ໃນອາທິດຜ່ານມາ, ມີຈົດໝາຍທັງໝົດ 450 ສະບັບ ທີ່ໄດ້ສົ່ງມາຍັງ VOV5, ສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍຈາກທ່ານຜູ້ຟັງລາວ 25 ສະບັບ. ໃນນັ້ນ, ພວກຂ້າພະເຈົ້າໄດ້ຮັບຫຼາຍຄຳແບ່ງປັນທີ່ຕັ້ງໜ້າ ແລະ ຫຼາຍຄຳຖາມກ່ຽວກັບຂະແໜງທ່ອງທ່ຽວ ຫວຽດນາມ.
ພາຍຫຼັງການໄປທ່ອງທ່ຽວຢູ່ ຫຼີເຊີນ, ແຂວງ ກວາງງາຍ ຫວຽດນາມ, ເພື່ອນ ຈຳພອນ ຢູ່ນະຄອນຫຼວງ ວຽງຈັນ ໄດ້ແບ່ງປັນວ່າ: “ຂອບໃຈລາຍການພາກພາສາລາວ ທີ່ໄດ້ແນະນຳບັນດາສະຖານທີ່ທ່ອງທ່ຽວຢູ່ ຫຼີເຊີນ ໃຫ້ແກ່ຂ້າພະເຈົ້າ. ສຳລັບຂ້າພະເຈົ້າແລ້ວ, ນີ້ແມ່ນການທ່ອງທ່ຽວທີ່ບໍ່ອາດລືມໄດ້, ອາກາດດີ, ນ້ຳທະເລຂຽວໃສ ແລະ ມີຫຼາຍການລົງຕົວຈິງທີ່ຈັບອົກຈັບໃຈຫຼາຍ”.
ຖັດມາແມ່ນຄຳແບ່ງປັນຂອງເພື່ອນ ຄຳແກ້ວ ກໍຢູ່ນະຄອນຫຼວງ ວຽງຈັນ ເຊັ່ນດຽວກັນ. ເພື່ອນ ຄຳແກ້ວ ໄດ້ຂຽນມາວ່າ: “ຂ້າພະເຈົ້າມີຄວາມປະທັບໃຈຕໍ່ຈຳນວນຕົວເລກແຂກທ່ອງທ່ຽວທີ່ ຫວຽດນາມ ບັນລຸໄດ້ໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ, ວັນທີ 30 ເມສາ ແລະ ວັນກຳມະກອນສາກົນ ວັນທີ 01 ພຶດສະພາ ຜ່ານມາ ແລະ ຂໍຊົມເຊີຍ 9 ຈຸດໝາຍປາຍທາງທີ່ໄດ້ຮັບການຄັດເລືອກຈາກວາລະສານທ່ອງທ່ຽວ Lonely Planet ວ່າ ເປັນສິ່ງມະຫັດສະຈັນທຳມະຊາດທີ່ສວຍງາມທີ່ສຸດຂອງ ຫວຽດນາມ. ໃນ 9 ສິ່ງມະຫັດສະຈັນນັ້ນ, ຂ້າພະເຈົ້າເຄີຍມີໂອກາດໄປຢ້ຽມຊົມ ອ່າວ ຮະລອງ ແລະ ຝູກວັກ, ເຊິ່ງລ້ວນແລ້ວແຕ່ແມ່ນບັນດາຈຸດໝາຍປາຍທາງທີ່ສຸດຍອດຫຼາຍ. ສ່ວນ ໂນນຊາຍ ໝຸຍແໜ ແມ່ນສະຖານທີ່ຂ້ອນຂ້າງໃໝ່ສຳລັບຂ້າພະເຈົ້າ, ບໍ່ຮູ້ວ່າ ໂນນຊາຍນີ້ຢູ່ແຂວງໃດ ແລະ ມີຈຸດພິເສດຫຍັງແດ່?”
