(ພາບ: laodong.vn)
+ ເພື່ອນ ວົງຄຳ, ຢູ່ແຂວງ ອຸດົມໄຊ ໄດ້ສົ່ງອີເມວມາຫາລາຍການໂດຍແບ່ງປັນວ່າ: “ຂ້າພະເຈົ້າຕີລາຄາສູງເລື່ອງ ຫວຽດນາມ ຜັນຂະຫຍາຍບັ້ນເຄື່ອນໄຫວ 500 ວັນ ແລະ ຄືນ ຊອກຫາ, ທ້ອນໂຮມ, ວິໄຈ ADN ໃຫ້ບັນດານັກຮົບເສຍສະຫຼະຊີວິດພື່ອຊາດ, ເພື່ອແນໃສ່ພາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດກັບເມືອບ້ານເກີດ. ນີ້ແມ່ນການເຄື່ອນໄຫວທີ່ມີລັກສະນະວັດທະນະທຳມະນຸດອັນໃຫຍ່ຫຼວງ, ເພື່ອຕອບບຸນແທນຄຸນບັນດານັກຮົບເສຍສະຫະຊີວິດຂອງຕົນເພື່ອພື້ນຖານເອກະລາດ, ເສລີພາບ”.
+ ເພື່ອນ ສຸລິວົງ, ຢູ່ແຂວງ ຫຼວງພະບາງ ໄດ້ສົ່ງອີເມວມາຫາລາຍການດ້ວຍເນື້ອໃນທີ່ວ່າ: “ຜ່ານແຫຼ່ງຂ່າວ, ຂ້າພະເຈົ້າໄດ້ຮູ້ວ່າ ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດ ຫວຽດນາມ - ລາວ ຄັ້ງທີ 3 ທີ່ຈັດຂຶ້ນຢູ່ແຂວງ ເງະອານ ແລະ ບໍລິຄຳໄຊ ຜ່ານມາ ໄດ້ດຳເນີນຫຼາຍການເຄື່ອນໄຫວທີ່ຟົດຟື້ນ, ສືບຕໍ່ໄດ້ຢັ້ງຢືນວ່າ ແມ່ນຮູບແບບການຮ່ວມມືທີ່ມີປະສິດທິຜົນລະຫວ່າງ 2 ປະເທດ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍດ້ານການເມືອງຢ່າງເລິກເຊິ່ງ, ປະກອບສ່ວນເຂົ້າໃນການຫັນຄວາມຮັບຮູ້ລວມ ຂອງການນຳຂັ້ນສູງ 2 ພັກ, 2 ລັດ ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ໃຫ້ນັບມື້ນັບແທ້ຈິງກວ່າ. ໃນນັ້ນ, ເລື່ອງຄະນະພະນັກງານຂອງ ຫວຽດນາມ ມອບຂອງຂວັນໃຫ້ແກ່ບັນດານັກຮຽນທຸກຍາກຂອງ ລາວ ແມ່ນຈຸດພົ້ນເດັ່ນໜຶ່ງ, ແມ່ນສິ່ງພິສູດໃຫ້ເຫັນນ້ຳໃຈອ້າຍນ້ອງ ລາວ - ຫວຽດນາມ ສະໜິດຕິດພັນແບບຍືນຍົງ”.
+ ເພື່ອນ ຄຳຫຼ້າ ທອງສຸກ, ຢູ່ແຂວງ ສາລະວັນ ໄດ້ສົ່ງຂໍ້ຄວາມມາຫາລາຍການໂດຍແບ່ງປັນວ່າ: “ໂດຍແມ່ນຜູ້ຟັງວິທະຍຸຜູ້ໜຶ່ງ, ແລະ ກໍ່ແມ່ນຜູ້ທີ່ພວມຮຽນການແປພາສາ ຫວຽດນາມ - ລາວ, ຂ້າພະເຈົ້າມີຄວາມດີໃຈ ແລະ ມັກຫຼາຍເມື່ອມີໂອກາດຮັບຟັງບັນດາລາຍການກະຈາຍສຽງຂອງພວກເພື່ອນ. ຜ່ານການອອກອາກາດແຕ່ລະເທື່ອ, ຂ້າພະເຈົ້າໄດ້ຄົ້ນຫາຄວາມງາມທາງດ້ານວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດຂອງ ຫວຽດນາມ. ດ້ວຍວິທີທັງອ່ານພາສາຫວຽດ ທັງຮັບຟັງການອອກອາກາດກະຈາຍສຽງ, ຂ້າພະເຈົ້າສາມາດຮຽນໄດ້ຫຼາຍຄຳສັບໃນພາສາຫວຽດ. ຂໍຂອບໃຈບັນດາບັນນາທິການພາກພາສາ ລາວ ຂອງ VOV5”.
