ພິ​ທີ​ໄຫວ້​ບູ​ຊາພາ​ວະ​ນາ​ໃຫ້​ລະ​ດູ​ການ​ຜະ​ລິດ​ໄດ້​ຮັບ​ຜົນ​ດີ​ໃນ​ປີນີ້​ ຖືກ​ຈັດ​ຂຶ້ນ​ຢູ່​ຫໍ​ວັດ​ທະ​ນະ​ທຳ​ບ້ານ ສີ​ຖ​ວ້າຍ ໃນ​ວັນ​ທີ 25 ກໍ​ລະ​ກົດ. ນັບ​ແຕ່​ຮຸ່ງ​ເຊົ້າ​ຕົ້ນ​ໄມ້​ໄຜ່​ໄດ້​ຖືກ​ຕັ້ງ​ຂຶ້ນຢູ່​ກາງ​ເດີ່ນ, ຢູ່​ທາງ​ຂ້າງ​ແມ່ນ​ຮ້ານ​ບູ​ຊາ​ດ້ວຍ​ເຄື່ອງ​ຂອງ​ຖວາຍ​ເທວະ​ດາ​ຟ້າ​ແຖນ ລວມ​ມີ ເຫຼົ້າ, ຕົ້ນ​ໝາກ ໃບ​ພູ, ໝູ, ໄກ່​, ເຂົ້າ​ໜຽວ… ພາຍຫຼັງ​ທີ່​ເຄືຶ່ອງ​ຂອງ​ໄດ້​ກະ​ກຽມ​ເປັນ​ທີ່ຮຽບ​ຮ້ອຍ​ແລ້ວ, ສຽງ​ກອງ ແລະ ສຽງ​ຄ້ອງ​ໄດ້​ຖືກ​ດັງ​ຂື້​ນ ເພື່ອ​ແນ​ໃສ່ເຊື້ອ​ເຊີນ​ເທວະ​ດາ​ຟ້າ​ແຖນ ແລະ ແຈ້ງ​ໃຫ້​ຊຸມ​ຊົນ​ຮັບ​ຊາບ ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ພິ​ທີ​ໄຫວ້​ບູ​ຊາ​ຢູ່​ໝູ່​ບ້ານ.

ພາຍ​ຫຼັງ​ລະ​ດູ​ການ​ຜ​ະ​ລິດ​ໃນ​ປີ ແລະ ກ່ອນ​ທີ່​ຈະ​ກ້າວ​ເຂົ້າ​ສູ່​ລະ​ດູ​ການ​ຜະ​ລິດ​ໃໝ່, ພໍ່​ແມ່​ພີ່​ນ້ອງ​ໄດ້​ຈັດ​ພິ​ທີ​ຖວາຍ​​ບູ​ຊາເທວະ​ດາ​ຟ້າ​ແຖນ ແລະ ບັນ​ພະ​ບູ​ລຸດ ພາ​ວະ​ນາ​ໃຫ້​ມີ​ສຸ​ຂະ​ພາບ​ແຂງ​ແຮງ ດິນ​ຟ້າ​ກາດ​ອຳ​ນວຍ​ຄວາມ​ສະ​ດວກ ລະ​ດູ​ການ​ຜະ​ໄດ້​ຮັບ​ຜົນ​ດີ ຄອບ​ຄົວ​ອີ່ມ​ໜຳ​ສະ​ລານ ແລະ ຊາວ​ບ້ານ​ມີ​ຄ​ວາມ​ສາ​ມັກ​ຄີ​ກັນ. ທ່ານ ເຊົາ​ດູນ​ລິງ ເຈົ້າ​ພາບ​ພິ​ທີ​ໄຫວ​້​ບູ​ຊາ​ພາ​ວະ​ນາ​ໃຫ້​ລະ​ດູ​ການ​ຜະ​ລິດ​ໄດ້​ຮັບ​ຜົນ​ດີ ຢູ່​ບ້ານ ສີ​ຖວ້າຍ ຕາ​ແສງ ຊວັນ​ແຫຼັງ ໃຫ້​ຮູ້​ວ່າ:

