ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ຕິ​ຊົມ​ຊື່ນ​ເມື່ອ​ໄດ້​ຮັບ​ນ້ຳ​ໃຈ​ຄວາມ​ຮັກ​ແພງ, ຄວາມ​ນິ​ຍົມ ແລະ ຄວາມ​ສົນ​ໃຈ​ຂອງ​ຜູ້​ຟັງ ຜ່ານ​ຈົດ​ໝາຍ​ນັບ​ຮ້ອຍ​ສະ​ບັບ​ຈາກຫຼາຍ​ປະ​ເທດ​ ແລະ ເຂດ​ແຄວ້ນ​ໃນ​ໂລກ ທີ່​ໄດ້​ສົ່ງ​ມາ​ຍັງ VOV5. ຕໍ່​ໄປ​ນີ້ ເຊີນ​ທ່ານ​ຜູ້​ຟັງ ພ້ອມ​ກັບ​ບັນ​ນາ​ທິ​ການ​​ຂອງລາຍ​ການ ເປີດ​ອ່ານ​ບັນ​ດາຄຳ​ເຫັນ​ປະ​ກອບ ແລະ ເນື້ອ​ໃນ​ຈົດ​ໝາຍບາງ​ສະ​ບັບ​ໃນ​ຈໍ​າ​ນວນ​ຈົດ​ໝາຍ​ທັງ​ໝົດ 351 ສະ​ບັບ ທີ່​ໄດ້​ສົ່ງ​ມາ​ຍັງ VOV5 ໃນ​ອາ​ທິດ​ຜ່ານ​ມາ, ສະ​ເພາະ​ລາຍການ​ພາ​ສາ​ລາວ ໄດ້​ຮັບ​ຈົດ​ໝາຍຈາກ​ທ່ານ​ຜູ້​ຟັງ​ລາວ 23 ສະ​ບັບ​. ຕໍ່ໄປ, ເຊີນທ່ານພ້ອມກັບນັກຂ່າວ VOV ເປີດ​ອ່ານ​ຈົດ​ໝາຍ​ບັນ​ດາ​ສະ​ບັບ​ດັ່ງ​ກ່າວ.

ໃນ​ອາ​ທິດ​ຜ່ານ​ມາ, ລາຍ​ການ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ລາວ ໄດ້​ຮັບ​ຈົດ​ໝາຍ​ຂອງ​ເພື່ອນ ຈ​ິນ​ດາ ຢູ່​ນະ​ຄອນຫຼວງວຽງ​ຈັນ. ໃນ​ຈົດ​ໝາຍ, ເພື່ອນ​ໄດ້​ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ຄວາມ​ງາມ​ຂອງ​ໝູ່​ບ້ານ​ດິນ​ຈີ່​ດິນ​ເຜົາ ມາງ​ທິດ ຢູ່​ແຂວງ ຫວິງ​ລອງ ຜ່ານ​ພາບ​ສາ​ລະ​ຄະ​ດີ: ກາ​ນ​ທ່ອງ​ທ່ຽວ ຫວິງ​ລອງ: ຂຽນ​ຕໍ່​ເລື່ອງ​ລາວ​ດ້ານ​ວັດ​ທະ​ນະ​ທຳ​ຢູ່ “ລາ​ຊະ​ອາ​ນາ​ຈັກ​ດິນ​ຈີ່, ດິນ​ເຜົາ”. ເພື່ອ​ນ​ແບ່ງ​ປັນ​ວ່າ: “ສະ​ຖາ​ປັດ​ຕະ​ຍາ​ກຳ​ຂອງ​ບັນ​ດາ​ເຕົາ​ເຜົາ​ດິນ​ຈີ່​ດິນ​ເຜົາ​ໄດ້​ສ້າງ​ຄວາມ​ມີ​ສະ​ເໜ່​ທີ່​ໜ້າ​ປະ​ທັບ​ໃຈ​ໃຫ້​ໝູ່​ບ້ານ​ແຫ່ງ​ນີ້. ຂ້າ​ພະ​ເຈົ້າ​ຢາກໄປສຳ​ຜັດ​ກັບ​ຕາ ເພື່ອຄົ້ນຫາ​ບັນ​ດາ​ເລື່ອ​ງ​ລາວ​ກ່ຽວ​ກັບ​ອາ​ຊີບ​ເຮັດ​ດິນ​ຈີ່​ດິນ​ເຜົາ ແລະ ຄວາມ​ງາມ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ວິ​ຖີ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ໝູ່​ບ້ານ ມາງ​ທິດ ນີ້”.

