ໃນ​ອາ​ທິດ​ຜ່ານ​ມາ, ພະ​ແນກ​ກະ​ຈາຍ​ສຽງ​ບັນ​ດາ​ລາຍ​ການ​ພາກພາ​ສາ​ຕ່າງ​ປະ​ເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 336 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 24 ສະບັບຈາກທ່ານຜູ້ຟັງລາວ.

+ ເພື່ອນ ແສງດາວົງ, ຢູ່ແຂວງ ອັດຕະປື ໄດ້ສົ່ງຂໍ້ຄວາມມາຫາລາຍການ ​ແບ່ງ​ປັນວ່າ: “ຂ້າພະເຈົ້າເຫັນ​ວ່າ ລາຍ​ການ podcast ຄັກ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ໃນ​ລາຍ​ການ​ຕໍ່​ໄປ​ຈະ​ສືບ​ຕໍ່​ໄດ້​ຮັບ​ຟັງ​ກ່​ຽ​ວ​ກັບ​ຈຸດ​ຄວາມ​ງາມ, ປະ​ຫວັດ​ສາດ, ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສ​ຽງ​ຂອງ ຫວຽດ​ນາມ ຜ່ານ​ບັນ​ດາ​ຄຳ​ຖາມ​ເຊິ່ງ​ທ່ານ​ຜູ້​ຟັງ​ໄດ້​ຝາກ​ມາ​ລາຍ​ການ ແລະ ຜ່ານ​ຄຳ​ຕອບ​ຈາກ​ບັນ​ດາ​ບັນ​ນາ​ທິ​ການ​ຂອງ​ລາຍ​ການ”.

+ ເພື່ອນ ​ວັນ​ວິ​ໄລ ວິ​ໄລ​ວົງ, ຢູ່ແຂວງ ຫົວພັນ ໄດ້ສົ່ງອີເມວຫາລາຍການ, ໂດຍແບ່ງປັນຄວາມຄິດພາຍ​ຫຼັງທີ່​ໄດ້ອ່ານຂ່າວ, ບົດກ່ຽວຂ້ອງກັບວັດທະນະທຳຫວຽດນາມ. ເພື່ອ​ນແບ່ງປັນວ່າ: "​ບັນ​ດາ​ບົດ​ຂຽນ​ໃນ​ລາຍ​ການ 'ເລື່ອງລາວ​ເຂດບ້ານນາ' ໄດ້ຊ່ວຍໃຫ້ຂ້າ​ພະເຂົ້າ​ມີ​ຄວາມ​ເຂົ້າໃຈເຕີ່ມອີກກ່ຽວກັບ​ການ​ດຳ​ລົງ​ຊີ​ວິດ​ຢູ່​ເຂດຊົນນະບົດ​ຂອງ ຫວຽດນາມ. ແຕ່ລະບ້ານຈະມີເລື່ອງລາວ​ທາງປະຫວັດສາດ​ສະ​ເພາະ, ​ຕິດ​ພັນກັບ​ອາ​ຊີບຫັດຖະກຳ​ທີ່​ເປັນ​ມູນ​ເຊື້ອ ແລະ ​ບັນ​ດາ​ສີ​ສັນວັດທະນະທຳທີ່ເປັນເອກະລັກ​ສະ​ເພາະ. ​ຂ້າ​ພະ​ເຈົ້າ​ກໍ່ເຂົ້າໃຈວ່າ ນັບ​ມື້​ນັບ​ມີໄວ​ໜຸ່ມ ຫວຽດນາມ ຫຼາຍຄົນ​ພວມອວ່າຍກັບໄປຫາກົກ​ເຄົາເຫງົ້າ​ກໍ, ຟື້ນຟູ, ພັດທະນາອາ​ຊີບ​ທີ່​ເປັນ​ມູນ​ເຊື້ອ ແລະ ​ສີ​ສັນວັດທະນະທຳບ້ານເກີດເມືອງນອນຂອງເຂົາເຈົ້າຜ່ານບັນ​ດາ​ພື້ນ​ຖານ​ດີ​ຈີ​ຕອນ".

+ ເພື່ອນ ຄຳປະສົງ ຢ​ູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງອີເມວມາຫາລາຍການໂດຍແບ່ງປັນວ່າ: “ຜ່ານຄໍ​ລຳ​ພາບ​ສາ​ລະ​ຄະ​ດີເນື່ອງ​ໃນ​ໂອ​ກາດ​ວັນ​ບຸນໄຫວ້ພະຈັນ, ຂ້າພະເຈົ້າເຫັນວ່າ ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ, ຍາມ​ໃດ ຫວຽດນາມ ​ກໍ່​ສະ​ຫງວນ​ຄວາມເອົາໃຈໃສ່ຢ່າງ​ໃຫຍ່​ຫຼວງໃຫ້ກັບເດັກນ້ອຍ, ໃນນັ້ນ ມີດ້ານວັດທະນະທຳ, ການສຶກສາ... ຊ່ວຍໃຫ້ເດັກນ້ອຍມີ​ຄວາມເຂົ້າໃຈກ່ຽວກັບການດຳລົງຊີວິດຫຼາຍ​ຂຶ້ນ. ໃນໂອກາດນີ້, ຂ້າພະເຈົ້າຂໍສົ່ງ​ຄຳ​ອວຍ​ພອນ​ອັນດີງາມທີ່ສຸດໄປເຖິງເດັກນ້ອຍທຸກຄົນ. ຂໍອວຍພອນໃຫ້​ເດັກ​ນ້ອຍ​ມີວັນບຸນໄຫວ້ພະຈັນທີ່ມີຄວາມ​ສຸກ, ມີຄວາມອົບອຸ່ນ ແລະ ໜ້າຈົດຈຳ”.

