(ພາບ: qdnd.vn)
+ ເພື່ອນ ວົງຄຳ, ຢູ່ແຂວງ ອຸດົມໄຊ ໄດ້ສົ່ງອີເມວມາຫາລາຍກາຍໂດຍແບ່ງປັນວ່າ: “ດ້ວຍຄວາມເຄົາລົບຢ່າງເລິກເຊິ່ງ, ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງສູງຕໍ່ໜ້າທີ່ອັນລຳບາກເຊິ່ງປະເທດພວກເພື່ອນພວມປະຕິບັດເພື່ອຕອບບຸນແທນຄຸນບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ. ສິ່ງນີ້ມີຄວາມໝາຍສຳຄັນຕໍ່ບັນດາພົນລະເມືອງ ຫວຽດນາມ ທີ່ພວມດຳລົງຊີວິດໃນສັນຕິພາບ, ເອກະລາດ. ຂ້າພະເຈົ້າກໍຫວັງວ່າ ບັນດານັກຮົບ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດຢູ່ ລາວ ຈະໄດ້ກັບເມືອບ້ານເກີດເມືອງນອນ ຫວຽດນາມ ໃນໄວໆນີ້”.
ເພື່ອນ ວົງຄຳ ທີ່ຮັກແພງ, ລາຍການພາກພາສາ ລາວ ກໍ່ຂໍສະເໜີຂໍ້ມູນເພີ່ມເຕີມກ່ຽວກັບການເຄື່ອນໄຫວ 500 ວັນ ແລະ ຄືນຍູ້ແຮງການເຄື່ອນໄຫວຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຄືດັ່ງນີ້: ຫວ່າງແລ້ວນີ້, ຢູ່ນະຄອນ ໂຮ່ຈີມິນ ໄດ້ຈັດກອງປະຊຸມຄັ້ງທີ 26 ລະຫວ່າງຄະນະປະຕິບັດງານພິເສດຂອງລັດຖະບານ ຫວຽດນາມ ແລະ ຄະນະປະຕິບັດງານພິເສດຂອງລັດຖະບານ ລາວ ກ່ຽວກັບເລື່ອງສືບຕໍ່ຊອກຫາ, ທ້ອນໂຮມ, ສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານທີ່ເສຍສະຫຼະຊີວິດຢູ່ ລາວ ເມື່ອປະຕິບັດໜ້າທີ່ສາກົນອັນສູງສົ່ງໃນປາງສົງຄາມ ກັບຄືນເມືອບ້ານເກີດ, ລະດູແລ້ງ 2026 – 2027. ທີ່ກອງປະຊຸມ, 2 ຝ່າຍໄດ້ເປັນເອກະພາບໂດຍຖືວ່າ ວຽກງານນີ້ບັນລຸໝາກຜົນ ກໍ່ຍ້ອນມີການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງຄະນະປະຕິບັດງານພິເສດຂອງ 2 ລັດຖະບານ, ການໜູນຊ່ວຍຢ່າງຕັ້ງໜ້າຂອງອຳນາດການປົກຄອງ, ກຳລັງທີ່ມີໜ້າທີ່ ແລະ ປະຊາຊົນ ລາວ ໃນການສະໜອງຂໍ້ມູນ, ສ້າງເງື່ອນໄຂສະດວກເພື່ອໃຫ້ກອງທ້ອນໂຮມປະຕິບັດໜ້າທີ່. 2 ຝ່າຍກໍ່ເຫັນດີເປັນເອກະພາບທິດທາງການຮ່ວມມືໃນລະດູແລ້ງ 2026 – 2027 ດ້ວຍຫຼາຍໜ້າທີ່ຈຸດສຸມ ຄື: ສືບຕໍ່ຍູ້ແຮງວຽກງານໂຄສະນາ, ຂົນຂວາຍປະຊາຊົນ 2 ປະເທດສະໜອງຂໍ້ມູນກ່ຽວກັບເຂດຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ; ເພີ່ມທະວີການແລກປ່ຽນ, ສຳຫຼວດຕົວຈິງ, ກວດກາຄືນ ແລະ ຢັ້ງຢືນຂໍ້ມູນ; ຈັດການກວດກາ, ຕີລາຄາໝາກຜົນເປັນປະຈຳ ແລະ ຍ້ອງຍໍບັນດາໝູ່ຄະນະ, ບຸກຄົນທີ່ມີຜົນງານດີເດັ່ນຢ່າງທັນການ.
