+ ເພື່ອນ ວິໄລວັນ ວິໄລວົງ, ຢູ່ແຂວງ ຫົວພັນ ໄດ້ສົ່ງອີເມວມາຫາລາຍການໂດຍແບ່ງປັນວ່າ: "ການວາງແຜນຜັງສັງລວມນະຄອນຫຼວງທີ່ມີວິໄສທັດ 100 ປີ ຕະຫຼອດຮອດບັນດາກົນໄກພິເສດ ແລະ ໂຄງການພື້ນຖານໂຄງລ່າງຍຸດທະສາດ, ຮ່າໂນ້ຍ ພວມສ້າງພື້ນຖານເພື່ອປຸກລຸກແຫຼ່ງຊັບພະຍາກອນ, ເປີດກວ້າງພື້ນທີ່ພັດທະນາ, ແລະ ຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ. ຂ້າພະເຈົ້າມີຄວາມປະທັບໃຈຫຼາຍກ່ຽວກັບການຫັນປ່ຽນຢ່າງແຮງຂອງ ຮ່າໂນ້ຍ."
+ ເພື່ອນ ດາວີ ຢູ່ນະຄອນຫຼວງວຽງຈັນ ໄດ້ສົ່ງອີເມວມາຫາລາຍການ ດ້ວຍເນື້ອໃນທີ່ວ່າ: "ຜ່ານລາຍການພາບສາລະຄະດີດ້ວຍຫົວຂໍ້ວ່າ 'ຝູກວັກ ນຳໜ້າຕາຕະລາງຈັດອັນດັບບັນດາໝູ່ເກາະທີ່ສວຍງາມທີ່ສຸດຢູ່ ອາຊີ” ທີ່ວາລະສານທ່ອງທ່ຽວ ອາເມລິກາ Condé Nast Traveler ຫາກໍ່ໄດ້ຄັດເລືອກໃຫ້ແມ່ນເກາະ ທີ່ໄດ້ຮັບຄວາມນິຍົມທີ່ສຸດຢູ່ ອາຊີ ໃນປີ 2026, ຂ້າພະເຈົ້າກໍເຄີຍໄປທ່ອງທ່ຽວຢູ່ແຫ່ງນີ້, ບັນດາຫາດຊາຍຂາວ, ຄື້ນນ້ຳທະເລຂຽວ, ອາຫານແຊບ ແລະ ບັນດາຄ່ຳຄືນງານບຸນທີ່ໄດ້ຈັດຂຶ້ນຢ່າງຟົດຟື້ນ, ຝູກວັກ ພວມຢັ້ງຢືນກຳລັງດຶງດູດຂອງສະຖານທີ່ທ່ອງທ່ຽວສາກົນໜຶ່ງຂອງ ຫວຽດນາມ."
+ ເພື່ອນ ສຸລິວົງ, ຢູ່ແຂວງ ຫຼວງພະບາງ ໄດ້ສົ່ງອີເມວມາຫາລາຍການ ໂດຍຢາກຊອກຮູ້ກ່ຽວກັບບັນດາການເຄື່ອນໄຫວຂອງຊາວໜຸ່ມສອງປະເທດ ລາວ ແລະ ຫວຽດນາມ ໃນປີ 2027. ໂດຍສະເພາະ, ເພື່ອນຢາກຮູ້ກ່ຽວກັບເນື້ອໃນຂອງບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງຊາວໜຸ່ມຂອງກະຊວງການເງິນ 2 ປະເທດ ຫວຽດນາມ - ລາວ ປີ 2027 ທີ່ຫາກໍ່ຈັດຂຶ້ນຫວ່າງມໍ່ໆມານີ້ຢູ່ ຮ່າໂນ້ຍ.
