ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 449 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 24 ສະບັບຈາກທ່ານຜູ້ຟັງລາວ.
(ພາບປະກອບ: hanoi.gov.vn)
+ ເພື່ອນ ວົງຄຳ, ຢູ່ແຂວງ ອຸດົມໄຊ ໄດ້ສົ່ງອີເມວມາຫາລາຍການ, ແບ່ງປັນວ່າ: ບັນດາຄວາມພະຍາຍາມໃນການຊອກຫາ ແລະ ຕອບບຸນແທນຄຸນບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດເຊິ່ງ ຫວຽດນາມ ພວມປະຕິບັດແມ່ນມີຄວາມໝາຍອັນຍິ່ງໃຫຍ່. ຂ້າພະເຈົ້າຫວັງວ່າ ວຽກງານຊອກຫາອັດຖິ ແລະ ຢັ້ງຢືນຊື່ແລະນາມສະກຸນໃຫ້ແກ່ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດນັ້ນຈະດຳເນີນໄປຢ່າງສະດວກ, ຜ່ານນັ້ນ ກໍ່ຈະຊ່ວຍບັນເທົາຄວາມເຈັບປວດໃຫ້ແກ່ຍາດຕິພີ່ນ້ອງຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ສ່ວນໃດສ່ວນໜຶ່ງ.
+ ເພື່ອນ ບົວລີ ແສງຄຳ, ຢູ່ແຂວງ ຊຽງຂວາງ, ໄດ້ສົ່ງຂໍ້ຄວາມມາຫາລາຍການໂດຍໃຫ້ຮູ້ວ່າ: ລາວ ແລະ ຫວຽດນາມ ມີເສັ້ນຊາຍແດນຮ່ວມກັນ ແລະ ເຊື່ອມຈອດກັນດ້ານພູມສາດ. ຂ້າພະເຈົ້າມັກຟັງບັນດາລາຍການວິທະຍຸຈາກປະເທດບ້ານໃກ້ເຮືອນຄຽງ ແລະ ຍາມໃດກໍ່ຕີລາຄາສູງບັນດາລາຍການຂອງວິທະຍຸກະຈາຍສຽງ ຫວຽດນາມ. ຄື້ນວິທະຍຸໄດ້ປະກອບສ່ວນເຂົ້າໃນການສ້າງຂົວເຊື່ອມຕໍ່ລະຫວ່າງສອງຊາດຂອງພວກເຮົາ. ຜ່ານລາຍການຕ່າງໆ, ຂ້າພະເຈົ້າໄດ້ມີຄວາມຮູ້ເພີ່ມກ່ຽວກັບທິວທັດທຳມະຊາດ, ຮີດຄອງປະເພນີ ແລະ ການດຳລົງຊີວິດປະຈຳວັນຂອງປະຊາຊົນ ຫວຽດນາມ ຕື່ມອີກ.
+ ເພື່ອນ ວັນວິໄລ ວີໄລວົງ, ຢູ່ແຂວງ ຫົວພັນ ໄດ້ສົ່ງອີເມວຫາລາຍການໂດຍແບ່ງປັນວ່າ: “ດ້ວຍຖານະເປັນຜູ້ຟັງຂອງວິທະຍຸກະຈາຍສຽງ ຫວຽດນາມ ມາແຕ່ດົນນານ, ຂ້າພະເຈົ້າຂໍສະແດງຄວາມຮູ້ສຶກຕື້ນຕັນຢ່າງຈິງໃຈຕໍ່ຄຸນນະພາບ ແລະ ຄວາມຫຼາກຫຼາຍໃນລາຍການຂອງພວກເພື່ອນ. ໃນຫຼາຍປີ, ລາຍການຂອງພວກເພື່ອນໄດ້ເປັນເພື່ອນຮ່ວມເດີນທາງທີ່ໜ້າໄວ້ເນື້ອເຊື່ອໃຈໃນຕະຫຼອດເວລາຮັບຟັງວິທະຍຸຂອງຂ້າພະເຈົ້າ. ເຖິງແມ່ນວ່າຈະຢູ່ໃນຍຸກສະໄໝອິນເຕີເນັດ ແລະ ສື່ສັງຄົມທາງອອນລາຍນີ້, ວິທະຍຸກະຈາຍສຽງສາກົນຈະຍັງຄົງສືບຕໍ່ສວມບົດບາດທີ່ຕັ້ງທີ່ພິເສດ. ຂ້າພະເຈົ້າຫວັງວ່າ, ພວກເພື່ອນຈະສືບຕໍ່ນຳໂລກຫຍັບເຂົ້າມາໃກ້ກັນຫຼາຍກວ່າ ຜ່ານບັນດາພາຫະນະສື່ມວນຊົນສາກົນ”.
