ສຽງເຄື່ອງຫຍິບ, ສຽງຕັດຜ້າແພດັງຂຶ້ນຢ່າງຄຶກຄື້ນໃນບໍລິເວນຄັບແຄບຂອງໂຮງຕັດຫຍິບທຸງ ໂດຍທ່ານ ຟ້າມກວາງໂກຍ ສ້າງຕັ້ງຂຶ້ນ. ແຕ່ລະຄົນກໍ່ມີສະພາບຄອບຄົວແຕກຕ່າງກັນ ແຕ່ເຂົາເຈົ້າໄດ້ຊອກເຫັນຄວາມພາກພູມໃຈໃນວຽກງານກໍ່ຄືການແບ່ງປັນຈາກບັນດາຜູ້ທີ່ມີສະພາບເຊັ່ນດຽວກັນ. ແຮງງານຄົນໜຶ່ງເຮັດວຽກຢູ່ໂຮງຕັດຫຍິບ ໃຫ້ຮູ້ວ່າ:
“ໄດ້ເຮັດວຽກຢູ່ທີ່ນີ້ ຂ້າພະເຈົ້າຮູ້ສຶກສະບາຍໃຈ. ທ່ານ ໂກຍ ແມ່ນຄູທີ່ດີ. ໃນຊຸມວັນທຳອິດຂ້າພະເຈົ້າມາເຮັດວຽກຢູ່ໂຮງຕັດຫຍິບກ່ອນນີ້ກວ່າ 9 ປີ. ທ່ານ ໂກຍ ໄດ້ຊີ້ນຳວຽກງານໃຫ້ແກ່ຂ້າພະເຈົ້າຢ່າງສຸດໃຈ. ປັດຈຸບັນຂ້າພະເຈົ້າໄດ້ມີຄວາມຊຳນານດ້ານອາຊີບຫຼາຍກວ່າ”.
ທ່ານ ຟ້າມກວາງໂກຍ ເກີດປີ 1963 ເມື່ອກ່ອນນີ້ເປັນນັກເຕັກນິກສອ້ມແປງເຄື່ອງທັກແສ່ວຢູ່ໂຮງງານຜະລິດເຄື່ອງຕັດຫຍິບ ທັງລັອງ. ປີ 2004 ທ່ານປະສົບອຸປະຕິເຫດທາງຄົມມາຍາຄົມ ແລະ ຖືກເສຍຂາເບື້ອງໜຶ່ງ ກາຍເປັນຄົນພິການ. ທ່ານມີຄວາມເຂົ້າໃຈຕໍ່ຄວາມໂປ່ມດ້ອຍຂອງຄົນພິການ ແລະ ມີຄວາມຫວັງບໍ່ພຽງແຕ່ຢືນຢູ່ຢ່າງໝັ້ນຄົງດ້ວຍຕົນເອງເທົ່ານັ້ນ ຫາກຍັງສາມາດຊ່ວຍຄົນພິການຜູ້ອື່ນໆ ບືນຕົວຂຶ້ນໃນການດຳລົງຊີວິດ. ທ່ານ ໂກຍ ໃຫ້ຮູ້ວ່າ:
“ພາຍຫຼັງກາຍເປັນຄົນພິການຍ້ອນຖືກອຸປະຕິເຫດທາງຄົມມະນາຄົມ, ຂ້າພະເຈົ້າໄດ້ສ້າງຕັ້ງໂຮງຕັດຫຍິບທຸງ ທັງຮຽນທັງເຮັດເພື່ອສ້າງວຽກເຮັດງານທຳໃຫ້ແກ່ຄົນພິການ. ຂ້າພະເຈົ້າມີຄວາມຫວັງຢາກສ້າງວຽກເຮັດງານທຳມຫຼາຍຢ່າງໃຫ້ຄົນພິການ”.
