ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 419 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 25 ສະບັບຈາກທ່ານຜູ້ຟັງລາວ.
ເພື່ອນ ສຸລິວົງ, ຢູ່ແຂວງ ຫຼວງພະບາງ ໄດ້ໂທລະສັບມາຫາລາຍການ, ສະແດງຄວາມຊົມເຊີຍ VOV ໄດ້ປະສົບຜົນສຳເລັດໃນການຈັດງານມະໂຫລານການກະຈາຍສຽງທົ່ວປະເທດ ຄັ້ງທີ 17, ຢູ່ ກວາງນິງ. ເພື່ອນເວົ້າວ່າ: ງານມະໂຫລານການກະຈາຍສຽງນີ້ ສືບຕໍ່ຢືນຢັນວ່າແມ່ນເວທີປາໄສວິຊາຊີບທີ່ສຳຄັນ, ແມ່ນແຫ່ງເຕົ້າໂຮມ, ພົບປະແລກປ່ຽນ, ຮ່ຳຮຽນຂອງບັນດາຜູ້ເຮັດວຽກງານກະຈາຍສຽງ; ປະກອບສ່ວນຍົກສູງຄຸນນະພາບດ້ານເນື້ອໃນ, ແຜ່ກະຈາຍຄຸນຄ່າມະນຸດສະທຳ ແລະ ຢືນຢັນບົດບາດຂອງການກະຈາຍສຽງໃນລະບົບສື່ມວນຊົນ ຫວຽດນາມ.
ສ່ວນເພື່ອນ Armando Francisco Higuera del Reyo, ຢູ່ ເມັກຊີໂກ, ໄດ້ສົ່ງອີເມວມາຫາລາຍການດ້ວຍເນື້ອໃນທີ່ວ່າ: “ການກະຈາຍສຽງມະຫາຊົນຂອງພັກ ແລະ ລັດ ຫວຽດນາມ ໄດ້ເຕົ້າໂຮມຢ່າງຄົບຖ້ວນໃນວິທະຍຸກະຈາຍສຽງ ຫວຽດນາມ. ຂີດໝາຍທີ່ມີຄວາມໝາຍພິເສດກໍ່ແມ່ນງານມະໂຫລານການກະຈາຍສຽງທົ່ວປະເທດຄັ້ງທີ 17. ທີ່ແທ້ຈິງແລ້ວ, ເມື່ອຮັບຟັງວິທະຍຸກະຈາຍສຽງ ຫວຽດນາມ, ການກະຈາຍສຽງບໍ່ພຽງແຕ່ແມ່ນເພື່ອຟັງເທົ່ານັ້ນ, ຫາກຍັງເພື່ອມີຄວາມຮູ້ສຶກ, ເພື່ອເຈືອຈານຊີວິດເຂົ້າກັບແຕ່ລະຈັງຫວະຂອງຄື້ນກະຈາຍສຽງອີກດ້ວຍ”.
ເພື່ອນ ຄຳພັນ ວິໄລຈິດ, ຢູ່ແຂວງ ຈຳປາສັກ, ປະກອບຄຳເຫັນທາງສື່ສັງຄົມ Facebook ດ້ວຍເນື້ອໃນທີ່ວ່າ: ສື່ເອເລັກໂຕນິກ VOV5 ລຸ້ນໃໝ່ແມ່ນທັນສະໄໝ, ເປັນມິດກັບຜູ້ອ່ານ ແລະ ຊ່ວຍຍົກສູງການລົງຕົວຈິງຂອງທ່ານຜູ້ຟັງ, ຜູ້ອ່ານສາກົນຢ່າງຈະແຈ້ງ, ພ້ອມກັນນັ້ນເພື່ອນກໍ່ຢືນຢັນວ່າ ນີ້ແມ່ນບາດກ້າວສຳຄັນໃນການເພີ່ມທະວີການເຊື່ອມຕໍ່ທົ່ວໂລກ.
ເພື່ອນ ມາລີ ວົງສາ, ກໍ່ມີຄຳເຫັນເຊັ່ນດຽວກັນ, ໂດຍແບ່ງປັນວ່າ: ຂ້າພະເຈົ້າມັກການອອກແບບສື່ເອເລັກໂຕນິກໃໝ່ທີ່ສຸດ. ພາບຖ່າຍ ແລະ ເນື້ອໃນສ້າງເປັນຄວາມຮູ້ສຶກທີ່ໂດດເດັ່ນ, ສີສັນຂອງເວັບໄຊກໍ່ມີຊີວິດຊີວານຳອີກ.
(ພາບປະກອບ: ອິນເຕີແນັດ)
# ເພື່ອນ ດາລາວັນ ສີຫາລາດ ຢູ່ແຂວງ ຫົວພັນ, ໄດ້ສົ່ງຂໍ້ຄວາມມາຫາລາຍການຜ່ານສື່ສັງຄົມ Facebook ຢາກຊອກຮູ້ກ່ຽວກັບການວາງແຜນຜັງການພັດທະນາລົດໄຟໄຟຟ້າໃຕ້ດິນຢູ່ ຮ່າໂນ້ຍ.
