+ ເພື່ອນ ວົງ​ຄຳ, ຢູ່​ແຂວງ ອຸ​ດົມ​ໄຊ ໄດ້​ສົ່ງ​ອີ​ເມວ​ມາ​ຍັງລາຍ​ການ, ​ໂດຍແບ່ງ​ປັນ​ວ່າ: “ຂ້າ​ພະ​ເຈົ້າ​ໄດ້​ຕິດ​ຕາມ​ບັນ​ດາ​ລາຍ​ການ​ກະ​ຈາຍ​ສຽງ​ຂອງ​ພວກ​ເພື່ອນໃນ​ບໍ່​ວ່າເວ​ລາ​ໃດ​ທີ່​ສາ​ມາດ​ຮັບ​ຟັງ​ໄດ້. ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ດີໃຈຫຼາຍ​ເມື່ອ​ໄດ້​ຮັບ​ຟັງ​ຂ່າວກ່ຽວ​ກັບ​ສະ​ພາບ​ການ​ເມືອງ, ວັດ​ທະ​ນະ​ທຳ ແລະ ດ້ານ​ອື່ນໆ​ອີກ​ໃນການດຳລົງຊີວິດ​ຢູ່​ປະ​ເທດ ຫວຽດ​ນາມ ຜ່ານຄື້ນ​ວິ​ທະ​ຍຸ​ກະ​ຈາຍ​ສຽງ”.

+ ເພື່ອນ ຄຳ​ປະ​ສົງ, ຢູ່​ ຫຼວງ​ພະ​ບາງ ໄດ້​ສົ່ງ​ອີ​ເມວ​ມາຍັງ​ລາຍ​ການ, ​ໂດຍແບ່ງ​ປັນ​ວ່າ: “ເຖິງວ່າ​ຈະຕ້ອງ​​ການ​ເວ​ລາ​ເພື່ອທຳຄວາມ​ລື້ງ​ເຄີຍ ແລະ ນຳ​ໃຊ້​ໄດ້ສື່​ເອ​ເລັກ​ໂຕ​ນິກ​ໃໝ່​ຂອງ​ພວກ​ເພື່ອ​ນ​ກໍ່​ຕາມ, ແຕ່​​ຂ້າ​ພະ​ເຈົ້າ​ຈະພະ​ຍາ​ຍາມ​, ເພາະ​ວ່າບັນ​ດາ​ບົດ​ຂຽນ​ຂອງ​ພວກ​ເພື່ອນ​ມີ​ຄຸນ​ນະ​ພາບດີທີ່ສຸດ​. ພາບ​ສາ​ລະ​ຄະ​ດີ​​ຂອງ​ພວກ​ເພື່ອນກໍ່ແຈ້ງ​ດີ ແລະ​ງາມ ກວ່າ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ພາບ​ສາ​ລະ​ຄະ​ດີ​ກ່ຽວ​ກັບ ປູ່ຫຼວງ, ງາມ​ທີ່​ສຸດ. ນີ້​ແມ່ນ​​ດິນແດນທີ່ຮົກເຮື້ອ​ປະຖົມປະຖານເຮັດ​ໃຫ້​ຫຼາຍ​ຄົນ​ຢາກ​ໄດ້ມາ​ຢາມ​”.

ລາຍ​ການ​ພາກ​ພາ​ສາ ລາວ ຂໍ​ຂອບ​ໃຈບັນ​ດາ​ທ່ານ​ຜູ​້​ຟັງ​ທີ່​ໄດ້​ໂທ​ລະ​ສັບ, ສົ່ງ​ອີ​ເມວ ແລະ ຈົດ​ໝາຍ​ມາ​ຫາ​ລາຍ​ການ​ໃນ​ຕະ​ຫຼອດ​ໄລ​ຍະ​ຜ່ານ​ມາ. ໃນ​ໄລ​ຍະ​ຈະ​ມ​າ​ເຖິງ, ຫວັງ​ວ່າ ພວກ​ຂ້າ​ພະ​ເຈົ້າ​ຈະ​ສືບ​ຕໍ່​ໄດ້​ຮັບ​ຄຳ​ເຫັນ​ປະ​ກອບ, ການ​ແບ່ງ​ປັນ​ຈາກ​ທ່ານ​ຜູ້​ຟັງ​​ຫຼາຍກວ່າອີກ ເພື່ອ​ຊ່ວຍ​ໃຫ້​​ລາຍ​ການ​ນັບ​ມື້​ນັບດີກວ່າຂຶ້ນ.