ປີ 2008 ທ່ານ ໂກຍ ໄດ້ສ້າງຕັ້ງໂຮງຕັດຫຍິບທຸງ ວັນທີ 3 ທັນວາ. ໃນຊຸມວັນທຳອິດກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ໂຊກດີທາງຄອບຄົວໄດ້ສະໜັບສະໜູນທ່ານຢ່າງສຸດໃຈ ເຊິ່ງໄດ້ເປັນການສ້າງຄວາມເຊື່ອໝັ້ນ ແລະ ມານະຈິດ ເພື່ອຊ່ວຍທ່ານເດີນຕາມວຽກງານໃນຕະຫຼອດຫຼາຍປີທີ່ຜ່ານມາ. ທ່ານ ໂກຍ ໄດ້ໃຫ້ຮູ້ຕື່ມອີກວ່າ:
“ຄວາມຫຍຸ້ງຍາກຢ່າງໃຫຍ່ຫຼວງທີ່ສຸດ ແມ່ນຕ້ອງສອນວິຊາຊີບກ່ອນທີ່ສ້າງວຽກເຮັດານທຳໃຫ້ແກ່ຄົນພິການ. ຂ້າພະເຈົ້າຕ້ອງຄົ້ນຄວ້າຊອກຫາຫຼາຍວິທີຖ່າຍທອດວິຊາຊີບ ກໍ່ຄືດັດປັບເຄື່ອງຕັດຫຍິບ. ນັກຮຽນແຕ່ລະຄົນກໍ່ຢູ່ໃນປະເພດຄົນພິການແຕກຕ່າງກັນ ດັ່ງນັ້ນຂ້າພະເຈົ້າກໍ່ໄດ້ຊອກຫາວິທີສອນວິຊາຊີບທີ່ແຕກຕ່າງກັນໃຫ່ແກ່ເຂົາເຈົ້າ”.
ຮອດເດືອນ ມັງກອນ ປີ 2021, ຕໍ່ໜ້າຄວາມຮຽກຮ້ອງຕ້ອງການເຊື່ອມໂຍງສາກົນ, ທ່ານ ໂກຍ ສືບຕໍ່ມີບາດກ້າວເດີນໃໝ່ ຂະນະທີ່ໄດ້ສ້າງຕັ້ງບໍລິສັດສັງຄົມຈຳກັດ ວັນທີ 3 ທັນວາ. ໃນຖານະນິຕິບຸກຄົນມີຕາປະທັບ, ການເຄື່ອນໄຫວວິສາຫະກິດນັບມື້ນັບປົກກະຕິ ແລະ ເປີດກວ້າງຂອບຂະໜາດການຜະລິດ ອັນໄດ້ສ້າງໂອກາດມີວຽກເຮັດງານທຳໃຫ້ແກ່ຄົນພິການຫຼາຍຂຶ້ນ. ນາງ ຫວຽນຮົ່ງມິງ ນັກຮຽນຄົນໜຶ່ງ ເປີດເຜີຍວ່າ:
“ ຂ້າພະເຈົ້າຖືກພິການ ໃນການເຄື່ອນເໜັງຮ່າງກາຍ. ຂ້າພະເຈົ້າຮຽນຢູ່ໂຮງຕັດຫຍິບຂອງທ່ານ ໂກຍ ນັບແຕ່ປີ 2010. ໃນເບື້ອງຕົ້ນກໍ່ປະສົບກັບຄວາມຫຍຸ້ງຍາກ. ພາຍຫຼັງໄລຍະໜຶ່ງຂ້າພະເຈົ້າໄດ້ມີຄວາມຊຳນານງານກວ່າເກົ່າ. ຂ້າພະເຈົ້າຮູ້ສຶກພາກພູມໃຈ ເມື່ອມີວຽກເຮັດງານທຳ ແລະ ທັງມີໝູ່ເພື່ອນຕື່ມອີກ”.
ໃນອະນາຄົດ, ທ່ານ ໂກຍ ມີຄວາມຫວັງຢາກເປີດກວ້າງໂຮງຕັດຫຍິບ ເພື່ອສາມາດຊ່ວຍບັນດາຜູ້ດ້ອຍໂອກາດ, ຜູ້ມີຊາຕາກຳອາພັບ. ສຳລັບທ່ານ ໂກຍ ແລ້ວ ການຊ່ວຍຄົນພິການບໍ່ພຽງແຕ່ຢຸດຢູ່ໃນການສອນວິຊາຊີບໃຫ້ແກ່ເຂົາເຈົ້າເທົ່ານັ້ນ ແຕ່ສຳຄັນກວ່ານີ້ແມ່ນການສ້າງໂອກາດເພື່ອໃຫ້ເຂົາເຈົ້າມີວຽກເຮັດງານທຳ ສາມາດລ້ຽງຕົນເອງ ແລະ ເຊື່ອມຕົວເຂົ້າກັບສັງຄົມ.