ເພື່ອນ ສຸລິວົງ ທີ່ຮັກແພງ, ວັນທີ 27 ຕຸລາ ຜ່ານມາ, ຄະນະບໍລິຫານງານ ຊາວໜຸ່ມກະຊວງການເງິນ ລາວ ແລະ ຄະນະບໍລິຫານງານງານຊາວໜຸ່ມກະຊວງການເງິນ ຫວຽດນາມ ໄດ້ເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືປີ 2027, ໄດ້ສຸມໃສ່ການແລກປ່ຽນບົດຮຽນການດ້ານວິຊາການ, ການຫັນເປັນດີຈີຕອນ, ການຄົ້ນຄວ້າດ້ານ logistics ແລະ ຈັດບັນດາການເຄື່ອນໄຫວສັງຄົມ, ການສຶກສາມູນເຊື້ອນ້ຳໃຈມິດຕະພາບແບບພິເສດລະຫວ່າງສອງປະເທດ.
ພິທີລົງນາມໄດ້ຈັດຂຶ້ນຢູ່ກະຊວງການເງິນຂອງ ລາວ, ເພື່ອແນໃສ່ຫັນບັນດາ ແຜນການຮ່ວມມືໄລຍະ 2026-2030 ໃຫ້ປະກົດຜົນເປັນຈິງ. ຕາມຂໍ້ຕົກລົງແລ້ວ, ສອງຝ່າຍຈະຈັດບັນດາການຢ້ຽມຢາມ, ຢື້ຢາມຖາມຂ່າວ, ເຮັດວຽກ, ການພົບປະ ແລະ ແລກປ່ຽນບົດຮຽນ, ປະກອບສ່ວນຕອບສະໜອງປີສາມັກຄີມິດຕະພາບ ລາວ - ຫວຽດນາມ 2027. ນີ້ກໍ່ແມ່ນໂອກາດເພື່ອຊຸກຍູ້ການພົບປະແລກປ່ຽນຊາວໜຸ່ມເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນການສ້າງຕັ້ງການພົວພັນທາງການທູດລະຫວ່າງ ລາວ ແລະ ຫວຽດນາມ (5 ກັນຍາ 1962 – 5 ກັນຍາ 2027) ແລະ 50 ປີ ແຫ່ງການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ - ຫວຽດນາມ (18 ກໍລະກົດ 1977 – 18 ກໍລະກົດ 2027). ໜຶ່ງໃນບັນດາເນື້ອໃນສຳຄັນໃນລາຍການແມ່ນເພື່ອຕີລາຄາໝາກຜົນການປະຕິບັດບົດທຶກການຮ່ວມມື ລະຫວ່າງ ອົງການຊາວໜຸ່ມຂອງສອງກະຊວງ, ແລກປ່ຽນບັນດາຄວາມຫຍຸ້ງຍາກ ແລະ ສະເໜີມາດຕະການແກ້ໄຂເພື່ອຍົກສູງປະສິດທິຜົນການສົມທົບກັນໃນໄລຍະ 2027-2030. ບັນດາການເຄື່ອນໄຫວດັ່ງກ່າວຈະໃຫ້ບຸລິມະສິດບັນດາໂຄງການທີ່ມີໝາກຜົນໃນຕົວຈິງ, ຕິດພັນກັບເປົ້າໝາຍປັບປຸງນ້ຳໃຈສາມັກຄີ, ມິດຕະພາບແບບພິເສດລະຫວ່າງຊາວໜຸ່ມຂອງສອງປະເທດ.
+ ເພື່ອນ ຈັນແສງ, ນັກສຶກສາລາວ ພວມຮຽນຂະແໜງເອລັກໂຕນິກອັດຕະໂນມັດ ຢູ່ມະຫາວິທະຍາໄລອຸດສາຫະກຳ ຮ່າໂນ້ຍ, ໄດ້ສົ່ງຂໍ້ຄວາມມາຫາລາຍການຢາກຊອກຮູ້ຂໍ້ມູນເພີ່ມກ່ຽວກັບງານວາງສະແດງ ເອເລັກໂຕນິກ ແລະ ອຸປະກອນອັດສະລິຍະສາກົນ ຫວຽດນາມ ຢູ່ ຮ່າໂນ້ຍ. ຂ້າພະເຈົ້າຢາກຮູ້ວ່າ ງານວາງສະແດງດັ່ງກ່າວຈະຈັດຂຶ້ນໃນເວລາໃດ, ຢູ່ໃສ ແລະ ມີອຸປະກອນເອເລັກໂຕນິກໃດທີ່ໄດ້ນຳມາວາງສະແດງ.
