ພາຍຫຼັງ​ລົງ​ຂ່າວ​ທີ່​ວ່າ: Unitel - ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດ​ຂອງ Viettel ແລະ Lao Asia Telecom ຈະ​ຖ່າຍ​ທອດ​ສົດ​ການແຂ່ງ​ຂັນ​ບານເຕະຂອງ FIFA World Cup 2026 ທັງ​ໝົດ 104 ນັດໃຫ້​ປະ​ຊາ​ຊົນ​ລາວ ຮັບຊົມ​ໃນ​ທຸ​ກ​ແພຼດ​ຟອມ (platform) ຂອງ Unitel ໂດຍ​ບໍ່​ເກັບ​ຄ່າ, ເພື່ອນ ຄຳຫຼ້າ ສີ​ບຸນ​ເຮືອງ ຢູ່​ນະ​ຄອນຫຼວງ ວຽງ​ຈັນ ໄດ້​ສົ່ງ​ຈົດ​ໝາຍ​ເຖິງ​ລາຍ​ການ ໂດຍ​ແບ່ງ​ປັນ​ວ່າ: “ຂໍຂອບ​ໃຈ​ທາງ VOV5 ຫຼາ​ຍໆ ທີ່​ໄດ້​ສົ່ງ​ຂ່າວ​ດີໆ​ກ່ຽວ​ກັບ World Cup ໄປເຖິງ​ບັນ​ດາ​ແຟນ​ບານ​ພວກ​ຂ້າ​ພະ​ເຈົ້າ. ພວກ​ຂ້າ​ພະ​ເຈົ້າພວມ​ໃຈຈົດໃຈຈໍ່ໍ່ ລໍ​ຖ້າ​ຮັບ​ຊົມ​ນັດ​ແຂ່ງ​ຂັນ​ທຳ​ອິດ​ຂອງ​ການແຂ່ງຂັນ​ນີ້​”.

ໃນ​ຈົດ​ໝາຍ​ຂອງ​ເພື່ອນ ຄຳ​ມະ​ນີ ຢູ່ນ​ະ​ຄອນຫຼວງ ວຽງ​ຈັນ ສົ່ງ​ເຖິງ​ລາຍ​ການ ມີ​ເນື້ອ​ໃນ​ດັ່ງ​ນີ້: “ຂ້າ​ພະ​ເຈົ້າ​ເຫັນ​ວ່າ ໃນ​ບັນ​ດາ​ສື່​ສັງ​ຄົມ​ອອນ​ໄລ ໄດ້​ແນະ​ນຳຫຼາຍ​ຮູບ​ພາບ​ອັນ​ສວຍ​ງາມ​ກ່ຽວ​ກັບ​ທັດ​ສະ​ນີ​ຍະ​ພາບ​ທຳ​ມະ​ຊາດຂອງ ຫວຽດ​ນາມ. ເນື່ອງ​ໃນ​ໂອ​ກາດ​ພັກ​ແລ້ງ​​ປີນີ້, ຂ້​າ​ພະ​ເຈົ້າ​​ຈະພາ​ລູກ​ໄປ​ທ່ຽວ ຫວຽດ​ນາມ ໃນ​ເດືອນ​ມິ​ຖຸ​ນາ ແລະ​ ກໍ​ລະ​ກົດ​. ຂໍໍໃຫ້ທາງ​ລາຍ​ການ​ແນະ​ນຳ​​ບາງ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ເປັນ​ໜ້າ​ມາ​ຢາມ​ທີ​ສຸດໃຫ້​ຂ້າ​ພະ​ເຈົ້າ​ແດ່”.

