ປະຈຸບັນ, ນັກສິລະປິນດີເດັ່ນ ຖຸຍມີ ພວມເຮັດວຽກຢູ່ພະແນກວັນນະຄະດີ - ສິລະປະ - ດົນຕີ VOV3, ຂອງວິທະຍຸກະຈາຍສຽງ ຫວຽດນາມ. ນັກສິລະປິນ ຖຸຍມີ ໄດ້ເລີ່ມຮຽນຮ້ອງເພງນັບແຕ່ເວລາອາຍຸ 4 ປີ, ແຕ່ຫຼັງຈາກນັ້ນ, ນາງໄດ້ຕັດສິນໃຈຮຽນ ແລະ ຕິດພັນພາລະກິດການເຮັດວຽກຂອງຕົນກັບພິນຂິມ 36 ສາຍ. ປີ 1993, ໃນງານ Festival ອະນຸຊົນໂລກ (ທີ່ປະເທດຈີນ), ຖຸຍມີ ໄດ້ພົບປະກັບອາຈານ ຊວນຢຸງ, ເຊິ່ງເປັນອາຈານເຮັດວຽກຢູ່ສະຖາບັນດົນຕີ ຮ່າໂນ້ຍ (ປະຈຸບັນແມ່ນ ສະຖາບັນດົນຕີ ແຫ່ງຊາດ ຫວຽດນາມ). ໃນຊ່ວງເວລານີ້, ອາຈານໄດ້ຖ່າຍທອດແຫຼ່ງບັນດານໃຈໃຫ້ ຖຸຍມີ ແລະ ນາງໄດ້ຢືດໝັ້ນຮຽນພິນຂິມ 36 ສາຍໃນຕະຫຼອດເວລາ 13 ປີ, ຈາກຂັ້ນຕົ້ນຕະຫຼອດຮອດຂັ້ນມະຫາວິທະຍາໄລ. ບໍ່ພຽງແຕ່ຮຽນແຕ່ພິນຂີມ 36 ສາຍເທົ່ານັ້ນ, ເອື້ອຍຍັງຮຽນ ແລະ ຫຼິ້ນເປັນພິນຫຼາຍປະເພດອີກດ້ວຍ, ຕົວຢ່າງຄື: ພິນ ພິພາ, ພິນ t’rung, ພິນ k’long put... ດ້ວຍຄວາມຮູ້ດີກ່ຽວກັບການຫຼິ້ນພິນຫຼາຍປະເພດ, ດັ່ງນັ້ນ, ນັກເສບຍິງຜູ້ນີ້ກາຍເປັນນັກເສບມີຄວາມເກັ່ງກ້າສາມາດ, ຊ່ວຍໃຫ້ນາງສົ່ງສານຂອງຈິດໃຈ ແລະ ສີສັນຊາດຜ່ານທຳນອງເພງຕ່າງໆ:
“ນັບແຕ່ເວລາທຳອິດທີ່ໄດ້ເຫັນພິນຂິມ 36 ສາຍນີ້, ຂ້າພະເຈົ້າຮູ້ສຶກປະທັບໃຈຫຼາຍ ຍ້ອນມັນມີສາຍ. ມັນແມ່ນພິນມີສາຍຫຼາຍທີ່ສຸດໃນຈຳນວນພິນພື້ນເມືອງ. ຄາວນັ້ນ, ຂ້າພະເຈົ້າໄດ້ມີຄວາມສົນໃຈ ແລະ ຢາກຟິຊິດພິນໜ່ວຍນີ້ທີ່ສຸດ. ຫຼັງຈາກນັ້ນ, ພໍ່ແມ່ກໍ່ຕົກລົງໃຫ້ຮຽນ. ຂ້າພະເຈົ້າໄດ້ຮຽນຢູ່ ສະຖາບັນດົນຕີ ຮ່າໂນ້ຍ ແລະ ເສັງເຂົ້າຮຽນຢູ່ສະຖາບັນເລີຍ. ນັບແຕ່ນັ້ນມາຈຶ່ງມີນັກສິລະປິນສະແດງພິນພື້ນເມືອງ ຫງວຽນຖຸຍມີ ຄືໃນປະຈຸບັນ”.
