ອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ (VOV5), ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ຮັບຈົດໝາຍ, ອີເມວ 345 ສະບັບ ແລະ ໂທລະສັບຫຼາຍສາຍຂອງຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄ້ວນ. ໃນນັ້ນລາຍການພາກພາສາລາວ ໄດ້ຮັບຈົດໝາຍ 25 ສະບັບ. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈຳນວນໜຶ່ງເຊິ່ງທ່ານຜູ້ຟັງມີຄວາມສົນໃຈ.
ທ່ານ Sun Phol, ມາຈາກ ພະນົມເປັນ, ກຳປູເຈຍ ໄດ້ສົ່ງຈົດໝາຍມາວ່າ: ຂ້າພະເຈົ້າຂໍຝາກຄຳອວຍພອນອັນດີງາມທີ່ສຸດໄປຍັງປະຊາຊົນ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີແຫ່ງວັນຊາດ ຫວຽດນາມ (ວັນທີ 2 ກັນຍາ), ພ້ອມທັງສົ່ງຄຳອວຍພອນໄປຍັງບັນດານັກຂ່າວ, ບັນນາທິການຂອງວິທະຍຸກະຈາຍສຽງ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີແຫ່ງວັນສ້າງຕັ້ງ ວິທະຍຸກະຈາຍສຽງ ຫວຽດນາມ (7 ກັນຍາ). ຂ້າພະເຈົ້າມັກຮັກບັນດາເນື້ອໃນພາສາຂະແມ, ຫວັງວ່າ ທາງວິທະຍຸ ຈະນັບມື້ນັບພັດທະນາເພື່ອໃຫ້ພວກຂ້າພະເຈົ້າຮັບຟັງໄດ້ຫຼາຍຂໍ້ມູນທີ່ດຶງດູດໃຈກວ່າ ກ່ຽວກັບປະເທດ ຫວຽດນາມ.
ທ່ານ NAJIMUDDIN ມາຈາກ ອິນເດຍ ໄດ້ສົ່ງຄຳອວຍພອນວັນຊາດ ຫວຽດນາມ ແລະ ວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ: ຜ່ານບັນດາລາຍການກະຈາຍສຽງຂອງ ພVOV5 - ວິທະຍຸກະຈາຍສຽງ ຫວຽດນາມ, ຂ້າພະເຈົ້າໄດ້ອັບເດດຂ່າວຄາວ, ບັນດາລາຍການວັດທະນະທຳ ແລະ ຂໍ້ມູນກ່ຽວກັບປະເທດທີ່ສວຍງາມຂອງພວກເພື່ອນຢ່າງເປັນປະຈຳ. ໃນລາຍການນີ້ບໍ່ພຽງແຕ່ປັບປຸງການພົວພັນມິດຕະພາບລະຫວ່າງ ອິນເດຍ ແລະ ຫວຽດນາມ ເທົ່ານັ້ນ ຫາກຍັງຊ່ວຍໃຫ້ບັນດາຜູ້ຟັງຄືຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງກ່ຽວກັບປະຫວັດສາດ, ວັດທະນະທຳທີ່ອຸດົມສົມບູນ ກໍ່ຄືຜົນສຳເລັດຂອງ ຫວຽດນາມ ອີກດ້ວຍ.
ທ່ານຜູ້ຟັງ ບຸນມີ ຈັນທະລາ, ມາຈາກແຂວງ ສະຫວັນນະເຂດ (ລາວ) ໄດ້ສົ່ງອີເມວ ມາຍັງລາຍການ: “ສະບາຍດີບັນດາບັນນາທິການຂອງ VOV! ໃນຊຸມມື້ມໍ່ໆມານີ້, ຂ້າພະເຈົ້າເຫັນໃນສື່ສັງຄົມອອນໄລ ແລະ ສື່ມວນຊົນ ຫວຽດນາມ ເຕັມໄປດ້ວຍຮູບພາບທຸງຊາດ, ດອກໄມ້ທີ່ສີສັນສວຍງາມ ແລະ ຮອຍຍິ້ມຂອງພວກນ້ອງໆນັກຮຽນ. ຂ້າພະເຈົ້າໄດ້ຮູ້ວ່າ ຫວຽດນາມ ຫາກໍຈັດຕັ້ງພິທີໄຂສົກຮຽນໃໝ່. ທາງລາຍການສາມາດແບ່ງປັນຂໍ້ມູນຈຳນວນໜຶ່ງກ່ຽວກັບຄວາມໝາຍ ແລະ ບັນຍາກາດຂອງວັນບຸນພິເສດນີ້ຢູ່ ຫວຽດນາມ ໄດ້ບໍ່?”