+ ເພື່ອນ ແສງດາວົງ, ຢູ່ແຂວງ ອັດຕະປື ໄດ້ສົ່ງຂໍ້ຄວາມຫາລາຍການໂດຍໃຫ້ຮູ້ວ່າ: “ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າຟັງລາຍການ Podcast, ຂ້າພະເຈົ້າເຫັນໄດ້ຄວາມສະດວກຂອງມັນ. Podcast ໄດ້ຊ່ວຍໃຫ້ຂ້າພະເຈົ້າເຂົ້າເຖິງບັນດາຄຳຕອບ, ຄວາມສົນໃຈຂອງຜູ້ຟັງຫຼາຍທ່ານທີ່ໄດ້ຝາກມາລາຍການ ໄດ້ຢ່າງວ່ອງໄວກວ່າ”.
ຕໍ່ຈາກນີ້, ລາຍການ “ໂອ້ລົມກັບເພື່ອນລາວ” ຈະຕອບຄຳຖາມຈຳນວນໜຶ່ງເຊິ່ງທ່ານຜູ້ຟັງໄດ້ສົ່ງມາລາຍການໃນອາທິດຜ່ານມາ.
+ ເພື່ອນ ຄຳປານ, ນັກສຶກສາປີທີ 1 ຢູ່ມະຫາວິທະຍາໄລຄົມມະນາຄົມຂົນສົ່ງ, ທີ່ ຮ່າໂນ້ຍ, ໄດ້ສົ່ງຂໍ້ຄວາມມາຫາລາຍການ ໂດຍຢາກຮູ້ວ່າ ເດືອນຕຸລານີ້, ຢູ່ເຂດໃຈກາງນະຄອນ ຮ່າໂນ້ຍ ຈັດກິດຈະກຳໃດທີ່ກ່ຽວຂ້ອງເຖິງລະດູໃບໄມ້ຫຼົ່ນຫຼືບໍ?
ເພື່ອນ ຄຳປານ ທີ່ຮັກແພງ! ໂດຍອີງຕາມຂໍ້ມູນຈາກພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮ່າໂນ້ຍ, ໃນເດືອນ ຕຸລານີ້, ຮ່າໂນ້ຍ ຈະຈັດ Festival ລະດູໃບໄມ້ຫຼົ່ນ ຮ່າໂນ້ຍ ປີ 2026 ດ້ວຍຫົວຂໍ້ "ລະດູໃບໄມ້ຫຼົ່ນຮ່າໂນ້ຍ - ການເດີນທາງໄປພ້ອມກັບອາລົມຈິດ" ແຕ່ວັນທີ 16 - 18 ຕຸລາ. ຄາດວ່າ, ງານ Festival ຈະຈັດຂຶ້ນທີ່ສວນສາທາລະນະ ຖົ໋ງເຍິດ, ຕາແສງ ຫາຍບ່າຈຶງ ແລະ ສະຖານທີ່ຈຳນວນໜຶ່ງໃນບໍລິເວນນະຄອນ. ດ້ວຍຫົວຂໍ້ "ລະດູໃບໄມ້ຫຼົ່ນ ຮ່າໂນ້ຍ - ການເດີນທາງໄປພ້ອມກັບອາລົມຈິດ", ລາຍການຈະແນະນຳບັນດາຈຸດທີ່ເປັນເອກະລັກສະເພາະຂອງ ຮ່າໂນ້ຍ ໃນລະດູໃບໄມ້ຫຼົ່ນ, ຕິດພັນກັບເຂດມໍລະດົກ, ການສະແດງສິລະປະ, ອາຫານການກິນ ແລະ ການປະພຶດດ້ານວັດທະນະທຳ.
