ເພື່ອນ ຄຳ​ມະ​ນີ ຢູ່​ນະ​ຄອນຫຼວງ ວຽງ​ຈັນ ແມ່ນ​ 1 ໃນ​ຈຳ​ນວນ​ຜູ້​ຟັງ 26 ທ່ານ​ທີ່​ໄດ້​ຝາກ​ຈົດ​ໝາຍ​ເຖິງ​ລາຍ​ການ​ໃນ​ອ​າ​ທິດ​ຜ່ານ​ມາ ໄດ້​ແບ່ງ​ປັນ​ວ່າ: “ຂ້າ​ພະ​ເຈົ້າ​ມັກ​ບັນ​ດາ​ຮູບ​ແບບ​ແຜ່​ກະ​ຈາຍ​ວັດ​ທະ​ນະ​ທຳ​ຂອງ ຫວຽດ​ນາມ ທີ່​ສຸດ, ມັນ​ມີຫຼາຍຮູບຫຼາຍ​ແບບຫຼາຍ. ເມື່ອ​​ຮັບ​ຟັງທາງ​ລາຍ​ການ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ລາວ ໄດ້​ແບ່ງ​ປັນ​ກ່ຽວ​ກັບ ສະ​ມາ​ຄົມ We love Pho - ພວກ​ເຮົາ​ຮັກ​ເຝີ ແນະ​ນຳ​ເຝີ ແລະ ວັດ​ທະ​ນະ​ທຳ ຫວຽດ​ນາມ ຢູ່ ເອີ​ຣົບ, ຂ້າ​ພະ​ເຈົ້າ​ຢາກ​ຮູ້​ວ່າ ໃຜ​ເປັນ​ຜູ້​ທີ່​ກໍ່​ຕັ້ງ​ສະ​ມາ​ຄົມ​ນີ້​ຂຶ້ນ​ມາ ແລະ ມີການ​ເຄື່ອນ​ໄຫວ​ຄື​ແນວ​ໃດ?

ສະ​ມາ​ຄົມ We Love Phở ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ເດືອນ​ມິ​ຖຸ​ນາ 2025 ຢູ່ ບ​ຣຸກ​ແຊນ (ແບນ​ຊິກ) ໂດຍ​ນັກ​ທຸ​ລະ​ກິດ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ ໂປ​ໂລຍ ທີ່ມ​ີ​ຊື່​ວ່າ ມາຍ​ຫາຍ​ເລິມ ລິ​ເລີ່ມ ແລະ ເປັນ​ປະ​ທານ. We Love Phở ໄດ​້​ເຄື່ອນ​ໄຫວ​ຕາມ​ຮູບ​ແບບ​ເປັນເຄືອຂ່າຍ​ເປີດ, ໂດຍ​ເຕົ້າ​ໂຮມ​ບັນ​ດາ​ພັດ​ທະ​ຄານ, ພໍ່​ຄົວ, ວິ​ສາ​ຫະ​ກິດ ແລະ ຜູ້​ທີ່​ຮັກ​ມັກ​ເຝີ​ຢູ່ຫຼາຍ​ປະ​ເທດ, ເຊິ່ງ​ປັດ​ຈຸ​ບັນ​ໄດ້​ມີ​ໜ້າ​ຢູ່ 17 ປະ​ເທດ​ ເອີ​ຣົບ. ການເຊື່ອມ​ຕໍ່ - ອະ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ​ ເຝີ - ພັດ​ທະ​ນາ​ແບບ​ຍືນ​ຍົງ ແມ່ນ​ເປົ້າ​ໝາຍ​ຍາວ​ນານ​ຂອງ​ເຄືອຂ່າຍ​ນີ້. ອົງ​ກາ​ນ​ນີ້​ບໍ່​ໄດ້​ເຄື່ອນ​ໄຫວ​ຄື​ດັ່ງ​ເປັນ​ວິ​ສາ​ຫະ​ກິດ​ການ​ຄ້າ ແຕ່ສວມ​ບົດ​ບາດ​ເປັນ​ຂົວ​ຕໍ່​ວັດ​ທະ​ນະ​ທຳ, ເຊື່ອມ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ເຂົ້າ​ກັນ ໂດ​ຍ​ຜ່ານ​ບັນ​ດາ​ເຫດ​ການ​ອາ​ຫານ​ການ​ກິນ, ການ​ເຄື່ອນ​ໄຫວ​ສື່ມວ​ນ​ຊົນ ແລະ ແລກ​ປ່ຽນ​ວັດ​ທະ​ນະ​ທຳ. ທ່ານ ມາຍ​ຫາຍ​ເລິມ ແບ່ງ​ປັນ​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທາງ​ສະ​ມາ​ຄົມ​ຈະ​ສຸມ​ໃສ່​ສ້າງ​ຕັ້ງ​ເຄືອຂ່າຍສະ​ມາ​ຊິກ, ສ້າງ ແລະ ປັບ​ປຸງ​ບັນ​ດາ​ຊ່ອງ​ຂໍ້​ມູນ​ຂ່າວ​ສານ​ໃຫ້​ສົມ​ບູນ​ແບບ, ຫັນ​ບັນ​ດາ​ສິດ​ຜົນ​ປະ​ໂຫຍດ ແລະ ພັນ​ທະ​ຂອງ​ຜູ້​ເຂົ້າ​ຮ່ວມ​ເປັນ​ລະ​ອຽດ. ຄ່ອຍໆ​ປ່ຽນ​ແປງ​ພາບ​ພົດ ແລະ ຄວາມ​ຮັບ​ຮູ້​ຂອງ​ຜູ້​ເຂົ້າ​ຮ່ວມ ຫຼື ຮູ້​ຈັກ​ເຖິງສະ​ມາ​ຄົມ We Love Phở ແບບ​ບັງ​ເອີນນັ້ນ ​ຢ່າງ​ຕັ້ງ​ໜ້າ ບົນ​ເນື້ອ​ໃນ​ຈິດ​ໃຈ ສ້າງ​ປະ​ຊາ​ຄົມ​ອາ​ຫານ​ການ​ກິນ ຫວຽດ​ນາມ ຄື​ດັ່ງ​ແມ່ນ​ບັນ​ດາ​ບັດ​ປະ​ຈຳ​ຕົວ​ທາງ​ດ້ານ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ. ໃນ​ອະ​ນ​າ​ຄົດ​ຂ້າງ​ໜ້າ ອາດ​ຈະ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ເຄື່ອງ​ໝາຍ​ກາ​ນ​ຄ້າ​ແຫ່ງ​ຊາດ ກໍ​ຄື ມໍ​ລະ​ດົກ​ອາ​ຫານ​ການ​ກິນ​ ອະ​ນຸ​ລັກ​ຮັກ​ສາ.

ເພື່ອນ ບຸນຫຼວງ ຢູ່​ແຂວງ ຈຳ​ປາ​ສັກ ໄດ້​ສົ່ງ​ຈົດ​ໝາຍ​ເຖິງ​ລາຍ​ການ ດ້ວຍ​ຄວາມ​ປາດ​ຖະ​ໜາ​ຢາກ​ຮັບ​ຟ​ັງ​ການ​ແນະ​ນຳ​ກ່ຽວ​ກັບ​ທະ​ເລ ຈ່າ​ໂກ ຢູ່ແຂວງ ກວາງ​ນິງ ຫວຽດ​ນາມ. ສະ​ນັ້ນ, ຕໍ່​ໄປ​ນີ້, ພວກ​ຂ້າ​ພະ​ເຈົ້າ​ຈະ​ແນະ​ນຳ​ໂດຍ​ສັງ​ເຂບ​ກ່ຽວ​ກັບ​ຫາດ​ຊາຍ​ທະ​ເລ​ທີ່​ສວຍ​ງາມ​ນີ້.

ທະ​ເລ ຈ່າ​ໂກ ໄດ້​ຮັບ​ຖື​ວ່າ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຫາດ​ຊາຍ​ທະ​ເລ​ທີ່​ມີ​ຄວາມ​ງາມ​ທີ່​ເປັນ​ສະ​ເໜ່​ສະ​ເພາະ​ຂອງ​ເຂດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ຫວຽດ​ນາມ. ໂດຍ​ຕ່າງ​ກັບ​ບັນ​ດາ​ຫາດ​ຊາຍ​ທະ​ເລ​ທີ່​ຄຶກ​ຄື້ນ ແລະ ມີ​ຄົນ​ໄປມາ​ຢ່າງ​ຄັບ​ຄາ​ໜາ​ແໜ້ນ, ຈ່າ​ໂກ ດຶງ​ດູ​ດ​ແຂກ​ທ່ອງ​ທ່ຽວ ຍ້ອນມີ​ພື້ນ​ທີ່​ອັນ​ສະ​ຫງົບ​ງຽບ, ປະ​ຖົມ​ປະ​ຖານ ດ້ວຍ​ຫາດ​ຊາຍທີ່​ມີ​ຄວາມ​ຍາວ​ເກືອບ 17 ກິ​ໂລ​ແມັດ ລຽບ​ຕາມ​ແຖວ​ຕົ້ນສົນ​ທີ່​ຂຽວ​ເຢັນ​ສະ​ບາຍ. ຈຸ​ດ​ພິ​ເສດ​ຂອງ​ສະ​ຖານ​ທີ່​ແຫ່ງ​ນີ້ ແມ່ນ​ຕັ້ງ​ຢູ່ເຂດ​ດິນ​ເໜືອ​ສຸດ​ຂອງ​ປະ​ເທດ ຫວຽດ​ນາມ, ໃກ້​ກັບ​ເສັ້ນ​ຊາຍ​ແດນ ຫວຽດ​ນາມ - ຈ​ີນ, ເຮັດ​ໃຫ້​ສະ​ຖານ​ທີ່​ແຫ່ງ​ນີ້ກາຍ​ເປັນ​ຈຸດ​​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ. ​ເມື່ອ​ມາ​ທະ​ເລ ຈ່າ​ໂກ, ແຂກ​ທ່ອງ​ທ່ຽວ ບໍ່​ພຽງ​ແຕ່​ໄດ້​ອາບ​ນ້ຳ​ທະ​ເລ, ຜັກ​ຜ່ອນຢ່ອນ​ອາ​ລົມ​ໃນ​ບັນ​ຍາ​ກາດ​ອັນ​ສະ​ຫງົບ​ງຽບ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ໂອ​ກາດ​ໄດ້​ລົງ​ຕົວ​ຈິງຫຼາຍ​ກິດ​ຈະ​ກຳ​ທີ່​ຈັບ​ອົກ​ຈັບ​ໃຈ ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ຈຸດ​ວັດ​ທະ​ນະ​ທຳ​ຂອງ​ເຂດ​ດິນແດນ​ເໜືອ​ສຸດ​ຂອງ ຫວຽດ​ນາມ. ແຂກ​ທ່ອງ​ທ່ຽວ ສາ​ມາດ​ຍ່າງ​ເລາະ​ລຽບ​ຕາມ​ຫາດ​ຊາຍ​ທະ​ເລ, ​ນັ່ງ​ຢູ່​ກ້ອງ​ແຖວ​ຕົ້ນ​ສົນຊົມ​ວິວ​ຍາມຮຸ່ງ​ອາ​ລຸນ ຫຼື ສາ​ຍັນ ແລະ ຊິມ​ອາ​ຫານ​ທະ​ເລ​ສົດແຊບ. ນອກ​ຈາກ​ນັ້ນ​ແລ້ວ, ແຂ​ກ​ທ່ອງ​ທ່ຽວ​ກໍ​ອາດ​ຈະ​ສາ​ມາດ​ຢ້ຽມ​ຊົມສາລາ ຈ່າ​ໂກ ທີ່​ເກົ່າ​ແກ່, ຊອກ​ຮູ້​ວິ​ຖີ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຊາວ​ປະ​ມົງ​ຢູ່​ທ້ອງ​ຖິ່ນ, ລົງເລາະ​ຕະຫຼາດ​ຂາຍ​ເຄື່ອງ​ທະ​ເລ​ຍາມ​ເຊົ້າ ແລະ ຊອກ​ຮູ້​ກ່ຽວ​ກັບ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ຜ່ານ​ງານ​ບຸນ ສາລາ ຈ່າ​ໂກ ທີ່​ຈະ​ດຳ​ເນີນ​ໃນ​ທ້າຍ​ເດືອນ 5 ແລະ ຕົ້ນ​ເດືອນ​ 6 ຕາມ​ຈັນ​ທະ​ປະ​ຕິ​ທິນ​ຂອງ​ທຸກໆ​ປີ. ຈາກ ຈ່າ​ໂກ, ແຂກ​ທ່ອງ​ທ່ຽວ​ກໍ​ສາ​ມາດ​ໄປ​ຢ້ຽມ​ຊົມ ແຫຼມ ຊາ​ຫວີ - ເຊິ່ງ​ເປັນ​ບ່ອນ​ວາງ​ປາຍ​ປາ​ກ​ກາ​ທຳ​ອິດ​ໃນ​ແຜນ​ທີ່​ຮູບຕົວ S ຂອງ ຫວຽດ​ນາມ ອີກ​ດ້ວຍ.

ເພື່ອນ ວັນ​ນິ​ທອງ, ຢູ່ນະ​ຄອນຫຼວງ ວຽງ​ຈັນ ໄດ້​ຖາມ​ວ່າ: ໃກ້​ຈະ​ຮອດ​ລະ​ດູ​ໝາກ​ລີ້ນ​ຈີ່ ຫວຽດ​ນາມ ແລ້ວ​ບໍ? ໝາກ​ລີ້ນ​ຈີ່ ຫວຽດ​ນາມ ໄດ້​ສົ່ງ​ອອກ​ໄປ​ຍັງ​ປະ​ເທດ​ໃດ​ແດ່​?

