ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ຕິ​ຊົມ​ຊື່ນ​ເມື່ອ​ໄດ້​ຮັບ​ນ້ຳ​ໃຈ​ຄວາມ​ຮັກ​ແພງ, ຄວາມ​ນິ​ຍົມ ແລະ ຄວາມ​ສົນ​ໃຈ​ຂອງ​ຜູ້​ຟັງ ຜ່ານ​ຈົດ​ໝາຍ​ນັບ​ຮ້ອຍ​ສະ​ບັບ​ຈາກຫຼາຍ​ປະ​ເທດ​ ແລະ ເຂດ​ແຄວ້ນ​ໃນ​ໂລກ ທີ່​ໄດ້​ສົ່ງ​ມາ​ຍັງ VOV5. ຕໍ່​ໄປ​ນີ້ ເຊີນ​ທ່ານ​ຜູ້​ຟັງ ພ້ອມ​ກັບ​ບັນ​ນາ​ທິ​ການ​​ຂອງລາຍ​ການ ເປີດ​ອ່ານ​ບັນ​ດາຄຳ​ເຫັນ​ປະ​ກອບ ແລະ ເນື້ອ​ໃນ​ຈົດ​ໝາຍບາງ​ສະ​ບັບ​ໃນ​ຈໍ​າ​ນວນ​ຈົດ​ໝາຍ​ທັງ​ໝົດ 398 ສະ​ບັບ ທີ່​ໄດ້​ສົ່ງ​ມາ​ຍັງ VOV5 ໃນ​ອາ​ທິດ​ຜ່ານ​ມາ, ສະ​ເພາະ​ລາຍການ​ພາ​ສາ​ລາວ ໄດ້​ຮັບ​ຈົດ​ໝາຍຈາກ​ທ່ານ​ຜູ້​ຟັງ​ລາວ 22 ສະ​ບັບ​. ຕໍ່ໄປ, ເຊີນທ່ານພ້ອມກັບນັກຂ່າວ VOV ເປີດ​ອ່ານ​ຈົດ​ໝາຍ​ບັນ​ດາ​ສະ​ບັບ​ດັ່ງ​ກ່າວ.

ໃນ​ຊຸມ​ວັນ​ເດືອນ​ກໍ​ລະ​ກົດນີ້, ບໍ່​ພຽງ​ແຕ່​ມີ​ປະ​ຊາ​ຊົນ ຫວຽດ​ນາມ ທີ່ຈາລຶກ​ເຖິງ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາ​ດ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຜູ້​ຟັງ​ລາວຫຼາຍ​ຄົນ​ກໍ​ໄດ້​ສົ່ງ​ຈົດ​ໝາຍ​ເຖິງ​ລາຍ​ການ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ບັນ​ດາ​ທະ​ຫານ​ອາ​ສາ​ສະ​ໝັກ ຫວຽດ​ນາມ ທີ່​ໄດ້​ຮ່ວມ​ຂຸມ​ຄອງດຽວກັນ ​ໄດ້ເສຍ​ສະຫຼະ​ເລືອດ​ເນື້ອ​ເພື່ອ​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ເສ​ລີ​ພາບ​ໃຫ້​ແກ່​ປະ​ຊາ​ຊົນ​ລາວ. ໃນ​ຈົດ​ໝາຍ​ຂອງ​ເພື່ອນ ວຽງ​ຄຳ, ຢູ່​ແຂວງ ວຽງ​ຈັນ ມີ​ຕອນ​ຂຽນ​ວ່າ: “ໃນ​ຊຸມ​ວັນ​ຜ່ານ​ມາ, ຂ້າ​ພ​ະ​ເຈົ້າ​ໄດ້​ເຫັນ​ປະ​ຈັກ​ຕາຫຼາຍ​ຂະ​ບວນ​ລົດ​ຂອງ​ທັງ ຫວຽດ​ນາມ ແລະ ລາວ ຫຼັ່ງ​ໄຫຼມາ​ເຂດ​ອະ​ນຸ​ສອນ​ສະ​ຖານ​ຮ່ວມ​ສຳ​ພັນ​ສູ້​ຮົບ ລາວ - ຫວຽດ​ນາມ ຢູ່​ບ້ານ​ເກີນ, ເມືອງທຸ​ລະ​ຄົມ, ແຂວງວຽງ​ຈັນ ເພື່ອ​ຈາ​ລຶກ​ບຸນ​ຄຸນ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ. ນີ້​ແມ່ນ​ການ​ກະ​ທຳ​ອັນ​ສູງ​ສົ່ງ​ເຊິ່ງ​ສອງ​ປະ​ເທດ ລາວ - ຫວຽດ​ນາມ ຍາມ​ໃດ​ກໍ​ຖະ​ໜຸ​ຖະໜອມ ແລະ ນັບ​ມື້​ນັບ​ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ. ຈາກ​ຫົວ​ໃຈ, ຂ້າ​ພະ​ເຈົ້າ​ກໍ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຢ່າງ​ລົ້ນ​ເຫຼືອ​ຕໍ່​ການ​ເສຍ​ສະຫຼະ​ອັນ​ສູງ​ສົ່ງ​ຂອງ​ບັນ​ດາ​ນັກ​ຮົບ”.

