ບໍ່ແມ່ນຜູ້ນຳພາຫາງສຽງ (KOL), ກໍ່ບໍ່ແມ່ນຜູ້ນຳທ່ຽວເປັນມືອາຊີບ, “ເລຂາພັກຕາແສງເຂດ ເມື່ອງ” ຫງວຽນຢຸຍຕື ຍັງດຶດດູດນັບຮ້ອຍລ້ານຄົນຕິດຕາມ ດ້ວຍບັນດາຄຼິບໂຄສະນາການທ່ອງທ່ຽວທ້ອງຖິ່ນ. ຄວາມຂະຫຍັນຂັນເຄື່ອນຂອງເລຂາພັກຕາແສງສະແດງໃຫ້ເຫັນການປ່ຽນແປງຢ່າງໃຫຍ່ຫຼວງຂອງຖັນແຖວພະນັກງານຂັ້ນຮາກຖານໃນຍຸກສະໄໝດີຈີຕອນ.
ມີຄຼິບແນະນຳກ່ຽວກັບທິວທັດທຳມະຊາດ ແລະ ສີສັນວັດທະນະທຳເຂດ ເມື່ອງ ຂອງຕາແສງ ເວີນເຊີນ, ແຂວງ ຝູທໍ້ ພວມກາຍເປັນຫົວເລື່ອງທີ່ຫາງສຽງມີຄວາມສົນໃຈເປັນພິເສດ, ຜູ້ແນະນຳແມ່ນທ່ານ ຫງວຽນຢຸຍຕື, ເລຂາຄະນະພັກຕາແສງ. ພາຍຫຼັງທີ່ໄດ້ເອົາລົງສື່ສັງຄົມອອນລາຍເປັນເວລາສັ້ນໆ, ຄຼິບນີ້ໄດ້ດຶງດູດຜູ້ເຂົ້າຊົມກວ່າ 1,2 ລ້າຍຄົນ, ພ້ອມກັບຄວາມມັກຮັກ, ປະກອບຄຳເຫັນ ແລະ ແບ່ງປັນນັບພັນເທື່ອ.
“ສິ່ງທີ່ຊຸກຍູ້ໃຫ້ຂ້າພະເຈົ້າເຮັດວຽກນັ້ນແມ່ນການພັດທະນາການທ່ອງທ່ຽວຂອງ ເວີນເຊີນ. ຄວາມສາມາດບົ່ມຊ້ອນຂອງ ເວິນເຊີນ ໄດ້ມີມາແຕ່ດົນແລ້ວ. ຕົວຢ່າງຄືນ້ຳຕົກຕາດ ທຸງ ຫຼື ເຂດ ຟັ້ງ. ແຕ່ເປັນຫຍັງບໍ່ພັດທະນາ? ເປັນຫຍັງທຸກຄົນບໍ່ຮູ້ຈັກເຖິງ? ເມື່ອມາຮັບໜ້າທີ່ປະຕິບັດງານຢູ່ທີ່ນີ້, ຂ້າພະເຈົ້າເຫັນວ່າ ທ້ອງຖິ່ນຍັງທຸກຍາກຢູ່, ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຂ້າພະເຈົ້າໄດ້ຕັດສິນໃຈໃຊ້ໂທລະສັບມືຖືຖ່າຍທຳຄຼິບໂຄສະນາພາບພົດຂອງ ເວີນເຊີນ”.
ເດືອນ ກໍລະກົດ 2025, ອ້າຍ ຫງວຽນຢຸຍຕື ໄດ້ເລີ່ມຮັບໜ້າທີ່ວຽກງານຢູ່ຕາແສງ ເວີນເຊີນ. ສິ່ງທີ່ເຮັດໃຫ້ອ້າຍນຶກຄິດ, ນອກຈາກວຽກງານຄຸ້ມຄອງທ້ອງຖິ່ນ, ແມ່ນເລື່ອງລາວເຮັດແນວໃດເພື່ອປຸກລຸກຄວາມສາມາດບົ່ມຊ້ອນທີ່ເຄີຍມີຢູ່ແລ້ວຂອງເຂດດິນແດນນີ້. ໂດຍຕັ້ງຢູ່ກາງເຂດພູສູງ ຝູທໍ້, ຕາແສງ ເວີນເຊີນ ມີອາກາດເຢັນສະບາຍ, ທິວທັດທຳມະຊາດຮົກເຫື້ອ ພ້ອມກັບບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງພໍ່ແມ່ປະຊາຊົນເຜົ່າ ເມື່ອງ. ຜ່ານການລົງໂອ້ລົມກັບພໍ່ແມ່ປະຊາຊົນຫຼາຍເທື່ອ, ອ້າຍ ຕື ເຫັນວ່າ, ຢາກຍົກສູງລາຍຮັບໃຫ້ແກ່ ປະຊາຊົນ, ທ້ອງຖິ່ນຕ້ອງຊອກຫາທິດທາງພັດທະນາໃໝ່. ໃນນັ້ນ, ທ່ອງທ່ຽວແມ່ນວິທີຄັດເລືອກທີ່ເໝາະສົມ. ອ້າຍ ຫງວຽນຢຸຍຕື ໃຫ້ຮູ້ວ່າ:
“ໃນເບື້ອງຕົ້ນການພັດທະນາ homestayແມ່ນຍາກທີ່ສຸດ. ທີ 1 ແມ່ນປະຊາຊົນບໍ່ກ້າເຮັດ. ທີ 2 ແມ່ນປະຊາຊົນຍັງປະສົບກັບຄວາມຫຍຸ້ງຍາກດ້ານການເງິນ. ສະນັ້ນ, ເພື່ອປ່ຽນແປງຈິນຕະນາການໃນວຽກງານເຮັດການທ່ອງທ່ຽວ, ພິເສດແມ່ນການລົງທຶນ homestayແມ່ນຍາກທີ່ສຸດ. ແຕ່ຜ່ານການໂຄສະນາສື່ສານ, ແຂກທ່ອງທ່ຽວໄດ້ມາຢ້ຽມຢາມຫຼາຍ, ປະຊາຊົນເຫັນວ່າເຂົາເຈົ້າມີວິທີຫາເງິນລ້ຽງຊີບຈາກການທ່ອງທ່ຽວຕື່ມອີກ. ມາຮອດປະຈຸບັນ, ໄດ້ມີ 32 ຄອບຄົວຈົດທະບຽນເຮັດ homestay. ຂ້າພະເຈົ້າກໍ່ມີຄວາມປິຕິຊົມຊື່ນນັ້ນແມ່ນ ມີເຈົ້າຂອງ homestay ຢູ່ ເວີນເຊີນ ກໍ່ສາມາດຖ່າຍທຳຄຼິບໃຫ້ແກ່ຕົນໄດ້ແລ້ວ”.
