+ ເພື່ອນ ວິ​ໄລ​ວັນ ວິ​ໄລ​ວົງ, ຢູ່ແຂວງ ຫົວພັນ ໄດ້ສົ່ງອີເມວ​ມາ​ຫາລາຍການ​ໂດຍແບ່ງປັນວ່າ: "ການວາງແຜນຜັງ​ສັງ​ລວມນະຄອນຫຼວງທີ່ມີວິໄສທັດ 100 ປີ ​ຕະ​ຫຼອດ​ຮອດ​ບັນ​ດາກົນໄກພິເສດ ແລະ ໂຄງການພື້ນຖານໂຄງລ່າງຍຸດທະສາດ, ຮ່າໂນ້ຍ ພວມສ້າງພື້ນຖານເພື່ອ​ປ​ຸກ​ລຸກ​ແຫຼ່ງຊັບພະຍາກອນ, ​ເປີດກວ້າງພື້ນທີ່ພັດ​ທະ​ນາ, ແລະ ​ຍົກ​ສູງຄຸນນະພາບ​ການ​ດຳ​ລົງ​ຊີວິດຂອງປະຊາຊົນ. ຂ້າພະເຈົ້າມີ​ຄວາມປະທັບໃຈຫຼາຍ​ກ່ຽວ​ກັບການຫັນປ່ຽນ​ຢ່າງ​ແຮງຂອງ ຮ່າໂນ້ຍ."

+ ເພື່ອນ ດາວີ ​ຢູ່ນະຄອນຫຼວງວຽງຈັນ ໄດ້ສົ່ງອີເມວມາຫາລາຍການ ດ້ວຍເນື້ອໃນ​ທີ່​ວ່າ: "​ຜ່ານ​ລາຍ​ການ​ພາບ​ສາ​ລະ​ຄະ​ດີ​ດ້ວຍຫົວຂໍ້ວ່າ 'ຝູກວັກ ນຳໜ້າ​ຕາ​ຕະ​ລາງ​ຈັດອັນດັບ​ບັນ​ດາ​ໝູ່ເກາະທີ່ສວຍງາມທີ່ສຸດ​ຢູ່ ອາຊີ” ທີ່ວາລະສານ​ທ່ອງ​ທ່ຽວ ອາເມລິກາ Condé Nast Traveler ຫາກໍ່ໄດ້​ຄັດ​ເລືອກໃຫ້ແມ່ນເກາະ ທີ່ໄດ້ຮັບຄວາມ​ນິຍົມທີ່ສຸດຢູ່ ອາຊີ ໃນປີ 2026, ​ຂ້າ​ພະ​ເຈົ້າ​ກໍ​ເຄີຍ​ໄປທ່ອງ​ທ່ຽວ​ຢູ່​ແຫ່ງນີ້, ບັນດາຫາດຊາຍຂາວ, ຄື້ນນ້ຳທະເລຂຽວ, ອາຫານແຊບ ແລະ ບັນ​ດາຄ່ຳຄືນງານບຸນທີ່​ໄດ້​ຈັດ​ຂຶ້​ນ​ຢ່າງຟົດຟື້ນ, ຝູກວັກ ພວມຢັ້ງຢືນກຳລັງດຶງດູດຂອງ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ສາ​ກົນໜຶ່ງຂອງ ຫວຽດນາມ."

+ ເພື່ອ​ນ ສຸ​ລິ​ວົງ, ຢູ່​ແຂວງ ຫຼວງພະບາງ ໄດ້ສົ່ງອີເມວມາຫາລາຍການ ໂດຍຢາກຊອກຮູ້ກ່ຽວກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງຊາວໜຸ່ມ​ສອງ​ປະ​ເທດ ລາວ ແລະ ຫວຽດນາມ ໃນປີ 2027. ໂດຍສະເພາະ, ເພື່ອນຢາກຮູ້ກ່ຽວກັບເນື້ອໃນຂອງ​ບົດ​ບັນ​ທຶກ​ຊ່ວຍ​ຈຳວ່າດ້ວຍການຮ່ວມມື​ລະ​ຫວ່າງ​ຊາວ​ໜຸ່ມ​ຂອງ​ກະ​ຊວງ​ການ​ເງິນ 2 ປະ​ເທດ ຫວຽດນາມ - ລາວ ປີ 2027 ທີ່​ຫາກໍ່​ຈັດ​ຂຶ້​ນ​ຫວ່າງມໍ່ໆ​ມານີ້ຢູ່ ຮ່າໂນ້ຍ.