ຕໍ່​ໄປ​ແມ່ນ​ຄວາມ​ຮູ້​ສຶກ​ຂອງ​ຜູ້​ຟັງ​ຈຳ​ນວນ​ໜຶ່ງ​ກ່ຽວ​ກັບ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ (VOV). ເພື່ອນ Bidhan Chandra Sanyal, ຢູ່ ອິນ​ເດຍ, ແບ່ງ​ປັນ​ວ່າ:

“ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ (VOV) ບໍ່​ພຽງ​ແຕ່​ແມ່ນ​ພາ​ຫະ​ນະ​ວິ​ທະ​ຍຸ​ກະ​ຈາຍ​ສຽງ - ໂທ​ລະ​ພາບ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນກະບອກ​ສຽງ​ທີ່​ເຂັ້ມ​ແຂງ​ກ່ຽວ​ກັບ​ສັນ​ຕິພາບ, ຄວາມ​ປອງດອງ ແລະ ໄມ​ຕີ​ຈິດ​ມິດ​ຕະ​ພາບ​ໃນ​ເວ​ທີ​ສາ​ກົນ​ອີກ​ດ້ວຍ. ການ​ປະ​ກອບ​ສ່ວນ​ຢ່າງ​ຫຼວງຫຼາຍ​ຂອງວິ​ທະ​ຍຸ​ໃຫ້​ແກ່​ຄວາມ​ສາ​ມັກ​ຄີ​ທົ່ວ​ໂລກ ແລະ ສັນ​ຕິ​ພາບ​ໂລກແມ່ນຫຼາຍ​ພໍ​ສົມ​ຄວນ”.

ໃນ​ຈົດ​ໝາຍ​ຝາກ​ເຖິງ​ລາຍ​ການ​ກະ​ຈາຍ​ສຽງ​ພາ​ກ​ພາ​ສາ ແອັດ​ສະ​ປາຍ, ເພື່ອນ Najimuddin ຢູ່ ອິນ​ເດຍ, ສະ​ແດງ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ: “ຜ່ານ​ລາຍ​ການ​ກະ​ຈາຍ​ສຽງ​ຂອງ VOV5, ຂ້າ​ພະ​ເຈົ້າ​ຊອກ​ຫາ​ໄດ້​ຂໍ້​ມູນ​ລະ​ອຽດຫຼາຍ​ຢ່າງ​ກ່ຽວ​ກັບ ຫວຽດ​ນາມ. ຂ້າ​ພະ​ເຈົ້າ​ມັກ​ລາຍ​ການ​ຂ່າວ​ຕ່າງປະເທດ ແລະ ບັນ​ດາ​ເຫດ​ການ​ສະ​ຖາ​ນະ​ການ​ການ​ເມືອງ, ກໍ​ຄືຂໍ້​ມູນຕ່າງໆ​ທີ່​ກ່ຽວ​ຂ້ອງ​ເຖິງ ຫວຽດ​ນາມ, VOV5 ແມ່ນ​ຊ່ອງ​ສະ​ໜອງ​ຂໍ້​ມູນ​ທີ່​ໜ້າ​ເຊື່ອຖື”.

