝາກເຖິງນັກຮຽນຂອງຕົນບໍ່ພຽງແຕ່ມີຄວາມຮູ້, ຄວາມສຸດຈິດສຸມໃຈໃນວຽກງານຂອງຕົນເທົ່ານັ້ນ, ອາຈານຍັງໄດ້ແບ່ງປັນໃຫ້ພວກນ້ອງວິທີການດຳລົງຊີວິດແບບເຊື່ອໝັ້ນຕົນເອງ, ເຮັດໃຫ້ຊີວິດມ່ວນຊື່ນສົດໃສກວ່າອີກດ້ວຍ.
(ພາບ:Huyền Trang)
ກວ່າ 10 ປີຜ່ານມາ, ເຖິງວ່າອາກາດຮ້ອນເອົ້າ ຫຼື ຝົນຕົກກໍຕາມ, ແຕ່ຊາຍໜຸ່ມຜູ້ທີ່ຕິດທາດພິດສີສົ້ມ/ດີໂອຊິນ ຫງວຽນງອັກເຟືອງ ຍັງໄດ້ຂັບລົດຈັກ 3 ລໍ້ສະເພາະຂອງຕົນໄປສອນ. ລາວແມ່ນອາຈານສອນວິຊາຊີບຂອງສູນອຸປະກະລະຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແລະ ເດັກອາພັບ ຮາກຖານ 1 (ຢູ່ນະຄອນ ດານັ້ງ).
ໃນທ່າມກາງສຽງເຄື່ອງຈັກດັງອຶກກະທຶກເນື່ອງນັນທີ່ຫ້ອງປະຕິບັດຕົວຈິງ, ອາຈານ ຫງວຽນງອັກເຟືອງ ສູງບໍ່ຮອດ 90 ຊັງຕີແມດ, ມີກ້ອນເບົ້າໃຫຍ່ໆຢູ່ໜ້າອຶກ, ພວມຕັ້ງໃຈຝຶກສອນໃຫ້ພວກນ້ອງນັກຮຽນບັນດາຂັ້ນຕອນເຮັດທູບເຫຼັ້ມໜຶ່ງ. ຢູ່ແຫ່ງນີ້ ນັກຮຽນສ່ວນຫຼາຍແມ່ນຕິດໂລກຈິດ ປັນຍາອ່ອນ ຍ້ອນຜົນຕາມມາຂອງທາດພິດສີສົ້ມ/ດີໂອຊິນ. ຍ້ອນເຫດນັ້ນ, ການສອນພວກນ້ອງບໍ່ເຄີຍເປັນວິວັດການງ່າຍດາຍ. ພວກນ້ອງຕັ້ງໃຈຍາກ, ຮຽນແລ້ວກໍລື່ມເລີຍ ແລະ ກໍ່ແມ່ນບັນດາຜູ້ມີຄວາມສະດຸ້ງໄວ. ບົດຮຽນອາຈານຕັ້ງໃຈສອນມື້ວານ, ມື້ນີ້ ນັກຮຽນລື່ມໝົດ. ແຕ່ລະມື້ຄືດັ່ງການເລີ່ມຕົ້ນໃໝ່ຂອງພວກນ້ອງ, ບັນດາສິ່ງດັ່ງກ່າວໄດ້ຮຽກຮ້ອງໃຫ້ ອາຈານ ຕ້ອງແນະນຳຄືນໃໝ່ທຸກໆມື້. ແຕ່ວ່າ, ອາຈານ ເຟືອງ ຍາມໃດກໍ່ຮູ້ສຶກມີຄວາມສຸກຫຼາຍເມື່ອໄດ້ເຫັນພວກນ້ອງແຕ່ລະມື້ຍິ່່່ງສົມບູນກວ່າເກົ່າ, ບັນດາແວວຕາເຕັມໄປດ້ວຍຄວາມມ່ວນຊື່ນຂອງພວກນ້ອງນັກຮຽນເມື່ອຮອດເວລາເລີກຮຽນ.
