ຢູ່​ເຂດ​ຊາຍ​ແດນ​ແຂວງ​ ລາຍ​ເຈົາ, ມີ​ສະ​ມາ​ຊິກ​ພັກ​ຄົນ​ໜຶ່ງ ເຊິ່ງ​ແມ່ນ​ຊາວເຜົ່າ​ລາ​ຫູ ຍັງ​ຄົງ​ມີ​ຄວາມ​ເປັນ​ຫ່ວງ​ໃນ​ແຕ່​ລະ​ວັນ​ໄດ້​ໄປ​ຮອດ​ແຕ່​ລະ​ຄອບ​ຄ​ົວ ​ແ​ລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ໝູ່​ບ້ານ​ແຕ່​ລະ​ຄັ້ງ ເພື່ອ​ຂົນ​ຂວາຍ​ພໍ່​ແມ່​ປະ​ຊາ​ຊົນ​ລົບ​ລ້າງ​ຮີດ​ເກົ່າ​ຄອງ​ເດີມ, ເອົາ​ໃຈ​ໃສ່​​ເຖິງການ​ທຳ​ມາ​ຫາ​ກິນ, ຮັກ​ສາ​ປ່າ​ໄມ້, ຮັກ​ສາ​ເຂດ​ຊາຍ​ແດນ. ສຳ​ລັບ​ພໍ່​ແມ່​ພີ່​ນ້ອງ​ຢູ່​ແ​ຫ່ງນີ້​ແລ້ວ ເຈົ້າ​ເຫຼົ່າ ລີ​ຊາ​ປູ່ ບໍ່​ພຽງ​ແຕ່​ແມ່ນ​ຜູ້​ທີ່​ມີ​​ອິດ​ທິ​ພົນ​ຊື່​ສຽງ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຜູ້​ຮັກ​ສາ​ຄວາມ​ເຊື່ອ​ໝັ້ນ​ຢູ່​ບັນ​ດາ​ໝູ່​ບ້ານ​ຊາວ​ເຜົ່າ​ລາ​ຫູ

ໃນ​ເຮືອນຫຼັງ​ໜຶ່ງ​ຢູ່​ບ້ານ​ ຟາ​ບູ່ ຕາ​ແສງ ປ່າ​ອູ່, ການ​ໂຄ​ສະ​ນາ​ເຜີຍ​ແຜ່​ໃນ​ມື້ນັ້ນ ກໍ່​ຄຶກ​ຄື້ນ​ມ່ວນ​ຊື່ນກວ່າ​ປົກ​ກະ​ຕິ. ຜູ້​ເຖົ້າ​ຜູ້​ແກ່, ໄວ​ໜຸ່ມ, ແມ່​ຍິງ, ເດັກ​ນ້ອງ ກໍ່​ນັ່ງ​ອ້ອມ​ຮັບ​ຟັງ​ເຈົ້າ​ເຫຼົ່າ ລາ​ຊາ​ປູ່ ໂອ້​ລົມ​ເລື່ອງ. ເຈົ້າ​ເຫຼົ່າ​ໄດ້​ໄຈ້​ແຍກ​ໃຫ້​ພໍ່​ແມ່​ພີ່​ນ້ອງ​ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ວ່າ ເປັນ​ຫຍັງ​ຕ້ອງ​ຫັນ​ເນື້ອ​ທີ່​ປູກ​ເຂົ້າ​ນາ​ທາມ ທີ່​ບັນ​ລຸ​ປະ​ສິດ​ທິ​ຜົນ​ຕ່ຳ​ມາ​ປູກ​ຕົ້ນ​ຢາ​ສະ​ໜູນ​ໄພ ເພື່ອ​ເປີດ​ທິດ​ທາງຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ໃຫ້​ແກ່​ປະ​ຊາ​ຊົນ​ເຂດ​ພູ​ສູງ. ເຈົ້າ​ເຫຼົ່າ ລີ​ຊາ​ປູ່ ໃຫ້​ຮູ່​ວ່າ:

“ຕ້ອງ​ພະ​ຍາ​ຍາມ​ຢ່າງ​ສຸດ​ຂີດ ເພື່ອ​ຂົນ​ຂວາຍ​ ​ພໍ່​ແມ່​ພີ່​ນ້ອງ​​ໃຫ້ມີ​ຄວາມ​ເຂົ້າ​ໃຈ, ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເຮັດ​ໄດ້ ແລະ ຍັງ​ບໍ່​ທັນ​ເຮັດ​ໄດ້. ເພື່ອ​ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະ​ຊາ​ຊົນ​ໄດ້​ຮັບ​ການ​ປົວ​ແປງ​ເທື່ອ​ລະ​ກ້າວ, ດັ່ງ​ນັ້ນ ເຮົາ​ພຽງ​ແຕ່​ພະ​ຍາ​ຍາມ​ຂົນ​ຂວາຍ​ພໍ່​ແມ່​ປະ​ຊ​າ​ຊົນ​ທຳ​ມາ​ຫາ​ກິນ, ອອ​ກແຮງ​ງານ​ທຳ​ການ​ຜະ​ລິດ ເພື່ອ​ໃຫ້​ພໍ​ຢູ່​ພໍ​ກິນ”.