+ ເພື່ອນ ບຸນທະວີ ອິນທະວົງ, ຢູ່ນະຄອນຫຼວງ ວຽງຈັນ ໄດສົ່ງອີເມວມາຫາລາຍການໂດຍແບ່ງປັນວ່າ: “ຫວ່າງແລ້ວນີ້, ຂ້າພະເຈົ້າໄດ້ອ່ານຂ່າວກ່ຽວກັບເຫດການ ທ່ານນາງ ຫງວຽນທິລານແອັງ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານສານສາກົນກ່ຽວກັບກົດໝາຍວ່າດ້ວຍທະເລ ອາຍຸການ 2026 – 2035. ຂ້າພະເຈົ້າຂໍຊົມເຊີຍ ຫວຽດນາມ ກ່ຽວກັບບັນດາຜົນງານສຳຄັນດັ່ງກ່າວ. ຂ້າພະເຈົ້າເຊື່ອໝັ້ນວ່າ ຜົນງານນີ້ໄດ້ສ່ອງແສງບົດບາດທີ່ນັບມື້ນັບໃຫຍ່ຫຼວງຂອງ ຫວຽດນາມ ໃນບັນດາບັນຫາສາກົນ ກໍຄືຄຳໝັ້ນສັນຍາຂອງປະເທດເພື່ອນຕໍ່ກັບກົດໝາຍສາກົນ ແລະ ການຮ່ວມມືທົ່ວໂລກ”.
ລາຍການພາກພາສາ ລາວ ຂໍຂອບໃຈບັນດາທ່ານຜູ້ຟັງທີ່ໄດ້ໂທລະສັບ, ສົ່ງອີເມວ ແລະ ຈົດໝາຍມາຫາລາຍການໃນຕະຫຼອດໄລຍະຜ່ານມາ. ໃນໄລຍະຈະມາເຖິງ, ຫວັງວ່າ ພວກຂ້າພະເຈົ້າຈະສືບຕໍ່ໄດ້ຮັບຄຳເຫັນປະກອບ, ການແບ່ງປັນຂອງທ່ານຜູ້ຟັງຫຼາຍກວ່າອີກ ເພື່ອຊ່ວຍໃຫ້ທາງລາຍການນັບມື້ນັບອຸດົມສົມບູນກວ່າ.
ຕໍ່ຈາກນີ້, ລາຍການ “ໂອ້ລົມກັບເພື່ອນ ລາວ” ຈະຕອບຄຳຖາມຈຳນວນໜຶ່ງເຊິ່ງທ່ານຜູ້ຟັງໄດ້ສົ່ງມາລາຍການໃນອາທິດຜ່ານມາ.
+ ເພື່ອນ ສຸລິວົງ ຢູ່ແຂວງ ຫຼວງພະບາງ ໄດ້ສົ່ງອີເມວມາຫາລາຍການຢາກຊອກຮູ້ກ່ຽວກັບບັນດາການເຄື່ອນໄຫວທີ່ຈະຈັດຂຶ້ນເນື່ອງໃນໂອກາດວັນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມໃນໄລຍະຈະມາເຖິງນີ້ຢູ່ ຫວຽດນາມ.
ເພື່ອນ ສຸລິວົງ ທີ່ຮັກແພງ, ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວິນາດຕະກຳທາດພິດສີສົ້ມຢູ່ ຫວຽດນາມ (10 ສິງຫາ 1961 – 10 ສິງຫາ 2026), ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິສີສົ້ມ/ດີໂອຊິນ ຫວຽດນາມ ຈະຈັດການເຄື່ອນໄຫວຫຼາຍຢ່າງເພື່ອໂຄສະນາເຜີຍແຜ່, ຕອບບຸນແທນຄຸນ ແລະ ຂົນຂວາຍແຫຼ່ງກຳລັງເພື່ອເບິ່ງແຍງດູແລ, ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິສີສົ້ມໃນຂອບເຂດທົ່ວປະເທດ. ໃນການສະໜອງຂໍ້ມູນທີ່ກອງປະຊຸມມອບ-ຮັບໜ້າທີ່ວຽກວານສື່ມວນຊົນໂດຍຄະນະໂຄສະນາສຶກສາສູນກາງ ຈັດຂຶ້ນຫວ່າງມໍ່ໆມານີ້, ທ່ານ ຫງວຽນຮຶວຈິງ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິສີສົ້ມ/ດີໂອຊິນ ໃຫ້ຮູ້ວ່າ ບັນດາການເຄື່ອນໄຫວໄດ້ຜັນຂະຫຍາຍດ້ວຍຫົວຍຂໍ້ “65 ປີ: ຈາກວິນາດສະກຳ ໄປສູ່ການຮ່ວມເດີນທາງຫຼຸດຜ່ອນຄວາມເຈັບປວດຈາກທາດພິດສີສົ້ມ”. ຕາມນັ້ນແລ້ວ, ສະມາຄົມທຸກຂັ້ນຈະຍູ້ແຮງວຽກງານໂຄສະນາເຜີຍແຜ່ກ່ຽວກັບຜົນຮ້າຍຢ້ອນຫຼັງທີ່ຍາວນານຂອງທາດພິດເຄມີໂດຍກອງທັບ ອາເມລິກາ ກໍໃຫ້ເກີດຢູ່ ຫວຽດນາມ ໃນໄລຍະ 1961 - 1971; ພ້ອມກັນນັ້ນ ກໍ່ໂຄສະນາເຜີຍແຜ່ບັນດາຄວາມມານະພະຍາຍາມຂອງພັກ, ລັດ, ທຸກຂັ້ນ, ທຸກຂະແໜງການ ແລະ ເພື່ອນມິດສາກົນໃນການແກ້ໄຂຜົນຮ້າຍຢ້ອນຫຼັງ, ເບິ່ງແຍງດູແລ, ໜູນຊ່ວຍຜູ້ປະສົບເຄາະຮ້າຍ ແລະ ຕໍ່ສູ້ເພື່ອຍາດເອົາຄວາມຍຸຕິທຳ. ໄປຄຽງຄູ່ກັນນັ້ນ, ກໍ່ຈະຈັດບັນດາການເຄື່ອນໄຫວຢື້ຢາມຖາມຂ່າວ, ມອບຂອບຂວັນ, ກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ, ໜູນຊ່ວຍການຫາເງິນລ້ຽງຊີບ, ໃນນັ້ນໄດ້ເອົາໃຈໃສ່ປະຕິບັດການຊີ້ນຳຂອງນາຍົກລັດຖະມົນຕີກ່ຽວກັບການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປ່ເພໃຫ້ບັນດາຜູ້ເປັນລູກຂອງຜູ້ເຄື່ອນໄຫວຕໍ່ສູ້ທີ່ຖືກຕິດແປດທາດພິດເຄມີ.
+ ເພື່ອນ ຄຳປະສົງ ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງອີເມວມາຫາລາຍການ, ຢາກຮູ້ວ່າ ຕະຫຼາດລົດຈັກໄຟຟ້າຂອງ ຫວຽດນາມ ມີບໍລິສັດຜະລິດ, ຈຳໜ່າຍຫຼາຍຍີ່ຫໍ້ບໍ່? ລົດຈັກນັ້ນໄດ້ຈັດເປັນຫຼາຍລຸ້ນບໍ່?
ເພື່ອນ ຄຳປະສົງ ທີ່ຮັກແພງ, ປະຈຸບັນຢູ່ ຫວຽດນາມ ມີລົດຈັກຫຼາຍແບບທີ່ແຕກຕ່າງກັນຂອງກວ່າ 20 ຍີ່ຫໍ້ໃຫຍ່, ນ້ອຍ. ຕະຫຼາດໄດ້ແບ່ງເປັນບັນດາກຸ່ມຕົ້ນຕໍໂດຍອີງໃສ່ຕົ້ນກຳເນີດຍີ່ຫໍ້, ລະດັບລາຄາ. ໃນນັ້ນ, ຍີ່ຫໍ້ຜະລິດຢູ່ພາຍໃນປະເທດ ແລະ ເປັນເຈົ້າເຕັກໂນໂລຊີ, ພົ້ນເດັ່ນຄື: VinFast, Dat Bike, Pega ແລະ Selex Motors. ຍີ່ຫໍ້ສາກົນທີ່ປະກອບຢູ່ ຫວຽດນາມ, ລວມມີ: Yadea, Dibao, TailG ແລະ Osakar... ນອກນັ້ນ, ບັນດາບໍລິສັດຜະລິດລົດຍີ່ຫໍ້ໃຫຍ່ຄື: Honda, Yamaha ຫຼື Piaggio ກໍ່ໄດ້ເຂົ້າຮ່ວມຕະຫຼາດລົດຈັກໄຟຟ້າດ້ວຍຮູບແບບລົດນຳໃຊ້ໃນຕົວເມືອງຈຳນວນໜຶ່ງ.
ຕະຫຼາດລົດຈັກໄຟຟ້າມີ 3 ພາກສ່ວນ, ໃນນັ້ນ, ພາກສ່ວນທົ່ວໄປ: ແມ່ນມຸ່ງໄປເຖິງນັກສຶກສາ. ພາກສ່ວນລະດັບກາງ: ເໝາະສົມກັບຜູ້ໄປເຮັດວຽກ, ໄດ້ປະກອບເຕັກໂນໂລຊີອັດສະລິຍະຫຼາຍຢ່າງ ແລະ ໄປເສັ້ນທາງໄກກວ່າ. ພາກສ່ວນລະດັບສູງ: ເຄື່ອງຈັກມີຄວາມແຮງສູງ ແລະ ນຳໃຊ້ເຕັກໂນໂລຊີຖ່ານຫີນທີ່ກ້າວໜ້າ.
