ເພື່ອນ ​ຄຳ​ຫຼ້າ, ຢູ່​ແຂວງຫຼວງ​ພະ​ບາງ ໄດ້​ສົ່ງ​ອີ​ເມວ​ມາ​ຍັງ​ລາຍ​ການ​ໂດຍ​ແບ່ງ​ປັນ​ວ່າ: ສະ​ບາຍ​ດີ​ບັນ​ນ​າ​ທິ​ການ​ລາຍ​ການ​ພາກ​ພາ​ສາ​ລາວ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ, ຂ້າ​ພະ​ເຈົ້າ​​ໄດ້​ຕິດ​ຕາມ​ບັນ​ດາ​ບົດ​ຂຽນ ແລະ ລາຍກ​ານ​ທີ່​ໄດ້​ເອົາ​ລົງ​ໃນ​ເວັບ​ໄຊ vovworld.vn ເປັນ​ປະ​ຈຳ. ຂ້າ​ພະ​ເຈົ້າ​ຢາກ​ຝາກ​ຄຳ​ຂອບ​ອົບ​ຂອບ​ໃຈ​ໄປ​ຍັງ​ລາຍ​ການ​ຍ້ອນມີ​ບັນ​ດາ​ຂໍ້​ມູນ​ທີ່​ມີ​ປະ​ໂຫຍດ​ໃນ​ເວ​ລາ​ຜ່ານ​ມາ. ຍ້ອນ​ບັນ​ດາ​ບົດ​ຂຽນ​ທີ່​ອຸ​ດົມ​ສູມບ​ູນ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ ແລະ ບັນ​ດາ​ສະ​ຖານ​ທີ່​ທ່ອ​ງ​ທ່ຽວ​ທີ່​ສວຍ​ງາມ​ຂອງ ຫວຽດ​ນາມ, ຂ້າ​ພະ​ເຈົ້າ ແລະ ຄອບ​ຄົວ​ໄດ້ມີ​ຫຼາຍຄວາມ​ຮູ້​ກ່ຽວ​ກັບ​ປະ​ເທດ​ ຫວຽດ​ນາມ ​ທີ່​ເປັນ​ມິດ, ຮັກ​ແພງ​ແຂກ​ຄົນ​ຕື່ມ​ອີກ. ຂໍອວຍ​ພອນ​ໃຫ້​ລາຍ​ການ​ນັບ​ມື້​ນັບ​ພັດ​ທະ​ນາ ແລະ ສືບ​ຕໍ່​ເປັນ​ຂົວ​ເຊື່ອມ​ຕໍ່​ນ້ຳ​ໃຈ​ອັນແໜ້ນ​ແຟ້ນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ.

ເພື່ອ​ນ ແສງ​ອາ​ລຸນ, ຢູ່​ນະ​ຄອນຫຼວງວຽງ​ຈັນ (ລາວ) ໄດ້​ສົ່ງ​ຈົດ​ໝາຍ​ມາ​ຍັງ​ລາຍ​ການ: ສະ​ບາຍ​ດີ​ບັນ​ນາ​ທິ​ການ​ລາຍ​ການ​ພາ​ສາ​ລາວ (VOV5). ຂ້າ​ພະ​ເຈົ້າ​ຂໍ​ຂອບ​ໃຈ​ບັນ​ດາ​ຜູ້​​ເຮັດ​ລາຍ​ການ. ບັນ​ດາ​ບົດ​ຂຽນ​ຜ່ານ​ມາ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ, ສັງ​ຄົມ ກໍ່​ຄື​ເລື່ອງ​ລາວ​ຕ່າງໆ​ໃນ​ຊີ​ວິດປະ​ຈຳ​ວັນ​ຢູ່ ຫວຽດ​ນາມ ທີ່ເອົາລົງ​ເວັບ​ໄຊ​ໃນ​ໄລ​ຍະ​ຜ່ານ​ມາ ໄດ້ມີ​ຄວາມ​ດຶງ​ດູດ​ໃຈທີ່​ສຸດ ແລະ ມີ​ຂ​ໍ້​ມູນທີ່ຫຼາກຫຼາຍ​. ບໍ່​ພຽງ​ແຕ່​ຊ່ວຍໃຫ້​ຂ້າ​ພະ​ເຈົ້າ​ອັບ​ເດດ​ຂໍ້​ມູນໄດ້​ຢ່າງວ່ອງ​ໄວ, ເວັບ​ໄຊ​ຂອງ​ພວກ​ເພື່ອນ​ຍັງ​ແມ່ນ​ແຫຼ່ງ​ຂໍ້​ມູນ​ທີ່​ດີຫຼາຍ ​ຊ່ວຍໃຫ້​ຂ້າ​ພະ​ເຈົ້າ​ສະ​ສົມ ແລະ ຍົກ​ລະ​ດັບ​ພ​າ​ສາຫວຽດ​ ຂອງ​ຕົນ​ໃນ​ແຕ່​ລະ​ວັນ. ຂໍ​ອວຍ​ພອນ​ໃຫ້​ບັນ​ດາ​ບັນ​ນາ​ທິ​ການ ​ມີ​ສຸ​ຂະ​ພາບ​ທີ່​ເຂັ້ມ​ແຂງ, ປະດິດສ້າງຫຼາກຫຼາຍລາຍ​ການ​ທີ່​ດີ​ຕື່ມ​ອີກ.