“ພິ​ທີ​ໄຫວ້​ບູ​ຊາ​ພາ​ວະ​ນາ ລະດູການ​ຜະ​ລິດ​ ໄດ້​ມີ​ມາ​ຈາກ​ປູ່​ຍ່າ​ຕາ​ຍາຍເມື່ອ​ກ່ອນນີ້. ແຕ່​ລະ​ປີເມື່ອ​ຮອດເດືອນ 5 ແລະ ເດືອນ 6, ດິນ​ຟ້າ​ອາ​ກາດ​ອຳ​ນວຍ​ຄວາມ​ສະ​ດວກ​ເຮັດ​ໃໃຫ້ການປູກ​ຝັງ​ໄດ້​ຮັບ​ຜົນ​ດີ. ນັບ​ແຕ່​ກ່ອນ​ເປັນ​ຕົ້ນ​ມາ​ ມູນ​ເຊື້ອ​ອັນ​ດີ​ງາມນີ້ ໄດ້​ຖືກ​ຮັກ​ສາ​ໄວ້​ເປັນ​ຢ່າງ​ດີ. ແຕ່​ລະ​ປີກໍ່​ທຳ​ພິ​ທີ​ໄຫວ້​ບູ​ຊາ​ຖ​ືກ​ຕາມ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ຊາວ​ເຜົ່າ​ຕົນ”.

ໃນ​ພິ​ທີ​ໄຫວ້​ບູ​ຊາ​ຂອງ​ຊາວ​ເຜົ່າ ບາ​ນາ, ​ບັນ​ດາ​ໝໍ​ພອນ​ຈະ​ປະ​ຕິ​ບັດ​ພິ​ທີ​ກຳສາມ​ຄັ້ງ, ລວມ​ມີ​ ໄຫວ້​ບູ​ຊາ​ເທວະ​ດາ​ຟ້າ​ແຖນ, ໄຫວ້​ບູ​ຊາ​ພາ​ວະ​ນາ​ໃຫ້​ລະ​ດູ​ການ​ຜະ​ລິດ​ໄດ້​ຮັບ​ຜົນ​ດີ ແລະ ໄຫວ້​ບູ​ຊາ​ພາ​ວະ​ນາ​ໃຫ້​ມີ​ສຸ​ຂະ​ພາບ​ແຂງ​ແຮງ. ພ້ອມ​ກັນ​ນັ້ນ​ກໍ່​ເຊື້ອ​ເຊີນ​ບັນ​ພະ​ບູ​ລຸດ​,ປູ່​ຍ່າ​ຕາ​ຍາຍ ແລະ ບັນ​ດາ​ຜູ້​ທີ່​ໄດ້​ລ່ວງ​ຫຼັບ​ໄປ​ທີ່​ມີ​ຄຸນງ​າມ​ຄວາມ​ດີ​ຕໍ່​ໝູ່​ບ້ານ ກໍ່​ພ້ອມ​ກັນ​ມາ​ຮ່ວມ​ພິ​ທີ. ເຈົ້າ​ເຫຼົ່າ ຫງວຽນ​ຫງອກ​ເຈື່ອງ ໃຫ້​ຮູ້​ວ່າ: ພິ​ທີ​ໄຫວ້​ບູ​ຊາ​ພາ​ວະ​ນາ​ໃຫ້​ລະ​ດູ​ການ​ຜະ​ລິດ​ໄດ້​ຮັບ​ຜົນ​ດີ ​ໂດຍ​ໝູ່​ບ້ານ​ຈັດ​ຂຶ້ນ​ບົນ​ພື້ນ​ຖານ​ການ​ປະ​ກອບ​ສ່ວນ​ຂອງ​ຊຸມ​ຊົນ. ເຈົ້າ​ເຫຼົ່າ ຫງວຽນ​ຫງອກ​ເຈື່ອງ ​ໃຫ້​ຮູ້​ວ່າ:

“ສຳ​ລັບ​ຊາວ​ບ້ານ​ແລ້ວ ເມື່ອ​ເວົ້າ​ເຖິງ​ພິ​ທີ​ໄຫວ້​ບູ​ຊາ​ພາ​ວະ​ນາ​ລະ​ດູ​ການ​ຜະ​ລິດ​ໄດ້​ຮັບ​ຜົນ​ດີນັ້ນ, ໃຜໆ​ກໍ່​ພາກ​ພູມ​ໃຈ​ທຳ​ພິ​ທີ​ເພື່ອ​ການ​ທຳ​ມາ​ຫາ​ກິນ​ໄດ້​ຮັບ​ຜົນ​ດີ, ການ​ລ້ຽງ​ໝູ ລ້ຽງ​ໄກ່ ປູກ​ຝັງ​ກໍ່​ບັນ​ລຸ​ປະ​ສິດ​ທິ​ຜົນ​ ຊາວ​ບ້ານ​ມີ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ ແລະ ສົມ​ບູນ​ພູນ​ສຸກ”.