ເພື່ອ​ນ ສຸ​ລິ​ວົງ ທີ່​ຮັກ​ແພງ, ວັນທີ 27 ຕຸລາ ຜ່ານ​ມາ, ຄະນະບໍລິຫານງານ ຊາວໜຸ່ມກະຊວງການເງິນ ລາວ ແລະ ຄະນະບໍລິຫານງານ​ງານຊາວໜຸ່ມ​ກະ​ຊວງ​ການ​ເງິນ ຫວຽດ​ນາມ ໄດ້ເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືປີ 2027, ໄດ້ສຸມໃສ່ການແລກປ່ຽນ​ບົດ​ຮຽນການດ້ານວິຊາ​ການ, ການຫັນ​ເປັນດີຈີ​ຕອນ, ການຄົ້ນຄວ້າດ້ານ logistics ແລະ ຈັດ​​ບັນ​ດາກາ​ນ​ເຄື່ອນ​ໄຫວສັງຄົມ, ການສຶກສາມູນເຊື້ອນ້ຳ​ໃຈມິດຕະພາບ​ແບບພິເສດລະຫວ່າງສອງປະເທດ.

ພິທີລົງນາມໄດ້ຈັດຂຶ້ນຢູ່ກະຊວງການເງິນຂອງ ລາວ, ເພື່ອ​ແນ​ໃສ່​ຫັນ​ບັນ​ດາ ແຜນການຮ່ວມມືໄລຍະ 2026-2030 ​ໃຫ້​ປະ​ກົ​ດ​ຜົນ​ເປັນ​ຈິງ. ຕາມຂໍ້ຕົກລົງ​ແລ້ວ, ສອງຝ່າຍຈະຈັດ​ບັນ​ດາການຢ້ຽມຢາມ, ຢື້​ຢາມ​ຖາມ​ຂ່າວ, ເຮັດວຽກ, ການພົບປະ ແລະ ແລກປ່ຽນບົດ​ຮຽນ, ປະກອບສ່ວນ​ຕອບສະໜອງ​ປີ​ສາ​ມັກ​ຄີມິດຕະພາບ ລາວ - ຫວຽດນາມ 2027. ນີ້ກໍ່​ແມ່ນໂອກາດ​ເພື່ອ​ຊຸກ​ຍູ້​ການ​ພົບ​ປະ​ແລກ​ປ່ຽນຊາວໜຸ່ມ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 65 ປີແຫ່ງ​ວັນການສ້າງຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ລາວ ແລະ ຫວຽດນາມ (5 ກັນຍາ 1962 – 5 ກັນຍາ 2027) ແລະ 50 ປີ ແຫ່ງການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ - ຫວຽດນາມ (18 ກໍລະກົດ 1977 – 18 ກໍລະກົດ 2027). ໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນສຳຄັນ​ໃນ​ລາຍ​ການແມ່ນເພື່ອ​ຕີ​ລາ​ຄາ​ໝາກ​ຜົນ​ການ​ປະ​ຕິ​ບັດບົດທຶກການ​ຮ່ວມມື ລະຫວ່າງ ​ອົງ​ການຊາວໜຸ່ມຂອງສອງກະຊວງ, ແລກ​ປ່ຽນ​ບັນ​ດາຄວາມຫຍຸ້ງຍາກ ແລະ ສະເໜີ​ມາດ​ຕະ​ການແກ້ໄຂເພື່ອ​ຍົກ​ສູງປະສິດທິ​ຜົນ​ການ​ສົມ​ທົບ​ກັນ​ໃນໄລຍະ 2027-2030. ບັນ​ດາ​ການ​ເຄື່ອນ​ໄຫວດັ່ງກ່າວຈະໃຫ້​ບຸ​ລິ​ມະ​ສິດບັນດາໂຄງການທີ່ມີ​ໝາກຜົນ​ໃນ​ຕົວ​ຈິງ, ຕິດ​ພັນ​ກັບເປົ້າໝາຍ​ປັບ​ປຸງ​ນ້ຳ​ໃຈສາມັກຄີ, ມິດຕະພາບແບບພິ​ເສດ​ລະ​ຫວ່າງຊາວ​ໜຸ່ມຂອງສອງປະເທດ.