ຄຳ​ຖາມ​ທຳ​ອິດ​ຈາກ​ເພື່ອນ ສິນ​ປະ​ເສີດ, ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ມີ​ດັ່ງ​ນີ້: “ຂ້າ​ພະ​ເຈົ້າ​ດີ​ໃຈ​ ແລະ ຮູ້ສຶກປະຫຼາດ​ໃຈ​ພໍ​ສົມ​ຄວນ​ເມື່ອ​ອ່ານ​ຂ່າວ​ວ່າ: ຫວຽດ​ນາມ ສົ່ງ​ອອກປາ​ນິນງວດ​ທໍ​າ​ອິດ​ໄປ​ຍັງ ຍີ່​ປຸ່ນ ເພື່ອ​ເຮັດ ຊາຊິມິ (Sashimi). ປາ​ຊະ​ນິດ​ນີ້​ຕ້ອງ​ບັນ​ລຸ​ໄດ້​ມາດ​ຕະ​ຖານ​ຫຍັງ​ແດ່​ຈຶ່ງ​ສາ​ມາດ​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດທີ່​ເຄັ່ງ​ຂັດ​ຄື ຍີ່​ປຸ່ນ ນີ້​ໄດ້?

ຕາມ​ຂໍ້​ມູນ​ຈາກ ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ສິນ​ໃນ​ນ້ຳ​ສະ​ອາດ ຫວຽດ​ນາມ (Cleanfood) ນະ​ຄອນ ເກີ່ນ​ເທີ, ເຊິ່ງ​ແມ່ນ​ວິ​ສາ​ຫະ​ກິດ​ທີ່​ຫ​າ​ກໍ່​ສົ່ງ​ອອກ​ປາ​ນິນ fillet ງວດ​ທຳ​ອິດ​ໄປ​ຍັງ ຍີ່​ປຸ່ນ ເພື່ອ​ຮັບ​ໃຊ້​ການ​ປຸງ​ແຕ່ງ​ບັນ​ດາ​ເຍື່ອງ​ອາ​ຫານ sushi ແລ​ະ sashimi, ໃຫ້​ຮູ້​ວ່າ: ເພື່ອ​ພິ​ຊິດ​ຕະຫຼາດ​ນີ້, ທາງວິ​ສາ​ຫະ​ກິດ​ໄດ້​ເສຍ​ເວ​ລາ​ປະ​ມານ 6 ເດືອນ​ເພື່ອ​ສຳ​ເລັດ​ຂັ້ນ​ຕອນການ​ລ້ຽງ ແລະ ປຸງ​ແຕ່ງ​ປາ​ນິນ fillet ຕາມມ​າດ​ຕະ​ຖານ​ສຳ​ລັບ​ຜະ​ລິດ​ຕະ​ພັນ​ອາ​ຫານ​ທີ່ມີມູນ​ຄ່າ​ເພີ່ມ. ໃນ​ຂະ​ນະ​ທີ່ຫຼາຍ​ປະ​ເທດຍ​ັງ​ບໍ່ທັນ​ສາ​ມາດ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ທີ່​ຄ້າຍ​ຄື​ກັນ​ເຂົ້າ​ຕະຫຼາດ ຍີ່​ປຸ່ນ ໄດ້, Cleanfood ໄດ້​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ຍ້ອນ​ການ​ລົງ​ທຶນທີ່​ຄົບ​ຊຸດເຂົ້າ​ໃນ​ພື້ນ​ຖານ​ໂຄງ​ລ່າງ, ເຕັກ​ໂນ​ໂລ​ຢີ​ການ​ລ້ຽງ ແລະ ປຸງ​ແຕ່ງ. ຍ້ອນ​ເຫດ​ນັ້ນ, ຜະ​ລິດ​ຕະ​ພັນ​ຈຶ່ງ​ຕອບ​ສະ​ໜອງ​ໄດ້​ບັນ​ດາ​ມາດ​ຕະ​ຖານ​ທີ່​ເຄັ່​ງ​ຂັດ​ກ່ຽວ​ກັບ​ຄຸນ​ນະ​ພາບ ດ້ວຍ​ຊີ້ນ​ປາ​ຫອມ, ສະ​ອາດ, ບໍ່​ມີຈຸນ​ລະ​ຊີບ ແລະ ບໍ່​ມີຢາ​ຕ້ານ​ເຊື້ອຕົກ​ຄ້າງ​. ໄປ​ຄຽງ​ຄູ່​ກັນ​ນັ້ນ, ທາງວິ​ສາ​ຫະ​ກິດ​ຍັງ​ລົງ​ທຶນ​ເຕັກ​ໂນ​ໂລ​ຢີ​ບຳ​ບັດ​ນ້ຳ, ເປັນ​ເຈົ້າ​ການ​ສ້າງ​ສວນ​ປູກ​ຕົ້ນ​ໄມ້​ກິນ​ໝາກ​ເພື່ອ​ຮັບ​ໃຊ້​ການ​ລ້ຽງ​ປາ​ໂດຍ​ສະ​ເພາະອີກ​ດ້ວຍ.