ລາຍ​ການ​ພາ​ສາ​ລາວ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຂ​ໍ​ຂອບ​ໃຈ​ຄຳ​ແບ່ງ​ປັນ​ຂອງ​ບັນ​ດາ​ຜູ້​ຟັງ​ທີ່​ໄດ້​ສະ​ຫຼະ​ເວ​ລາ​ໃຫ້ຄວາມສົນ​ໃຈ, ສົ່ງ​ຈົດ​ໝາຍ, ອີ​ເມວ ແລະ ຂໍ້ຄວາມສົ່ງ​ກຳ​ລັງ​ໃຈ​ອັນ​ອົບ​ອຸ່ນໃຫ້​ແກ່​ລາຍ​ການ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ໃນ​ເວ​ລາ​ຜ່ານ​ມາ. ການ​ຮ່ວມ​ເດີນ​ທາງ, ການແບ່ງ​ປັນ​ບັນ​ດາ​ນ້ຳ​ໃຈ​ອັນ​ລ້ຳ​ຄ່າ​ຂອງ​ພວກ​ເພື່ອນ​ແມ່ນ​ແຫຼ່ງ​ກຳ​ລັງ​ອັນ​ຍິ່ງ​ໃຫຍ່​ຊ່ວຍໃຫ້​ຖັນ​ແຖວ​ພະ​ນັກ​ງານ​ປະ​ຕິ​ບັດ​ລາຍ​ງານ​ ສືບ​ຕໍ່​ຍົກ​ສູງ​ຄຸນ​ນະ​ພາບ​ເນື້ອ​ໃນ​ຢ່າງ​ຕໍ່​ເນື່ອງ. ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ຈະ​ສືບ​ຕໍ່​ໄດ້​ຮັບ​ຄວາມສົນ​ໃຈ, ການຕິ​ດ​ຕາມ ແລະ ສະ​ໜັບ​ສະ​ໜູນ​ຢ່າງ​ສຸດ​ໃຈ​ຈາກ​ທ່ານ​ຜູ້​ຟັງ​ຜ່ານ​ລາຍ​ການ​ກະ​ຈາຍ​ສຽງ ກໍ່​ຄື​ບັນ​ດາແພຼດພອມ​ ​ຄື ເວັບ​ໄຊ vovworld.vn ແລະ Spotify ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ສ່ວນເພື່ອນ ຈັນທະສອນ, ແຂວງ ວຽງຈັນ ໄດ້ສົ່ງອີເມວເຖິງລາຍການ, ໃນນັ້ນມີຕອນຂຽນວ່າ: ມີເພື່ອນ ຫວຽດນາມ ຄົນໜຶ່ງໄດ້ມອບເຂົ້າເໝົ້າ ຮ່າໂນ້ຍ ແລະ ໝາກພັບກອບໆໃຫ້ຄອບຄົວຂ້າພະເຈົ້າ, ເພື່ອນວ່າ ນີ້ແມ່ນຂອງກິນທີ່ເປັນເອກະລັກສະເພາະຂອງລະດູໃບໄມ້ຫຼົ່ນ ຮ່າໂນ້ຍ. ຂ້າພະເຈົ້າເຄີຍໄດ້ກິນເຂົ້າເໝົ້າມາແລ້ວ ແຕ່ບໍ່ເຄີຍກິນໝາກພັບກອບຄືແນວນີ້ຈັກເທື່ອ. ຂໍໃຫ້ທາງລາຍການແນະນຳກ່ຽວກັບບ່ອນປູກ, ເວລາເກັບໝາກພັບໃຫ້ຮູ້ແດ່?