ເພື່ອນ ດາລາວັນ ສີຫາລາດ ທີ່ຮັກແພງ, ໃນໄລຍະຈະມາເຖິງ, ຄາດວ່າ ຮ່າໂນ້ຍ ຈະພັດທະນາເສັ້ນທາງລົດໄຟເຂດຕົວເມືອງ 18 ສາຍ, ນະຄອນ ໂຮ່ຈີມິນ ລົງທຶນເສັ້ນທາງລົດໄຟ 12 ສາຍ. ຈຳນວນທຶນທີ່ຕ້ອງການໃຫ້ແກ່ເສັ້ນທາງລົດໄຟເຂດຕົວເມືອງຢູ່ 2 ນະຄອນໃຫຍ່ແມ່ນກວ່າ 740.000 ຕື້ດົ່ງ (ເກືອບ 29 ຕື້ USD). ຕົວເລກດັ່ງກ່າວໂດຍທ່ານ ເຈິ່ນຮົ່ງມິນ, ລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ ອະພິປາຍເມື່ອເຮັດແຈ້ງຄຳເຫັນຂອງສະມາຊິກສະພາແຫ່ງຊາດ ໃນວາລະປຶກສາຫາລືກ່ຽວກັບສະພາບການເສດຖະກິດ - ສັງຄົມ, ໃນວັນທີ 20 ເມສາ ຜ່ານມາ ຢູ່ ຮ່າໂນ້ຍ.
ໃນວິວັດການພັດທະນາ, ນະຄອນ ຮ່າໂນ້ຍ ໄດ້ສ້າງ ແລະ ດັດປັບການວາງແຜນຜັງ 8 ຄັ້ງ. ແລະດ້ວຍການວາງແຜນຜັງນະຄອນຫຼວງໄລຍະ 2021 – 2030 ວິໄສທັດຮອດປີ 2050, ຕາມເນື້ອໃນຈິດໃຈມະຕິເລກທີ 02, ລົງວັນທີ 17 ມີນາ 2026 ຂອງກົມການເມືອງ ກ່ຽວກັບການກໍ່ສ້າງ ແລະ ພັດທະນານະຄອນຫຼວງ ຮ່າໂນ້ຍ ໃນສັງກາດໃໝ່, ເຊິ່ງໄດ້ຮັບການຕີລາຄາຈາກບັນດານັກຊ່ຽວຊານວ່າແມ່ນບາດກ້າວຫັນປ່ຽນໂດຍພື້ນຖານ, ມີລັກສະນະບຸກທະລຸ ທັງທາງດ້ານຈິນຕະນາການ ແລະ ວິທີສຳຜັດ.
ການວາງແຜນຜັງ ຮ່າໂນ້ຍ ໄດ້ກຳນົດແຈ້ງວ່າ ການພັດທະນາພື້ນທີ່ໃຕ້ດິນແມ່ນທິດກ້າວເດີນສຳຄັນ, ເພື່ອສ້າງເປັນຮູບແບບຕົວເມືອງຫຼາຍຊັ້ນ, ຫຼາຍຂັ້ນທີ່ທັນສະໄໝ ແລະ ຍືນຍົງ. ຕາມການກຳນົດທິດນີ້, ຮ່າໂນ້ຍ ໄດ້ຈັດພື້ນທີ່ຕາມແບບ 3 ຊັ້ນ: ໃຕ້ດິນ - ໜ້າດິນ - ລອຍຟ້າ. ຊັ້ນໃຕ້ດິນສຸມໃສ່ໃຫ້ການຄົມມະນາຄົມ, ການຄ້າ ແລະ ພື້ນຖານໂຄງລ່າງດ້ານເຕັກນິກ, ຄື: ສະຖານນີ metro, ເຂດຈອດລົດ, ພື້ນຖານໂຄງລ່າງດ້ານເຕັກນິກ, ໂທລະຄົມມະນາຄົມ, logistics. ຊັ້ນໜ້າດິນໃຫ້ບຸລິມະສິດແກ່ເຂດສາທາລະນະ ດ້ວຍບັນດາເຂດເສັ້ນທາງຍ່າງ, ສະໜາມຫຼວງ ແລະ ສວນສາທາລະນະ. ຊັ້ນລອຍຟ້າໃຫ້ບຸລິມະສິດເສັ້ນທາງລົດໄຟຕົວເມືອງ, ຂົວຍ່າງເຊື່ອມຕໍ່ບັນດາຕຶກອາຄານກັບສະຖານນີ metro ແລະ ບັນດາເສັ້ນທາງອ້ອມຕົວເມືອງ. ວິທີຈັດຕັ້ງນີ້ໄດ້ຊ່ວຍຂຸດຄົ້ນເນື້ອທີ່ດິນຢ່າງມີປະສິດທິຜົນ, ຫຼຸດຜ່ອນຄວາມກົດດັນດ້ານຄົມມະນາຄົມ ແລະ ສ້າງເຄືອຂ່າຍເຂດຕົວເມືອງເຊື່ອມຕໍ່ຢ່າງຕໍ່ເນື່ອງ. ບັນດາເສັ້ນທາງລົດໄຟໄຟຟ້າໃຕ້ດິນ ບໍ່ພຽງແຕ່ຊ່ວຍໃຫ້ການໄປມາຂອງປະຊາຊົນນັບລ້ານຄົນມີຄວາມສະດວກກວ່າເທົ່ານັ້ນ, ຫາກຍັງຊຸກຍູ້ການເຕີບໂຕເສດຖະກິດ, ກຳນົດທິດກຳລັງໜູນອະສັງຫາລິມະຊັບຄືນໃໝ່ ແລະ ປະກອບສ່ວນສ້າງນະຄອນທີ່ມີສີຂຽວກວ່າ, ໜ້າດຳລົງຊີວິດກວ່າໃຫ້ແກ່ລຸ້ນອະນາຄົດ.
