ໃນ​ອາ​ທິດ​ຜ່ານ​ມາ, ພະ​ແນກ​ກະ​ຈາຍ​ສຽງ​ບັນ​ດາ​ລາຍ​ການ​ພາກພາ​ສາ​ຕ່າງ​ປະ​ເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 381 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 23 ສະບັບຈາກທ່ານຜູ້ຟັງລາວ. ໃນ​ລາຍ​ການ​ໂອ້​ລົມ​ກັບ​ເພື່ອນ​ລາວ ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່າ​ນ​ຜູ້​ຟັງ​​ຝ​າກ​ມາ​ລາຍ​ການໃນ​ອາ​ທິດ​ຜ່ານ​ມາ.

ເພື່ອນ ຄຳ​ປະ​ສົງ, ຢູ່​ນະ​ຄອນ​ຫຼວງ ວຽງ​ຈັນ ໄດ້​ສົ່ງ​ອີ​ເມວ​ມາ​ຫາ​ລາຍ​ກາຍ​ໂດຍ​ແບ່​ງ​ປັນ​ວ່າ: ​ຫວຽດ​ນ​າມ ໄດ້​ຈັດ​ພິ​ທີ​ໄຫວ້​ທຸກ ​ທ່ານ ໄຊ​ສົມ​ພອນ ພົມ​ວິ​ຫານ ຕາມ​ພ​ິ​ທີ​ລະ​ດັບ​ຊາດໃນ​ວັນ​ທີ 10 – 11 ສິງ​ຫາ ​ເພື່ອ​ສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ ແລະ ອອກ​ມາ​ຈາກ​ສາຍ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ. ໃນ​ສານ​ແບ່ງ​ເບົາ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ, ບັນ​ດາ​ການ​ນຳ ຫວຽດ​ນາມ ໃຫ້​ຮູ້​ວ່າ “ການ​ຈາກ​ໄປ​ຂອງ​ ທ່ານ ໄຊ​ສົມ​ພອນ ພົມ​ວິ​ຫານ ແມ່ນ​ການສູນ​ເສຍ​ອັນໃຫ​ຍ່​ຫຼວງ​​ຕໍ່​ພັກ, ລັດ ແລະ ປະ​ຊາ​ຊົນ ລາວ ອ້າຍ​ນ້ອງ; ພ້ອມ​ກັນ​ນັ້ນ, ພັກ ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ກໍ່​ສູນ​ເສຍ​ເພື່ອນ​ຜູ້​ຍິ່ງ​ໃຫຍ່, ສະ​ຫາຍ​ຜູ້​ສັດຊື່ບໍລິສຸດ, ​ສະ​ໜິດ​ຕິດ​ພັນ”. ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, ນີ້​ແມ່ນ​ສິ່ງ​ພິ​ສູດ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ສາຍ​ພົວ​ພັນອັນ​ສັດ​ຊື່​ບໍ​ລິ​ສຸດ, ມີ​ໜຶ່ງບໍ່​ມີ​ສອງ​ໃນ​ໂລກ. ແລະ​ຂ້າ​ພະ​ເຈົ້າ​ເອງ​ກໍ່ຂໍ​ຂອບ​ໃຈ​ ຫວຽດ​ນາມ ທີ່​ຍາມ​ໃດ​ກໍ່​ຮຽງ​ບ່າ​ຮຽງ​ໄຫຼ່​ກັບ​ປະ​ເທດຊາດ ແລະ ປະ​ຊາ​ຊົນ ລາວ ໃນ​ເມື່ອ​ກ່ອນ, ປະ​ຈຸ​ບັນ ແລະ ໃນ​ອະ​ນ​າ​ຄົດ. ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອນ​ໃຫ້​ນ້ຳ​ໃຈ​ສາ​ມັກ​ຄີ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ສະ​ໜິດ​ແໜ້ນກວ່າ​ເກົ່າ”.

ເພື່ອນ​ ວັນ​ວິ​ໄລ ວິ​ໄລ​ວົງ, ຢູ່​ແຂວງ ຫົວ​ພັນ ໄດ້​ສົ່ງ​ອີ​ເມວ​ມາ​ຫາ​ລາຍ​ການ, ແບ່ງ​ປັນ​ວ່າ ໃນ​ໄລ​ຍະ​ຜ່ານ​ມາ, ພາຍ​ຫຼັງການ​ໄປ​ທ່ອງ​ທ່ຽວ​ຢູ່ ຮ່າ​ໂນ້ຍ ແລະ ກວາງ​ນິງ, ຂ້າ​ພະ​ເຈົ້າມ​ີ​ຄວາມ​ແປກ​ປະ​ຫຼາດ​ໃຈ​ກັບ​ຈຳ​ນວນ​ແຂກ​ທ່​ອງ​ທ່ຽວ​​ ອິນ​ເດຍ ທີ່ໄດ້​ເລືອກ​ເອົາ ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ມັກ​ຮັກ​ຂອງ​ຕົນ. ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, ນີ້​ແມ່ນ​ປະ​ເທດທີ່​ມີ​ຫຼາຍ​ເຂດ​ສວຍ​ງາມ, ລາ​ຄາກໍ່​ເໝາະ​ສົມ, ແຫ່ງ​ທີ່​ແຂກ​ທ່ອງ​ທ່ຽວ​ສາ​ມາດ​ຮັບ​ປະ​ທານ​ບັນ​ດາ​ເຍື່ອງ​ອາ​ຫານ, ຊົມທິວ​ທັດ​ທຳ​ມະ​ຊາດ, ນ້ຳ​ໃຈຮັກແພງ​ແຂກ​ຄົນ ແລະ ​ມີ​ຄວາມເປັນມືອາຊີບ​ສຳ​ລັບ​ແຂ​ກ​ທ່ອງ​ທ່ຽວ”.

