ຮຽນຈົບມະຫາວິທະຍາໄລກະສິກຳ ຖາຍງວຽນ ປີ 2004, ອ້າຍ ວິຮວ່ານເຊີນ ໄດ້ເລືອກເອົາການກັບຄືນບ້ານເກີດ ເພື່ອສ້າງອາຊີບ. ຢູ່ບ້ານເກີດຂອງອ້າຍ ເຊິ່ງແມ່ນເຂດດິນບໍ່ອຸດົມສົມບູນ, ການຜະລິດກຳສິກຳແມ່ນຂຶ້ນກັບດິນຟ້າອາກາດ ດັ່ງນັ້ນໃນໄລຍະເບື້ອງຕົວອ້າຍໄດ້ເລືອກເອົາການບູລະນະແຕ່ລະເນື້ອທີ່ນ້ອຍ ເພື່ອປູກທົດລອງຕົ້ນໄມ້ກິນໝາກຄື ໝາກກ້ຽງ, ໝາກແປ້ນ… ຊຸມວັນທຳອິດກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນຂາດທຶນຮອນບໍ່ມີບົດຮຽນ, ດິນຟ້າອາກາດຮ້າຍແຮງ ແລະ ສົ້ນອອກຂາຍຜະລິດຕະພັນກະເສດຍັງບໍ່ທັນເປັນປົກກະຕິ. ສິ່ງທີ່ໄດ້ຊ່ວຍໃຫ້ອ້າຍບໍ່ປະລະການຜະລິດກໍ່ຍ້ອນນ້ຳໃຈມັກຮຽນຮູ້. ອ້າຍໄດ້ຕັ້ງໜ້າເຂົ້າຮ່ວມຊຸດອົບຮົມຊອກຫາຫຼາຍຮູບແບບຜະລິດຢ່າງມີປະສິດທິຜົນທັງຢູ່ພາຍໃນ ແລະ ຕ່າງແຂວງ ເພື່ອຮຽນຮູ້ບົດຮຽນ ແລ້ວກໍ່ດັດປັບໃຫ້ແທດເໝາະກັບເງື່ອນໄຂຕົວຈິງຂອງຄອບຄົວ. ອ້າຍ ເຊີນ ໃຫ້ຮູ້ວ່າ:
“ຂ້າພະເຈົ້າໄດ້ຕັ້ັ້ງໜ້າເຂົ້າຮ່ວມບັນດາຊຸດຝຶກອົບຮົມໂດຍສະມາຄົມຊາວກະສິກອນຂັ້ນຕ່າງໆຈັດຕັ້ງ ແລະ ໄປຮຽນຮູ້ນຳຫຼາຍຮູບແບບເສດຖະກິດຢູ່ທ້ອງຖິ່ນອື່ນໆ ເພື່ອໝູນໃຊ້ເຂົ້າໃນການຜະລິດຢູ່ຟາມຂອງຄອບຄົວ”.
ດ້ວຍການໜູນຊ່ວຍຈາກສະມາຄົມຊາວກະສິກອນຂັ້ນຕ່າງໆ, ອ້າຍ ເຊີນ ໄດ້ເຂົ້າເຖິງແຫຼ່ງທຶນກູ້ຢືມດ້ວຍຄ່າດອກເບ້ຍຕ່ຳ ເພື່ອເປີດກວ້າງການຜະລິດ. ເຖິງປີ 2021 ອ້າຍສືບຕໍ່ລົງທຶນລ້ຽງໝູຊີ້ນຕາມທິດລວມສູນ, ສ້າງຮູບແບບເສດຖະກິດສັງລວມສວນ - ສະ - ຄອກ ດ້ວຍຂອບຂະໜາດໃຫຍ່ເທື່ອລະກ້າວ. ປັດຈຸບັນຄອບຄົວຂອງອ້າຍມີຕົ້ນໄມ້ກິນໝາກປະມານ 7 ເຮັກຕາ ພ້ອມກັບລະບົບຄອກຟາມລ້ຽງໝູຊີ້ນປະມານ 240 ໂຕ. ສະເພາະລະດູການປູກໝາກຮົ່ງ ໃນປີ 2025 ຄອບຄົວຂອງອ້າຍໄດ້ເກັບກູ້ໝາກຮົ່ງ ໄດ້ປະມານ 20 ໂຕນ ບັນລຸລາຍໄດ້ປະມານ 500 ລ້ານດົ່ງ ສ່ວນການເຄື່ອນໄຫວລ້ຽງໝູຊີ້ນ ກໍ່ນຳມາເຊິ່ງລາຍຮັບມາໃຫ້ປະມານ 4 ຕື້ດົ່ງຕໍ່ປີ. ນາງ ວີທິຈ່ຽວ ສະມາຊິກສະມາຄົມຊາວກະສິກອນ ຕາແສງ ຫຽບລຶກ ໃຫ້ຮູ້
ວ່າ:
“ຈາກຕົ້ນໝາກຮົ່ງໃຫຍ່ຕະຫຼອດຮອດຕົ້ນໝາກຮົ່ງນ້ອຍໃນສວນ, ຄອບຄົວຂ້າພະເຈົ້າກໍ່ລ້ວນແຕ່ໄດ້ຮັບການໜູນຊ່ວຍທາງດ້ານແນວພັນຈາກອ້າຍ ເຊີນ ແລະ ໄດ້ຮັບການແນະນຳດ້ານເຕັກນິກບົວລະບັດຮັກສາ. ອ້າຍໄດ້ຊີ້ບອກວິທີໃສ່ຝຸ່ນ, ຫົດນ້ຳໃຫ້ຖືກກັບຈຸດເວລາ ພ້ອມທັງແນະນຳວິທີປ້ອງກັນປາບສັດຕູພືດ. ຍ້ອນການໜູນໃຊ້ບົດຮຽນນີ້ສວນໝາກຮົ່ງຂອງຂ້າພະເຈົ້າໄດ້ເຕີບໂຕດີ ແລະ ບັນລຸລາຍຮັບສູງຈາກການຂາຍຜະລິດຕະພັນ”.