ນັບ​ແຕ່​ປີ 2020 ມາ​ຮອດ​ປັດ​ຈຸ​ບັນ ເຈົ້າ​ເຫຼົ່າ ລີ​ຊາ​ປູ່ ໄດ້​ເຂົ້າ​ຮ່ວມ​ການ​ໂຄ​ສະ​ນາ​ເຜີຍ​ແຜ່​ນັບ​ຮ້ອຍ​ຄັ້ງ​ຢູ່​ໝູ່​ບ້ານ​ຕ່າງ​ທີ່​ເຂດ​ພູ​ສູງ​ຊາຍ​ແດນ. ບັນ​ດາ​ຄຳ​ເວົ້າ​ອະ​ທິ​ບາຍ​ທີ່​ລຽບ​ງ່າຍ ແຕ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ເຈົ້າ​ເຫຼົ່າ ໄດ້​ປະ​ກອບ​ສ່ວນ​ເຮັດ​ໃຫ້​ພໍ່​ແມ່​ພີ່​ນ້ອ​ງ​ເຜົ່າລາ​ຫູ ປ່​ຽນ​ແປງ​ລະ​ດັບ​ຄວາມ​ຮັບ​ຮູ້. ປັດ​ຈຸ​ບັນ​ບັນ​ດາ​ໝູ່​ບ້ານ ຟາ​ປູ່, ຫຍູມາ, ຫວາ​ປູ່ ຫຼື ເຕິ່ນ​ບຽນ ກໍ່​ມີຫຼາຍ​ຄອບ​ຄົວ​ໄດ້​ຮູ້​ວິ​ທີ​ປູກ​ເຂົ້ານາ​ທາມ, ລ້ຽງ​ສັດ, ປູກ​ຕົ້ນ​ຢາ​ສະ​ໜູນ​ໄພ, ນຳ​ໃຊ້​ໂທ​ລະ​ສັບ​ມື​ຖື​ສະ​ມາດ​ໂຟນ ເພື່ອ​ແລກ​ປ່ຽນ​ຊື້​ຂາຍ​ສິນ​ຄ້າ. ເດັກ​ນ້ອຍກໍ່​ໄດ້​ໄປ​ໂຮ​ງ​ຮຽນ.

ໂດຍ​ໄດ້​ຮັບ​ຟັງ​ຕາມ​ຄຳ​ຂົນ​ຂວາຍ​ຂອ​ງ​ເຈົ້າ​ເຫຼົ່າ ລີ​ຊາ​ປູ່, ອ້າຍ ຟານ​ເລຊ​າ ໄດ້​ກ້າ​ຫານ​ຫັນ​ມາ​ປູກ​ຕົ້ນ​ຢາ​ສະ​ໜູນ​ໄພ. ພາຍຫຼັງ​ປະ​ຕິ​ບັດ​ເປັນ​ເວ​ລາ​ສອງ​ສາມ​ປີ ຄອ​ບ​ຄົວ​ອ້າຍ ຟານ​ເລ​ຊາ ກໍ່​ໄດ້​ມີ​ລາຍ​ຮັບ​ປົກ​ກະ​ຕິ​ສາ​ມາດຫຼຸ​ດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ. ອ້າຍ ຟານ​ເລ​ຊາ ໃຫ້​ຮູ້​ວ່າ:

“ລຸງ ປູ່ ແມ່ນ​ຜູ້​ສຸດ​ຈິດ​ສຸດ​ໃຈ​ຕໍ່​ໝູ່​ບ້ານ. ຍາມ​ໃດ​ກໍ່​ລົງ​ຮອດ​ແຕ່​ລະ​ໝູ່​ບ້ານ​ເພື່ອ​ຂົນ​ຂວາຍ ປຸກ​ລະ​ດົມ​ໃຫ້​ກຳ​ລັງ​ໃຈ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ. ລຸງ​ຍາມ​ໃດ​ກໍ່​ຊີ້ບອກ​ໃຫ້​ຊາວ​ບ້ານ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ດີ ແລະ ຂົນ​ຂວາຍ​ພໍ່​ແມ່​ພີ້​ນ້ອງ​ ສ້າງ​ຂະ​ບວນ​ການ​ສ​ັງຄົມ​ໃຫ້​ເປັນ​ຢ່າງ​ດີ”.