ຕໍ່​ໄປນີ້, ລາຍ​ການ​ “ໂອ້​ລົມ​ກັບ​ເພື່ອນ ລາວ” ຈະ​ຕອບ​ຄຳ​ຖາມ​ຈຳ​ນວນ​ໜຶ່ງ​ເຊິ່ງ​ທ່ານ​ຜູ້​ຟັງ​ໄດ້​ສົ່ງ​ມາ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ.

ເພື່ອນ ດາ​ລາ​ວັນ ສີ​ຫາ​ລາດ, ຢູ່​ແຂວງ ຫົວ​ພັນ ໄດ້​ສົ່ງ​ຂໍ້​ຄວາມ​ທາງ Facebook ໂດຍ​ໃຫ​້​ຮູ້​ວ່າ: ຂ້າ​ພະ​ເຈົ້າ​ໄດ້​ຍິນ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ​ດ້ວຍ​ລົດ​ເມ 2 ຊັ້ນ ຢູ່ ຮ່າ​ໂນ້ຍ ຜ່ານ​ລາຍ​ການ​ຄົ້ນ​ຫາ ຫວຽດ​ນາມ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ ລາຍ​ການ​ທ່ອງ​ທ່ຽວນີ້​ໄດ້​ປະ​ກອບ​ສ່ວນ​ສ້າງ​ຄວາມ​ງາມ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໃຫ້ ຮ່າ​ໂນ້ຍ. ຜ່ານ​ລາຍ​ການ, ຂ້າ​ພະ​ເຈົ້າ​ຢາກ​ຊອກ​ຮູ້​ກ່ຽວ​ກັບ​ລາຍ​ການ​ທ່ອງ​ທ່ຽວນີ້​ຕື່ມ​ອີກ.

ເພື່ອນ ດາ​ລາ​ວັນ ສີ​ຫາ​ລາດ, ທີ່​ຮັກ​ແພງ. ລົດ​ເມ 2 ຊັ້ນ​ຢູ່ ຮ່າ​ໂນ້ຍ ແມ່ນ​ຮູບ​ແບບ​ການ​ບໍ​ລິ​ການທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ນຳ​ມາ​ເຊິ່ງ​ການ​ປະ​ພຶດ​ຕົວຈິງຫຼາຍ​ຢ່າງ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ. ການ​ເດີນ​ທາງ​ໄປ​ຢ​້ຽມ​ຊົມ​ນະ​ຄອນ​ຫຼວງດ້ວຍ​ລົດ​ເມບໍ່ມີຫຼັງຄານີ້ ​ແນ່ນອນ​ວ່າ​ຈະ​ສ້າງ​ຄວາມ​ປະ​ທັບ​ໃຈ​ຫຼາຍ​ຢ່າງ​ໃຫ້​ແຂກ​ທ່ອງ​ທ່ຽວ. ຈຸດພິເສດ​ແມ່ນ, ຢູ່​ສະ​ຖານ​ທີ່​ທ່ອງ​ທ່ຽວ​ແຕ່​ລະ​ແຫ່ງນັ້ນ, ລະ​ບົບອະທິບາຍຈະ​ແນະ​ນຳ​ເຖິງແຂກທ່ອງທ່ຽວບັນ​ດາ​ຂໍ້​ມູນກ່ຽວ​ກັບ​ປະ​ຫວັດ​ສາດ, ຈຸດພິ​ເສດ, ຄວາມ​ໝາຍ​ຂອງ​​ສະ​ຖານ​ທີ່ແຕ່​ລະ​ແຫ່ງ​​ດ້ວຍ​ຫຼາຍ​ພາ​ສາ​​ຢູ່​ເທິງລົດ​ເມ. ປະ​ຈຸ​ບັນ, ລົດ​ເມ​ນີ້​ຈະມີ 2 ສາຍ​ທີ່​ຈະ​ໂດຍ​ສານ​ແຂກ​ທ່ອງ​ທ່ຽວໄປ​ຜ່ານ​ສະ​ຖານ​ທີ່​ປະ​ຫວັດ​ສາດທີ່​ມີ​ຊື່​ສຽງຫຼາຍ​ແຫ່ງ​ຢູ່ ຮ່າ​ໂນ້ຍ, :

