ເພື່ອນ Didarul Iqbal ໄດ້​ສົ່ງ​ຈົດ​ໝາຍ​ມາ​ຈາກ​ບັງ​ກາ​ລະ​ເທດ ໂດ​ຍ​ໄດ້​ຂຽນ​ວ່າ: ໃນຫຼາຍ​ປີ​ຜ່ານ​ມາ, ສຳ​ລັບ​ພວກ​ຂ້າ​ພະ​ເຈົ້າແລ້ວ ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ​ ບໍ່​ພຽງ​ແຕ່​ແມ່ນ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ສາ​ກົນເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຂົວ​ເຊື່ອມ​ຕໍ່​ມິດ​ຕະ​ພາບ​ນຳ ຫວຽດ​ນາມ ຫຍັບເຂົ້າ​ໃກ້​ກັບ​ຜູ້​ຟັງ​ບັງ​ກາ​ລະ​ເທດຫຼາຍກວ່າ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ ແລະ ນ້ຳ​ໃຈ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ອີກ​ດ້ວຍ.

ທ່ານ José Ignacio Cos Lezama ມາ​ຈາກ​ແອັດ​ສະ​ປາຍ ໄດ້​ຂຽນ​ວ່າ: ຂ້າ​ພະ​ເຈົ້າ​ໄດ້​ຕິດ​ຕາມ​ບັນ​ດາ​ບົດ​ຂຽນ ແລະ ເອ​ກະ​ສານ​ກ່ຽວ​ກັບ​ ປະ​ທານ​ໂຮ່​ຈີ​ມິນ ເນື່ອງ​ໃນ​ໂອ​ກາດ​ສ​ະ​ເຫຼີມ​ສະຫຼອງ​ວັນ​ເກີດ​ຂອງ​ເພິ່ນ ຄົບຮອບ 136 ປີ​. ນີ້​ແມ່ນ​ໂອ​ກາດ​ເພື່ອ​ພ້ອມ​ກັນ​ຫວນ​ຄືນ​ບັນ​ດາ​ຜົນ​ສຳ​ເລັດ​ເຊິ່ງ ຫວຽດ​ນາມ ບັນ​ລຸ​ໄດ້​ໃນ​ເສັ້ນ​ທາງ​ພັດ​ທະ​ນາ​ເພື່ອ​ຄວາມ​ຜາ​ສຸກ ແລະ ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ.

ຈາກ​ແອັດ​ສະ​ປາຍ, ທ່ານ​ຜູ້​ຟັງ Juan Diez ຖື​ວ່າ: ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ແມ່​ນ​ເຂດ​ທີ່​ມີ​ຄວາມ​ງາມ​ພິ​ເສດ. ຫວຽດ​ນາມ ມີ​ຄວາມ​ເປັນ​ກຽດ​ນອນ​ໃນ​ຈຳ​ນວນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ເຊິ່ງ​ແຂກ​ທ່ອງ​ທ່ຽວ​ນິ​ຍົມ​ທີ່​ສຸດ. ຫວຽດ​ນາມ ພວມ​ຢັ້ງ​ຢືນ​ຖາ​ນະ​ບົດ​ບາດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຈຸດ​ນັດ​ພົບ​ຂອງ ອາ​ຊຽນ, ດ້ວຍ​ບັນ​ດາ​ວິ​ວັດ​ການ​ທີ່​ເປັນ​ໜ້າ​ຈັບ​ໃຈ, ຄ່າ​ໃຊ້​ຈ່າຍ​ເໝາະ​ສົມ ແລະ ມີ​ນາໆຄວາມ​ງາມ​ທີ່​ເປັນ​ໜ້າ​ຈົດ​ຈຳ.