ເພື່ອນ ຈັນແສງ ທີ່ຮັກແພງ, ງານວາງສະແດງເອເລັກໂຕນິກ ແລະ ອຸປະກອນອັດສະລິຍະສາກົນ ຫວຽດນາມ (IEAE HANOI) 2026 ໄດ້ເຕົ້າໂຮມວິສາຫະກິດກວ່າ 300 ແຫ່ງ, ມີຮ້ານວາງສະແດງກວ່າ 550 ຮ້ານ, ເປີດກວ້າງການເລືອກຜະລິດຕະພັນ ແລະ ໂອກາດການຮ່ວມມືໃຫ້ແກ່ຕະຫຼາດເອເລັກໂຕນິກ ຫວຽດນາມ.
ງານວາງສະແດງຈະຈັດຂຶ້ນແຕ່ວັນທີ 05 - 07 ພະຈິກ 2026 ຢູ່ສູນວາງສະແດງ ຫວຽດນາມ (VEC), ດົງແອັງ, ຮ່າໂນ້ຍ. IEAE HANOI 2026 ຈະແນະນຳຫຼາຍໝວດຜະລິດຕະພັນທີ່ໜ້າສົນໃຈ, ນັບແຕ່ເຄື່ອງໄຟຟ້າ, ອຸປະກອນອັດສະລິຍະ ຕະຫຼອດຮອດເຄື່ອງໄຟຟ້າອັດສະລິຍະໃຊ້ໃນເຮືອນ. ບັນດາອຸປະກອນທີ່ນຳມາວາງສະແດງ, ລວມມີ: ອຸປະກອນສວມໃສ່ອັດສະລິຍະ; ອຸປະກອນໂທລະສັບ ແລະ ແທັບເລັດ; ອຸປະກອນຄອມພິວເຕີ ແລະ ເກມ; ອຸປະກອນເອເລັກໂຕນິກສຳລັບລົດໂອໂຕ; ອຸປະກອນເຮືອນອັດສະລິຍະ; ເຄື່ອງອາໄຫຼ່ ແລະ ອຸປະກອນ ເອເລັກໂຕນິກ... ພ້ອມກັນນັ້ນ, ຍັງມີບັນດາເຄື່ອງໃຊ້ໃນເຮືອນຄົວ, ເຄື່ອງອຸປະກອນໄຟຟ້າທີ່ເປັນມິດກັບສິ່ງແວດລ້ອມ.
ສິ່ງທີ່ໜ້າສົນໃຈແມ່ນ IEAE HANOI 2026 ມີການເຂົ້າຮ່ວມຂອງຜູ້ວາງສະແດງທີ່ມີກຳລັງຄວາມສາມາດດ້ານ OEM/ODM. ນີ້ແມ່ນກຸ່ມຄູ່ຮ່ວມມືທີ່ສາມາດຕອບສະໜອງຄວາມຕ້ອງການນັບແຕ່ການຄົ້ນຄວ້າ, ພັດທະນາ ແລະ ການອອກແບບ ຕະຫຼອດຮອດການຜະລິດຕາມຄວາມຕ້ອງການ. ເຂດທົດລອງໃຊ້ເຄື່ອງອຸປະກອນອັດສະລິຍະ ຈະໃຫ້ແຂກທີ່ມາຢ້ຽມຊົມໄດ້ຊອກຮູ້ໂດຍກົງ, ທົດລອງໃຊ້ ແລະ ຕີລາຄາຄຸນລັກສະນະຕ່າງໆຂອງຜະລິດຕະພັນເຕັກໂນໂລຊີໃໝ່.