Festival ມີເນື້ອທີ່ເຂດວາງສະແດງປະມານ 5.000 ຕາແມັດ, ລວມມີບັນດາຮ້ານແນະນຳສິນຄ້າ, ເຂດງານບຸນ, ລົງປະພຶດຕົວຈິງ, ເຂດປະດັບປະດາ ແລະ ເຂດບໍລິການຕ່າງໆ; ພ້ອມກັນນັ້ນ ຍັງມີບັນດາການເຄື່ອນໄຫວຕອບສະໜອງຈາກບັນດາຕາແສງຕ່າງໆ. ລະບົບ 9 ເຂດຮ້ານວາງສະແດງຫຼັກ ຈະໄດ້ແນະນຳບັນດາຂົງເຂດມໍລະດົກ, ການທ່ອງທ່ຽວ, ໝູ່ບ້ານອາຊີບ, ວັດທະນະທຳ, ອາຫານການກິນ, ສິລະປະ ແລະ ງານພົບປະແລກປ່ຽນສາກົນ. ໃນນັ້ນ, ເຂດມໍລະດົກ ຮ່າໂນ້ຍ ໄດ້ວາດພາບຫວນຄືນຮູບແບບ "ຮ່າໂນ້ຍ ເມື່ອກ່ອນ" ດ້ວຍເຂດຖະໜົນເກົ່າ, ໜອງ ເກືອມ, ປະສົມປະສານກັບການວາງສະແດງເອກະສານ, ຮູບພາບກ່ຽວກັບມໍລະດົກວັດທະນະທຳ, ວັດຖຸບູຮານທາງປະຫວັດສາດ ແລະ ສະຖານທີ່ສຳຄັນທີ່ເປັນເອກະລັກ.
ເຂດແນະນຳການທ່ອງທ່ຽວ ແລະ ລົງປະພຶດຕົວຈິງຈະແນະນຳບັນດາຜະລິດຕະພັນ, ລາຍການທ່ອງທ່ຽວ, ເສັ້ນທາງການທ່ອງທ່ຽວໃນລະດູໃບໄມ້ຫຼົ່ນທີ່ຕິດພັນກັບ ຮ່ວານກຽມ - ເຂດຖະໜົນເກົ່າ, ໜອງ ໄຕ, ບາວີ່, ເຮືອງເຊີນ...
ເຂດໝູ່ບ້ານຫັດຖະກຳ ແລະ ວັດທະນະທຳຊຸມຊົນ ໄດ້ແນະນຳບັນດາໝູ່ບ້ານຫັດຖະກຳດີເດັ່ນ, ຄື: ບາດຈ່າງ, ວ້ານຟຸກ, ເດື່ອງເລິມ, ດ້ວຍບັນດາການເຄື່ອນໄຫວສະແດງ, ເຂົ້າຮ່ວມການເຮັດເຄື່ອງປັ້ນດິນເຜົາ, ຖັກແສ່ວຕ່ຳໄໝ, ເຮັດຮູບປັ້ນ, ເຮັດວີ, ເຮັດກຸບ.
ນອກນັ້ນ, ໃນຂອບເຂດ Festival ຍັງມີບັນດາລາຍການສະແດງສິລະປະ, ສິລະປະຕາມຖະໜົນ, ການລະຫຼີ້ນພື້ນເມືອງ, workshop ວັດທະນະທຳ ແລະ ການເຄື່ອນໄຫວລົງຕົວຈິງຕ່າງໆອີກດ້ວຍ.