ເພື່ອນ ບຸນມີ ຈັນທະລາ ທີ່ຮັກແພງ! ຂອບໃຈຫຼາຍໆສຳລັບຄຳແບ່ງປັນຂອງເພື່ອນທີ່ໄດ້ສົ່ງມາຫາລາຍການພາກສາລາວ - ວິທະຍຸກະຈາຍສຽງ ຫວຽດນາມ. ຖືກຄືທີ່ເພື່ອນໄດ້ຕິດຕາມ, ວັນທີ 5 ກັນຍາ ຂອງທຸກປີ ໄດ້ກາຍເປັນຂີດໝາຍອັນສັກສິດ ແລະ ເປັນໜ້າຈົດຈຳສຳລັບຫວຽດນາມ ນັ້ນແມ່ນວັນບຸນທົ່ວປວງຊົນພາເດັກນ້ອຍໄປໂຮງຮຽນ, ວັນໄຂສົກຮຽນໃໝ່ໃນທົ່ວປະເທດ.
ອາທິດຜ່ານມາ, ຕອນເຊົ້າວັນທີ 5 ກັນຍາ, ບັນຍາກາດຕ້ອນຮັບສົກຮຽນໃໝ່ໄດ້ດຳເນີນຢ່າງຟົດຟື້ນ ແລະ ເຕັດໄປດ້ວຍສີສັນຢູ່ນະຄອນ ຮ່າໂນ້ຍ, ບັນດານະຄອນໃຫຍ່ຕະຫຼອດຮອດເຂດຊາຍແດນ, ທະເລໝູ່ເກາະທີ່ຫ່າງໄກ. ໄປຄຽງຄູ່ກັບບັນຍາກາດອັນຟົດຟື້ນຂອງວັນຕ້ອນຮັບສົກຮຽນໃໝ່, ວັນໄຂສົກຮຽນທີ 5 ກັນຍາ ຍັງມີຄວາມໝາຍຢ່າງເລິກເຊິ່ງທີ່ສຸດ. ຊາວຫວຽດນາມ ນັບແຕ່ກ່ອນມາຮອດປັດຈຸບັນ ຍາມໃດກໍ່ຖືການຮຽນ ແລະ ການເຄົາລົບນັບຖືຄູອາຈານເປັນສຳຄັນທີ່ສຸດ. ວັນທີ 5 ກັນຍາ ບໍ່ພຽງແຕ່ແມ່ນເວລາເລີ່ມຕົ້ນສົກຮຽນໃໝ່ເທົ່ານັ້ນ ຫາກຍັງໄດ້ກາຍເປັນວັນເຊີດຊູພູມປັນຍາ, ຄຸນງາມຄວາມດີຂອງຄູອາຈານ - ຜູ້ສິດສອນຄວາມຮູ້ໃຫ້ແກ່ນັກຮຽນຫຼາຍລຸ້ນຄົນ.
ວັນບຸນທີ 5 ກັນຍາ ຍັງແມ່ນໂອກາດເພື່ອໃຫ້ພັກ, ລັດ, ອຳນາດການປົກຄອງທຸກຂັ້ນພ້ອມກັບໝູ່ຄະນະ, ຄອບຄົວ ແລະ ຊຸມຊົນຢັ້ງຢືນຄວາມຮ່ວມແຮງຮ່ວມໃຈ, ໃຫ້ບຸລິມະສິດແຫຼ່ງກຳລັງດີທີ່ສຸດໃຫ້ແກ່ພາລະກິດ “ສິດສອນຄົນ”, ຮັບປະກັນໃຫ້ເດັກນ້ອຍໝົດທຸກຄົນ ເຖິງວ່າຈະຢູ່ເຂດຕົວເມືອງ ຫຼືເຂດພູສູງ, ທະເລໝູ່ເກາະ ກໍ່ລ້ວນແຕ່ມີຄວາມສະເໝີພາບໃນການຮ່ຳຮຽນ.