+ ສາຍທີ​ 1 (City Tour): ​ເລີ່ມອອກ​ເດີນ​ທາງ​ຈາກ​ສະ​ໜາມ​ຫຼວງ ດົງ​ກິງ​ເງັ້ຍ​ທຸກ (ຫຼື ໂຮງ​ລະ​ຄອນ​ໃຫຍ່) ໄປ​ຜ່ານ​ໂບດ​ໃຫຍ່, ເສົາ​ທຸງ ຮ່າ​ໂນ້ຍ, ​ສຸ​ສານ​ປະ​ທານ ໂຮ່​ຈີ​ມິນ, ວັນ​ມ້ຽວ - ກວັກ​ຕື​ຢາມ, ພະ​ລາ​ຊະ​ວັງ ທັງ​ລອງ, ຄຸກ​ ຮ​ວາ​ລໍ່…

+ ສາຍທີ 2 (ທັງ​ລອງ City Tour): ເລີ່ມອອກ​ເດີນ​ທາງ​ຈາກຫໍ​ພິ​ພິ​ຕະ​ພັນ​​ປະ​ຫວັດ​ສາດການ​ທະ​ຫານ ຫວຽດ​ນາມ ໄປ​ຜ່ານ​ພະ​ລາ​ຊະ​ວັງ ທັງ​ລອງ, ວັດ ເຈິ່ນ​ກວັກ, ວິ​ຫານ ກວານ​ແທັງ, ​ສຸ​ສານ​ປະ​ທານ ໂຮ່​ຈີ​ມິນ, ໂບດ​ໃຫຍ່, ຫໍ​ພິ​ພິ​ຕະ​ພັນ​ແມ່​ຍິງ ຫວຽດ​ນາມ ແລະ ສິ້ນ​ສຸດ​ຢູ່ໂບດ​ໃຫ​ຍ່.

​ ປີ້ລົດ​ເມກໍ່​ມີ​ຫຼາຍ​​​ລາ​ຄາ, ໂດຍ​ອີງ​ໃສ່​ເວ​ລາ​ໄປທ່ຽວ: ປີ້​ໄປ​ຮອບ​ໜຶ່ງ​ແມ່ນ 150.000 ດົ່ງ (ປະ​ມານ 6 USD), ປີ້​ໄປ​ທ່ຽວ​ໃນ​ເວ​ລາ 4 ຊົ່ວ​ໂມງ​ມີ​ລາ​ຄາ: 300.000 ດົ່ງ (ປະ​ມານ 12 USD), ປີ້​ໄປ​ທ່ອງ​ທ່ຽວ​ໃນ​ເວ​ລາ 24 ຊົ່ວ​ໂມງ ມີ​ລາ​ຄາ 450.000 ດົ່ງ (ປະ​ມານ 17 USD)… ລົດ​ເມນີ້​ເລີ່ມ​ເຄື່ອນ​ໄຫວ​ແຕ່​ເວ​ລາ 09 ໂມງ ຮອດ 17 ໂມງ ຂອງທຸກ​ວັນໃນອາທິດ.

