ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ (VOV5), ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 398 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 20 ສະບັບຈາກທ່ານຜູ້ຟັງລາວ. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນຂອງທ່ານຜູ້ຟັງທີ່ສົ່ງມາຍັງລາຍການແບ່ງປັນກ່ຽວກັບບັ້ນເຄື່ອນໄຫວ 500 ວັນ ແລະ ຄືນຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ແລະນາມສະກຸນຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ. ເຊີນທ່ານຕິດຕາມຮັບຟັງ.
ທ່ານ Javier Gonzalez Nungaray, ມາຈາກ ເມັກຊີໂກ ໄດ້ຂຽນວ່າ: ດ້ວຍຄວາມເຄົາລົບນັບຖື ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງ, ຂ້າພະເຈົ້າຢາກຮັບຮູ້ໜ້າທີ່ອັນຍາກເຂັນເຊິ່ງປະເທດ ຫວຽດນາມ ພວມປະຕິບັດເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ. ສິ່ງນີ້ແມ່ນສຳຄັນທີ່ສຸດສຳລັບພົນລະເມືອງ ຫວຽດນາມ ທຸກລຸ້ນຄົນໃນມື້ນີ້, ຍ້ອນວ່າ ປັດຈຸບັນເຂົາເຈົ້າພວມໄດ້ຊົມໃຊ້ຄວາມເສລີເຊິ່ງຄົນລຸ້ນພໍ່ລຸ້ນອ້າຍຂອງຕົນຕ້ອງຕໍ່ສູ້ຢ່າງລຳບາກເພື່ອຍາດມາໄດ້.
ທ່ານຜູ້ຟັງ ຄຳໄພ ແສງຈັນ, ມາຈາກນະຄອນຫຼວງ ວຽງຈັນ, ລາວ ໄດ້ແບ່ງປັນວ່າ: ໂດຍເຫັນປະຈັກຕາ ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ແລະນາມສະກຸນບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢ່າງຢຶດໝັ້ນ, ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລຳບາກເພື່ອຄົ້ນຫາ ແລະ ທ້ອນໂຮມອັດຖິນັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ເຮັດໃຫ້ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈເປັນທີ່ສຸດ. ນີ້ບໍ່ພຽງແຕ່ແມ່ນນ້ຳໃຈຄວາມຮັກແພງຢ່າງເລິກເຊິ່ງ, ສະແດງຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ຂອງປະຊາຊົນ ຫວຽດນາມ ເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນການສະແດງຄວາມຮູ້ບຸນຄຸນຢ່າງສັກກະລະບູຊາຕໍ່ກັບຜູ້ຄົນທີ່ເສຍສະຫຼະຊີວິດຂອງຕົນເພື່ອເອກະລາດ, ເສລີພາບຂອງສອງຊາດ ຫວຽດນາມ - ລາວ. ຫວນຄືນເບິ່ງບັນດາການບາດກ້າວທີ່ຫ້າວຫັນຂອງບັນດາກຳລັງໃນບັ້ນເຄື່ອນໄຫວ, ຂ້າພະເຈົ້າຍິ່ງເຂົ້າໃຈຄຸນຄ່າຂອງສັນຕິພາບໃນມື້ນີ້ຢ່າງເລິກເຊິ່ງ. ຫວັງວ່າ ວຽກງານຄົ້ນຫາຈະສືບຕໍ່ປະສົບຜົນສຳເລັດຫຼາຍຢ່າງ, ພາບັນດານັກຮົບກັບເມືອບ້ານເກີດເມືອງນອນໄດ້ຫຼາຍກວ່າອີກ ແລະ ນຳຄວາມສຸກ, ກຳລັງໃຈມາໃຫ້ແກ່ບັນດາຄອບຄົວຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ.