ນັກສິລະປິນດີເດັ່ນ ຫງວຽນຖຸຍມີ ເກີດປີ 1984, ໃນຄອບຄົວມີມູນເຊື້ອສິລະປະ. ແມ່ຂອງເອື້ອຍແມ່ນນັກສິລະປິນດີເດັ່ນ ຖຸຍດາດ, ຜູ້ມີຊື່ສຽງຍ້ອນມີນຳ້ສຽງຂັບກ໋າຍເລືອງ ພາກເໜືອທີ່ອ່ອນຊ້ອນ, ພໍ່ຂອງນາງແມ່ນ ອະດິດນັກສິລະປິນດີເດັ່ນ ວັນຮຸ່ງ, ເຊິ່ງເປັນນັກຕີກອງ ທີ່ໄດ້ອຸທິສ່ວນຕະຫຼອດຊີວິດໃຫ້ແກ່ດົນຕີ, ເອືື້ອຍຄິງແມ່ນ ຫງວຽນຖຸຍຖຸຍ, ເປັນບັນນາທິການຂອງພະແນກວັນນະຄະດີ - ສິລະປະ - ດົນຕີ VOV3.
ປີ 2013, ຫງວຽນຖຸຍມີ ໄດ້ສ້າງຂີດໝາຍໃນການປະພັນດ້ວຍບົດດົນຕີທຳອິດທີ່ມີຊື່ວ່າ “ພາບສະທ້ອນຂອງເຂດພູສູງ” (ບົດດົນຕີ ສຳລັບພິມຂິມ 16 ສາຍ ແລະ ວົງດົນຕີ ພື້ນເມືອງ) ທີ່ຍາດໄດ້ລາງວັນຊົມເຊີຍຈາກສະມາຄົມນັກປະພັນດົນຕີ ຫວຽດນາມ. ໂດຍສືບຕໍ່ຜົນສຳເລັດດັ່ງກ່າວ, ນາງໄດ້ສືບຕໍ່ປະພັນຫຼາຍບົດທີ່ພົ້ນເດັ່ນຄື: “ຄວາມສະເໜ່ເຂດບ້ານນາ”, “ຕ້ອນຮັບແສງອາລຸນ”, “ນຳ້ໃຈທະເລ”... ໃນບົດດົນຕີແຕ່ລະບົດ, ຖຸຍມີ ໄດ້ຂຸດຄົ້ນຫຼາຍສຸດບັນດາລັກສະນະທີ່ເປັນເອກະລັກສະເພາະຂອງເຄື່ອງເສບພື້ນເມືອງແຕ່ລະອັນ ເພື່ອແນໃສ່ນຳມາເຊິ່ງຄວາມໃໝ່ອ່ຽມມາໃຫ້ແກ່ຜູ້ຊົມ. ສຳລັບເອື້ອຍແລ້ວ, ລັກສະນະປະດິດຄິດສ້າງແມ່ນສຳຄັນທີ່ສຸດ; ນັກປະພັນດົນຕີຕ້ອງສ້າງປະສານສົບທົບລະຫວ່າງບັນດາຄຸນຄ່າພື້ນເມືອງ ແລະ ຈຸດທີ່ທັນສະໄໝເພື່ອສ້າງຄວາມໃໝ່ອ່ຽມໃຫ້ແກ່ດົນຕີພື້ນເມືອງ, ຈາກນັ້ນຈຶ່ງດຶງດູດລຸ້ນໜຸ່ມໄດ້:
“ພາຍຫຼັງຮຽນຈົບ, ຂ້າພະເຈົ້າໄດ້ເຮັດວຽກຢູ່ວິທະຍຸກະຈາຍສຽງ ຫວຽດນາມ ແລະ ກາຍເປັນນັກເສບ. ແຕ່ລະມື້, ໄດ້ສຳຜັດກັບທຸກໆຈັງວະເພງພື້ນເມືອງຈາກເຂດພາກຕ່າງໆ. ພໍ່ແມ່ຂອງຂ້າພະເຈົ້າຄືດັ່ງສາງດົນຕີ ຍາມໃດກໍ່ໜູນຊ່ວຍຂ້າພະເຈົ້າກ່ຽວກັບດ້ານວິຊາຊີບ ເພື່ອໃຫ້ຂ້າພະເຈົ້າ ມີຄວາມຮູ້ສັງລວມທີ່ສຸດ ແລະ ເພື່ອບັນລຸໄດ້ຜົນງານດີທີ່ສຸດ. ຫຼັງຈາກນັ້ນ ໄດ້ກາຍເປັນນັກປະພັນດົນຕີ ແຕ່ບັນດາບົດຮຽນອັນລຳ້ຄ່ານັ້ນມີປະໂຫຍດທີ່ສຸດສຳລັບບັນດາບົດປະພັນດົນຕີຂອງຕົນ”.