ທ່ານ​ ຄຳ​ສິງ ວິ​ໄລ​ວົງ ຢູ່​ແຂວງວຽງ​ຈັນ​ ໄດ້​ໂທ​ມາຫາ​ລາຍ​ການ​ດ້ວຍ​ຄຳ​ຖາມ​ກ່ຽວ​ກັບ Festival ເຫ້ວ. ເພື່ອນ​ຢາກ​ຮູ້​ວ່າ​ ວັນ​ບຸ​ນ​ນີ້​ໄດ້​ຈັດ​ຂຶ້ນ​ຄື​ແນວ​ໃດ ແລ ປີ​ນີ້ ໄດ້​ຈັດ​ຂຶ້ນ​ຈັກ​ມື້?

ເພື່ອນ ​ຄຳ​ສິງ ວິ​ໄລ​ວົງ ​ທີ່​ຮັກ​ແພງ, Festival ເຫ້ວ 2026 ສືບ​ຕໍ່​ໄດ້​ຈັດ​ຂຶ້ນ​ຕາມ​ຮູບ​ແບບ Festival ສີ່ລະ​ດູ, ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ, ລາຍ​ການ, ເຫດ​ການ​ວັດ​ທະ​ນະ​ທຳ, ສິ​ລະ​ປະ, ກິ​ລາ​ທີ່​ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເຂດ​ເມືອງ​ເກົ່າ, ປະ​ສານ​ສົມ​ທົບກັບ​ພົບ​ປະ​ແລກ​ປ່ຽນ​ສາ​ກົນ, ເຊິ່ງ​ໄດ້​ດຳ​ເນີນ​ໃນ​ຕະຫຼອດ​ປີ. ຜ່ານ​ນັ້ນ ໄດ້ສ້າງ​ບັນ​ຍາ​ກາດ​ວັນ​ບຸນ​ທີ່​ຟົດ​ຟື້ນ, ອົບ​ອຸ່ນ, ປະ​ກອບ​ສ່ວນ​ເພີ່ມ​ການ​ລົງ​ຕົວ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ ແລະ ແຂກ​ທ່ອງ​ທ່ຽວ​ເມື່ອ​ມາ​ເຫ້ວ. ໃນ​ນັ້ນ, ວັນ​ບຸນ​ລະ​ດູ​ບານ​ໃໝ່​ໄດ້​ແກ່​ຍາວ​ເປັນ​ເວ​ລາ 3 ເດືອນ​ຕົ້ນ​ປີ, ດ້ວຍ​ຈຸດ​​ເດັ່ນ​ແມ່ນ​ລາຍ​ການ​ປະ​ກາດ Festival ເຫ້ວ 2026 ແລະ ວາດ​ພາດຫວນຄືນວັນ​ບຸນ ບ້ານ​ຊອັກ ລາດ​ຊະ​ວົງ​ຫງວຽນ, ພ້ອມ​ກັບຫຼາຍ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ບຸນ​ເຕັດເຫ້ວ ​ທີ່​ອຸ​ດົມ​ສົມ​ບູນ, ຫວນຄືນ​ບັນຍາກາດບຸນ​ເຕັດ​ທີ່​ເປັນ​ມູນ​ເຊື້ອ​ປະ​ສານ​ສົມ​ທົບ​ກັບ​ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຍຸກ​ສະ​ໄໝ.

ແຕ່​ເດືອນ​ເມ​ສາ ຫາ​ເດືອນ​ມິ​ຖຸ​ນາ ​ແມ່​ນ​ວັນ​ບຸນ​ລະ​ດູ​ຮ້ອນ, ເອົາສັບ​ປະ​ດາ Festival ເຫ້ວ 2026 ດ້ວຍ​ຫົວ​ຂໍ້ “ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ດ້ວຍ​ການ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ” ແມ່ນ​ຈຸດ​ເດັ່ນ. ບັນ​ດາ​ເຫດ​ການ​ຈຸດ​ສຸມ​ຈະ​ເຕົ້າ​ໂຮມ​ບັນ​ດາ​ລັກ​ສະ​ນະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ເຫ້ວ ພ້ອມ​ກັບ​ສີ​ສັນ​ຂອງ​ຄະ​ນະ​ສະ​ແດງ​ສິ​ລະ​ປະ ພາຍ​ໃນ​ປະ​ເທດ ແລະ ສາ​ກົນ, ໂດຍຈັດຢູ່​ບັນ​ດາ​ສະ​ຖານ​ທີ່​ມໍ​ລະ​ດົກທີ່​ໄດ້​ຮັບ​ການ​ຟື້ນ​ຟູ, ສ້າງ​ການ​ພົ​ບ​ປະ​ແລກ​ປ່ຽນ ແລະ ການ​ລົງ​ຕົວ​ຈິງ​ໃໝ່​ໃຫ້​ແກ່​ມະ​ຫາ​ຊົນ.