ລາຍການພາກພາສາ ລາວ ຂໍຂອບໃຈບັນດາທ່ານຜູ້ຟັງທີ່ໄດ້ໂທລະສັບ, ສົ່ງອີເມວ ແລະ ຈົດໝາຍມາຫາລາຍການໃນຕະຫຼອດໄລຍະຜ່ານມາ. ໃນໄລຍະຈະມາເຖິງ, ຫວັງວ່າ ພວກຂ້າພະເຈົ້າຈະສືບຕໍ່ໄດ້ຮັບຄຳເຫັນປະກອບ, ການແບ່ງປັນຂອງທ່ານຜູ້ຟັງຫຼາຍກວ່າ ເພື່ອຊ່ວຍໃຫ້ລາຍການນັບມື້ນັບອຸດົມສົມບູນກວ່າ.
(ພາບ: ຄະນະຈັດງານ Festival)
ຕໍ່ຈາກນີ້, ລາຍການ “ໂອ້ລົມກັບເພື່ອນ ລາວ” ຈະຕອບຄຳຖາມຈຳນວນໜຶ່ງເຊິ່ງທ່ານຜູ້ຟັງໄດ້ສົ່ງມາລາຍການໃນອາທິດຜ່ານມາ.
ເພື່ອນ ຄຳປະສົງ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ໂທລະສັບມາຫາລາຍການ, ແບ່ງປັນວ່າ: ປະຈຸບັນ, ຂ້າພະເຈົ້າພວມໄປທ່ຽວຢູ່ ດ່ານັ້ງ, ແລະ ຄາດວ່າ ຈະສືບຕໍ່ໄປແຂວງ ແຄັງຮວ່າ ໃນຊຸມມື້ຈະມາເຖິງ. ຂ້າພະເຈົ້າຢາກຮູ້ວ່າ ໃນ 2-3 ມື້ຈະມາເຖິງນີ້ ຢູ່ແຂວງ ແຄັງຮວ່າ ຈະຈັດລາຍການພິເສດໃດບໍ່? ຂໍຂອບໃຈ.
ເພື່ອນ ຄຳປະສົງ, ທີ່ຮັກແພງ, ນັບແຕ່ວັນທີ 17-19 ກໍລະກົດ ນີ້, ຢູ່ຕາແສງ ຍາຈາງ ແລະ ສະຖານທີ່ຈຳນວນໜຶ່ງໃນບໍລິເວນແຂວງ ແຄັງຮວ່າ ຈະຈັດບັນດາການເຄື່ອນໄຫວວັດທະນະທຳ, ສະແດງສິລະປະ ແລະ ທ່ອງທ່ຽວທີ່ມີຂອບຂະໜາດໃຫຍ່. ບັນດາການເຄື່ອນໄຫວດັ່ງກ່າວແມ່ນນອນໃນງານ Festival ທະເລ ແຄັງຮວ່າ 2026. ຕາມແຜນການ, ພິທີໄຂງານ Festival ຈະຈັດຂຶ້ນໃນຕອນຄ່ຳວັນທີ 17 ກໍລະກົດ. ຕອນບ່າຍວັນທີ 18 ກໍລະກົດ ຈະຈັດງານບຸນ Carnival ດ້ວຍຫົວຂໍ້ “ດອກໄມ້ທະເລ ຍາຈາງ” ທີ່ຈະຈັດຂຶ້ນຢູ່ຖະໜົນ ເຈິ່ນຝູ, ດ້ວຍການເຕົ້າໂຮມຜູ້ເຂົ້າຮ່ວມປະມານ 2.000 ຄົນ, ພ້ອມກັບລົດດອກໄມ້ຫຼາຍຄັນ ທີ່ມີສີສັນຫຼາກຫຼາຍ ໃນວັນດຽວກັນ, ຄ່ຳຄືນແຂ່ງຂັນຮອບຊິງຊະນະເລີດຊາຍແບບ ແລະ ຊາຍງາມ ຫວຽດນາມ 2026 ສົມທົບກັບການສະແດງແຟຊັ່ນ, ດົນຕີດ້ວຍຫົວຂໍ້ “Runway to the world - ກ້າວອອກສູ່ໂລກ” ກໍ່ຈະໄດ້ຈັດຂຶ້ນ. ພິທີປິດ ແລະ ງານສະແດງດົນຕີສາກົນເຊື່ອມຕໍ່ 5 ທະວີບດ້ວຍຫົວຂໍ້ “ແຄັງຮວ່າ ອ້ອມແຂນເພື່ອນມິດ 5 ທະວີບ” ກໍ່ຈະຈັດຂຶ້ນໃນຄອນຄ່ຳວັນທີ 19 ກໍລະກົດ.
ນອກຈາກບັນດາລາຍການຫຼັກໆນັ້ນ, ໃນເວລາຈັດ Festival ຍັງມີຫຼາຍການເຄື່ອນໄຫວ, ຄື: ງານບຸນວັດທະນະທຳ - ອາຫານການກິນ ຮັງນົກແອ່ນ ແຄັງຮວ່າ; ງານແຂ່ງຂັນເຮືອໃບ ແຄັງຮວ່າ 2026; ງານບຸນຊຸດເສື້ອຍາວ ຫວຽດນາມ; ສັບປະດາຜະລິດຕະພັນກະເສດ ແລະ ຜະລິດຕະພັນ OCOP ຂອງແຂວງ; ລາຍການສະແດງສິລະປະຢູ່ທ້ອງຖະໜົນ...