ພວກ​ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນ​ໃຫ້​ທ່ານ​ຮູ້​ຕື່ມ​ອີກວ່າ: ຫວິງ​ລອງ ​ແມ່ນ​ແຂວງ​ທີ່​ຢູ່ຫ່າງ​ຈາກ​ນະ​ຄອນ ໂຮ່​ຈີ​ມິນ ປະ​ມານ 130 ກິ​ໂລ​ແມັດ, ບໍ່​ພຽງ​ແຕ່​ມີ​ໝູ່​ບ້ານ​ດິນ​ເຜົາ​ ມາງ​ທິ​ດ​ ເທົ່າ​ນັ້ນ, ຫວິງ​ລອງ ຍັງ​ມີ​ຫຼາຍ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ພາກ​ຕາ​ເວັນ​ຕົກ ຫວຽດ​ນາມ ດ້ວຍຫຼາຍ​ລາຍ​ການ​ທ່ອງ​ທ່ຽວ​ລົງ​ຕົວ​ຈິງ​ທີ່​ຈັບ​ອົກ​ຈັບ​ໃຈ ພວມ​ດຶງ​ດູດ​ແຂ​ກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລ​ະ​ ຕ່າງ​ປະ​ເທດ​ເປັນ​ຈຳ​ນວນຫຼາຍ. ຫວັງ​ວ່າ ເພື່ອນ​ ຈິນ​ດາ ແລະ ທ່ານ​ຜູ້​ຟັງ​ຈະ​ໄປ​ຄົ້ນ​ຫາ​ແຂວງ ຫວິງ​ລອງ ໃນ​ເວ​ລາ​ໄວ​ໆ​ນີ້.

ອາ​ທິດ​ຜ່ານ​ມາ, VOV5 ໄດ້​ຮັບ​ຈົດ​ໝາຍ​ຈາກ​ເພື່ອນ Sun Phol, ຈາກ ພະ​ນົມ​ເປັນ, ກຳ​ປູ​ເຈຍ, ດ້ວຍ​ເນື້ອ​ໃນ: “ນັບ​ແຕ່​ເມື່ອ​ຮູ້​ຂ່​າວ​ວ່າ ຫວຽດ​ນາມ ໄດ້​ຈັດ​ສົ່ງ​ຄະ​ນະ​ກູ້​ໄພ​ກູ້​ຊີບ​ໄປ​ຊ່ວຍ​ເຫຼືອ ເວ​ເນ​ຊູ​ເອ​ລາ ພາຍຫຼັງ​ວິ​ນາດ​ຕະ​ກຳ​ແຜ່ນ​ດິນ​ໄຫວ​ທີ່ເກີດ​ຂຶ້ນ​ຢ່າງ​ຮ້າຍ​ແຮງ​ໃນຊ່ວງ​ຫວ່າງແລ້ວນີ້, ຂ້າ​ພະ​ເຈົ້າ​ໄດ້​ຕິດ​ຕາມ​ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ຢ່າງ​ໃກ້​ຊິດ. ບັນ​ດາ​ການ​ກະ​ທຳ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ຢ່າ​ງ​ຈະ​ແຈ້ງ​ເຖິງມູນ​ເຊື້ອ​ມະ​ນຸດ​ສະ​ທຳ, ຈິດ​ໃຈ​ສາ​ກົນ​ຂອງ ຫວຽດ​ນາມ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ຢ່າງ​ແນ່ວ​ແນ່​ວ່າ ຄະ​ນະ​ກູ້​ໄພ​ກູ້​ຊີບ​ຂອງ ຫວຽດ​ນາມ ຈະ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ຄື​ກັນ​ກັບ​ການ​ຊ່ວຍ​ເຫຼື​ອ ຕວັກ​ກີ ແລະ ມຽນ​ມາ ​ກ່ອນໜ້ານີ້”.