ໂດຍໄດ້ຮັບການກຳເນີດຢູ່ ຮ່າໂນ້ຍ, ຫງວຽນຖຸ່ຍມີ ຍາມໃດກໍ່ສຸດຈິດສຸດໃຈເພື່ອປະພັນດົນຕີກ່ຽວກັບເຂດດິນແດນອະລິຍາທຳນັບພັນປີແຫ່ງນີ້. ນຳ້ໃຈນັ້ນໄດ້ນຳມາໃຫ້ນາງ ລາງວັນທີ່ດີເດັ່ນຫຼາຍລາງວັນຄື: ລາງວັນ A ປີ 2024 ດ້ວຍບົດເພງສຳລັບເດັກນ້ອຍທີ່ມີຊື່ວ່າ “ນະຄອນຫຼວງ ຮ່າໂນ້ຍ ທີ່ນ້ອງຮັກແພງ”. ໂດຍໄດ້ເລືອກເອົາທິດທາງສະເພາະໃຫ້ຕົນເອງເມື່ອໄດ້ສຸມໃສ່ປະພັນບັນດາບົດເພງສຳລັບເດັກນ້ອຍ, ນາງໄດ້ນຳທຳນອງເພງພື້ນເມືອງເຂົ້າບັນດາບົດເພງ. ບໍ່ວ່າການແຕ່ງເພງ ຫຼື ດົນຕີ, ນາງ ຖຸຍມີ ຍັງຄົງຮັກສາແນວຄິດຂອງຜູ້ທີ່ມີພື້ນຖານກ່ຽວກັບດົນຕີພື້ນເມືອງ. ສຳລັບນາງແລ້ວ, ເພງພື້ນເມືອງ ແມ່ນລຳ້ຄ່າທີ່ສຸດ ຕ້ອງໄດ້ຮັບການຍົກລະດັບ ແລະ ເຮັດໃໝ່ ເພື່ອໃຫ້ດົນຕີພື້ນເມືອງ ສືບຕໍ່ໄດ້ພັດທະນາໃນຊີວິດປະຈຸບັນນີ້. ນັກສິລະປິນດີເດັ່ນ ທູຈາງ, ໃຫ້ຮູ້ວ່າ:
“ດ້ວຍບັນດາຜະລິດຕະພັນຂອງຕົນ, ຖຸຍມີ ຍາມໃດກໍ່ສ້າງຂີດໝາຍສະເພາະດ້ວຍແບບແຜນຂອງຕົນ. ຖຸຍມີ ຮັກມັກ ແລະ ເມົາມົວກັບເຄ່ື່ອງດົນຕີແຕ່ລະອັນ. ຜ່ານລາຍການອັດສຽງຕ່າງໆ, ຖຸຍມີ ໄດ້ປະຕິບັດສຳເລັດໜ້າທີ່ຂອງຕົນຢ່າງຈົບງາມ, ເພື່ອພ້ອມກັບອ້າຍເອື້ອຍນ້ອງໃນວົງດົນຕີ ສ້າງບັນດາບົດເພງທີ່ດີເດັ່ນ”.
ໃນການພັດທະນາຢ່າງບໍ່ຢຸດຢັ້ງຂອງດົນຕີທັນສະໄໝ, ຫງວຽນຖຸຍມີ ຍັງເລືອກເຟັ້ນໃຫ້ຕົນເອງທິດທາງສະເພາະ, ສ້າງຄວາມຮັກມັກເພງພື້ນເມືອງໃນໃຈໄວໜຸ່ມ. ຈາກສຽງຂອງພິນຂິມ 36 ສາຍ ຕະຫຼອດຮອດບັນດາບົດດົນຕີ ແລະ ບົດເພງສຳລັບເດັກນ້ອຍທີ່ເຕັມໄປດ້ວຍຈັ່ງວະຂອງເພງພື້ນເມືອງ, ນາງໄດ້ ແລະ ພວມປະກອບສ່ວນຮັກສາວັດທະນະທຳຂອງຊາດໃຫ້ສວຍສົດງົດງາມ. ເມື່ອທົບທວນຄືນຂະບວນການນັ້ນ, ເຂົາເຈົ້້າບໍ່ພຽງແຕ່ເຫັນໄດ້ພາບພົດຂອງນັກເສບຍິງ, ນັກປະພັນດົນຕີມີຫຼາຍຄວາມສາມາດເທົ່ານັ້ນ, ຫາກຍັງເຫັນໄດ້ຄວາມຮັກທີ່ຈິງໃຈຂອງນັກສິລະປະຄົນໜຶ່ງທີ່ສະຫງວນໃຫ້ບັນດາຄຸ້ນຄ່າຫຼັກແຫຼ່ງຂອງບ້ານເກີດເມືອງນອນ./.
Ngo Khiem - Huyen Trang