ເພື່ອນ ຄຳປານ ວິໄລຈິດ, ຢູ່ແຂວງ ຈຳປາສັກ ໄດ້ສົ່ງຂໍ້ຄວາມທາງ Facebook ມາຫາລາຍການ ເພື່ອຂອບໃຈຄະນະນັກອາສາສະໝັກນະຄອນ ໂຮ່ຈີມິນ ໃນບັ້ນການເດີນທາງອາສາສະໝັກລະດູແລ້ງ 2026 ທີ່ຜ່ານມາຢູ່ແຂວງຈຳນວນໜຶ່ງຂອງ ລາວ. ແລະ ເພື່ອນກໍ່ຢາກຮູ້ການເຄື່ອນໄຫວທີ່ພົ້ນເດັ່ນຈຳນວນໜຶ່ງໃນການໄປຄັ້ງນີ້.
ເພື່ອນ ຄຳປານ ວິໄລຈິດ ທີ່ຮັກແພງ. ໃນເດືອນ ມິຖຸນາ ຜ່ານມາ, ມີເພື່ອນໜຸ່ມອາສາສະໝັກ 67 ຄົນໃນໜ່ວຍລະດູແລ້ງສີຂຽວ, ຍາມພັກແດງ ພ້ອມກັບແພດໝໍໜຸ່ມ 11 ຄົນຂອງພະແນກສາທາລະນະສຸກນະຄອນ ໂຮ່ຈີມິນ ໄດ້ຈັດການເຄື່ອນໄຫວຫຼາຍຢ່າງ ພ້ອມກັນກວດພະຍາດ, ແຈກຢາຟຣີໃຫ້ປະຊາຊົນກວ່າ 3.000 ຄົນຢູ່ 4 ແຂວງ ອັດຕະປື, ຈຳປາສັກ, ເຊກອງ ແລະ ສາລະວັນ ທາງພາກໃຕ້ຂອງ ລາວ. ຢູ່ບັນດາສະຖານທີ່ກວດພະຍາດ, ແຈກຢາ, ມີປະຊາຊົນ ລາວ ຫຼາຍຄົນໄດ້ມາແຕ່ຮຸ່ງເຊົ້າເພື່ອລໍຖ້າເຂົ້າກວດພະຍາດ. ມີຫຼາຍຄົນລໍຖ້າຮອດຍາມລະດູແລ້ງເພື່ອໄດ້ພົບທ່ານໝໍ ຫວຽດນາມ ມາກວດພະຍາດໃຫ້ແກ່ຕົນ. ປີ 2026 ນີ້, ຢູ່ສະຖານທີ່ກວດພະຍາດແຕ່ລະຈຸດ, ຄິດສະເລ່ຍແມ່ນລະມື້ມີ ປຊຊ ກວ່າ 350 ຄົນມາກວດພະຍາດ, ບາງເມືອງແມ່ນມີເຖິງເກືອບ 700 ເທື່ອຄົນ. ນອກຈາກການກວດ, ປິ່ນປົວພະຍາດແລ້ວ, ບັນດາເພື່ອນໜຸ່ມຈາກນະຄອນ ໂຮ່ຈີມິນ ຍັງສ້າງຂີດໝາຍດ້ວຍຫຼາຍກິດຈະກຳ, ການເຄື່ອນໄຫວທີ່ແທດຈິງໃຫ້ແກ່ປະຊາຄົມອີກດ້ວຍ. ໃນນັ້ນ, ມີການກໍ່ສ້າງເຮືອນມິດຕະພາບ ຫວຽດນາມ - ລາວ, ມອບຫ້ອງຄອມພິວເຕີ, ມີເສັ້ນທາງຈຳນວນໜຶ່ງໄດ້ຕິດຕັ້ງດອກໄຟສະຫວ່າງພະລັງງານແສງຕາເວັນ, ມອບຂອງຂວັນກວ່າ 1.100 ພູດ, ຈັດການລະຫຼິ້ນໃຫ້ເດັກນ້ອຍ, ປັບປຸງສະພາບແວດລ້ອມການຮ່ຳຮຽນ... ການເຄື່ອນໄຫວດັ່ງກ່າວ ແມ່ນເພື່ອປະກອບສ່ວນສ້າງຂີດໝາຍອັນດີງາມຂອງໄວໜຸ່ມນະຄອນ ໂຮ່ຈີມິນ ໃນປະເທດລ້ານຊ້າງ, ສືບຕໍ່ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ ຫວຽດນາມ - ລາວ ໃຫ້ຍືນຍົງຄົງຕົວ, ສະໜິດຕິດພັນເປັນພິເສດ.