ເພື່ອນ ສຸ​ລິ​ວົງ ຢູ່​ແຂວງ ຫຼວງ​ພະ​ບາງ ໄດ້​ສົ່ງ​ອີ​ເມວ​ມາ​ຍັງ​ລາຍ​ການ, ໂດຍ​ໃຫ້​ຮູ້​ວ່າ: ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ບົດ​ຂຽນ​ຂອງ​ພວກ​ເພື່ອນ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຮ່ວມມ​ືກໍ່​ສ້າງເສັ້ນ​ທາງ​ລົດ​ໄຟ ວູງ​ອາງ (ຫວຽດ​ນາມ) - ວຽງ​ຈັນ (ລາວ). ນີ້​ແມ່ນ​ເສັ້ນ​ທາງ​ເພື່​ອ​ຍົກ​ສູງ​ການ​ແລກ​ປ່ຽນ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ, ແລະ ລະ​ຫວ່າງ ລາວ ກັບ​ສາ​ກົນ. ໃນ​ປະ​ຈຸ​ບັນ ໂຄງ​ການນີ້​ໄດ້​ຜັນ​ຂະ​ຫຍາຍ​ຄື​ແນວໃດ​ແລ້ວ?

ເພື່ອນ ສຸ​ລິ​ວົງ ທີ່​ຮັກ​ແພງ, ເສັ້ນ​ທາງ​ລົດ​ໄຟ ວູງ​ອາງ - ມູ​ຢ້າ - ທ່າ​ແຂກ - ວຽງ​ຈັນ ໄດ້​ຮັບ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ໂຄງ​ການ​ເຊື່ອມ​ຕໍ່​​ພື້ນ​ຖານ​ໂຄງ​ລ່າງ​ຈຸ​ດ​ສຸມ​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ. ທີ່​ການ​ໂອ້​ລົມ​ສົນ​ທະ​ນາ​ທີ່​ຫາກໍ່​ຈັດ​ຂຶ້ນ​ຫວ່າງມໍ່ໆ​ມານີ້, ຢູ່ ຮ່າ​ໂນ້ຍ (ຫວຽດ​ນາມ) ລະ​ຫວ່າງ ​ທ່ານ ເຈິ່ນ​ຮົ່ງ​ມິນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ກໍ່​ສ້າງ ຫວຽດ​ນາມ ແລະ ທ່ານ ເຫຼັກ​​ໄຫຼ ສີ​ວິ​ໄລ, ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ ລາວ ແມ່ນເພື່ອ​ແນ​ໃສ່​ກວດ​ກາ​ຄວາມ​ຄືບ​ໜ້າ​ບັນ​ດາ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ຈຸດ​ສຸມ ແລະ ແລກ​ປ່ຽນ​ກ່ຽວ​ກັບທິດ​ທາງ​​ຮ່ວມ​ມື​ດ້ານ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ລະ​ຫວ່າງ 2 ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ສຳ​ລັບ​ເສັ້ນ​ທາງ​ລົດ​ໄຟ​ດັ່ງ​ກ່າວ, ທ່ານ​ລັດ​ຖະ​ມົ​ນ​ຕີ ເຈິ່ນ​ຮົ່ງ​ມິນ ຕີລາ​ຄາ​ສ​ູງເລື່ອງ ລັດ​ຖະ​ບານ ລາວ ໄດ້​ລົງ​ນາ​ມໃນສັນຍາໂອນ​ສິດກັບ​ນັກ​ລົງ​ທຶນ ແລະ ພວມ​ຕັ້ງ​ໜ້າ​ກະ​ກຽມບັນ​ດາ​ເງື່ອນ​ໄຂ​ເພື່ອ​ຜັນ​ຂະ​ຫຍາຍ​ໂຄງ​ການ. ສຳ​ລັບ 2 ເສັ້ນ​ທາ​ງ​ລົດ​ໄຟ ວູງ​ອາງ - ມູ​ຢ້າ ແລະ ທ່າ​ແຂກ - ເຂດ​ຊາຍ​ແດນ ຫວຽດ​ນາມ - ລາວ, ການ​ນຳ​ກະ​ຊວງກໍ່​ສ້າງ​ສະ​ເໜີ​ໃຫ້​ນັກ​ລົງ​ທຶນ​ຮ່ວມ​ທຸ​ລະ​ກິດ​ (Petro Trade Laos (PTL) - ແດ່ວ​ກາ) ຕ້ອງ​ສູ້​ຊົນ​ເຮັດ​ບົດ​ລາຍ​ງານ​ຄົ້ນ​ຄ້​ວາຄວາມ​ສາ​ມາດ​ເປັນ​ໄປ​ໄດ້ໃນ​ເບື້ອງ​ຕົ້ນ​ໃຫ້​ສຳ​ເລັດ​ໃນ​ໄຕ​ມາດ​ທີ 4 ປີ 2026, ເຮັດ​ບົດ​ລາຍ​ງານ​ຄົ້ນ​ຄ້​ວາຄວາມ​ສາ​ມາດ​ເປັນ​ໄປ​ໄດ້​ໃຫ້​ສຳ​ເລັດ​ໃນ​ໄຕ​ມາດ​ທີ 2 ປີ 2028 ແລະ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ເລີ່ມ​ຕົ້ນລົງມືກໍ່ສ້າງ​ກ່ອ​ນ​ປີ 2030.