ຈາກແຂວງ Shimane, ຍີ່ປຸ່ນ, ທ່ານຜູ້ຟັງ Ogawa Tatsuya ໄດ້ຖາມວ່າ: ການສືບທອດ ແລະ ເສີມຂະຫຍາຍບັນດາຄຸນຄ່າພື້ນເມືອງຄື ການອະນຸລັກຮັກສາບັນດາວັນບຸນທີ່ເປັນເອກະລັກພິເສດຂອງຊົນເຜົ່າສ່ວນໜ້ອຍຢູ່ ຫວຽດນາມ ໃນຊຸມປີມໍ່ໆມານີ້ໄດ້ປະຕິບັດຄືແນວໃດ?
ເພື່ອນ Ogawa Tatsuya ທີ່ຮັກແພງ, ໃນຊຸມປີມໍ່ໆມານີ້, ວຽກງານອະນຸລັກຮັກສາວັນບຸນພື້ນເມືອງບັນດາເຜົ່າສ່ວນໜ້ອຍຢູ່ ຫວຽດນາມ ໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດຕາມທິດ “ອະນຸລັກຮັກສາຢ່າງມີຊີວິດຊີວາ” - ຮັກສາໃຫ້ມໍລະດົກມີຊີວິດໃນຊີວິດແຫ່ງຍຸກສະໄໝ. ຜ່ານໂຄງການເປົ້າໝາຍແຫ່ງຊາດ, ມີຫຼາຍວັນບຸນທີ່ເປັນເອກະລັກພິເສດຄື: ວັນບຸນມອບຍົດສັກ, ເຕັ້ນໄຟ ແລະ ລົງທົ່ງນາ ຫຼື ການຕີຄ້ອງ ໄດ້ຮັບການໜູນຊ່ວຍຟື້ນຟູແບບດັ້ງເດີມ ແລະ ຈັດອັນດັບມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ. ການປະສານສົມທົບວັນບຸນກັບການພັດທະນາການທ່ອງທ່ຽວເຂດຊຸມຊົນຢູ່ບັນດາເຂດຈຸດສຸມຄື ໄຕບັກ, ໄຕງວຽນ ບໍ່ພຽງແຕ່ໂຄສະນາສີສັນເທົ່ານັ້ນ ຫາກຍັງສ້າງວຽກເຮັດງານທຳແບບຍືນຍົງໃຫ້ແກ່ພໍ່ແມ່ປະຊາຊົນອີກດ້ວຍ. ພິເສດ, ລັດໄດ້ເຊີດຊູບັນດານັກສິລະປະການ ແລະ ມອບສິດໃຫ້ແກ່ປະຊາຊົນເປັນເຈົ້າການປະຕິບັດພິທີກຳ, ຈຳກັດສະພາບການຫັນເປັນເວທີສະແດງຢ່າງສຸດຂີດ. ໄປຄຽງຄູ່ກັນນັ້ນ, ການໝູນໃຊ້ເຕັກໂນໂລຢີດີຈີຕອນກໍ່ຊ່ວຍແຜ່ກະຈ່າຍຄຸນຄ່າຂອງວັນບຸນໃນວົງກວ້າງກວ່າ. ເຖິງວ່າຕ້ອງປະເຊີນໜ້າກັບຄວາມສ່ຽງຖືກຫັນເປັນການຄ້າ ແລະ ຂາດລຸ້ນຄົນສືບທອດ, ແຕ່ ຫວຽດນາມ ກໍ່ພວມມານະພະຍາຍາມຫັນມໍລະດົກວັດທະນະທຳກາຍເປັນຊັບສິນອັນລ້ຳຄ່າເພື່ອພັດທະນາເສດຖະກິດ - ສັງຄົມເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ.