ບໍ່ພຽງແຕ່ມີຫຼາຍຄອບຄົວ ນາງ ຈ່ຽວ ເທົ່ານັ້ນ ມີຫຼາຍຄອບຄົວອື່ນໃນຕາແສງກໍ່ໄດ້ຮັບການໜູນຊ່ວຍຈາກອ້າຍ ເຊີນ ໃນການພັດທະນາເສດຖະກິດ. ທ່ານ ຮວ່າງວັນກຸ໊ຍ ສະມາຊິກສະມາຄົມຊາວກະສິກອນ ຕາແສງ ຫຽບລຶກ ເປີດເຜີຍວ່າ:
“ຂ້າພະເຈົ້າກໍ່ໄດ້ຮັບການຊ່ວຍເຫຼືອຢ່າງສຸດໃຈຈາກອ້າຍ ເຊີນ ກ່ຽວກັບການພັດທະນາເສດຖະກິດຄອບຄົວ, ປູກຕົ້ນໄມ້ກິນໝາກຄື ປູກໝາກຮົ່ງ, ລາວໄດ້ແນະນຳກ່ຽວກັບວິທີປູກ ວິທີບົວລະບັດຮັກສາ, ວິທີໃສ່ຝຸ່ນ. ສຳລັບການລ້ຽງສັດ, ຕາມອ້າຍ ເຊີນ ແລ້ວຈະນຳມາເຊິ່ງປະສິດທິຜົນສູງກວ່າ”.
ຈາກບົດຮຽນໄດ້ຮັບການເປີດເຜີຍ, ຫຼາຍຄອບຄົວໃນບໍລິເວນໄດ້ກ້າຫານຫັນປ່ຽນໂຄງປະກອບແນວປູກ ນຳໃຊ້ຄວາມກ້າວໜ້າດ້ານເຕັກນິກເຂົ້າໃນການຜະລິດ. ທ່ານ ດິງຊວັນຮຸ່ງ ປະທານສະມາຄົມຊາວກະສິກອນຕາແສງ ຫຽບລຶກ ໃຫ້ຮູ້ວ່າ:
“ທາງສະມາຄົມໄດ້ຕີລາຄາສູງຈິດໃຈຄວາມຮັບຜິດຊອບ ແລະ ເຈດຈຳນົງບືນຕົວຂຶ້ນສ້າງຄວາມຮັ່ງມີຂອງອ້າຍ ເຊີນ. ນີ້ແມ່ນຮູບແບບທີ່ມີປະສິດທິຜົນແມ່ນພື້ນຖານຕົວຈິງ ເພື່ອໃຫ້ສະມາຄົມຊາວກະສິກອນຕາແສງຄົ້ນຄວ້າໂຄສະນາ ແລະ ເປີດກວ້າງໃນໄລຍະທີ່ຈະມາເຖິງ.“
ປັດຈຸບັນອ້າຍ ເຊີນ ສືບຕໍ່ກຳນົດທິດພັດທະນາຮູບແບບຕາມທິດຍືນຍົງ, ເປີດກວ້າງບັນດາແນວປູກທີ່ມີມູນຄ່າເສດຖະກິດສູງ, ເພີ່ມທະວີການໜູນໃຊ້ວິທະຍາສາດເຕັກນິກ, ຍົກສູງຄຸນນະພາບຜະລິດຕະພັນຕິດພັນກັບການຮັກສາສິ່ງແວດລ້ອມ ແລະ ລ້ຽງສັດຢ່າງປອດໄພ.