ເພື່ອນ ຄຳ​ມະ​ລີ ຢູ່​ນະ​ຄອນຫຼວງ ວຽງ​ຈັນ ໄດ້​ແບ່ງ​ປັນ​ວ່າ: “ລູກ​ສາວ​ຂອງ​ຂ້າພະເຈົ້າ ມັກ​ຊົມ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຟ້ອນ​ຕຸກ​ກະ​ຕາ/ລະຄອນຫຸ່ນ ທີ່ສັບ​ປະ​ດາ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຢູ່ ລາວ ທີ່​ສຸດ. ເຖິງວ່າ​ລາຍ​ການ​ສະ​ແດງ​ໄດ້​ສິ້ນ​ສຸດ​ລົງ​ໄດ້ 2 ເດືອນ​ປາຍ​ແລ້ວ​ກໍ​ຕາມ, ແຕ່​ດຽວ​ນີ້ຫຼານ​ຍັງ​ເວົ້​າ​ເຖິງ​ບັນ​ດາ​ໂຕ​ຕຸກ​ກະ​ຕາ​ທີ່​ໜ້າ​ຮັກ ແລະ ຢາກ​ໄປ​ ຫວຽດ​ນາມ ເພື່ອ​ຮັບ​ຊົມ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຟ້ອນ​ຕຸກ​ກະ​ຕາ​ຕື່ມ​ອີກ. ຂ້າ​ພະ​ເຈົ້າ​ຢາກ​ຮູ້​ວ່າ ຢູ່​ ຮ່າ​ໂນ້ຍ ສາ​ມາດ​ຊົມ​ລາຍ​ການ​ສະ​ແດງ​ຕຸກ​ຟ້ອນກະ​ຕານີ້ໄດ້​ຢູ່​ໃດ​ແດ່?”