ເພື່ອນ ວົງດວງ, ແຂວງຫົວພັນ ໄດ້ສົ່ງຈົດໝາຍມາຍັງລາຍການ, ດ້ວຍເນື້ອໃນ: ຂ້າພະເຈົ້າມັກຊາຫວຽດຫຼາຍ, ຂ້າພະເຈົ້າຢາກຊອກຮູ້ປະຫວັດຄວາມເປັນມາກ່ຽວກັບຊາຫວຽດນາມໄດ້ບໍ? ຫວັງວ່າ ບັນນາທິການພາກພາສາລາວ ຈະສະໜອງຂໍ້ມູນໃຫ້ຂ້າພະເຈົ້າ?
ເພື່ອນ ວົງດວງ ທີ່ຮັກແພງ, ຂໍຂອບໃຈເພື່ອນທີ່ໄດ້ສົ່ງອີເມວມາຍັງລາຍການພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ. ພວກຂ້າພະເຈົ້າດີໃຈເມື່ອໄດ້ຮູ້ວ່າ ເພື່ອນມີຄວາມຮູ້ສຶກທີ່ພິເສດຕໍ່ກັບຊາ ຫວຽດນາມ. ກ່ຽວກັບປະຫວັດຄວາມເປັນມາຂອງຊາຫວຽດ, ຂໍແບ່ງປັນກັບເພື່ອນ ແລະ ຜູ້ຟັງບາງເນື້ອໃນທີ່ເປັນໜ້າຈັບໃຈຄືດັ່ງນີ້: ວັດທະນະທຳກິນຊາຂອງ ຫວຽດນາມ ມີປະຫວັດສາດມາເປັນຫຼາຍພັນປີແລ້ວ. ບັນດານັກຄົ້ນຄ້ວາຖືວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດປູກຊາມາແຕ່ດົນນານທີ່ສຸດໃນໂລກ, ດ້ວຍບັນດາເຂດປູກຊາ ຊານຕວຽດ ເກົ່າແກ່ທີ່ມີອາຍຸນັບຮ້ອຍປີ ເກີດຕາມທຳມະຊາດຢູ່ເຂດຈອມພູສູງທາງພາກເໜືອຄື: ຮ່າຢາງ, ອຽນບ້າຍ, ເຊີນລາ. ໃນຕະຫຼອດໄລຍະປະຫວັດສາດ, ຊາຫວຽດນາມ ພັດທະນາຕາມສອງກະແສໄປພ້ອມໆກັນ:
ຄວາມລຽບງ່າຍໃນຊີວິດປະຈຳວັນ: ແຕ່ດົນນານມາແລ້ວ, ປະຊາຊົນຫວຽດ ໄດ້ຕິດພັນກັບ ຈອກຊາຂຽວ ເຊິ່ງຊົງໃບຊາສົດ. ຈອກຊາໄດ້ປະກົດເຫັນູ່ໃນທຸກແຈມູມຂອງບັນດາໝູ່ບ້ານ, ທ່າເຮືອ, ເຊິ່ງເປັນສິ່ງທີ່ໃຫ້ປະຊາຊົນໄດ້ຜ່ອນຄາຍ, ໂອ້ລົມນຳກັນ ແລະ ຮັດແໜ້ນນ້ຳໃຈສາມັກຄີໃນໝູ່ບ້ານ.
ຄວາມຍອດຍິ່ງໃນສິລະປະດື່ມຊາ: ໄປຄຽງຄູ່ກັນນັ້ນ, ວົງການນັກຮຽນຮູ້ ແລະ ລາດຊະວົງໃນເມື່ອກ່ອນ ພັດຍົກລະດັບການດື່ມຊາກາຍເປັນສິລະປະໜຶ່ງ. ຊາວຫວຽດນາມ ໄດ້ປະດິດຄິດແຕ່ງຊາເອືອບດອກໄມ້ທຳມະຊາດຄື: ຊາດອກມະລິ, ດອກເບັນຈະມາດ ແລະ ພິເສດແມ່ນ ດອກບົວ ເຊິ່ງແມ່ນຊາແຊບທີ່ສຸດໃນອາຫານການກິນ ຫວຽດ.
ປັດຈຸບັນ, ຫວຽດນາມ ບໍ່ພຽງແຕ່ອະນຸລັກຮັກສາບັນດາປ່າປູກຊາເກົ່າແກ່ທີ່ລ້ຳຄ່າເທົ່ານັ້ນ ຫາກຍັງແມ່ນໜຶ່ງໃນບັນດາປະເທດສົ່ງອອກຊາແຖວໜ້າໂລກ. ຍອດຊາຫວຽດນາມ ບໍ່ພຽງແຕ່ມີລົດຊາດກິ່ນຫອມເຢັນສະບາຍຂອງເຂດພູຜາປ່າໄມ້ເທົ່ານັ້ນ ຫາກຍັງມີທັງລວງເລິກຂອງວັດທະນະທຳ ແລະ ນ້ຳໃຈຮັກແພງແຂກຄົນຂອງຊາວຫວຽດນາມອີກດ້ວຍ. ຫວັງວ່າ ບັນດາຂໍ້ມູນດັ່ງກ່າວຈະຊ່ວຍໃຫ້ເພື່ອນ ວົງດວງ ມີຄວາມຮູ້ຕື່ມກ່ຽວກັບເຄື່ອງດື່ມທີ່ຕົນເອງມັກ. ຂໍອວຍພອນໃຫ້ເພື່ອນມີການລົງຕົວຈິງທີ່ດີເມື່ອດື່ມຊາຫວຽດນາມ.
ເພື່ອນ ແສງເດືອນ ຢູ່ແຂວງ ຄຳມ່ວນ, ລາວ ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນ: ສະບາຍດີບັນດາບັນນາທິການລາຍການພາກພາສາລາວ, ຜ່ານສື່ມວນຊົນ ແລະ ບັນດາຂ່າວຄາວຕ່າງໆ, ຂ້າພະເຈົ້າຮູ້ວ່າ ເວິນດົນ ຢູ່ແຂວງກວາງນິງ ແມ່ນເຂດດິນແດນທ່ອງທ່ຽວດີທີ່ສຸດ ແລະ ພວມພັດທະນາຢ່າງໄວວາຂອງ ຫວຽດນາມ. ຂ້າພະເຈົ້າຢາກຮູ້ວ່າ ເວິນດົນ ມີລັກສະນະພິເສດຫຍັງພົ້ນເດັ່ນ ແລະ ແຂກທ່ອງທ່ຽວລາວເມື່ອມາແຫ່ງນີ້ຈະໄດ້ລົງຕົວຈິງຫຍັງແນ່? ຫວັງວ່າທາງລາຍການຈະສະໜອງຂໍ້ມູນຕື່ມ.
ເພື່ອນ ແສງເດືອນ ທີ່ຮັກແພງ, ຂໍຂອບໃຈເພື່ອນທີີ່ຍາມໃດກໍ່ໃຫ້ຄວາມສົນໃຈຕິດຕາມ ແລະ ສົ່ງຄຳຖາມມາຍັງລາຍການພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ. ຄືເພື່ອນໄດ້ຮູ້, ເວິນດົນ ຂຶ້ນກັບແຂວງກວາງນິງ ແມ່ນເຂດເສດຖະກິດພິເສດ ມີຄວາມງາມດ້ານທຳມະຊາດທີ່ໃຫຍ່ໂຕມະໂຫຖານ, ນອນຢູ່ເຂດອ່າວ ບາຍຕືລອງ ແລະ ຢູ່ໃກ້ເຂດມໍລະດົກທຳມະຊາດໂລກ ອ່າວຮະລອງ. ນີ້ກໍ່ແມ່ນໜຶ່ງໃນບັນດາເຂດເສດຖະກິດພິເສດແຄມທະເລຈຸດສຸມຂອງເຂດພາກເໜືອ ຫວຽດນາມ. ຖ້າມີໂອກາດມາຢາມ ເວິນດົນ, ເພື່ອນຈະໄດ້ຄົ້ນຫາບັນດາສິ່ງທີ່ດີ ແລະ ງາມຄືດັ່ງກ່າວ:
ທິວທັດທຳມະຊາດເຂດທະເລໝູ່ເກາະທີ່ຮົກເຮື້ອປະຖົມປະຖານ: ເວິນດົນ ກຳມະສິດບັນດາແຄມທະເລທີ່ສວຍງາມພ້ອມກັບຫາດຊາຍຂາວທີ່ຍາວຢຽດ ແລະ ນ້ຳທະເລທີ່ຂຽວສົດງົດງາມຄື ຫາດຊາຍ ກວານລ້ານ, ມິງເຈົາ, ເຊີນຫ່າວ. ບ່ອນນີ້ນຳມາເຊິ່ງສະຖານທີ່ແຫ່ງຄວາມສະຫງົບສຸກ, ເໝາະສົມກັບບັນດາການທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບ.
