ອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ (VOV5), ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ຮັບຈົດໝາຍ, ອີເມວ .. ສະບັບ ແລະ ໂທລະສັບຫຼາຍສາຍຂອງຜູ້ຟັງທີ່ມາຈາກ … ປະເທດ ແລະ ເຂດແຄ້ວນ. ໃນນັ້ນ ລາຍການພາກພາສາລາວ ໄດ້ຮັບຈົດໝາຍ … ສະບັບ. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈຳນວນໜຶ່ງເຊິ່ງທ່ານຜູ້ຟັງມີຄວາມສົນໃຈ.
ທ່ານ Siddhartha Bhattacharjee ຊາວອິນເດຍ ແບ່ງປັນວ່າ: ດ້ວຍຖານະເປັນຜູ້ຟັງທີ່ຕິດຕາມມາແຕ່ດົນນານ, ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ຕໍ່ຄຸນນະພາບທີ່ດີ ແລະ ຄວາມເປັນຫຼາຍຮູບແບບຂອງບັນດາລາຍການຂອງພວກເພື່ອນ. ໃນຫຼາຍປີຜ່ານມາ, ລາຍການຂອງພວກເພື່ອນ ແມ່ນເພື່ອນຮ່ວມເດີນທາງທີ່ມີຄວາມເຊື່ອໝັ້ນໃນຕະຫຼອດໄລຍະເວລາຟັງວິທະຍຸຂອງຂ້າພະເຈົ້າ. ນັບທັງໃນຍຸກອິນເຕີເນັດ ແລະ ສື່ສັງຄົມອອນໄລນີ້, ວິທະຍຸກະຈາຍສຽງສາກົນ ຍັງສືບຕໍ່ມີບົດບາດທີ່ພິເສດໃນໃຈຂ້າພະເຈົ້າ.
ທ່ານ Juan Diez ຜູ້ຟັງຊາວແອັດສະປາຍ ໄດ້ສະແດງຄວາມສົນໃຈຕໍ່ຫຼາຍຂ່າວຄາວກ່ຽວກັບຫວຽດນາມ ແລະ ສາກົນ. ໃນຄອມເມັ້ນທ່ານໄດ້ຂຽນວ່າ: ວັນບຸນຖະໜົນຫົນທາງຮ່າໂນ້ຍ ຢູ່ເຂດໜອງຮວ່ານກຽມ ດ້ວຍສີສັນທີ່ຟົດຟື້ນ ແລະ ລາຍການສະແດງສິລະປະທີ່ມີຊີວິດຊີວາ. ຮ່າໂນ້ຍ ຄືມີໜ້າຕາໃໝ່ຂອງວັນບຸນວັດທະນະທຳໂລກ ແລະ ຄວາມງົດງາມ, ຄວາມສະຫງ່າຂອງບັນດາລາຍການສະແດງສິລະປະໄດ້ດຶງດູດຄວາມສົນໃຈ ແລະ ໄດ້ຮັບການຕີລາຄາສູງຈາກຜູ້ຄົນທີ່ມັກຮັກສິລະປະ ແລະ ວັດທະນະທຳໃນທົ່ວໂລກ.
ທ່ານຜູ້ຟັງ ແກ້ວປິກ ມາຈາກແຂວງ ຫຼວງພະບາງ (ລາວ) ໄດ້ສົ່ງອີເມວມາຍັງລາຍການດ້ວຍເນື້ອໃນ: ສະບາຍດີບັນນາທິການພາກພາສາລາວ, ຂ້າພະເຈົ້າໄດ້ຮູ້ວ່າ ຢູ່ຫວຽດນາມ, ນອກຈາກວັນແມ່ຍິງສາກົນ ວັນທີ 8 ມີນາ ແລ້ວ, ໃນເດືອນຕຸລາຂອງທຸກປີຍັງມີອີກວັນບຸນໜຶ່ງທີ່ພິເສດ ເພື່ອເຊີດຊູແມ່ຍິງຫວຽດ. ຂໍໃຫ້ທາງລາຍການສະໜອງຂໍ້ມູນກ່ຽວກັບຕົ້ນກຳເນີດ ແລະ ຄວາມໝາຍອັນເລິກເຊິ່ງຂອງວັນທີ 20 ຕຸລານີ້ຕື່ມອີກ.