ເພື່ອນ ຈັນທະສອນ ທີ່ຮັກແພງ, ໝາກພັບກອບ ເລີ່ມສຸກແຕ່ເດືອນກໍລະກົດ ຫາເດືອນກັນຍາ ຂອງແຕ່ລະປີ, ແຕ່ໝາກພັບໃນຕົ້ນລະດູບໍ່ທັນຫວານແຊບປານໃດ, ຮອດທ້າຍລະດູ ໝາກພັບຈຶ່ງຫວານ, ແຊບດີ, ດັ່ງນັ້ນ ຊ່ວງເດືອນສິງຫາ ໝາກພັບຈະກອບຫວານແຊບທີ່ສຸດ. ໂດຍຂຶ້ນກັບສະພາບດິນຟ້າອາກາດ, ໝາກພັບອາດຈະສຸກໄວ ຫຼື ຊ້າກວ່າປົກກະຕິ. ໝາກພັບກອບ ໄດ້ປູກຢູ່ ດາຫຼາດ, ແຂວງ ເລີມດົ່ງ ແລະ ບັນດາແຂວງທາງພາກເໜືອ ຫວຽດນາມ, ຄື: ແຂວງ ລາຍເຈົາ, ເຊີນລາ, ຕວຽນກວາງ… ໃນໝາກພັບມີວີຕາມິນ: A, C, B ສູງ ແລະ Fiber, Cacbohydrate, Beta Carotene, ແຮ່ທາດຫຼາຍຊະນິດ… ດັ່ງນັ້ນ, ກິນໝາກພັບກອບຈະດີຕໍ່ຕາ, ມີ calories ໜ້ອຍ ແລະ ພະລັງງານສູງ ດັ່ງນັ້ນຈິ່ງອິ່ມດົນ, ຊ່ວຍໃນການຫລຸດນ້ຳໜັກ… ປະຈຸບັນ, ໝາກພັບພວມສຸກເຫຼືອງງາມຕາຫຼາຍ, ເພື່ອນ ຈັນທະສອນ ຈົ່ງຍາດໂອກາດໄປ ຫວຽດນາມ ເພື່ອ Check – in ຢູ່ສວນໝາກພັບແດ່ເດີ.