ເພື່ອນ Nijat Imranli ຈາກ ເຢຍ​ລະ​ມັນ ໄດ້​ແບ່ງ​ປັນ​ວ່າ: “ລາຍ​ການ​ກະ​ຈາຍ​ສຽງ​ຂອງ VOV5 ໄດ້​ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ ແລະ ຊີ​ວິດ​ຍຸກ​ປັດ​ຈຸ​ບັນ​ຂອງ ຫວຽດ​ນາມ ຕື່ມ​ອີກ. ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ຍາມ​ໃດ​ກໍ​ສົນ​ໃຈ​ຕິດ​ຕາມ​ບັນ​ດາ​ລາ​ຍ​ການ​ຂອງ​ພວກ​ເພື່ອນ”

ນອກ​ຈາກ​ບັນ​ດາ​ຄຳ​ແບ່ງ​ປັນ​ທີ່​ພວກ​ຂ້າ​ພະ​ເຈົ້າ​ຫາ​ກໍ່​ແນະ​ນຳ​ເຖິງ​ບັນດາທ່ານ​ແລ້ວ, ຕໍ່​ໄປ​ນີ້, ພວກ​ຂ້າ​ພ​ະ​ເຈົ້າ​ຂໍ​ຕອບ​ບັນ​ດາ​ຄຳ​ຖາມ​ເຊິ່ງ​ທ່ານ​ຜູ້​ຟັງ​ໄດ້​ຝາກ​ມາ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ.

ທຳ​ອິດ​ແມ່ນ​ຄຳ​ຖາມ​ຂອ​ງ​ເພື່ອນ ວິ​ໄລ ຢູ່​ນະ​ຄອນຫຼວງ ວຽງ​ຈັນ. ເພື່ອນ​ໄດ້​ຖາມ​ມາ​ວ່າ: ເປັນ​ຫຍັງ ຊື່​ຂອງ​ຖະ​ໜົນ​ສາຍ​ຕ່າງໆ​ຢູ່​ເຂດເມືອງ​ເກົ່າ​ ຮ່າ​ໂນ້ຍ ລ້ວນ​ແຕ່​ເລີ່ມ​ຕົ້ນ​ດ້ວຍ​ຄຳ​ວ່າ “ຮ່າງ”?