ເພື່ອນ ແກ້ວປິກ ທີ່ຮັກແພງ, ຂອບໃຈຄຳຖາມດີໆຂອງເພື່ອນທີ່ສົ່ງມາຍັງລາຍການພາກພາສາລາວ ວິທະຍຸກະຈາຍສຽງ ຫວຽດນາມ. ວັນທີ 20 ຕຸລາຂອງທຸກປີຢູ່ຫວຽດນາມ ແມ່ນວັນແມ່ຍິງຫວຽດນາມ - ໂດຍແມ່ນວັນບຸນເຊີດຊູການອຸທິດສ່ວນອັນຍິ່ງໃຫຍ່ຂອງແມ່ຍິງໃນຄອບຄົວ ແລະ ໃນສັງຄົມ. ວັນບຸນນີ້ຕິດພັນກັບເຫດການປະຫວັດສາດຄື ວັນທີ 20 ຕຸລາ 1930, ເມື່ອສະມາພັນແມ່ຍິງຕໍ່ຕ້ານຈັກກະພັດຫວຽດນາມ (ປັດຈຸບັນແມ່ນສະຫະພັນແມ່ຍິງຫວຽດນາມ) ໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການ, ສ້າງຂີດໝາຍເປັນຄັ້ງທຳອິດ ແມ່ຍິງຫວຽດນາມ ມີສິດເລືອກຕັ້ງ, ເຂົ້າຮ່ວມອຳນາດການປົກຄອງ ແລະ ຢັ້ງຢືນບົດບາດສຳຄັນຂອງຕົນໃນພາລະກິດແຫ່ງການປະຕິວັດ ກໍ່ຄືການສ້າງສາປະເທດຊາດ.
ຜ່ານບັນດາໄລຍະປະຫວັດສາດ, ແມ່ຍິງຫວຽດນາມ ຍາມໃດກໍ່ປະກາຍແຈ້ງດ້ວຍ 8 ຕົວໜັງສືຄຳ ໂດຍລຸງໂຮ່ ມອບໃຫ້ “ວິລະຊົນ, ບໍ່ຍອມຈຳນົນ, ຈົງຮັກພັກດີ, ເກັ່ງວຽກງານວຽກເຮືອນ” ໃນໄລຍະຕໍ່ສູ້, ແລະ ປັດຈຸບັນສືບຕໍ່ຢັ້ງຢືນຄຸນທາດ “ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ຈົງຮັກພັກດີ, ເກັ່ງວຽກງານວຽກເຮືອນ” ໃນຍຸກເຊື່ອມໂຍງເຂົ້າກັບສາກົນ. ວັນທີ 20 ຕຸລາ ບໍ່ພຽງແຕ່ແມ່ນໂອກາດເພື່ອໃນທົ່ວສັງຄົມສົ່ງຄຳອວຍພອນ, ຊໍ່ດອກໄມ້ທີ່ສົດໃສ ແລະ ນ້ຳໃຈຄວາມຮັກແພງ, ຄວາມເຄົາລົບນັບຖືຕໍ່ຜູ້ເປັນຍ່າ, ເປັນແມ່ເຖົ້າ, ແມ່, ບັນດາເອື້ອຍນ້ອງເທົ່ານັ້ນ ຫາກຍັງແມ່ນຄຳຕັກເຕືອນໃນການປະຕິບັດຄວາມສະເໝີພາບລະຫວ່າງຍິງຊາຍ, ສ້າງເງື່ອນໄຂເພື່ອໃຫ້ແມ່ຍິງນັບມື້ນັບພັດທະນາ ແລະ ອຸທິດສ່ວນ. ຂໍຂອບໃຈເພື່ອນ ແກ້ວປິກ ທີ່ໄດ້ຕິດຕາມລາຍການ, ອວຍພອນໃຫ້ເພື່ອນພ້ອມດ້ວຍຄອບຄົວຈົ່ງມີຄວາມຜາສຸກຕະຫຼອດໄປ.
ທ່ານ ບຸນມີ, ຢູ່ນະຄອນ ຫຼວງພະບາງ ໄດ້ສົ່ງອີເມວມາຍັງລາຍການ: “ສະບາຍດີບັນນາທິການ VOV, ຂ້າພະເຈົ້ໄດ້ຟັງຂ່າວວ່າ ວັນມຽວ - ກວັກຕືຢ້າມ ຢູ່ຮ່າໂນ້ຍ ຫາກໍ່ເປີດໂຄງການທ່ອງທ່ຽວຍາມຄ່ຳຄືນທີ່ຟົດຟື້ນໂດຍມີຊື່ວ່າ “ສິ່ງຍອດຍິ່ງຂອງການຮ່ຳຮຽນ”. ຂໍໃຫ້ທາງລາຍການແນະນຳຂໍ້ມູນໃຫ້ຂ້າພະເຈົ້າກ່ຽວກັບ tour ນີ້ຕື່ມອີກ, ມີການລົງຕົວຈິງຫຍັງທີ່ພິເສດ ແລະ ຈຸດພົ້ນເດັ່ນດຶງດູດໃຈທີ່ສຸດແມ່ນຫຍັງ?