ບໍ່​ພຽງ​ແຕ່​ແມ່ນ​ຜູ້​ມີ​ອິດ​ທິ​ພົນ​ຊື່​ສຽງໃນ​ວົງ​ຄະ​ນາ​ຍາດ​ເທົ່າ​ນັ້ນ ເຈົ້າ​ເຫຼົ່າ ລີ​ຊາ​ປູ່ ຍັງ​ແມ່ນ​ຂົວ​ເຊື່ອມ​ຕໍ່​ລະ​ຫວ່າງ​ອຳ​ນາດ​ການ​ປົກ​ຄອງ​ກັບ​ປະ​ຊາ​ຊົນ. ທ່ານ ດ່າວ​ວັນ​ທຶກ ຮອງ​ປະ​ທານ​ສະ​ພາ​ປະ​ຊາ​ຊົນ ຕາ​ແສງ ປ່າ​ອູ່ ແຂວງ ລາຍ​ເຈົາ ໃຫ້​ຮູ້​ວ່າ:

“ລຸງ ລີ​ຊາ​ປູ່ ແມ່ນ​ຜູ້​ທີ່​ພົ້ນ​ເດັ່ນ​ໃນ​ບັ້ນ​ຂົນ​ຂວາຍ​ພໍ່​ແມ່​ປະ​ຊາ​ຊົນ ສ້າງ​ຊີ​ວິດ​ເປັນ​ປົກ​ກະ​ຕິ. ຂົນ​ຂວາຍ​ພໍ່​ແມ່​ປະ​ຊ​ຊົນ​ເຮັດ​ອະ​ນາ​ໄມ​ໃນ​ໝູ່​ບ້ານ ພັດ​ທະ​ນາ​ເສດ​ຖະ​ກິດ. ຄອບ​ຄົວ​ຂອງ​ລຸງກໍ່​ແມ່ນ​ຄອບ​ຄົວ​ເປັນ​ແບບ​ຢ່າງ​ໃນ​ກາ​ນ​ພັດ​ທະ​ນາ​ເສດ​ຖະ​ກິດ. ປັດ​ຈຸ​ບັນ​ລຸງ​ຍັງ​ສືບ​ຕໍ່​ຂົນ​ຂວາຍ​ປະ​ຊາ​ຊົນ​ຫັນ​ປ່ຽນ​ຈາກ​ການ​ປູກ​ເຂົ້າ​ທີ່​ມີ​ປະ​ສິດ​ທິ​ຜົນ​ຕ່ຳ​ໄປ​ສູ່​ການ​ປູກ​ຕົ້ນ​ຢາ​ສະ​ໝູນ​ໄພ ທີ່​ໃຫ້​ມູນ​ຄ່າ​ເສດ​ຖະ​ກິດ​ສູງ”.

ເກີດ​ປີ 1954 ເຈົ້າ​ເຫຼົ່າ ລີ​ຊາ​ປູ່ ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ສະ​ມາ​ຊິກ​ພັກ​ທຳ​ອິດ​ຂອງ​ພໍ່​ແມ່​ພີ່​ນ້ອງ​ເຜົ່າ​ລາ​ຫູ ຢູ່​ຕາ​ແສງ ປ່າ​ອູ່. ປັດ​ຈຸ​ບັນ​ເຖິງວ່າ​ອາ​ຍຸ​ສູງ​ແລ້ວກໍ່​ຕາມ ແຕ່​ເຈົ້ົ້າ​ເຫຼົ່າ ລີ​ຊາ​ປູ່ ຍັງ​ຄົງ​ເອົາ​ໃຈ​ໃສ່​ລົງ​ແຕ່​ລະ​ໝູ່​ບ້ານ ​ເພື່ອ​ໂຄ​ສະ​ນາ​ຂົນ​ຂວາຍ​ປະ​ຊາ​ຊົນ​ທຳ​ການ​ອອກ​ແຮງ​ງານ​ພັດ​ທະ​ນາ​ເສດ​ຖະ​ກິດ ຮັກ​ສາ​ປ່າ​ໄມ້ ຮັກ​ສາ​ໝູ່​ບ້ານ​ເຂດ​ຊາຍ​ແດນ.