ເພື່ອນ ວິ​ໄລ ທີ່​ຮັກ​ແພງ! ນີ້​ແມ່ນ​ຄຳ​ຖາມ​ທີ່​ເປັນໜ້າສົນໃຈຫຼາຍ. ຄຳ​ວ່າ “ຮ່າງ” ໃນ​ພາ​ສາ ຫວຽດ ໝາຍ​ເຖິງ​ຄຳ​ວ່າ “ສິນ​ຄ້າ” ໃນ​ພາ​ສາ ລາວ. ໃນ​ເມື່ອ​ກ່ອນ, ຖະ​ໜົນ​ແຕ່​ລະ​ສາຍ ຈະ​ຕິດ​ພັນ​ກັບ​ອາ​ຊີບ ຫຼື ສິນ​ຄ້າ​ປະ​ເພດ​ໃດ​ໜຶ່ງ​ທີ່​ເປັນ​ເອ​ກະ​ລັກ. ເປັນ​ຕົ້ນ​ແມ່ນ, ຖະ​ໜົນ ຮ່າງ​ບາກ ໄດ້​ເປັນ​ທີ່​ຮູ້​ຈັກ​ກັນ​ດີ​ກັບ​ອາ​ຊີບ ຕີ​ເງິນ​ຕີ​ຄຳ, ຖະ​ໜົນ ຮ່າງ​ມ໊າ ຕິດ​ພັນ​ກັບ​ອາ​ຊີບ​ເຮັດ​ເຄື່ອງ​ປະ​ດັບ​ປະ​ດາ ແລະ ເຄື່ອງ​ຖະ​ຫວາຍ​ບູ​ຊາ, ຖະ​ໜົນ ຮ່າງ​ທຽກ ຕິດ​ພັນ​ກັບອາ​ຊີບ​ຜະ​ລິດ​ບັນ​ດາ​ຜະ​ລິດ​ຕະ​ພັນເຮັດ​ດ້ວຍ​​ຊືນ, ຖະ​ໜົນ ຮ່າງ​ຢາຍ ມີ​ຊື່​ສຽງ​ດ້ວຍ​ອາ​ຊີບຕ່ຳ​ຫູກ​ທໍ​ໄໝ, ຂາຍ​ແພ​ໄໝ ແລະ ເຄື່ອງ​ຫັດ​ຖະ​ກຳ, ສ່ວນ​ຖະ​ໜົນ ຮ່າງກວາດ ແມ່ນ​ບ່ອນ​ຜະ​ລິດ ແລະ ດຳ​ເນີນ​ທຸ​ລະ​ກິດ​ ວີພື້ນ​ເມືອງ​ຊະ​ນິດ​ຕ່າງໆ. ໄປ​ຄຽງ​ຄູ່​ກັນ​ນັ້​ນ ຍັງ​ມີ​ຖະ​ໜົນ ຮ່າງ​ດ່າວ ຕິດ​ພັນ​ກັບ​ອາ​ຊີບ ຍ້ອມ​ສີ ແລະ ຂາຍ​ແຜ່ນ​ແພ… ຜ່ານ​ການ​ເວ​ລາ, ຫຼາຍ​ອາ​ຊີບ ໄດ້​​ປ່ຽນ​ແປງ ຫຼື ບໍ່​ໄດ້​ຄົງ​ຕົວ​ຄື​ເມື່ອ​ກ່ອນ​ອີກ​ແລ້ວ, ແຕ່​ຊື່​ຖະ​ໜົນ​ສາຍ​ຕ່າງໆ​ນັ້ນ ຍັງ​ໄດ້​ຮັກ​ສາ​ໄວ້​ຄື​ເປັນ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ວັດ​ທະ​ນະ​ທຳ​ຂອງ​ພະ​ລາດ​ຊະ​ວັງ​ທັງ​ລອງ - ຮ່າ​ໂນ້ຍ. ປັດ​ຈຸ​ບັນ​ນີ້, ເມືອງ​ເກົ່າ ຮ່າ​ໂນ້ຍ ບໍ່​ພຽງ​ແຕ່​ເປັນ​ຈຸດ​ໝາຍ​ປາຍ​ທາງ​ທີ່​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ເທົ່າ​ນັ້ນ ຫາກ​ຍັງ​ເປັນ​ບ່ອນ​ປະ​ກອບ​ສ່ວ​ນ​ຮັກ​ສາ ແລະ ແນະ​ນຳ​ບັນ​ດາ​ຄຸນ​ຄ່າ​ຂອງ​ອາ​ຊີບ​ຫັດ​ຖະ​ກຳ​ພື້ນ​ເມືອງ​ຂອງ​ຊາວ ຮ່າ​ໂນ້ຍ ໄປເຖິງ​ເພື່ອນ​ມິດ​ສາ​ກົນ​ອີກ​ດ້ວຍ.

ກ່ອນ​ຈະ​ສິ້ນ​ສຸດ​ລາຍ​ການ​ມື້​ນີ້, ພວກ​ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ກ່ຽວ​ກັບ​ຖ້ຳ ຖັງ ທີ່​ຫາ​ກໍ່​ພົບ​ເຫັນຢູ່​ອຸ​ທິ​ຍານ​ແຫ່ງ​ຊາດ ຟອງ​ຍາ - ແກ໋ບ່າງ ຕາມ​ຄວາມ​ປະ​ສົງ​ຂອງ​ເພື່ອນ ບຸນ​ຍວງ.