ລາຍ​ການ​ພາກ​ພາ​ສາລາວ ຂໍ​ຂອບ​ໃຈບັນ​ດາ​ທ່ານ​ຜູ​້​ຟັງ​ທີ່​ໄດ້​ໂທ​ລະ​ສັບ, ສົ່ງ​ອີ​ເມວ ແລະ ຈົດ​ໝາຍ​ມາ​ຫາ​ລາຍ​ການ​ໃນ​ຕະ​ຫຼອດ​ໄລ​ຍະ​ຜ່ານ​ມາ. ໃນ​ໄລ​ຍະ​ຈະ​ມ​າ​ເຖິງ, ຫວັງ​ວ່າ ພວກ​ຂ້າ​ພະ​ເຈົ້າ​ຈະ​ສືບ​ຕໍ່​ໄດ້​ຮັບ​ຄຳ​ເຫັນ​ປະ​ກອບ, ການ​ແບ່ງ​ປັນ​ຂອງ​ທ່ານ​ຜູ້​ຟັງ​​ຫຼາຍກວ່າອີກ ເພື່ອ​ຊ່ວຍ​ໃຫ້​ທາງ​ລາຍ​ການ​ນັບ​ມື້​ນັບ​ອຸ​ດົມ​ສົມ​ບູນຂຶ້ນຕື່ມ.

ຕໍ່​ຈາກນີ້, ລາຍ​ການ​ “ໂອ້​ລົມ​ກັບ​ເພື່ອນລາວ” ຈະ​ຕອບ​ຄຳ​ຖາມ​ຈຳ​ນວນ​ໜຶ່ງ​ເຊິ່ງ​ທ່ານ​ຜູ້​ຟັງ​ໄດ້​ສົ່ງ​ມາ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ.

+ ເພື່ອນ ວົງ​ຄຳ, ຢູ່ແຂວງ ອຸດົມໄຊ ໄດ້ສົ່ງອີເມວມາຫາລາຍການໂດຍແບ່ງປັນວ່າ: "ໂດຍເປັນຜູ້ໜຶ່ງທີ່ມັກເກັບສະສົມເງິ​ນບູຮານຂອງປະເທດຂ້າ​ພະ​ເຂົ້າ, ​ກໍ​ຄືຈາກບັນດາປະເທດທີ່​ຂ້າ​ພະ​ເຈົ້າໄດ້ໄປຢ້ຽມຢາມ. ຜ່ານລາຍ​ການ, ຂ້າ​ພະ​ເຈົ້າຢາກຊອກຮູ້ກ່ຽວກັບໄລຍະເວລາຂອງການອອກເງິນ, ປ່ຽນເງິນຕາຂອງປະເທດ ຫວຽດນາມ ຜ່ານສະ​ໄໝ​ຕ່າງໆ".

ເພື່ອນ ວົງ​ຄຳ ທີ່​ຮັ​ກ​ແພງ, ພາຍ​ຫຼັງການປະຕິວັດເດືອນສິງຫາ ປີ 1945, ລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕ ຫວຽດນາມ ຕ້ອງປະເຊີນ​ໜ້າກັບສະ​ພາບ​ການ​ມີເງິນຫຼາຍປະເພດ​ພວມ​ນ​ຳ​ໃຊ້​ພ້ອມ​ກັນ, ເຊິ່ງກໍ່ໃຫ້ເກີດຄວາມສ່ຽງພື້ນ​ຖານການເງິນ - ເງິນຕາແຫ່ງຊາດຖືກຄອບ​ງຳ​ຈາກ​ພາຍນອກ. ໃນໄລຍະ 1946 - 1949 ແມ່ນ​ຈຸດ​ເວ​ລາ​ພິ​ເສດ​ໃນປະຫວັດສາດຂອງເງິນຕາ ຫວຽດນາມ, ສ້າງ​ບາດກ້າວທຳອິດ​ຂອງ​ລັດ​ຖະ​ບານ ສາທາລະນະລັດປະຊາທິປະໄຕ ຫວຽດນາມ ​ໃນ​ການ​ຢືນ​​ຢັນ​ອະ​ທິ​ປະ​ໄຕທາງ​ດ້ານ​ເສດ​ຖະ​ກິດ ຜ່ານການພິມທະນະບັດ​ສະ​ເພາະຂອງຕົນເອງອອກໃຊ້, ​ໄປຄຽງຄູ່​​ກັບ​ສົງ​ຄາມຕ້ານພວກ​ລ່າ​ເມືອງ​ຂຶ້ນ ຝ​ລັ່ງ.