ໂນນຊາຍ ໝຸຍແໜ ຕັ້ງຢູ່ແຂວງ ເລີມດົ່ງ ຂອງ ຫວຽດນາມ ໂດຍມີຄວາມດູດດື່ມອັນເປັນເອກະລັກໃນຕົວຂອງຫາຍຊາຍແຄມທະເລພາກກາງຕອນໃຕ້ ຫວຽດນາມ. ໝຸຍແໜ ພົ້ນເດັ່ນຂຶ້ນດ້ວຍລະບົບໂນນຊາຍສີເຫຼືອງ ແລະ ຂາວທີ່ກວ້າງໃຫຍ່, ໂດຍໄດ້ຮັບການສ້າງຂຶ້ນຜ່ານການກະທົບຈາກລົມທະເລມາເປັນເວລານັບພັນປີ. ການເຄື່ອນຍ້າຍທີ່ບໍ່ຮູ້ຢຸດຂອງຊາຍໄດ້ສ້າງເປັນບັນດາຮູບພູມີສັນຖານທີ່ມີການປ່ຽນແປງຢູ່ຕະຫຼອດເວລາ, ເຮັດໃຫ້ຜູ້ໄດ້ໄປເຖິງຄິດເຖິງບັນດາທະເລຊາຍທີ່ມີຊື່ສຽງໃນໂລກ. ບໍ່ພຽງແຕ່ມີທັດສະນີຍະພາບທີ່ໃຫຍ່ໂຕມະໂຫຖານເທົ່ານັ້ນ, ໂນນຊາຍ ໝຸຍແໜ ຍັງມີຫຼາຍກິດຈະກຳລົງຕົວຈິງທີ່ເປັນເອກະລັກເຊັ່ນ: ຫຼີ້ນກະດານຊາຍ (Sandboarding), ຂີ່ລົດ off-road ຫຼື ຖ່າຍຮູບຍາມຮຸ່ງອາລຸນ ແລະ ສາຍັນ. ຄວາມກົງກັນຂ້າມລະຫວ່າງສີເຫຼືອງຂອງຊາຍ, ສີຂຽວຂອງນ້ຳທະເລ ແລະ ທ້ອງຟ້າທີ່ສົດໃສ ໄດ້ສ້າງພື້ນທີ່ທີ່ເຕັມໄປດ້ວຍຄວາມງາມ, ດຶງດູດແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດມາທ່ຽວຊົມເປັນຈຳນວນຫຼາຍ. ຫວ່າງມໍ່ໆມານີ້, ໝຸຍແໜ ຍັງໄດ້ຮັບການເຊີດຊູຈາກ ແພຼດຟອມ ທ່ອງທ່ຽວ Booking.com ວ່າ ເປັນໜຶ່ງໃນບັນດາຈຸດໝາຍປາຍທາງທີ່ເປັນທ່າອ່ຽງຂອງປີ 2026 ຍ້ອນມີທັດສະນີຍະພາບ “ເໜືອຈິງ”, ຈັງຫວະຊີວິດອັນສະຫງົບງຽບ ແລະ ແມ່ນ “ແດນສະຫວັນ” ສຳລັບບັນດາປະເພດກິລາທະເລ.
ບັນດາຜູ້ຈັດທຳລາຍການພວກຂ້າພະເຈົ້າ ມີຄວາມປິຕິຊົມຊື່ນທີ່ສຸດເມື່ອໄດ້ຮັບຈົດໝາຍ ແລະ ຄຳແບ່ງປັນຈາກທ່ານຜູ້ຟັງຜູ້ອ່ານທຸກທ່ານ. ຂໍຂອບໃຈທຸກໆທ່ານທີ່ໄດ້ສະໜັບສະໜູນ, ຕິດຕາມ ແລະ ຝາກຈົດໝາຍມາຍັງລາຍການພາກພາສາລາວ ກໍຄື VOV5. ສືບຕໍ່ລາຍການ, ເຊີນທ່ານຮັບຟັງຄຳແບ່ງປັນມາຈາກຜູ້ຟັງ ຍີ່ປຸ່ນ. ໃນຈົດໝາຍ, ເພື່ອນ Wada Yoshiaki ໄດ້ຂຽນວ່າ: “ຜ່ານການຕິດຕາມລາຍການຂອງ VOV, ຂ້າພະເຈົ້າເຫັນວ່າ ບໍ່ພຽງແຕ່ມີຜູ້ຟັງຊາວ ຍີ່ປຸ່ນ ເທົ່ານັ້ນ ຫາກຍັງມີຜູ້ຟັງປະເທດອື່ນໆອີກ ເຊັ່ນ ບຣາຊິນ, ຈີເລ, ອິນເດຍ… ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ VOV ຍາດໄດ້ບັນດາບາດກ້າວໃດໜຶ່ງທີ່ແນ່ນອນໃນຂົງເຂດກະຈາຍສຽງ. ຊົມເຊີຍ VOV!”
ນອກຈາກຄຳຊົມເຊີຍ, ເພື່ອນ Wada Yoshiaki ຍັງຢາກຮູ້ວ່າ: ມາຮອດປັດຈຸບັນ, ຫວຽດນາມ ມີເຂດປູຊະນີຍະສະຖານລະດັບຊາດພິເສດຈັກແຫ່ງ?