“ຫຼານຊື່ວ່າ ບຸ່ຍຫວຽດຮຸຍ, ເກີດປີ 2001. ອາຈານ ເຟືອງ ແນະນຳໃຫ້ຫຼານເຮັດທູບ. ເວລາເຮັດທູບແລ້ວ ຫຼານຮູ້ສຶກມ່ວນຫຼາຍ”
ເມື່ອສັງເກດລູກສິດຂອງຕົນ, ອາຈານ ຫງວຽນງອັກເຟືອງ ໄດ້ຄຄິດເຖິງຊຸມວັນເດືອນປີທີ່ເປັນເດັກ, ມື້ໃດໄປໂຮງຮຽນກໍ່ນຳຕັ່ງໄມ້ສະເພາະຂອງຕົນໄປນຳ ເພື່ອນັ່ງໃຫ້ສູງມີມູມເຫັນໄດ້ກະດານ. ເຖິງວ່າແມ່ນນັກຮຽນດຸໝັ່ນແຕ່ລາວກໍ່ຕ້ອງຢຸດຮຽນ ຍ້ອນເຈັບເປັນຕະຫຼອດ. ແຕ່ລາວບໍ່ຍອມຈຳນົນ, ກໍ່ບໍ່ຢາກດຳລົງຊີວິດແບບອາໄສຄອບຄົວທຸກຍາກ ລຳບາກ ຢູ່ ເກວເຊີນ, ແຂວງ ກ໋ວາງນາມ (ປະຈຸບັນແມ່ນ ດານັ້ງ). ເມື່ອຮອດອາຍຸ 18 ປີ, ອ້າຍເອງໄດ້ເດີນທາງໄປນະຄອນ ໂຮ່ຈີມິນ ເພື່ອຊອກຫາເສັ້ນທາງພັດທະນາ. ຢູ່ທີ່ນີ້, ອ້າຍໄດ້ພົບເຫັນ ອາຈານ ຜູ້ທີ່ກຽມພ້ອມແນະນຳ ແລະ ສອນອາຊີບໃຫ້ລາວ. ນັ້ນແມ່ນປະຖົມປັດໄຈ ເພື່ອໃຫ້ພາຍຫຼັງຢູ່ແຂວງອື່ນເປັນເວລາ 10 ປີ, ອ້າຍ ຫງວຽນງອກເຟືອງ ອາດຈະກັບເມືອ ດານັ້ງ, ກາຍເປັນຄູສສອນວິຊາຊີບໃຫ້ພວກນ້ອງນ້ອຍທີ່ເປັນຜູ້ຕິດທາດຜິດສີສົ້ມ/ດີໂອຊິນ.
“ຂ້າພະເຈົ້າໂຊກດີກວ່າພວກນ້ອງ ຍ້ອນຍັງມີພູມປັນຍາ, ມີຄວາມຮູ້ສຶກ, ມີຄວາມຮູ້. ສ່ວນພວກນ້ອງຢູ່ແຫ່ງນີ້ສ່ວນຫຼາຍຕິດໂລກຈິດ ປັນຍາອ່ອນ ມີຄວາມປົມດ້ອຍ, ບໍ່ສາມາດເຊື່ອມຕົວກັບວົງຄະນະຍາດໄດ້. ດ້ວຍຖານະເປັນອ້າຍ, ຂ້າພະເຈົ້າມີຄວາມຮູ້, ຄວາມສາມາດທີ່ໄດ້ຮຽນມາໄດ້ຈາກສັງຄົມ, ຂ້າພະເຈົ້າຖ່າຍທອດຄືນໃຫ້ພວກນ້ອງ. ຄວາມສະໜິດຕິດພັນລະຫວ່າງຂ້າພະເຈົ້າ ແລະ ພວກນ້ອງແມ່ນຄວາມສະໜິດຕິິດພັນດ້ານຄວາມຮັກແພງ, ຄວາມແບ່ງປັນ ແລະ ຄວາມເຫັນໃຈກັນ. ຂ້າພະເຈົ້າເອງໄດ້ແບ່ງປັນວິທີເຊື່ອໝັ້ນຕົນເອງຂອງຕົນໃຫ້ພວກນ້ອງ. ພວກນ້ອງມີຄວາມເຊື່ອໝັ້ນຕົນເອງ, ພວກນ້ອງຈະຄ່ອຍໆຫລຸດຄວາມປົມດ້ອຍ”
(ພາບ:Huyền Trang)
ຕົວເອງກໍ່ແມ່ນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ, ຍ້ອນສືບພັນຈາກພໍ່ແມ່ຂອງຕົນ, ຍິ່ງກວ່າຜູ້ໃດ, ອາຈານ ຫງວຽນງອັກເຟືອງ ເຂົ້າໃຈໄດ້ຄວາມເຈັບປວດ, ຄວາມດ້ອຍໂອກາດ ທີ່ບັນດານັກຮຽນຂອງຕົນຕ້ອງ ແບກຫາບ. ຮ່າງກາຍທີ່ອ່ອນແອ, ເຄີຍເຈັບເປັນໃນມື້ແດດຮ້ອນ, ສ່ວນໃນລະດູໜາວເປັນໄຂ້ຕະຫຼອດ. ໃນຂະນະທີ່ ພວກນ້ອງບໍ່ສະດວກໃນການຕິດຕໍ່ພົວພັນ, ບາງເທື່ອພວກນ້ອງຢາກສະແດງໃຫ້ທຸກຄົນຮູ້, ຊຳ້ບໍ່ໜຳ ພໍ່ແມ່ຂອງພວກນ້ອງກໍ່ບໍ່ສາມາດເຂົ້າໃຈໄດ້. ໂດຍເປັນຜູ້ເຂົ້າໃຈໄດ້ຄວາມເຈັບເປັນນັ້ນ, ອາຈານ ເຟືອງ ຍາມໃດກໍ່ຮ່ວມເດີນທາງ, ພ້ອມກັບພວກນ້ອງຜ່ານຜ່າບັນດາໄລຍະເວລາທີ່ຫຍຸ້ງຍາກນັ້ນ. ຜ່ານການໂອ້ລົມທີ່ສະໜິດສະໜົມ, ຈຸດເວລາທີ່ນັ່ງຮ້ອງເພັງນຳກັນ, ຊ່ວຍໃຫ້ພວກນ້ອງຄືດັ່ງຜ່ານຜ່າຄວາມອິດເມື່ອຍ, ຄວາມເສົ້າໝອງ, ເຮັດໃຫ້ຫ້ອງຮຽນຄືດັ່ງຫຼັງຄາເຮືອນແຫ່ງທີ່ສອງ ທີ່ເຕັມໄປດ້ວຍຄວາມຮັກແພງຂອງພວກນ້ອງ. ອາຈານ ຫງວຽນທິງອັກຈາງ, ຜູ້ໄດ້ເຮັດວຽກເປັນເວລາຫຼາຍປີພ້ອມກັບອາຈານ ຫງວຽນງອັກເຟືອງ ໄດ້ແບ່ງປັນວ່າ:
“ລາວເປັນຄູສອນທີ່ສຸດຈິດສຸດໃຈໃນການສິດສອນພວກນ້ອງ. ລາວກໍ່ແມ່ນຜູ້ປະສົບຄວາມຫຍຸ້ງຍາກຄືພວກນ້ອງ, ດັ່ງນັ້ນລາວເຂົ້າໃຈໄດ້ວ່າພວກນ້ອງຕ້ອງການຫຍັງ ແລະ ດັ່ງນັ້ນວິທີສອນຂອງລາວສຳລັບພວກ ນ້ອງບັນລຸປະສິດທິຜົນດີ. ຫຼາຍຄົນເວົ້າບໍ່ເປັນ. ບາງເທື່ອເຮົາກໍ່ຖາມພວກນ້ອງ ແຕ່ພວກນ້ອງບໍ່ເຂົ້າໃຈ, ແຕ່ເມື່ອ ຄູສອນ ເຟືອງ ຕັ້ງໃຈ ແລະ ສຸດຈິດສຸດໃຈໃນການສິດສອນ, ລາວທັງເວົ້າ ທັງແນະນຳດ້ວຍສັນຍາລັກ, ພວກນ້ອງຈຶ່ງເຂົ້າໃຈ ແລະ ເຮັດຕາມໄດ້”.
ກັບບ້ານພາຍຫຼັງເວລາຂຶ້ນຫ້ອງ, ອາຈານ ຫງວຽນງອັກເຟືອງ ແມ່ນຜູ້ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຢູ່ບ້ານໃກ້ເຮືອນຄຽງ ເວລາເຂົາມີຄຳຖາມກ່ຽວກັບການນຳໃຊ້ພື້ນຖານດີຈີຕອນ ເພື່ອປະຕິບັດບັນດາຂໍ້ມູນດ້ານບໍລິຫານ. ສຳລັບເດັກນ້ອຍຢູ່ທ້ອງຖິ່ນແລ້ວ, ອາຈານ ເຟືອງ ປຽບເໝືອນຜູ້ເປັນອ້າຍ ເມື່ອໄດ້ຮັບຟັງ, ເຂົ້າໃຈ, ຊ່ວຍເຫຼືອພວກນ້ອງນ້ອຍ ເມື່ອມີຂໍ້ຄົງຄ້າງໃນການດຳລົງຊີວິດ. ອາຈານກໍ່ແມ່ນຜູ້ເຄີຍໝູນໃຊ້ເຕັກໂນໂລຊີ, ສື່ສັງຄົມເພື່ອຊ່ວຍເຫຼືອບັນດາຜູ້ດ້ອຍໂອກາດ, ຜູ້ປະສົບເຄາະຮ້າຍຍ້ອນທາດພິດສີສົ້ມ/ດີໂອຊິນ ສະແດງສຽງເວົ້າຂອງຕົນ.
ວິວັດການດຳລົງຊີວິດ ແລະ ອຸທິດສ່ວນຢ່າງສຸດໃຈຂອງ ອາຈານ ເຟືອງ ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາທີ່ສຸດ ເພື່ອສະແດງໃຫ້ເຫັນວ່າ: ຕ້ອງການພຽງຄວາມມານະພະຍາຍາມ, ສະພາບຫຍຸ້ງຍາກໃດໆກໍ່ອາດສາມາດຜ່ານຜ່າໄດ້ ແລະ ເຖິງວ່າແມ່ນຜູ້ໃດ, ໃນສະພາບການຄືແນວໃດ, ກໍອາດສາມາດເຊື່ອໝັ້ນຕົນເອງເພື່ອເຊື່ອມຕົວ, ຂະຫຍາຍຕົວໃນວົງຄະນະຍາດໄດ້./.
Huyền Trang