ໃນ​ຂະ​ນະ​ນັ້ນ, ກ່ຽວ​ກັບ​ຝ່າຍ ລາວ, ທ່ານ​ລັດ​ຖະ​ມົນ​ຕີ ເຫຼັກ​​ໄຫຼ ສີ​ວິ​ໄລ ຕີ​ລາ​ຄາ​ວ່າ ໂຄງ​ການ​ເສັ້​ນ​ທາງ​ລົດ​ໄຟ ທ່າ​ແຂກ - ວຽງ​ຈັນ ໄດ້​ບັນ​ລຸ​ບາດ​ກ້າວ​ສຳ​ຄັນ​ຫຼາຍ​ຢ່າງ. ໃນ​ນັ້ນ, ມີ​ເນື້ອໃນ​ ​​ຄົ້ນ​ຄວ້​າ​ຄວາມ​ສາ​ມາດ​ເປັນ​ໄປ ແລະ ການ​ຮ່ວມ​ມືຈຳ​ນວນ​ໜຶ່ງ​ລະ​ຫວ່າງ​ບັນ​ດາ​ນັກ​ລົງ​ທຶນ ໄດ້​ຮັບ​ການ​ຜັ​ນ​ຂະ​ຫຍາຍ. ຕາມ​ທ່ານ​ແລ້ວ, ບັນ​ດາ​ຈຸດ​ເຊື່ອມ​ຕໍ່​ຂອງ​ເສັ້ນ​ທາງ​ລົ​ດ​ໄຟ​ໄດ້​ຮັບ​ການ​ກຳ​ນົດ​ໃນ​ລະ​ດັບ​ເບື້ອງ​ຕົ້ນ ແລະ 2 ຝ່າຍ​ຕ້ອງ​ສືບ​ຕໍ່​ສົມ​ທົບ​ກັນ​ເພື່ອ​ກ້າວ​ໄປ​ເຖິງ​ການ​ລົງ​ມືກໍ່​ສ້າງ​ໂຄງ​ການ​ໃນ​ໄລ​ຍະ​ເວ​ລາ​ທີ່​ເໝາ​ະ​ສົມ.

ເລື່ອງ​ບັນ​ດາ​ຝ່າຍ​ໄດ້ເຫັນ​ດີ​ເປັນ​ເອ​ກະ​ພາບ​​ນຳ​ກັນ​ຕໍ່ຫຼາຍ​ເນື້ອ​ໃນ​ຫຼັກ​ກ່ຽວ​ກັບ​ຄວ​າມ​ຄືບ​ໜ້າ, ເຕັກ​ໂນ​ໂລ​ຊີ ແລະ ຈຸດ​​ເຊື່ອມ​ຕໍ່​ເສັ້​ນ​ທາງ, ໄດ້​ຮັບ​ຖື​ວ່າ​ແມ່ນ​ບາດ​ກ້າວ​ສຳ​ຄັນ​ໃນ​ການ​ກະ​ກຽມ​​ລົງ​ທຶນ​ເສັ້ນ​ທາງ​ລົດ​ໄຟ ວູງ​ອາງ - ມູ​ຢ້າ - ທ່າ​ແຂກ - ວຽງ​ຈັນ.