ບັນ​ດາ​ວັນ​ບຸນ​ລະ​ດູ​ໃບ​ໄມ້ຫຼົ່ນ ແລະ ລະ​ດູ​ໜາວ​ສືບ​ຕໍ່​ໄດ້​ຈັດ​ຂຶ້ນ​ດ້ວຍຫຼາຍ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ສິ​ລະ​ປະ, ວັນ​ບຸນ​ພື້ນ​ເມືອງ, ວັນ​ບຸນ​ປະ​ເພ​ນີ ແລະ ບັນ​ດາ​ລາຍ​ການ​ລະຫຼິ້ນ​ບັນ​ເທິງ, ປະ​ກອບ​ສ່ວນ​ເຮັດ​ໃຫ້​ຊີ​ວິດທາງ​ດ້ານ​ວັດ​ທະ​ນະ​ທຳອຸ​ດົມ​ສົມ​ບູນຂຶ້ນຕື່ມ, ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ແລະ ເສດ​ຖະ​ກິດ - ​ສັງ​ຄົມ​ທ້ອງ​ຖິ່ນ. Festival ເຫ້ວ 2026 ​ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ​ໃນ​ສະ​ພາບ​ການ​ເຫ້ວ​ສຸມ​ໃສ່​ສ້າງ ແລະ ພັດ​ທະ​ນາ​ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ, ບົນ​ພື້​ນ​ຖານ​ອະ​ນຸ​ລັກ​ຮັກ​ສາ, ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ​ເຂດ​​ເມືອງເກົ່າ ແລະ ສີ​ສັນ​ວັດ​ທະ​ນະ​ທຳ​ເຫ້ວ, ຕິດ​ພັນ​ກັບ​ການ​ກຳ​ນົດ​ທິດ​ພັດ​ທະ​ນາ​ສີ​ຂຽວ, ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ ແລະ ອັດ​ສະ​ລິ​ຍະ.

ເພື່ອນ​ ບົວ​ສອນ ພິມ​ມາ​ລາ​ວັນ ໄດ້​ສົ່ງ​ອີ​ເມວ​ມາ​ຍັງ​ລາຍ​ການ​ດ້ວຍ​ເນື້ອ​ໃນ: ອາ​ທິດ​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ຂາວ​ໃນ​ເວັບ​ໄຊ​ຂອງ​ລາຍ​ການ ​ແລະ ເຫັນ​ຂ່າວ​ກ່ຽວ​ກັບ​ຜະ​ລິດ​ຕະ​ພັນ OCOP ຂອງ​ແຂວງ​ເຊີນ​ລາ, ຂ້າ​ພະ​ເຈົ້າ​ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ຕໍ່​ຂໍ້​ມູນ​ນີ້. ຫວັງ​ວ່າ​ ບັນ​ດາ​ບັນ​ນາ​ທິ​ການ​ລາຍ​ການ​ພາກພາ​ສາ​ລາວ ຈະໃຫ້​ຮູ້​ຕື່ມ​ກ່ຽວ​ກັບ​ບັນ​ດາ​ຜ​ະ​ລິດ​ຕະ​ພັນ OCOP ມາ​ຈາກ​ແຂວງເຊີນ​ລາ. ຂໍ​ຂອບ​ໃຈ.