ຫວຽດ​ນາມ ມີຫຼາຍ​ທັດ​ສະ​ນີ​ຍະ​ພາບ​ທີ່​ສວຍ​ງາມ​ຕະ​ຫຼອດ​ປີ ແລະ ​ດິນ​ແດນແຕ່​ລະ​ເຂດລ້ວນ​ແຕ່​ມີ​​ຄວາມ​ດູດ​ດື່ມສະ​ເພາະ​ຂອງ​ໃຜ​ລາວ. ໃນ​ເດືອນມິ​ຖຸ​ນາ ຫາ​ເດືອນ​ກໍ​ລະ​ກົດ​ນີ້, ເພື່ອນ​ສາ​ມາດ​ໄປ​ທ່ຽວ​ຢູ່​ບັນ​ດາ​ຫາດ​ຊາຍ​ທະ​ເລທີ່​ຂຽວສົດ​ໃສ​ຄື ຍາ​ຈາງ, ຝູ​ອຽນ, ຄົ້ນ​ຫາເຂດ​ພູ​ພຽງ​ທີ່​ເຢັນ​ສະ​ບາຍ​ຢູ່ ດ່າ​ລາດ ຫຼື ຮັບ​ຊົມ​ຄວາມ​ງາມ​ແບບ​ສະ​ຫງົບ​ງຽບ​ຂອ​ງ​ບັນ​ດາ​ແຂວງ​ທາງທິດ​ຕາ​ເວັນ​ຕົກ ຫວຽດ​ນາມ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຖ້າ​ຕ້ອງ​ເລືອກ​ສະ​ຖານ​ທີ່​ໃດ​ໜຶ່ງທີ່​ພົ້ນ​ເດັ່ນ​ທີ່​ສຸດ​ໃນ​ຈຸດ​ເວ​ລາ​ນີ້, ​ຕາມ​ຂ້າ​ພະ​ເຈົ້າ​ແລ້ວ​​ເພື່ອ​ນຄວນໄປ​ທ່ຽວ​ນະ​ຄອນ ດ່າ​ໜັງ. ບໍ່​ພຽງ​ແຕ່​ມີ​ບັນ​ດາ​ຫາດ​ຊາຍ​ທະ​ເລ​ທີ່​ສວຍ​ງາມ​ແຖວ​ໜ້າ ຫວຽດ​ນາມ ເທົ່າ​ນັ້ນ, ໃນ​ຊ່ວງ​ເວ​ລາ​ນີ້ ດ່າ​ໜັງ ກໍພວມ​ດຳ​ເນີນ​ງານ​ບຸນ​ຍິງ​ບັ້ງ​ໄຟ​ດອກ​ສາ​ກົນ ດ່າ​ໜັງ ປີ 2026 (ແຕ່​ວັນ​ທີ 30 ພຶດ​ສະ​ພາ ຫາ​ວັນ​ທີ 11 ກໍ​ລະ​ກົດ 2026) - ເຊິ່ງ​ເປັນ​ເຫດ​ການ​ທີ່​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ນັບ​ລ້າ​ນ​ຄົນ. ບັນ​ດາ​ລາຍ​ການ​ສະ​ແດງຈະ​ດຳ​ເນີນ​ຢູ່​ແຄມຝັ່ງ​ແມ່​ນ້ຳ ຮ່ານ, ເວ​ທີໃຫຍ່​ຕັ້ງ​ຢູ່​ຖະ​ໜົນ ເຈິ່ນ​ຮຶງ​ດ້າວ, ​ຈາກ​ຂົວ​ແຫ່ງ​ຕ່າງໆ​ທີ່​ມີ​ຊື່​ສຽງ​ຄື ຂົວ ຣົ່ງ (ມັງ​ກອນ), ຂົວ​ແມ່​ນ້ຳ ​ຮ່ານ ຫຼື ບັນ​ດາ​ຮ້ານ​ກາ​ເຟ​ແຄມ​ແມ່​ນ້ຳ ແຂກ​ທ່ອງ​ທ່ຽວ​​ສາ​ມາດ​ຮັບ​ຊົມ​​ບັ້ງ​ໄຟ​ດອກໄດ້. ພິ​ເສດ, ຈາກ​ນະ​ຄອນ ດ່າ​ໜັງ ຜ່ານ​ໄລ​ຍະ​ທາງ​ບໍ່​ໄກ​ປານ​ໃດ, ເພື່ອນ​ສາ​ມາດ​ໄປ​ຄົ້ນ​ຫາ ເມືອງ​ເກົ່າ ໂຮ້ຍ​ອານ, ອ່າວ ລັງ​ໂກ​ ທີ່ສວຍງາມ​ດັ່ງ​ໃນ​ຝັນ ຫຼື ພະ​ລາດ​ຊະ​ວັງ​ເກົ່າ ເຫວ້​ ທີ່​ເຕັມ​ໄປ​ດ້ວຍ​ຄຸນ​ຄ່າ​ປະ​ຫວັດ​ສາດ​. ຈາກນະ​ຄອນຫຼວງ ວຽງ​ຈັນ ກໍ​ມີ​ຖ້ຽວ​ບິນໂດຍກົງ​ໄປ​ຍັງ​ ດ່າ​ໜັງ, ສະ​ນັ້ນການ​ເດີນ​ທາງ​ຂອງ​ຄອບ​ຄົວ​ເພື່ອນ​ຈະ​ສະ​ດວກ​ສະ​ບາຍ​ທີ່​ສຸດ.