ສະບາຍດີຜູ້ຟັງ ບຸນມີ, ຂໍຂອບໃຈຄຳຖາມທີ່ຈັບໃຈຂອງເພື່ອນທີ່ໄດ້ສົ່ງມາຍັງລາຍການພາກພາສາລາວ - ວິທະຍຸກະຈາຍສຽງ ຫວຽດນາມ. Tour ທ່ອງທ່ຽວການຄືນ “ສິ່ງຍອດຍິ່ງຂອງການຮ່ຳຮຽນ” ແມ່ນຜະລິດຕະພັນການທ່ອງທ່ຽວວັດທະນະທຳທີ່ເປັນເອກະລັກສະເພາະ, ນຳແງ່ມູມທີ່ແປກໃໝ່ກ່ຽວກັບວັນມຽວ - ກວັກຕືຢາມ ມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ ມາໃຫ້ແຂກທ່ອງທ່ຽວ. ຈຸດພິເສດຂອງລາຍການແມ່ນການປະສານສົມທົບຢ່າງດີເລີດລະຫວ່າງ ສະຖານທີ່ຮ່ອງຮອຍທີ່ເກົ່າແກ່ ກັບສິລະປະແສງສີເຕັກໂນໂລຢີ 3D Mapping ທີ່ທັນສະໄໝ, ແສງສີສຽງທີ່ຟົດຟື້ນ ແລະ ສິລະປະທີ່ເປັນມູນເຊື້ອ. ນັບແຕ່ເວລາກ້າວເຂົ້າປະຕູ ວັນມຽວ, ແຂກທ່ອງທ່ຽວຈະເຊື່ອມຕົວກັບສະຖານທີ່ແສງສີທີ່ງາມຕາ, ການລົງຕົວຈິງເຕັກໂນໂລຢີ VR, ຮັບຊົມລາຍການສະແດງເຄື່ອງດົນຕີພື້ນເມືອງ ແລະ ຊອກຮູ້ກ່ຽວກັບປະຫວັດຄວາມເປັນມາຂອງຄວາມຮັກຮ່ຳຮຽນຂອງຊາດ ຫວຽດນາມ ຜ່ານບັນດາເຂດຄື ເຄວວັນກາດ ຫຼື ບ້າຍເດື່ອງ. ຈຸດສຸດຍອດຂອງ tour ທ່ອງທ່ຽວຍາມຄ່ຳຄືນແມ່ນລາຍການສາຍຮູບເງົາ 3D Mapping ທີ່ໃຫຍ່ໂຕມະໂຫຖານຢູ່ເດີ່ນ ທ້າຍຮອກ, ເຊິ່ງວາດພາບຄືນວິວັດການຮ່ຳຮຽນຂອງຫວຽດນາມ ຈາກຊຸມວັນທຳອິດແຫ່ງການກໍ່ສ້າງຈິດໃຈ ຜູ້ມີຄວາມເກັ່ງກ້າສາມາດແມ່ນພື້ນຖານພະລັງຂອງຊາດ. Tour ທ່ອງທ່ຽວ ສິ່ງຍອດຍິ່ງໃນການຮ່ຳຮຽນ ບໍ່ພຽງແຕ່ຊ່ວຍອະນຸລັກຮັກສາມໍລະດົກເທົ່ານັ້ນ ຫາກຍັງແມ່ນຈຸດພັກເຊົາທີ່ເຕັມໄປດ້ວຍຄວາມເອກອ້າງທະນົງໃຈ, ນຳມາເຊິ່ງການລົງຕົວຈິງວັດທະນະທຳທີ່ເລິກເຊິ່ງໃຫ້ແກ່ແຂກທ່ອງທ່ຽວສາກົນເມືອມາຢາມນະຄອນຫຼວງ ຮ່າໂນ້ຍ. ຂໍອວຍພອນໃຫ້ເພື່ອນ ບຸນມີ ມີໂອກາດມາລົງຕົວຈິງ tour ທ່ອງທ່ຽວນີ້ໃນໂອກາດມາຮ່າໂນ້ຍ.