ເພື່ອນ ​ບົວ​ສອນ ທີ່​ຮັກ​ແພງ, ຄືດັ່ງທີ່​ເພື່ອ​ນ​ໄດ້​ຮູ້​, ພາຍຫຼັງ​ເວ​ລາ​ກວ່າ 8 ປີທີ່​ຜັນ​ຂະ​ຫຍາຍ, ມາ​ຮອດ​ປັດ​ຈຸ​ບັນ, ແຂວງ​ເຊີນ​ລາ ​ມີ​ 214 ຜະ​ລິດ​ຕະ​ພັນ OCOP, ລວມ​ມີ 5 ໝວດຫຼັກ​ແມ່ນ​ອາ​ຫານ​ການ​ກິນ, ເຄື່ອງ​ດື່ມ, ຢາ​ສະ​ໝູນ​ໄພ, ເຄື່ອງ​ທີ່ລະ​ນຶກ ແລະ ການ​ບໍ​ລິ​ການ​ທ່ອງ​ທ່ຽວ​ເຂດ​ຊົນ​ນະ​ບົດ. ໃນ​ນັ້ນ ມີ​ຜະ​ລິດ​ຕະ​ພັນ 5 ດາວ 1 ​ຜະ​ລິດ​ຕະ​ພັນ; 4 ດາວ 62 ຜະ​ລິດ​ຕະ​ພັນ; 3 ດາວ 151 ຜະ​ລິດ​ຕະ​ພັນ. ການ​ສ້າງ​ບັນ​ດາ​ຜະ​ລິດ​ຕະ​ພັນ OCOP ໄດ້​ສ້າງ​ກຳ​ລັງກ້າວ​ກະ​ໂດດ​ໃຫ້​ແກ່​ກະ​ສິ​ກຳ, ຊົນ​ນະ​ບົດ ແລະ ຊາວ​ກະ​ສິ​ກອນ​ໃນ​ແຂວງ, ເສີມ​ຂະ​ຫຍາຍ​ລັກ​ສະ​ນະ​ປະ​ດິດ​ຄິດ​ສ້າງຂອງ​ຊາວ​ກະ​ສິ​ກອນ​ສ້າງ​ບັນ​ດາ​ລະ​ບົບ​ເຊື່ອມ​ຕໍ່​ໃນ​ການ​ຜະ​ລິດ, ການ​​ຈຳໜ່າຍ, ເປັນ​ຕົ້ນ​ແມ່ນ​ການ​ຍູ້​ແຮງ​ການ​ໂຄ​ສະ​ນາ, ການ​ຈຳໜ່າຍ​ຜະ​ລິດ​ຕະ​ພັນ​ຜ່ານ​ບັນ​ດາ​ພື້ນ​ຖານ​ດີ​ຈີ​ຕອນ. ພົ້ນ​ເດັ່ນແມ່ນ​ອາດ​​ເວົ້າ​ເຖິງ​ຜະ​ລິດ​ຕະ​ພັນ​ຈຳ​ນວນ​ໜຶ່ງ​ຄື: ແປ້ງກາ​ເຟ, ຊາເປືອກ​ກາ​ເຟ, ຊາ​ຈ້ອງງວຽນ, ຊາ​ແຊງ​ໄມ, ຊາ ແຊນ​ຈາ, ເຫັດລິນຈື່, ໂສມງອກ​ລິງ, ຊາ ຊານ​ພິ​ເສດ… ບັນ​ດາ​ຜະ​ລິດ​ຕະ​ພັນ​ໄດ້​ຂຸດ​ຄົ້ນ​​ທ່າ​ໄດ້​ປຽບສູງສຸດ​ຈາກ​ທຳ​ມະ​ຊາດ ແລະ ພູມປັນ​ຍາ​​ທ້ອງ​ຖິ່ນ.