ເພື່ອນ ວັນ​ນິ​ທອງ ທີ່​ຮັກ​ແພງ! ລະ​ດູ​ໝາກ​ລີ້ນ​ຈີ່​ຢູ່ ຫວຽດ​ນາມ ໄດ້​ເລີ່ມ​ແຕ່​ປະ​ມານ​ເດືອນ​ພຶດ​ສະ​ພາ ຫາ​ເດືອນກໍ​ລະ​ກົດ​ ຂອງ​ທຸກໆ​ປີ, ໃນ​ນັ້ນ ຈຸດ​ເວ​ລາ​ທີ່​ໃຫ້​ການເກັບ​ກ່ຽວຫຼາຍ​ທີ່​ສຸດ​ແມ່ນ​ໃນ​ເດືອນ​ມິ​ຖຸ​ນາ. ​ບັນ​ດາ​ເຂດ​ປູກ​ຕົ້ນ​ລີ້ນ​ຈີ່​ທີ່​ມີ​ຊື່​ສຽງ​ຂອງ ຫວຽດ​ນາມ ນັ້ນ​ແມ່ນ​ແຂວງ ບັກ​ນິງ, ຫາຍ​ຟ່ອງ ແລະ ​ແຂວງ​ພາກ​ເໜືອຈຳນວນໜຶ່ງ. ໝາກ​ລີ້ນ​ຈີ່​ຂອງ ຫວຽດ​ນາມ ມີ​ຊື່​ສຽງ ຍ້ອນ​ໃຫ້​ລົດ​ຫວານ​ພໍ​ດີ, ເນື້ອ​ໜາ, ແກ່ນ​ນ້ອຍ ແລະ ມີ​ຄວາມ​ຫອມ​ເປັນ​ເອ​ກະ​ລັກ ສະ​ນັ້ນ ຈຶ່ງ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກຫຼາຍ​ຕະຫຼາດ​ສາ​ກົນ. ວັນ​ທີ 25 ພຶດ​ສະ​ພາ​ຜ່ານ​ມາ, ບໍ​ລິ​ສັດ CP Ameii ຫວຽດ​ນາມ ຫາ​ກໍ່​ສົ່ງ​ອອກ​ໝາກ​ລີ້ນ​ຈີ່​ສົດ​ຈຳ​ນວນ 40 ໂຕນ ໄປ​ຍັງ ອາ​ເມ​ລິ​ກາ ຜ່ານທາງທະເລ. ນີ້​ແມ່ນງວດ​ລີ້ນ​ຈີ່​ທຳ​ອິດ​ຂອງ​ແຂວງ ຫາຍ​ຟ່ອງ ໃນ​ປີ 2026 ທີ່​ໄດ້​ສົ່ງ​ອອກ​ໄປ​ຍັງ​ຕະຫຼາ​ດ​ທີ່​ຮຽກ​ຮ້ອງ​ມາດ​ຕະ​ຖານ​ເຄັ່ງ​ຄັດ​ອັນດັບຕົ້ນໆນີ້. ຕາມ​ບົດ​ລາຍ​ງານວິເຄາະ​ຕະຫຼາດ​ຂອງ Research and Markets ແລ້ວ, ປັດ​ຈຸ​ບັນ, ຫວຽດ​ນາມ ແມ່ນ​ປະ​ເທດ​ສົ່ງ​ອອກ​ລີ້ນ​ຈີ່ຫຼາຍ​ອັນ​ດັບ​ທີ 2 ໃນ​ໂລກ. ສ່ວນ​ຕາມ​ການ​ຕີ​ລາ​ຄາ​ຂອງ​ກົມ​ນຳ​ເຂົ້າ​ສົ່ງ​ອອກ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ, ປັດ​ຈຸ​ບັນ, ໝາກ​ລີ້ນ​ຈີ່ ຖ່ຽວ ຫວຽດ​ນາມ ໄດ້​ມີ​ໜ້າ​ຢູ່ກວ່າ 30 ປະ​ເທດ, ເຂດ​ແຄວ້ນ​ໃນ​ໂລກ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ບັນ​ດາ​ຕະຫຼາດ​ຂັ້ນ​ສູງ​ສຸດ. ໃນ​ນັ້ນ ຕະຫຼາດ​ສົ່ງ​ອອກ​ຕົ້ນ​ຕໍ​ຂອງ ຫວຽດ​ນາມ ແມ່ນ ຈີນ, ອ​າ​ເມ​ລິ​ກາ, ຍີ່​ປຸ່ນ ແລະ ອີ​ຢູ.