ຫວັງ​ວ່າ ບັນ​ດາ​ຂໍ້​ມູນ​ດັ່ງ​ກ່າວ ຈະ​ຊ່ວຍ​ໃຫ້​ເພື່ອນ ຄຳ​ມະ​ນີ ວາງແຜນ​​ການໄປຄົ້ນ​ຫາ ຫວຽດ​ນາມ ໃນ​ລະ​ດູ​ຮ້ອນ​ນີ້​ໄດ້ຢ່າງງ່າຍ​ດາຍ.

ໃນອາທິດຜ່ານມາ, ເພື່ອນ ເພັດມະນີ ຢູ່ນະຄອນຫຼວງ ວຽງຈັນ ໄດ້ແບ່ງປັນກັບພວກຂ້າພະເຈົ້າວ່າ: “ເມື່ອໄປຢ້ຽມຊົມງານຕະຫຼາດນັດສາກົນ ຫຼື ງານພົບປະແລກປ່ຽນວັດທະນະທຳບັນດາປະເທດ ອາຊຽນ, ຂ້າພະເຈົ້າເຫັນວ່າ ຫວຽດນາມ ໄດ້ວາງສະແດງ ແລະ ແນະນໍາ​ບັນ​ດາຜະລິດຕະພັນຫັດຖະກໍາ ສິ​ລະ​ປະກຳ, ດ້ວຍ ຫຼາຍຮູບແບບ ແລະ ສີສັນທີ່ແຕກຕ່າງກັນ. ຢູ່ລາວ ກໍມີຫຼາຍໝູ່ບ້ານອາຊີບຫັດຖະກໍາ ສິ​ລະ​ປະ​ກຳ​ພວມໄດ້ຮັບການລົງທຶນພັດທະນາ; ໂດຍສະເພາະແມ່ນບັນດາຜະລິດຕະພັນຈັກສານ ແລະ ແຜ່ນແພພື້ນເມືອງ. ຂ້າພະເຈົ້າຢາກຮູ້ວ່າ ບັນດາໝູ່ບ້ານຜະລິດເຄື່ອງຈັກສານຂອງ ຫວຽດນາມ ສ່ວນຫຼາຍແມ່ນຢູ່ແຂວງໃດແດ່? ຢູ່ນະຄອນຫຼວງ ຮ່າໂນ້ຍ ມີໝູ່ບ້ານ​ຫັດ​ຖະ​ກຳທີ່ມີຊື່ສຽງໃດບໍ?”

ຂອບໃຈຄໍາແບ່ງປັນ ແລະ ຄໍາຖາມທີ່ເພື່ອນ ເພັດມະນີ ທີ່ໄດ້ຝາກເຖິງລາຍການ. ສໍາລັບຄໍາຖາມຂອງເພື່ອນ, ພວກຂ້າພະເຈົ້າຂໍຕອບວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດ​ຢູ່ ອາຊີຕາເວັນອອກສ່ຽງໃຕ້ ທີ່ມີມູນເຊື້ອຜະລິດບັນດາຜະລິດຕະພັນຫັດຖະກໍາມາແຕ່ດົນນານ. ບັນດາໝູ່ບ້ານອາຊີບເຮັດເຄື່ອງຈັກສານຂອງ ຫວຽດນາມ ປະ​ກົດ​ມີ​ຢູ່ຫຼາຍ​ແຂວງ, ແຕ່​ສ່ວນ​ໃຫຍ່​ແມ່ນ​ຢູ່​ເຂດ​ທົ່ງ​ພຽງ​ທາງ​ພາກ​ເໜືອ, ເຂດ​ພາກ​ກາງ​ຕອນ​ເໜືອ ແລະ​ ​ບາງ​ແຂວງ​ຢູ່​​ພາກ​ໃຕ້. ມີຫຼາຍ​ທ້ອງ​ຖິ່ນ​ທີ່​ມີ​ຊື່​ສຽງ​ກັບ​ອາ​ຊີບ​ຈັກ​ສານໄມ້ໄຜ່, ໄມ້ເຮັ້ຍ, ຫວາຍ ​ຄື: ແທັງ​ຮວ໊າ, ເງະ​ອານ, ຖາຍ​ບິ່ງ, ນາມ​ດິ້ງ, ນິງ​ບິ່ງ ຫຼື ບິ່ງ​ເຢືອງ.