ເພື່ອ​ນ ​ແສງ​ຈັນ, ຢູ່​ແຂວງຜົ້ງ​ສາ​ລີ (ລາວ) ໄດ້​ສົ່ງ​ອີ​ເມວ​ມາ​ຍັງ​ລາຍ​ການ: ສະ​ບາຍ​ດີ​ບັນ​ນາ​ທິ​ການ VOV. ຂ້າ​ພະ​ເຈົ້າ​ຢາກ​ຊອກ​ຮູ້​ກ່ຽວ​ກັບ​ປະ​ຫວັດ​ສາດ​ອະ​ລິ​ຍະ​ທຳ​ນັບ​ພັນ​ປີ​ຂອງ ນະ​ຄອນຫຼວງ ຮ່າ​ໂນ້ຍ. ຂໍ​ໃຫ້ທາງ​ລາຍ​ການ​​ແນະ​ນຳ​ບາງ​ຈຸດ​ກ່ຽວ​ກັບ​ເຂດ​ຮ່ອງ​ຮອຍ​ປະ​ຫວັດ​ສາດ ພາ​ລະ​ຊາ​ວັງ ທັງ​ລອງ ແລະ ບັນ​ດາຈຸດທີ່​ພົ້ນ​ເດັ່ນ​ເຊິ່ງ​ແຂກ​ທ່ອງ​ທ່ຽວ​ລາວ ບໍ່​ຄວນ​ພາດ​ເມື່ອ​ໄປ​ແຫ່ງ​ນີ້.

"ສະບາຍດີ ເພື່ອນ ແສງ​ຈັນ ​ທີ່​ຮັກ​ແພງ! ເພື່ອຄົ້ນຫາປະຫວັດສາດນັບພັນປີຂອງ ຮ່າໂນ້ຍ, ພາ​ລະ​ຊາ​ວັງ ທັງລອງ – ມໍລະດົກວັດທະນະທຳໂລກ ທີ່ UNESCO ໄດ້ຮັບຮອງເອົາເປັນຈຸດໝາຍປາຍທາງແຖວໜ້າທີ່ບໍ່ຄວນພາດ.

ບ່ອນນີ້ແມ່ນສູນກາງສິດອຳນາດການເມືອງ, ວັດທະນະທຳທີ່ຕິດພັນກັບປະຫວັດສາດ ຫວຽດນາມ ໃນຕະຫຼອດ 13 ສະຕະວັດ, ຕັ້ງແຕ່ສະຕະວັດທີ XI ຜ່ານຫຼາຍລາຊະວົງສັກດີນາ ຈົນຮອດຍຸກສະໄໝ ປະ​ທານ ໂຮ່ຈີມິນ — ເຊິ່ງແມ່ນຄຸນຄ່າປະຫວັດສາດມີ​ລັກ​ສະ​ນະພິ​ເສດ​ສະ​ເພາະ ແລະ ມີໜ້ອຍທີ່ສຸດໃນໂລກ. ເມື່ອມາຢ້ຽມຢາມແຫ່ງ​ນີ້, ນອກຈາກໄດ້ຊົມສະ​ຖາ​ບັດ​ຕະ​ຍາ​ກຳກ​ໍ່​ສ້າງທີ່​ເປັນ​ສັນ​ຍະ​ລັກຄື: ປະ​ຕູ ດ​ວານ​ມົນ, ວັງ ​ກິ້ງ​ທຽນ, ເສົາທຸງ ຮ່າໂນ້ຍ ແລະ ເຂດບູຮານຄະດີ ຢູ່​ເຮືອນ​ເລກ​ທີ 18 ຖະ​ໜົນ​ ຮ່​ວາງ​ຢ້ຽວ ກັບວັດຖຸບູຮານພະລາຊະວັງອັນ​ລ້ຳ​ຄ່າແລ້ວ, ທ່ານຍັງສາມາດເຂົ້າຮ່ວມ Tour ທ່ຽວຊົມຍາມຄ່ຳຄືນ ເພື່ອຮັບຊົມການສະແດງສິລະປະພື້ນ​ເມືອງ ແລະ ດື່ມຊາພະລາຊະວັງ ທ່າມ​ກາງ​ບັນ​ຍາ​ກາດ​ທີ່​ສວຍ​ງາມໃນຍາມລາຕີ. ຂໍໃຫ້ ທ່ານ ແສງ​ຈັນ ມີການ​ທ່ອງທ່ຽວຄົ້ນ​ຫາ ພາ​ລະ​ຊາ​ວັງ ທັງ​ລອງ ຮ່າ​ໂນ້ຍ​ ທີ່​ມີ​ຄວາມ​ໝາຍ".