# ໃນອາທິດຜ່ານມາ, ເພື່ອນ ສຸຂະວົງ, ນັກສຶກສາຢູ່ມະຫາວິທະຍາໄລວິທະຍາສາດ, ສັງຄົມສາດ ແລະ ມະນຸດສາດ, ມະຫາວິທະຍາໄລ ຮ່າໂນ້ຍ ໄດ້ໂທລະສັບມາຫາລາຍການຢາກຊອກຮູຸ້ບັນດາສະຖານທີ່ທ່ອງທ່ຽວລົງຕົວຈິງຢູ່ທາງພາກເໜືອຂອງ ຫວຽດນາມ.
ເພື່ອນ ສຸຂະວົງ ທີ່ຮັກແພງ, ທາງພາກເໜືອ ຫວຽດນາມ ມີຊື່ສຽງດ້ວຍສະຖານທີ່ທ່ອງທ່ຽວລົງຕົວຈິງທີ່ເປັນເອກະລັກສະເພາະຫຼາຍແຫ່ງ, ເໝາະກັບທຸກຄວາມຕ້ອງການຄົ້ນຫາທຳມະຊາດ ຕະຫຼອດຮອດວັດທະນະທຳ. ແຂກທ່ອງທ່ຽວສາມາດເຂົ້າຮ່ວມການພາຍເຮືອ kayak, ປີນພູ, ຕັ້ງຄ້າຍ ແລະ ຊອກຮູ້ວັດທະນະທຳຂອງທ້ອງຖິ່ນ.
ໃນລາຍການນີ້, ບັນນາທິການພາກພາສາ ລາວ ຈະແນະນຳສະຖານທີ່ລົງຕົວຈິງທີ່ພົ້ນເດັ່ນຈຳນວນໜຶ່ງຢູ່ທາງພາກເໜືອຂອງ ຫວຽດນາມ ໃຫ້ເພື່ອນ ຄື:
+ ອ່າວ ຮະລອງ (ກວາງນິງ): ມາແຫ່ງນີ້ແຂກທ່ອງທ່ຽວສາມາດເຂົ້າຮ່ວມການພາຍເຮືອ kayak, ຜ່ານຖ້້ຳ ລ່ວນ, ຢ້ຽມຢາມເຂດເກາະ ຕີຕົບ ແລະ ເຂດອ່າວ ບາຍຕືລອງ.
+ ຊາປາ (ລາວກາຍ): ຄົ້ນຫາທຳມະຊາດທີ່ໃຫຍ່ໂຕມະໂຫຖານ, ປິນພູ Fansipan, ຍ່າງຢ້ຽມຊົມເຂດບ້ານນາ.
+ ນິງບິງ (ຈ່າງອານ - ຕາມກົກ - ຖ້ຳ ມົວ): ຂີ່ເຮືອຢູ່ໃນແມ່ນ້ຳ, ຄົ້ນຫາຖ້ຳ ແລະ ປິນພູຊົມທິວທັດທຳມະຊາດ.
+ ມົກເຈົາ (ເຊີນລາ): ໄປຢ້ຽມຊົມເຂດໂນນປູກຊາ, ປູກໝາກໝັ້ນ, ເຂົ້າຮ່ວມການລົງຕົວຈິງດ້ານວັດທະນະທຳຂອງຊົນເຜົ່າ.
+ ໜອງ ບາເບ (ບັກກ້ານ): ພາຍເຮືອຢູ່ເຂດໜອງ, ຄົ້ນຫາຖ້ຳ ປວງ, ຊອກຮູ້ວັດທະນະທຳຂອງຊາວເຜົ່າ ໄຕ.
ຫວັງວ່າ, ຜ່ານສະຖານທີ່ທ່ອງທ່ຽວຈຳນວນໜຶ່ງທີ່ພວກຂ້າພະເຈົ້າໄດ້ແນະນຳນັ້ນ, ເພື່ອນຈະມີການໄປທ່ອງທ່ຽວດ້ວຍຫຼາຍການລົງຕົວຈິງທີ່ໜ້າຈົດຈຳຢູ່ ຫວຽດນາມ.