+ ເພື່ອນ ຈັນ​ແສງ, ນັກສຶກສາລາວ ພວ​ມ​ຮຽນ​ຂະແໜງ​ເອ​ລັກ​ໂຕ​ນິກອັດ​ຕະ​ໂນ​ມັດ ຢູ່ມະຫາວິທະຍາໄລອຸດສາຫະກຳ ຮ່າໂນ້ຍ, ໄດ້ສົ່ງຂໍ້ຄວາມມາຫາ​ລາຍການ​ຢາກ​ຊອກ​ຮູ້​ຂໍ້ມູນເພີ່ມກ່ຽວກັບງານວາງສະແດງ ເອເລັກໂຕນິກ ແລະ ​ອຸ​ປະ​ກອນອັດ​ສະ​ລິ​ຍະສາກົນ ຫວຽດນາມ ຢູ່ ຮ່າໂນ້ຍ. ຂ້າ​ພະ​ເຈົ້າຢາກຮູ້ວ່າ ງານວາງສະແດງດັ່​ງ​ກ່າວ​ຈະຈັດຂຶ້ນໃນ​ເວ​ລາ​ໃດ, ຢູ່ໃສ ແລະ ມີອຸປະກອນເອ​ເລັກ​ໂຕ​ນິກໃດທີ່​ໄດ້​ນຳ​ມາວາງສະແດງ.

ເພື່ອນ ຈັນ​ແສງ ທີ່​ຮັກ​ແພງ, ງານວາງສະແດງເອເລັກໂຕນິກ ແລະ ອຸປະກອນອັດສະລິຍະສາກົນ ຫວຽດນາມ (IEAE HANOI) 2026 ໄດ້​ເຕົ້າ​ໂຮມ​ວິ​ສາ​ຫະ​ກິດ​ກວ່າ 300 ແຫ່ງ, ມີ​ຮ້ານ​ວາງ​ສະ​ແດງກວ່າ 550 ຮ້ານ, ​ເປີດກວ້າງ​ການເລືອກຜະລິດຕະພັນ ແລະ ​ໂອ​ກາດການຮ່ວມມື​ໃຫ້​ແກ່ຕະຫຼາດເອເລັກໂຕນິກ ຫວຽດນາມ.

ງານວາງສະແດງຈະຈັດຂຶ້ນແຕ່ວັນທີ 05 - 07 ພະຈິກ 2026 ຢູ່ສູນວາງສະແດງ ຫວຽດນາມ (VEC), ດົງແອັງ, ຮ່າໂນ້ຍ. IEAE HANOI 2026 ຈະແນະ​ນຳ​ຫຼາຍ​ໝວດຜະລິດຕະພັນທີ່ໜ້າສົນໃຈ, ​ນັບແຕ່ເຄື່ອງໄຟຟ້າ, ອຸປະກອນອັດສະລິຍະ ຕະ​ຫຼອດ​ຮອດເຄື່ອງໄຟຟ້າອັດ​ສະ​ລິ​ຍະໃຊ້ໃນເຮືອນ. ບັນ​ດາ​ອຸ​ປະ​ກອນ​ທີ່​​ນຳ​ມາວາງສະແດງ, ລວມມີ: ອຸປະກອນສວມໃສ່ອັດສະລິຍະ; ອຸປະກອນໂທລະສັບ ແລະ ແທັບເລັດ; ອຸປະກອນຄອມພິວເຕີ ແລະ ເກມ; ອຸ​ປະ​ກອນ​ເອ​ເລັກ​ໂຕ​ນິກ​ສຳ​ລັບ​ລົດ​ໂອ​ໂຕ; ອຸປະກອນເຮືອນອັດສະລິຍະ; ​ເຄື່ອງ​ອາ​ໄຫ​ຼ່ ແລະ ອຸປະກອນ ເອເລັກໂຕນິກ... ພ້ອມ​ກັນນັ້ນ, ຍັງມີ​ບັນ​ດາເຄື່ອງໃຊ້ໃນເຮືອນຄົວ, ​ເຄື່ອງອຸປະກອນ​ໄຟ​ຟ້າທີ່ເປັນມິດກັບສິ່ງແວດລ້ອມ.

ສິ່ງທີ່ໜ້າສົນ​ໃຈ​ແມ່ນ IEAE HANOI 2026 ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ວາງ​ສະ​ແດງທີ່​ມີ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ OEM/ODM. ນີ້​ແມ່ນກຸ່ມຄູ່ຮ່ວມມືທີ່​ສາ​ມາດຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ນັບ​ແຕ່ການຄົ້ນຄວ້າ, ພັດທະນາ ແລະ ການອອກແບບ ຕະ​ຫຼ​ອດ​ຮອດການຜະລິດຕາມຄວາມຕ້ອງການ. ​ເຂດທົດ​ລອງ​ໃຊ້​ເຄື່ອງອຸປະກອນ​ອັດ​ສະ​ລິ​ຍະ ​ຈະ​ໃຫ້ແຂກທີ່ມາຢ້ຽມຊົມໄດ້​ຊອກຮູ້ໂດຍກົງ, ​ທົດ​ລອງ​ໃຊ້ ແລະ ​ຕີ​ລາ​ຄາຄຸນລັກສະນະຕ່າງໆຂອງຜະລິດຕະພັນເຕັກໂນໂລຊີໃໝ່.