(ພາບ: hoangthanhthanglong.com)
ພາຍຫຼັງການຈັດອັນດັບຄັ້ງທີ 19 ຂອງປີ 2026, ປັດຈຸບັນ, ຫວຽດນາມ ມີເຂດປູຊະນີຍະສະຖານລະດັບຊາດພິເສດທັງໝົດ 153 ແຫ່ງ. ທົ່ງພຽງແມ່ນ້ຳແດງ ແມ່ນເຂດມີຫຼາຍປູຊະນີຍະສະຖານປະຫວັດສາດທີ່ສຸດໃນທົ່ວປະເທດດ້ວຍ 64 ປູຊະນີຍະສະຖານ. ບັນດາແຂວງ, ນະຄອນທີ່ມີຫຼາຍປູຊະນີຍະສະຖານແມ່ນ ນະຄອນຫຼວງ ຮ່າໂນ້ຍ, ເຊິ່ງເປັນທ້ອງຖິ່ນທີ່ມີປູຊະນີຍະສະຖານລະດັບຊາດພິເສດຫຼາຍກວ່າໝູ່ຢູ່ ຫວຽດນາມ ດ້ວຍ 22 ແຫ່ງ, ພົ້ນເດັ່ນແມ່ນ ພະລາດຊະວັງທັງລອງ, ວັນໝຽວ - ກວັກຕື໋ຢາມ (ມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ), ໜອງ ຮວ່ານກຽມ - ວິຫານ ງອກເຊີນ ແລະ ບັນດາປູຊະນີຍະສະຖານກ່ຽວຂ້ອງເຖິງປະທານ ໂຮ່ຈີມິນ; ແຂວງ ນິງບິ່ງ ມີ 10 ແຫ່ງ, ຫາຍຟ່ອງ ມີ 9 ແຫ່ງ. ບັນດາມໍລະດົກໂລກ ຢູ່ ຫວຽດນາມ ກໍລ້ວນແລ້ວແຕ່ໄດ້ຈັດເປັນປູຊະນີຍະສະຖານລະດັບຊາດພິເສດ.
ກ່ອນຈະສິ້ນສຸດລາຍການມື້ນີ້, ພວກຂ້າພະເຈົ້າຂໍຕອບຄຳຖາມຂອງເພື່ອນ ອຸ່ນຄຳ ຢູ່ແຂວງ ຈຳປາສັກ. ເພື່ອນຖາມກ່ຽວກັບສະພາບການທ່ອງທ່ຽວໃນໄຕມາດທີ 1 ປີ 2026 ຂອງ ຫວຽດນາມ. ນີ້ກໍແມ່ນຂໍ້ມູນທີ່ເພື່ອນ Sun Phol ຢູ່ ພະນົມເປັນ, ກຳປູເຈຍ ຢາກໃຫ້ VOV5 ແນະນຳ.
ເຖິງວ່າໃນສະພາບການທ່ອງທ່ຽວໂລກຖືກຜົນກະທົບຫຼາຍຢ່າງຈາກການປະທະກັນດ້ານພູມີສາດການເມືອງ, ຄ່າຂົນສົ່ງໂດຍສານເພີ່ມຂຶ້ນສູງ ແລະ ຂະແໜງການບິນຖືກຂາດວັກຂາດຕອນກໍຕາມ, ແຕ່ຂະແໜງທ່ອງທ່ຽວ ຫວຽດນາມ ໃນ 3 ເດືອນຕົ້ນປີ 2026 ຍັງຄົງຮັກສາທ່າເຕີບໂຕທີ່ເປັນໜ້າປະທັບໃຈ, ສືບຕໍ່ຢັ້ງຢືນກຳລັງດູດດື່ມຂອງຈຸດປາຍທາງທີ່ປອດໄພ, ມີຄວາມເປັນປົກກະຕິ. ຈຳນວນແຂກທ່ອງທ່ຽວທັງໝົດທີ່ບັນລຸໄດ້ໃນໄຕມາທີ 1 ປີ 2026 ແມ່ນ 6,75 ລ້ານເທື່ອຄົນ, ເພີ່ມຂຶ້ນ 12,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025. ຈີນ ແລະ ສ.ເກົາຫຼີ ສືບຕໍ່ແມ່ນສອງຕະຫຼາດໃຫຍ່ສຸດ, ກວມເອົາປະມານ 40% ຈຳນວນແຂກທ່ອງທ່ຽວທັງໝົດທີ່ມາ ຫວຽດນາມ. ສິ່ງທີ່ໜ້າສົນໃຈແມ່ນ, ຈຳນວນແຂກທ່ອງທ່ຽວທີ່ມາຈາກບັນດາຕະຫຼາດ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີໃຕ້ ເພີ່ມຂຶ້ນຢ່າງແຮງ, ໃນນັ້ນມີ ອິນເດຍ ແລະ ຟີລິບປິນ ລ້ວນແຕ່ບັນລຸລະດັບເພີ່ມຂຶ້ນເກືອບ 70%, ເຊິ່ງໄດ້ຊີ້ໃຫ້ເຫັນທ່າອ່ຽງເປີດກວ້າງຕະຫຼາດທີ່ນັບມື້ນັບຈະແຈ້ງກວ່າເກົ່າ.