ຕັ້ງແຕ່ປີ 1945 ຈົນເຖິງປະຈຸບັນ, ລະບົບເງິນຕາຂອງ ຫວຽດນາມ ໄດ້ຜ່ານການປ່ຽນທະນະບັດທີ່ສຳຄັນ 6 ​ຄັ້ງໄປພ້ອມກັບການພິມທະນະບັດອອກຊຸດໃໝ່ໃນດ້ານວັດຖຸຜະລິດ, ຮູບແບບ, ແລະ ມູນຄ່າ. ບັນ​ດາຈຸດ​ເວ​ລາສຳຄັນຫຼັກໃນການພິມທະນະບັດ​ອອກ​ຊຸດ​ໃໝ່ ແລະ ​ປ່ຽນທະນະບັດ​ທາງການ ​ລວມມີ:

• ເທື່ອ​ທຳ​ອິດ (1946-1951): ພິມທະນະບັດອອກ​ຊຸດທຳອິດຂອງ​ປະ​ເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ (ໂດຍ​ກະ​ຊວງ​ການເງິນພິມທະນະບັດອອກນຳໃຊ້).

• ​ເທື່ອ​ທີ 2 (1951): ສ້າງຕັ້ງທະນາຄານແຫ່ງຊາດ ຫວຽດນາມ ແລະ ພິມທະນະບັດຊຸດໃໝ່ເພື່ອປ່ຽນແທນທະນະບັດທາງການເງິນ ດ້ວຍອັດຕາແລກ​ປ່ຽນ 10 ດົ່ງທາງການເງິນ ​ເອົາ 1 ດົ່ງທາງທະນາຄານ.

• ຄັ້ງທີ 3 (1959-1960): ​ທາງ​ພາກ​ເໜືອແລກປ່ຽນເງິນ ດ້ວຍອັດຕາແລກ​ປ່ຽນ 1 ດົ່ງໃໝ່​ ເທົ່າກັບ1.000 ດົ່ງເກົ່າຂອງທະນາຄານແຫ່ງຊາດ.

• ​ເທື່ອທີ 4 (1975): ​ພ​າຍ​ຫຼັງ​ປົດປ່ອຍພາກໃຕ້, ໄດ້ພິມທະນະບັດປົດປ່ອຍ​ເພື່ອ​ປ່ຽນແທນທະນະບັດຂອງ ສາທາລະນະລັດ ຫວຽດນາມ ກ່ອນນີ້.

• ​ເທື່ອທີ 5 (1978): ​ໄດ້​ເປັນ​ເອ​ກະ​ພາບ​ທະນະບັດໃນ​ທົ່ວ​ປະ​ເທດ ພາຍ​ຫຼັງ​ກ​ານ​ໂຮມ​ປະເທດຊາດເປັນ​ເອ​ກະ​ພາບ.

• ​ເທື່ອທີ 6 (1985): ດັດປັບຄ່າເງິນ - ເງິນເດືອນ - ທະນະບັດ, ປ່ຽນທະນະບັດ​ຄັ້ງ​ໃຫຍ່ທົ່ວປະເທດ.

• ໄລ​ຍະ​ປະ​ຈຸ​ບັນ (2003 - ປະຈຸບັນ): ​ທະນະບັດໃໝ່​ເຮັດ​ດ້ວຍ polymer, ໃຊ້ໄປ​ພ້ອມ​ກັບ​ທະນະບັດເຮັດ​ດ້ວຍ cotton. 100% ທະນະບັດ​ໄດ້ອອກແບບເປັນ​ເອ​ກະ​ພາບກັນ: ດ້ານໜ້າມີຮູບ ປະທານໂຮ່ຈີມິນ, ດ້ານຫຼັງສະແດງໃຫ້ເຫັນສະຖານທີ່ທີ່ມີຊື່ສຽງ, ກິດ​ຈະ​ກຳວັດທະນະທຳ - ເສດຖະກິດທີ່​ດີ​ເດັ່ນຂອງ ຫວຽດ​ນາມ.

​ເງິນເກົ່າແມ່ນໜຶ່ງໃນບັນດາວັດຖຸ​ພັນທີ່ໄດ້ເກັບ​ສະ​ສົມ, ​ທັງ​ແມ່ນ​ຄວາມ​ມັກ​ຮັກ ແລະ ນຳ​ມາ​ເຊິ່ງ​ຄຸນ​ຄ່າ​ຫຼາຍ​ຢ່າງ​ທາງ​ດ້ານ​ວັດ​ຖຸ ແລະ ຈິດໃຈ. ຢູ່ຫວຽດນາມ, ມີຫຼາຍຄົນມີຄວາມເມົາ​ມົວ, ມັກ​ຮັກ​ສະ​ສົມ​ບັນ​ດາທະນະບັດ​ເກົ່າ ດ້ວຍຫຼາຍມູນຄ່າ​ທີ່​ແຕກ​ຕ່າງ​ກັນ, ສ້າງເປັນຊຸດສະສົມທີ່ອຸດົມສົມບູນ, ເປັນເອກະລັກສະ​ເພາະ.