ທ່ານ​ອາດ​ຈະ​ຮູ້​ຈັກ​ສວນ​ອຸ​ທິ​ຍານ​ແຫ່ງ​ຊາດ ຟອງຍາ - ແກ໋​ບາງ, ແຂວງ ກວາງ​ຈິ ຫວຽດ​ນາມ ບ່ອນ​ທີ່​ເຊື່ອມ​ຕໍ່​ໂດຍ​ກົງ​ກັບ​ສວນ​ອຸ​ທິ​ຍານ​ແຫ່ງ​ຊາດ ຫີນ​ໜາມ​ໜໍ່​ ແຂວງ ຄຳ​ມ່ວນ, ລາວ - ມໍ​ລະ​ດົກ​ຂ້າມ​ຊາຍ​ແດນ​ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ - ລາວ. ຫວ່າງ​ມໍ່ໆ​ມາ​ນີ້, ບັນ​ດາ​ນັກພະ​ຈົນ​ໄພ​ໄດ້​ພົບ​ເຫັນ​ຖ້ຳ​ແຫ່ງ​ໃໝ່​ທີ່​ມີ​ຊື່​ວ່າ ຖ້ຳ ຖັງ ຫຼື ເອີ້ນ​ວ່າ Victory Cave ນອນ​ໃນ​ຂອບ​ເຂດ​ສວນ​ອຸ​ທິ​ຍານ​ແຫ່ງ​ຊາດ ຟອງ​ຍາ - ແກ໋​ບາງ. ຖ້ຳ​ມີ​ລວງ​ຍາວ​ປະ​ມານ 3 ກິ​ໂລ​ແມັດ ດ້ວຍ​ລະ​ບົບນົມ​ຫີນ (ຫີນຍ້ອຍ) ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ ພ້ອມ​ດ້ວຍຫຼາຍ​ກຸ່ມໄຂ່ມຸກຖ້ຳ​ (Cave pearl) ທີ່​ມີ​ຂະ​ໜາດ​ໃຫຍ່​ຫາ​ຍາກ, ເຊິ່ງ​ໄດ້​ຮັບ​ການ​ກໍ່ຕົວຂຶ້ນ​ຜ່ານຫຼາຍ​ຮ້ອຍ​ພັນ​ປີ. ຕ​າມ​ການ​ຕີ​ລ​າ​ຄາ​ຂອງ​ຫົວ​ໜ່ວຍ​ສຳຫຼວດ​ແລ້ວ, ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່, ທັດ​ສະ​ນີ​ຍ​ະ​ພາບ​ທີ່​ຮົກເຮື້ອ​ປະຖົມ​ປ​ະ​ຖານ ພ້ອມ​ດ້ວຍ​ລະ​ບົບ​ນົມ​ຫີນ ແລະ ເມັດໄຂ່ມຸກຖ້ຳ​ທີ່​ເປັນ​ເອ​ກະ​ລັກ, ຖ້ຳ ຖັງ ໝັ້ນ​ໝາຍ​ວ່າ​ຈະ​ກາຍ​ເປັນ​ຈຸດ​ເດັ່ນ​ໃໝ່​ໃນ​ວິ​ວັດ​ທະ​ນາ​ການ​ຄົ້ນ​ຫາ​ທຳ​ມະ​ຊາດ​ຢູ່​ແຂວງ ກວາງ​ຈິ, ປະ​ກອບ​ສ່ວນ​ຫັນ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ແບບ​ພະ​ຈົນ​ໄພໃຫ້​ມີ​ຄວາມ​ຫຼາກຫຼາຍກວ່າ, ຍົກ​ສູງ​ຄຸນ​ຄ່າ​ຂອງ​ມໍ​ລະ​ດົກ​ທຳ​ມະ​ຊາດ​ລະ​ດັບ​ໂລກ​ຂອງ​ສວນ​ອຸ​ທິ​ຍານ​ແຫ່ງ​ຊາດ ຟອງ​ຍາ - ແກ໋​ບາງ ໃນ​ໄລ​ຍະ​ຈະ​ມາ​ເຖິງ.