ໃນ​ທ່າມ​ກາງເຂດ​ພູ​ຜາ​ປ່າ​ໄມ້​ທາງ​ທິດ​ຕາ​ເວັນ​ອອກ​ພາກ​ເໜືອ​ທີ່ກວ້າງ​ໃຫຍ່​ໄພ​ສານ. ໜອງ ບາ​ເບ໋ ປາ​ກົດ​ຂຶ້ນ​ປຽນ​ເໝືອນ​ແຖບ​ຜ້າ​ໄໝ​​ຂຽວ​ງາມ​ພວມ​ເລື່ອນ​ລອຍ​ໃນ​ທ່າມ​ກາງ​ເຂດ​ພູ​ຜາ​ປ່າ​ໄມ້. ພາຍຫຼັງ​ທີ່​ໄດ້​ໂຮມ​ເຂົ້າ​ແຂວງ ຖາຍງວຽນ, ໜອງນີ້ບໍ່​ພຽງ​ແຕ່​ເປີດກວ້າງ​ເຂດ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ເທົ່າ​ນັ້​ນ ຫາ​ກັຍ​ງ​ສ້າງ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ເຂດ​ ນຳ​ແຂກ​ທ່ອງ​ທ່ຽວ​ຍັບ​ເຂົ້າ​ໃກ້​ກັບ​ຄຸນ​ຄ່າ​ຮົກ​ເຮື້ອ​ດັ້ງ​ເດີມ​ຂອງ​ທຳ​ມະ​ຊາດ

ເມື່​ອ​ໄດ້​ຂີ່​ເຮືອ​ລ່ອງ​ຕາມ​ສາຍ​ນ້ຳ​ເຢັນ, ແຂກ​ທ່ອງ​ທ່ຽວ​ຮູ້​ສຶກ​ໄດ້​ເຖິງ​ຄວາມ​ສະ​ຫງົບ​ງຽບ​ຍາກ​ທີ່​ຈະ​ຫາ​ໄດ້​ໃນ​ທ່າມ​ກາງ​ການ​ດຳ​ລົງ​ຊີ​ວິດ​ທີ່​ທັນ​ສ​ະ​ໄໝ. ອ້າຍ ດັ້ງ​ວັນ​ຄາງ ແຂກ​ທ່ອງ​ທ່ຽວ​ມາ​ຈາກ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

“ນັບ​ແຕ່​ກ່ອນ​ເປັນ​ຕົ້ນ​ມາ, ໜອງ ບາ​ເບ໋ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ຍັງ​ຮົກ​ເຮື້ອ. ເມື່ອ​ຂ​ີ່​ເຮືອ​ຢູ່​ທີ່ນີ້ກໍ່​ຮູ້​ສຶກ​ສະ​ຫວາດ​ສະ​ເຫວີຍ, ອາກາດ​ເຢັນ​ສະ​ບາຍ​ແທດ​ເໝາະ​ກັບ​ແຂກ​ທ່ອງ​ທ່ຽວ​ມັກ​ຄົ້ນ​ຫາ​ທຳ​ມະ​ຊາດ ເປັນ​ຕົ້ນ​ແມ່ນ​ແຂກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ”.

ບໍ່​ພຽງ​ແຕ່​ໄດ້​ຢ້ຽ​ມ​ຊົມ​ທັດ​ຊະ​ນີ​ຍະ​ພາບ​ເທົ່າ​ນັ້ນ, ການ​ຄົ້ນ​ຫາ​ໜອງ ບາ​ເບ໋ ຍັງ​ນຳ​ມາເຊິ່ງ​ການ​ເຄື່ອນ​ໄຫ​ວ​ທ່ອງ​ທ່ຽວ​ທີ່​ໃໝ່​ອ່ຽມ. ຈາ​ກ​ການ​ພາຍ​ເຮືອ​ຕະຫຼອດ​ຮອດການ​ຕັ້ງ​ຄ້າຍ​ຢູ່​ແຄມ​ໜອງ ເຊິ່ງ​ລ້ວນ​ແຕ່​ເປັນ​ການ​ສຳ​ຜັດ​ກັບ​ທຳ​ມະ​ຊາດ​ຢ່າງ​ໃກ້​ຊິດ ສະ​ໜິດ​ສະ​ໜົມຫຼາຍກວ່າ. ແຂ​ກ​ທ່ອງ​ທ່ຽວ​ຍິ​ງ​ຄົນ​ໜຶ່ງມາ​ຈາກ ຝ​ຣັ່ງ ເປີດ​ເປີຍ​ວ່າ:

“ທິວ​ທັດ​ທຳ​ມະ​ຊາດ​ຢູ່​ແຫ່ງນີ້​ເປັນ​ເອ​ກະ​ລັກ​ຢ່າງ​ແທ້​ຈິງ. ເປັນ​ໜ້າ​ຈັບ​ໃຈ​ອີຫຼີ, ປະ​ຊາ​ຊົນ​ຢູ່​ທີ່ນີ້​ມີ​ຄວາມ​ຮັກ​ແພງ​ແຂກ ແລະ ຂ້າ​ພະ​ເຈົ້າ​ພາກ​ພູມ​ໃຈ ເພາະ​ໄດ້​ມີ​ການ​ເດີນ​ທາງ​ຄົ້ນ​ຫາ​ຢູ່​ທີ່​ນີ້”.

ນອກ​ຈາກ​ໜອງ ບາ​ເບ໋ ແລ້ວ, ໜອງ ໜຸຍ​ກົກ ເຊິ່ງ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ລື້ງ​ເຄີຍນອນ​ໃນ​ເຂດ​ທີ່ກວ້າງ​ໃຫຍ່ກວ່າ ທີ່​ໄດ້​ເຊື່ອມ​ຕໍ່​ກັບ​ບັນ​ດາ​ໜອງ​ທຳ​ມະ​ຊາດ ແລະ ໜອງ​ຂຸດ​ເອງ​ເຊິ່ງ​ເປັນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວຫຼາກ​ຫຼາຍ​ສີ​ສັນ. ທ່ານ ຫງວຽນ​ຈູ​ທູ ຮອງ​ຫົວ​ໜ້າ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ແຂວງ ຖາຍງວຽນ ເນັ້ນ​ໜັກ​ວ່າ:

“ຖາຍງວຽນ ມີ​ສອງ​ໜອງ​ຈຸດ​ສຸມ ນັ້ນ​ແມ່ນ​ໜອງ ໜຸຍ​ກົກ ແລະ ໜອງ ບາ​ເບ໋. ນອກ​ຈາກນັ້ນ ​ຖາຍງວຽນ ຍັງ​ມີ 70 ໜອງ​ທຳ​ມະ​ຊາດ ແລະ ຂຸ​ດເອງ ໂດຍ ຖາຍງວຽນ​ສ້າງ​ເຄື່ອງ​​ໝາຍ: “ໜອງເທິງ​ພູ”.

ໃນ​ສະ​ພາບ​ການ​ທ່ອງ​ທ່ຽວ​ທີ່​ນັບ​ມື້ ນັບ​ເຊີດ​ຊູ​ປັດ​ໄຈ​ຄວາມ​ໝັ້ນ​ຄົງ, ການ​ຂຸກ​ຄົ້ນ​ໜອງ​ທຳ​ມະ​ຊາດ ບໍ່​ພຽງ​ແຕ່​ແມ່ນ​ເລື່ອງ​ລາ​ວ​ພັດ​ທະ​ນາ​​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ການ​ອະ​ນຸ​ລັກ​ຮັກ​ສາ​ອີກ​ດ້ວຍ. ອຳ​ນາ​ດການ​ປົກ​ຄອງ​ທ້ອງ​ຖິ່ນ ແລະ ຂະ​ແໜ​ງທ່ອງ​ທ່ຽວ​ແຂວງ ຖາຍງວຽນ ພວມ​ສ້າງ​ຮູບ​ແບບ​ພັດ​ທະ​ນາ​ຢ່າງ​ກົມ​ກຽວ​ລະ​ຫວ່າງ​ການ​ຂຸດ​ຄົ້ນ ແລະ ຮັກ​ສາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ເທື່ອ​ລະ​ກ້າວ. ທ່ານ ຈູ​ທິ​ໂດ໊ ຮອງ​ຫົວ​ໜ້າ​ຮັບ​ຜິດ​ຊອບ​ສູນ​ຂຸດ​ຄົ້ນ​ສົ່ງ​ເສີມ​​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ແຂວງ ຖາຍງວຽນ ໃຫ້​ຮູ້​ວ່າ:

“ປັດ​ຈຸ​ບັນ​ພ້ອມ​ກັບ​ການ​ລົງ​ທຶນ ເພື່ອ​ຮັບ​ປະ​ກັນ​ຄຸນ​ນະ​ພາບ​ການ​ບໍ​ລິ​ການນັ້ນ, ວຽກ​ງານ​ສ້າງ​ປົກ​ປັກ​ຮັກ​ສາ​ທັດ​ຊະ​ນີ​ຍະ​ພາບ​ສິ່ງ​ແວດ​ລ້ອມ ກໍ່​ຄື​ສ້າງ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຢ່າງ​ກົມ​ກຽວ ເພື່ອ​ດຶງດ​ູດ​ນັກ​ທ່ອງ​ທ່ຽວ​ມາ​ຄົ້ນ​ຫາ ພິ​ເສດ​ຢູ່​ເຂດ​ທ່ອງ​ທ່ຽວ​ໜອງ ບາ​ເບ໋, ພວກ​ຂ້າ​ພະ​ເຈົ້າ​ກໍ່​ໄດ້​ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ​ຂົນ​ຂວາຍ​ປະ​ຊາ​ຊົນ ​ເພື່ອ​ມີ​ຄວາມ​ຮັບ​ຜິດ​ຊອຍ​ສ້າງ​ສິ່ງ​ແວດ​ລ້ອມ​ທ່ອງ​ທ່ຽວ​ທີ່​ເປັນ​ມິດ​ຢ່າງ​ແທ້​ຈິງ”.

ພາຍຫຼັງ​ໂຮມ​ແຂວງ​ເຂົ້​າ​ກັນ, ການ​ເປີດກວ້າງ​ອາ​ນາ​ເຂດ​ການ​ປົກ​ຄອງ​ ໄດ້​ສ້າງ​ປະ​ຖົມ​ປັດ​ໄຈ​ໃຫ້​ແກ່​ການ​ເປີດກວ້າງ​ວິໄສ​ທັດ​ພັດ​ທະ​ນາ. ຖາຍງວຽນ ພວມ​ຢືນ​ຢູ່​ຕໍ່​ໜ້າ​ໂອ​ກາດ​ໃຫຍ່ ເພື່ອຢັ້ງ​ຢືນ​ການ​ທ່ອງ​ທ່ຽວ​ເດີນ​ຕາມ​ທິດສີ​ຂຽວຍືນ​ຍົງ ແລະ ຫຼາກຫຼາຍ​ສີ​ສັນ. ສຳ​ລັບ​ແຂວງ ຖາຍງວຽນ ແລ້ວ ການ​ຄົ້ນ​ຫາ​ໜອງ​ຕ່າງໆ ບໍ່​ພຽງ​ແຕ່​ແມ່ນ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ເທົ່າ​ນັ້​ນ ຫາກ​ຍັງ​ແມ່ນ​ການ​ກຳ​ນົດ​ທິດ ກ່ຽວ​ກັບ​ວິ​ທີ​ພັດ​ທະ​ນາ: ພັດ​ທະ​ນາ​ຈາກ​ທຳ​ມະ​ຊາ​ດ ເພື່ອ​ທຳ​ມະ​ຊາດ ແລະ ພ້ອມ​ກັບ​ທຳ​ມະ​ຊາດ.