ສິ​ລະ​ປະ​ຟ້ອນ​ຕຸກ​ກະ​ຕາ ຫວຽດ​ນາມ ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ, ໂດຍ​ພົ້ນ​ເດັ່ນ​ຂຶ້ນ​ດ້ວຍ​ບັນ​ດາ​ປະ​ເພດ​ຄື ຟ້ອນ​ຕຸກ​ກະ​ຕາ​ນ້ຳ ແລະ ຟ້ອນ​ຕຸກ​ກະ​ຕາ​ເທິງ​ເວ​ທີ​ໜ້າ​ດິນ. ໃນ​ນັ້ນ, ສິ​ລະ​ປະ​ຟ້ອນ​ຕຸກ​ກະ​ຕາ​ນ້ຳ​ແມ່ນ​ປະ​ເພດ​ສິ​ລະ​ປະ​ທີ່ມີ​ພຽງ​ແຕ່​ຢູ່ ຫວຽດ​ນາມ ເທົ່າ​ນັ້ນ. ປີ 2012, ສິ​ລະ​ປະ​ຟ້ອນ​ຕຸກ​ກະ​ຕາ​ນ້ຳ​ໄດ້​ຮັບ​ການ​ຮັບ​ຮອງວ່າ ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ລະ​ດັບ​ຊາດ. ປັດ​ຈຸ​ບັນ​ນີ້, ຫວຽດ​ນາມ ພວມ​ສ້າງ​ສຳ​ເນົາ​ເອ​ກະ​ສານ​ສະ​ເໜີ​ໃຫ້​ ອົງ​ການ UNESCO ຮັບ​ຮອງ​ເອົາ​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ຂອງມວນ​ມະ​ນຸດ​​. ເມື່ອ​ມາ ຮ່າ​ໂນ້ຍ, ເພື່ອນ​ສາ​ມາດ​ຮ​ັບ​ຊົມ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ນີ້​ຢູ່ ໂຮງ​ລະ​ຄອນ​ຟ້ອນ​ຕຸກ​ກະ​ຕາ​ນ້ຳ ທັງ​ລອງ ຢູ່​ໜອງ ຮ​ວ່ານ​ກຽມ (ເຮືອນ 57B ດິງ​ຕຽນ​ຮ​ວ່າງ - ຕາ​ແສງ ຮ​ວ່ານ​ກຽມ) - ສະ​ຖານ​ທີ່​ທີ່​ມີ​ຊື່​ສຽງ​ ແລະ ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ຫຼວງຫຼາຍ​ທີ່​ສຸດ. ນອ​ກ​ຈາ​ກ​ນັ້ນ​ແລ້ວ, ຍັງ​ມີ​ໂຮງ​ລະ​ຄອນ​ຟ້ອນ​ຕຸກ​ກະ​ຕາ​ນ້ຳ ດອກ​ບົວ ຢູ່​ເຮືອນ​ເລກ​ທີ 16 ຫຼີ​ຖາຍ​ໂຕ, ຮ​ວ່ານ​ກຽມ, ຮ່າ​ໂນ້ຍ ຫຼື ໂຮງ​ລະ​ຄອນ​ຟ້ອນ​ຕຸກ​ກະ​ຕາ ຫວຽດ​ນາມ ຢູ່ ເຮືອນ​ເລກ​ທີ 361 ເຈື່ອງ​ຈິງ, ຕາ​ແສງ ແທັງ​ຊວັນ ເຊິ່ງ​ເປັນ​ບ່ອນ​ທີ່​ຈັດ​ບັນ​ດາ​ລາຍ​ການ​ສະ​ແດງ ແລະ ແນະ​ນຳຫຼາຍ​ຮູບ​ແບບ​ຟ້ອນ​ຕຸກ​ກະ​ຕາ​ທີ່​ເປັນ​ມູນ​ເຊື້ອ​ຂອງ ຫວຽດ​ນາມ.

ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເ​ທິງ​ແມ່ນ​ເນື້ອ​ໃນ​ຄຳ​ເຫັນຂອງ​ທ່ານ​ຜູ້ຟັງ​​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​​ຟັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ເມວ ຫຼື ​ໂທລະສັບມາ​ຫາ​ລາຍການ ເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍໃຫ້​ລາຍການ​ຂອງ​ພວກ​ເຮົາ​​ ນັບ​ມື້​ນັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າ​ໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ ຫຼື ໂທ​ມາໂດຍ​ກົງ​​ກໍ່​ໄດ້ ​ຕາມ​ເບີ​ໂທ 0084.243.8256631 ຫຼື ອີ​ເມວ laovov5@gmail.com. ທ່ານ​ຜູ້​ຟັງກໍ່ສາ​ມາດເຂົ້າ​ເບິ່ງ​ໃນ​ສື່​ເອ​ເລັກ​ໂຕ​ນິກ vovworld.vn.