ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ (VOV5), ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 413 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 25 ສະບັບຈາກທ່ານຜູ້ຟັງລາວ.
ອາທິດຜ່ານມາ, ເພື່ອນ ລຳລຽງ ມາຈາກແຂວງ ວຽງຈັນ ໄດ້ແບ່ງປັນວ່າ: ອາທິດຜ່ານມາ, ຂ້າພະເຈົ້າໄດ້ອ່ານຫຼາຍຂ່າວກ່ຽວກັບການນຳ ຫວຽດນາມ ໄປໄວ້ອາໄລຢູ່ບັນດາອະນຸສາວາລີນັກຮົບເສຍສະຫຼະຊີວິດເພື່ອຊາດໃນທົ່ວປະເທດ ຫວຽດນາມ, ນອກຈາກນັ້ນ ຍັງມອບຂອງຂວັນ, ໄປຢ້ຽມຢາມບັນດາຄອບຄົວ, ພໍ່ແມ່ພີ່ນ້ອງທະຫານເສຍອົງຄະ, ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດໃນພາລະກິດແຫ່ງການຕໍ່ສູ້ປົກປັກຮັກສາປະເທດຊາດ. ການເຄື່ອນໄຫວນີ້ ໂດຍການນຳພັກ, ລັດ ຫວຽດນາມ ໄດ້ມີຄວາມເອົາໃຈໃສ່ເປັນພິເສດ. ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນທະຫາຍເສຍອົງຄະ, ນັກຮົບເສຍສະຫຼະຊີວິດ ຫວຽດນາມ (27 ກໍລະກົດ) ຂໍອວຍພອນໃຫ້ບັນດາທະຫາຍເຈັບປ່ວຍ, ທະຫານເສຍອົງຄະ, ພີ່ນ້ອງຄອບຄົວບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ມີສຸຂະພາບເຂັ້ມແຂງຕະຫຼອດໄປ.
ເພື່ອນ ໄຊສົມຫວາດ ໄດ້ສົ່ງຈົດໝາຍມາຍັງລາຍການຜ່ານທາງ facebook ດ້ວຍຄຳອວຍພອນ: ເນື່ອງໃນໂອກາດວັນມູນເຊື້ອທີ່ເຕັມໄປດ້ວຍຄວາມເອກອ້າງທະນົງໃຈ, ຂໍອວຍພອນໃຫ້ບັນດາລຸງອະດີດທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ລາວ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ມີຄວາມຜາສຸກ. ການອຸທິດສ່ວນເລືອດເນື້ອ, ຊີວິດ ແລະ ນ້ຳໃຈສາກົນອັນສູງສົ່ງຂອງບັນດາທ່ານ ຍາມໃດກໍ່ແມ່ນແບບຢ່າງທີ່ໃສແຈ້ງ, ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈສາມັກຄີພິເສດ ຫວຽດນາມ - ລາວ. ອວຍພອນໃຫ້ ບັນດາທ່ານ ມີຄວາມສຸກຄວາມເບີກບານ, ຍາມໃດກໍ່ຮັກສາຄຸນທາດທະຫານລຸງໂຮ່ໄວ້ຢ່າງໝັ້ນແກ່ນ.
ສ່ວນທ່ານ ວັນເພັງ, ແຂວງ ຫຼວງພະບາງ ໄດ້ຝາກອີເມວເຖິງລາຍການດ້ວຍເນື້ອໃນວ່າ: ລຸງຂອງຂ້າພະເຈົ້າແມ່ນທະຫານເສຍອົງຄະ, ເຄີຍຕໍ່ສູ້ຢູ່ສະໜາມຮົບທົ່ງໄຫຫີນ ຊຽງຂວາງ, ເພິ່ນເປັນທະຫານຜູ້ພິລະອາດຫານ ແລະ ຍາມໃດກໍ່ມີຄວາມເອກອ້າງທະນົງໃຈ ຕໍ່ບັນດາການປະກອບສ່ວນໃຫ້ແກ່ບ້ານເກີດເມືອງນອນ. ຂ້າພະເຈົ້າເຄົາລົບນັບຖືບັນດາການປະກອບສ່ວນ, ການອຸທິດສ່ວນຂອງເພິ່ນ ແລະ ເພື່ອນຮ່ວມກົມກອງຂອງເພິ່ນ ທີ່ມີຕໍ່ພື້ນຖານເອກະລາດ ແລະ ສັນຕິພາບຂອງທັງ ຫວຽດນາມ ແລະ ລາວ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍອວຍພອນໃຫ້ເພີ່ນ ພ້ອມກັບເພື່ອນຮ່ວມກົມກອງ ຈົ່ງມີສຸຂະພາບເຂັ້ມແຂງ ເພື່ອຂຽນຕໍ່ເລື່ອງລາວກ່ຽວກັບນ້ຳໃຈພິລະອາດຫານ, ສືບຕໍ່ອຸທິດສ່ວນເພື່ອສ້າງສາປະເທດ ຫວຽດນາມ ໃຫ້ນັບມື້ນັບພັດທະນາ, ຮັ່ງມີ, ສວຍງາມກວ່າອີກ.