ຢູ່​ບ້ານ ສີ​ຖວ້າຍ ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະທຳພື້ນ​ເມືອງກໍ່​ໄດ້​ຮັບ​ການ​ປະ​ຕິ​ບັດ ຮັກ​ສາ ແລະ ຖ່າຍ​ທອດ​ຈາກ​ພໍ່​ແມ່​ພີ່​ນ້ອງ​ຊາວ​ບ້ານ. ພິ​ເສດ​ນັບ​ແຕ່​ເມື່ອ​ບ້ານ ສີ​ຖວ້າຍ ໄດ້​ຮັບ​ການ​ຮັບ​ຮອງ​ແມ່ນ​ບ້ານ​ວັດ​ທະ​ນະ​ທຳ​ທ່ອງ​ທ່ຽວ​ຊຸມ​ຊົນ​ນັ້ນ, ບັນ​ດາ​ພິ​ທີ​ກຳ​ອັນ​ເປັນ​ປະ​ເພ​ນີ​ຂອງ​ຊາວ​ເຜົ່າ ບາ​ນາ ກໍ່​ໄດ້​ຖື​ກວາດ​ພາບ​ຕາມ​ຮູບ​ການ​ເວ​ທີ​ສະ​ແດງ ເພື່ອກ​ນະ​ນຳ​ໃຫ້​ປະ​ຊາ​ຊົນ ແລະ ແຂກ​ທ່ອງ​ທ່ຽວ​ຮັບ​ຊາບ. ນາງ ລາ​ທິອ໊ຽນ ຊາວ​ເຜົ່າ ບາ​ນາ ໃຫ້​ຮູ້​ວ່າ:

“ເຮົາ​ເອງ​ແມ່ນ​ຊາວ​ເຜົ່າ ບາ​ນາ ແລະ ແມ່ນ​ນັກ​ຟ້ອນ​ຢູ່​ບ້ານ ສີ​ຖວ້າຍ ຂ້າ​ພະ​ເຈົ້າ​ຈະ​ພະ​ຍາ​ຍາມ​ຮັກ​ສາ​ບົດ​ຟ້ອນ ແລະ ບັນ​ດາ​ວາດ​ຟ້ອນ​ຂອງ​ເຜົ່າ​ຕົນ”.

ສ່ວນ​ທ່ານ​ນາງ ຫງວຽນ​ທຸ້ຍ​ເຟືອງ​ຫຽວ ຮອງ​ຫົວ​ໜ້າ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ​ ແ​ຂວງ ດັກ​ລັກ ໃຫ້​ຮູ້​ວ່າ:

“ທາງ​ພະ​ແນກກໍ່​ພວມ​ພ້ອມ​ກັບ​ອ​ຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ສ້າງ​ແຜນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ແຫ່ງ​ຊາດກໍ່​ຄື​ບັນ​ດາໂຄງ​ການ​ເປົ້າ​ໝາຍ​ອື່ນໆ ເຖິງ​ປີ 2030. ໃນ​ນັ້ນ ຈະ​ພ້ອມ​ກັບ​ບັນ​ດາ​ພະ​ແນກ ​ຂະ​ແໜງ​ການ​ເລືອກ​ເອົາ​ເປົ້າ​ໝາຍ​ໃຫ້​ແກ່​ແຕ່​ລະ​ເຜົ່າ ເພື່ອ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ສີ​ສັນ​ຂອງ​ແຕ່​ລະ​ເຜົ່າ

ບັນ​ດາ​ພິ​ທີ​ກຳ​ຂອງ​ຊາວ​ເຜົ່າ ບາ​ນາ ຢູ່ ​ສີຖວ້າຍ ແລະ ຂອງ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍອື່ນໆ​ໃນ​ແຂວງ ດັກ​ລັກ ໄດ້ ແລະ ພວມ​ຖືກວາດ​ພາບ​ຟື້ນ​ຟູ​ຫັນ​ເປັນ​ດີ​ຈີ​ຕອນ. ນີ​້​ເປັນ​ພື້ນ​ຖານ​ສຳ​ຄັນ​​ໃຫ້​ແກ່​ການ​ຮັກ​ສາ​ແນະ​ນຳ ຖ່າຍ​ທອດ​ປະ​ກອບ​ສ່ວນ​ຮັກ​ສາ​ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​​ທຳ​ພື້ນ​ເມືອງ​ຂອງ​ບັນ​ດາ​ເຜົ່າ​ໃນ​ແຂວງ ດັກ​ລັກ.