ຂີດໝາຍປະຫວັດສາດອັນຍາວນານ: ບໍ່ມີເທົ່າໃດຄົນທີ່ຮູ້ວ່າ ເວິນດົນ ແມ່ນທ່າກຳປັ່ນການຄ້າເກົ່າແກ່ແຫ່ງທຳອິດຂອງ ຫວຽດນາມ ໄດ້ສ້າງຂຶ້ນແຕ່ສະໄໝລາດຊະວົງ ລີ (ປີ1149). ສະຖານທີ່ແຫ່ງນີ້ເຄີຍແມ່ນສູນແລກປ່ຽນການຄ້າທີ່ຟົດຟື້ນລະຫວ່າງ ຫວຽດນາມ ກັບບັນດາເຮືອການຄ້າຂອງບັນດາປະເທດອາຊີ ແລະ ຕາເວັນຕົກໃນຕະຫຼອດໄລຍະເວລານັບຮ້ອຍປີ.
ພື້ນຖານໂຄງລ່າງຄົມມະນາຄົມທີ່ທັນສະໄໝ: ເວິນດົນ ມີທ່າອາກາດສະຍານສາກົນ ເວິນດົນ ແລະ ເສັ້ນທາງຄວາມໄວສູງເຊື່ອມຕໍ່ຢ່າງຄົບຊຸດຈາກ ຮ່າໂນ້ຍ ໄປ ຮະລອງ. ສິ່ງນີ້ໄດ້ຊ່ວຍໃຫ້ແຂກທ່ອງທ່ຽວສາກົນ, ໃນນັ້ນມີແຂກທ່ອງທ່ຽວລາວ ອາດສາມາດເດີນທາງໄປຍັງ ເວິນດົນ ໄດ້ຢ່າງສະດວກສະບາຍ ແລະ ວ່ອງໄວທີ່ສຸດ.
ອາຫານທະເລທີ່ອຸດົມສົມບູນ: ເວິນດົນ ມີຊື່ສຽງໄປທົ່ວ ຫວຽດນາມ ດ້ວຍອາຫານທະເລທີ່ສົດແຊບ, ພິເສດແມ່ນຫອຍນາງລົມ, ປາທະເລທີ່ມີລົດຊາດອ່າວ ບາຍຕືລອງ. ຫວັງວ່າ ບັນດາຂໍ້ມູນດັ່ງກ່າວຈະຊ່ວຍໃຫ້ເພື່ອນ ແສງເດືອນ ເຂົ້າໃຈຕື່ມກ່ຽວກັບ ເວິນດົນ. ຂໍອວຍພອນໃຫ້ເພື່ອນມີໂອກາດມາທ່ຽວເຂດທະເລໝູ່ເກາະທີ່ສວຍງາມນີ້ຂອງ ຫວຽດນາມ ໃນໄວໆນີ້.