ໃນອາທິດຜ່ານມາ, ເພື່ອນ ຈັນສະໝອນ, ແຂວງ ຊຽງຂວາງ ໄດ້ສົ່ງອີເມວມາຍັງລາຍການ, ເພື່ອນຢາກຊອກຮູ້ກ່ຽວກັບບັນດາໝູ່ບ້ານຕ່ຳແຜ່ນແພໄໝທີ່ມີຊື່ສຽງຂອງ ຫວຽດນາມ, ເພື່ອນຂຽນວ່າ: ຂ້າພະເຈົ້າມັກຜະລິດຕະພັນແພໄໝຂອງ ຫວຽດນາມ, ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບໝູ່ບ້ານອາຊີບແພໄໝທີ່ມີຊື່ສຽງຈຳນວນໜຶ່ງ ຂອງ ຫວຽດນາມ, ເພື່ອຖ້າມີໂອກາດ ຂ້າພະເຈົ້າຈະໄປລົງຕົວຈິງບັນດາຂັ້ນຕອນເຮັດຜະລິດຕະພັນແພໄໝ.
ເພື່ອນ ຈັນສະໝອນ ທີ່ຮັກແພງ, ລາຍການຮູ້ສຶກດີໃຈເມື່ອຮູ້ວ່າ ເພື່ອນມັກຮັກແພໄໝຂອງ ຫວຽດນາມ. ຖ້າມີໂອກາດມາ ຫວຽດນາມ ລົງຕົວຈິງ, ແນ່ນອນວ່າເພື່ອນຄວນແວ່ຢາມສາມໝູ່ບ້ານຕ່ຳແພໄໝທີ່ມີຊື່ສຽງຢູ່ສາມພາກຂອງ ຫວຽດນາມ ນັ້ນແມ່ນ: ໝູ່ບ້ານແພໄໝ ວ້ານຝຸກ (ຮ່າໂນ້ຍ) ຢູ່ເຂດພາກເໜືອ ດ້ວຍປະຫວັດສາດກວ່າ 1.000 ປິ, ບ່ອນທີ່ເພື່ອນສາມາດຮັບຟັງສຽງຂອງຈັກຕ່ຳແພໄໝທີ່ຄຶກຄື້ນ ແລະ ການຍ້ອມສີແພໄໝ ເວິນ ດ້ວຍມືທີ່ເປັນເອກະລັກສະເພາະ, ໝູ່ບ້ານແພໄໝ ໂຮ້ຍອານ (ກວ໋າງນາມ) ຢູ່ເຂດພາກກາງ - ເຊິ່ງແມ່ນຫໍພິພິທະພັນທີ່ມີຊີວິດ, ມາແຫ່ງນີ້ເພື່ອນຈະໄດ້ລົງຕົວຈິງແບບຄົບວົງຈອນ ນັບແຕ່ຂັ້ນຕອນເກັບໃບມອນໃຫ້ມ້ອນກິນ ຕະຫຼອດຮອດຂັ້ນຕອນຕ່ຳແພໄໝດ້ວຍກີ່ຫູກທີ່ເກົ່າແກ່; ແລະ ໝູ່ບ້ານແພໄໝ ເຕິນເຈົາ (ອານຢາງ) ຢູ່ທາງທິດຕາເວັນຕົກພາກໃຕ້ ທີ່ມີຊື່ສຽງດ້ວຍແພໄໝຊະນິດ ແລ້ງໝີອາ ທີ່ມີການຍ້ອມສີດ້ວຍໝາກເກືອ ເປັນສີດຳເຫຼື້ອມທີ່ງາມຕາ.