ສະ​ເພາະ​ຢູ່​ນະ​ຄອນຫຼວງ ຮ່າ​ໂນ້ຍ, ໝູ່​ບ້ານ​ອາ​ຊີບ​ຈັກ​ສານ​ໄມ້​ໄຜ່, ຫວາຍທີ່​ມີ​ຊື່​ສຽງ ​ທີ​ສຸດ​ມີ​ໝູ່​ບ້ານ ຝູ​ວິງ ຂຶ້ນ​ກັບ​ຕາ​ແສງ ຝູ​ເຫງຍ, ຢູ່ຫ່າງ​ຈາກ​ໃຈ​ກາງ​ ຮ່າໂນ້ຍ ​ປະ​ມານ 27 ກິ​ໂລ​ແມັດ. ໝູ່​ບ້ານ​ນີ້ ມີ​ປະ​ຫວັດ​ເປັນ​ມາ​​ 400 ກວ່າ​ປີ​ແລ້ວ, ແລະ​ມີ​ຊື່​ສຽງ​ດ້ວຍ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຈັກ​ສານ​ທີ່ປະ​ດິດ​ປະ​ດອຍ​ຄື ພາບ​ສິ​ລະ​ປະ, ເຄື່ອງ​ປະ​ດັບ​ປະ​ດາ​ພາຍ​ໃນ​ເຮືອນ, ກະ​ຕ່າ, ຖາດ ຫຼື ບັນ​ດາຜະ​ລິດ​ຕະ​ພັນ​ສົ່ງ​ອອກ​ອື່ນໆ​ອີກ​ດ້ວຍ. ບໍ່​ພຽງ​ແຕ່​ຮັກ​ສາ​ເຕັກ​ນິກ​ຫັດ​ຖະ​ກຳ​ພື້ນ​ເມືອງ​ໄວ້​ໄດ້​ເທົ່າ​ນັ້ນ, ບັນ​ດາ​ນັກ​ສິ​ລະ​ປະ​ກຳ ຝູ​ວິງ ຍັງ​ປະ​ດິດ​ຫຼາຍ​ຜະ​ລິດ​ຕະ​ພັນ​ທີ່​ທັນ​ສະ​ໄໝ, ນຳ​ຜະ​ລິດ​ຕະ​ພັນ ຫວຽດ​ນາມ ອອກ​ສູ່​ຫຼາຍ​ຕະຫຼາດ​ສາ​ກົນ. ນອກ​ຈາກ ຝູ​ວິງ ແລ້ວ, ຢູ່​ຮ່າ​ໂນ້ຍ ຍັງ​ມີ​ໝູ່​ບ້ານ​ອາ​ຊີບ ນິງ​ເສີ ຢູ່​ຕາ​ແສງ ຮົ່ງ​ເວີນ ແລະ ບາງ​ຕາ​ແສງ​ອື່ນໆ ກໍ​ຜະ​ລິດ​ດ້ວຍ​ຂະໜາດນ້ອຍ​ເພື່ອ​ຮັບ​ໃຊ້​ພາຍ​ໃນ​ປະ​ເທດ. ໃນ​ຈຳ​ນວນ​ບັນ​ດາ​ໝູ່​ບ້ານ​ເຫຼົ່າ​ນັ້ນ, ຝູ​ວິງ​ ໄດ້​ຮັບ​ຖື​ວ່າ ແມ່ນ​ໝູ່​ບ້ານ​ທີ່​ເປັນ​ຕົວ​ແບບ ແລະ ມີ​ຊື່​ສຽງ​ທີ່​ສຸດ​ຂອງ ຮ່າ​ໂນ້ຍ. ຖ້າ​ມີ​ໂອ​ກາດມາ​ຢາມນະ​ຄອນຫຼວງ ຮ່າ​ໂນ້ຍ, ເຊີນ​ເພື່ອນ ເພັດ​ມະ​ນີ ທ່ຽວ​ຊົມ​ບັນ​ດາ​ຮາກ​ຖານ​ຜະ​ລິດ ແລະ ​ເຂົ້າ​ຮ່ວມ​ການ​ຜະ​ລິດ​ໂດຍ​ກົງ​ເພື່ອຊອກ​ຮູ້​ບັນດ​າ​ຜະ​ລິດ​ຕ​ະ​ພັນ​ຈັກ​ສານ​ຂອງ ຮ່າ​ໂນ້ຍ.