ອ້າຍ ບຸຍວັນແຄັງ, ຢູ່ຕາແສງ ເວີນເຊີນ, ຝູທໍ້, ໃຫ້ຮູ້ວ່າ:
“ເທື່ອທຳອິດເມື່ອຂ້າພະເຈົ້າໄດ້ພົບປະ, ຂ້າພະເຂົ້າກໍ່ບໍ່ຮູ້ວ່າແມ່ນເລຂາພັກຕາແສງ, ກໍບໍ່ຮູ້ວ່າທ່ານໄດ້ເປີດອົກເປີດໃຈ ຫຼື ເປັນຄືແນວໃດ. ພົບປະ, ໂອ້ລົມກັບທ່ານໄດ້ 1 ເດືອນ, ຂ້າພະເຈົ້າເຫັນວ່າ ທ່ານແມ່ນຜູ້ໃກ້ຊິດສະໜິດສະໜົມ, ພິເສດແມ່ນໃນວຽກງານກຳນົດທິດພັດທະນາການທ່ອງທ່ຽວ, ຊອກຫາແຫຼ່ງເງິນລ້ຽງຊີບໃຫ່ແກ່ປະຊາຊົນຢູ່ທີ່ນີ້. ຍ້ອນມີທ່ານເຂົ້າຮ່ວມວຽກງານທ່ອງທ່ຽວ, ຈຳນວນແຂກທ່ອງທ່ຽວມາທ່ອງທ່ຽວຢູ່ ເວິນເຊີນ ເກືອບຄືວ່າຫຼາຍທົບ 2 ເທົ່າເມື່ອທຽບໃສ່ປີກ່ອນ. ພວກຂ້າພະເຈົ້າຂອບໃຈຕໍ່ຄວາມສຸດຈິດສຸດໃຈຍຂອງທ່ານເລຂາຄະນະພັກ”.
ສິ່ງທີ່ເຮັດໃຫ້ອ້າຍ ຕື ມີຄວາມປິຕິຊົມຊື່ນທີ່ສຸດບໍ່ແມ່ນຜູ້ປະກອບຄຳເຫັນໃນສື່ສັງຄົມເປັນຈຳນວນຫຼາຍ, ຫາກແມ່ນບັນດາການພົວພັນຕົວຈິງໃນແຕ່ລະຄຼິບ. ນັ້ນແມ່ນການແມ່ນໂທລະສັບຂອງແຂກທ່ອງທ່ຽວຢາກຊອກຮູ້ກ່ຽວກັບທ້ອງຖິ່ນ, ບັນດາຄຳຖາມຢື້ຢາມກ່ຽວກັບສະຖານທີ່ທ່ອງທ່ຽວ, ຫຼືບັນດາແຂກເປັນຄັ້ງທຳອິດໄດ້ຮູ້ຈັກເຖິງ ເວິນເຊີນ.
“ຂ້າພະເຈົ້າຄິດວ່າ ວິທີເຮັດຂອງຂ້າພະເຈົ້າຈະສົ່ງສານໃຫ້ຫຼາຍຄົນ ເພື່ອໃຫ້ເຂົາເຈົ້າມີຄວາມກ້າຫານໃນວຽກງານສື່ສານ. ຈາກນັ້ນ, ສາມາດໂຄສະນາດ້ວຍຕົນເອງ, ຊ້ຳບໍໜຳໃນອະນາຄົດມຸ່ງໄປເຖິງການສ້າງພົນລະເມືອງດີຈີຕອນ ເວິນເຊີນ ກໍຄືແມ່ນຂາຍຜະລິດຕະພັນກະເສດຂອງ ເວິນເຊີນ ຜ່ານພື້ນຖານເຕັກໂນໂລຊີ”.
ສິ່ງທີ່ໜ້າຖະໜຸຖະໜອມໃນເລື່ອງລາວດັ່ງກ່າວ ເບິ່ງຄືວ່າບໍ່ນອນຢູ່ໃນບັນດາຄຼິບໂຄສະນາບ້ານເກີດເມືອງນອນຂອງຄົນ, ແຕ່ແມ່ນວິທີທີ່ອ້າຍ ຕື ເຫັນໄດ້ບົດບາດຂອງຕົນ, ເຂົ້າຮ່ວມໂດຍກົງ ແລະ ຈັດບັນດາການເຄື່ອນໄຫວໂຄສະນາການທ່ອງທ່ຽວ, ຈາກນັ້ນໄດ້ເປັນແບບຢ່າງໃຫ້ແກ່ປະຊາຊົນສ້າງຄວາມຮັ່ງມີ, ກ້າວໄປເຖິງການພັດທະນາເສດຖະກິດຢູ່ທ້ອງຖິ່ນ.