ເພື່ອໃຫ້ສະດວກທີ່ສຸດ, ຈາກ ຊຽງຂວາງ, ເພື່ອນອາດສາມາດເດີນທາງໄປທາງບົກຜ່ານດ່ານຊາຍແດນນ້ຳກັ່ນ ແລ້ວມາ ຮ່າໂນ້ຍ ຢ້ຽມຊົມໝູ່ບ້ານແພໄໝ ວ້ານຝຸກ ເພື່ອເລີ່ມຕົ້ນວິວັດການຄົ້ນຫາ ແລະ ລົງຕົວຈິງບັນດາຂັ້ນຕອນເຮັດແພໄໝທີ່ລະອຽດລະອໍຂອງ ຫວຽດນາມ. ຖ້າເພື່ອນຕ້ອງການຂໍ້ມູນລະອຽດກ່ຽວກັບວິທີການເດີນທາງ ຈາກດ່ານຊາຍແດນໄປຍັງໝູ່ບ້ານ ຫຼືຢາກຊອກຮູ້ລະອຽດກ່ຽວກັບວິວັດການຕ່ຳແພໄໝຊະນິດໃດໜຶ່ງ, ຈົ່ງສົ່ງຄຳຖາມມາຍັງລາຍການເດີ.
ເພື່ອນ ສະລົມສຸກ, ຢາກຊອກຮູ້ກ່ຽວກັບສະພາບການເຕີບໂຕຂະແໜງການທ່ອງທ່ຽວຂອງ ຫວຽດນາມ ໃນ 6 ເດືອນຕົ້ນປີ 2026.
ເພື່ອນ ສະລົມສຸກ ທີ່ຮັກແພງ! ໃນ 6 ເດືອນຕົ້ນປີ 2026, ຂະແໜງການທ່ອງທ່ຽວ ຫວຽດນາມ ຮັບຮູ້ທ່າເຕີບໂຕທີ່ເຂັ້ມແຂງຢ່າງກະໂດດຂັ້ນ ດ້ວຍຍອດລາຍຮັບຄາດວ່າບັນລຸປະມານ 569.000 ຕື້ດົ່ງ, ເພີ່ມຂຶ້ນ 9,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ. ປະກອບສ່ວນຫຼາຍທີ່ສຸດເຂົ້າຜົນງານນີ້ ແມ່ນຈຳນວນແຂກທ່ອງທ່ຽວສາກົນບັນລຸເກືອບ 12,3 ລ້ານເທື່ອຄົນ, ເພີ່ມຂຶ້ນ 14,9% ແລະ ປະຕິບັດສຳເລັດເກືອບເຄິ່ງໜຶ່ງຂອງເປົ້າໝາຍຕ້ອນຮັບແຂກທ່ອງທຽວສາກົນ 25 ລ້ານເທື່ອຄົນຂອງທັງປີ. ໃນຂະນະນັ້ນ, ຈີນ ແລະ ສ.ເກົາຫຼີ ຍັງສືບຕໍ່ຮັກສາທີ່ຕັ້ງແມ່ນສອງຕະຫຼາດທີ່ພາມີແຂກທ່ອງທ່ຽວມາທ່ຽວ ຫວຽດນາມ ຫຼາຍທີ່ສຸດ, ປະສານສົມທົບກັບການເຕີບໂຕຢ່າງກະໂດດຂັ້ນຈາກຕະຫຼາດ ລັດເຊຍ (ເພີ່ມຂຶ້ນ 185,8%) ພ້ອມກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ອາຊີໃຕ້. ໄປຄຽງຄູ່ກັບຄວາມຄຶກຄື້ນຂອງຕະຫຼາດສາກົນ, ການທ່ອງທ່ຽວພາຍໃນຍັງຮັກສາທ່າເຕີບໂຕເປັນປົກກະຕິດ້ວຍແຂກທ່ອງທຽວ 81 ລ້ານເທື່ອຄົນ ຍ້ອນການໄປຜັກຜ່ອນບຳລຸງສຸຂະພາບຍາມລະດູຮ້ອນເພີ່ມຂຶ້ນສູງ. ໝາກຜົນທີ່ໜ້າປະທັບໃຈນີ້ແມ່ນຜົນມາຈາກນະໂຍບາຍວິຊາເອເລັກໂຕນິກ (e-visa) ທີ່ລຸລ່ວງໂປ່ງໃສ, ການເຊື່ອມຕໍ່ພື້ນຖານໂຄງລ່າງການບິນໄດ້ຮັບການເປີດກວ້າງຢ່າງຕໍ່ເນື່ອງ ແລະ ຄວາມມານະພະຍາຍາມເຮັດບັນດາຜະລິດຕະພັນໃໝ່ ລົງຕົວຈິງວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາທ້ອງຖິ່ນໃນທົ່ວປະເທດ.