+ ເພື່ອນ ແສງ​ດາວົງ, ຢ​ູ່​ແຂວງ ອັດ​ຕະ​ປື, ໄດ້​ສົ່ງ​ຂໍ້​ຄວາມ​ມາ​ຫາ​ລາຍ​ການ​ໂດຍ​ແບ່ງ​ປັນ​ວ່າ: “ຂ້າ​ພ​ະ​ເຈົ້າ​ມັກ​ອ່ານ​ບັນ​ດາ​ບົດ​ຂຽນ​ກ່ຽວ​ກັບບັ້ນ​ເຄື່ອນ​ໄຫວ 500 ວັນ ແລະ ຄືນຢູ່ ຫວຽດ​ນາມ. ຂ້າ​ພະ​ເຈົ້າ​ບໍ່​ຄິດ​ວ່າ ຍັງ​ມີ​ທະ​ຫານ​ ຫວຽດ​ນາມ ທີ່​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​​ທີ່​ຍັງ​ບໍ່​ທັນຢັ້ງ​ຢືນ​ໄດ້​ຊື່ ແລະ​ ນາມ​ສະ​ກຸນ, ຊ້ຳ​ບໍ່​ໜຳ​ຍັງ​ບໍ່​ທັນ​ຊອກ​ໄດ້​ອັດ​ຖິ​ຫຼາຍ​ຄື​ແນວນັ້ນ. ນີ້​ແມ່ນ​ລາຍ​ການ​ມີ​ລັກ​ສະ​ນະ​ມະ​ນຸດ​ສະ​ທຳ ແລະ ເປັນ​ການ​ຕອບ​ບຸນ​ແທນ​ຄຸນ​ຕໍ່​ຜ​ູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ”.

ລາຍ​ການ​ພາກ​ພາ​ສາ ລາວ ຂໍ​ຂອບ​ໃຈບັນ​ດາ​ທ່ານ​ຜູ​້​ຟັງ​ທີ່​ໄດ້​ໂທ​ລະ​ສັບ, ສົ່ງ​ອີ​ເມວ ແລະ ຈົດ​ໝາຍ​ມາ​ຫາ​ລາຍ​ການ​ໃນ​ຕະ​ຫຼອດ​ໄລ​ຍະ​ຜ່ານ​ມາ. ໃນ​ໄລ​ຍະ​ຈະ​ມ​າ​ເຖິງ, ຫວັງ​ວ່າ ພວກ​ຂ້າ​ພະ​ເຈົ້າ​ຈະ​ສືບ​ຕໍ່​ໄດ້​ຮັບ​ຄຳ​ເຫັນ​ປະ​ກອບ, ການ​ແບ່ງ​ປັນ​ຂອງ​ທ່ານ​ຜູ້​ຟັງ​ໃຫ້​ຫຼາຍກວ່າ ເພື່ອ​ຊ່ວຍ​ໃຫ້​ທາງ​ລາຍ​ການ​ນັບ​ມື້​ນັບ​ອຸ​ດົມ​ສົມ​ບູນກວ່າ.

ຕໍ່​ຈາກນີ້, ລາຍ​ການ​ “ໂອ້​ລົມ​ກັບ​ເພື່ອນ ລາວ” ຈະ​ຕອບ​ຄຳ​ຖາມ​ຈຳ​ນວນ​ໜຶ່ງ​ເຊິ່ງ​ທ່ານ​ຜູ້​ຟັງ​ໄດ້​ສົ່ງ​ມາ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ.

ເພື່ອນ ສຸ​ລິ​ວົງ, ຢູ່​ແຂວງ ຫຼວງ​ພະ​ບາງ ໄດ້​ສົ່ງ​ອີ​ເມວ​ມາ​ຫາ​ລາຍ​ກາຍ, ດ້ວຍ​ຄວາມຢາກ​ຊອ​ກ​ຮູ້​ກ່ຽວ​ກັບ​ສະ​ຖານ​ທີ່ທ່ອງ​ທ່ຽວແຫ່ງຈິດວິນ​ຍານ​ທີ່​ມີ​ຊື່​ສຽງ​ຂອງ ຫວຽດ​ນາມ.

ເພື່ອນ ສຸ​ລິ​ວົງ ທີ່​ຮັກ​ແພງ, ຫວຽດ​ນາມ ບໍ່​ພຽງ​ແຕ່​ມີ​ທຳ​ມະ​ຊາດ​ສວຍ​ງາມ​ດ້ວຍ​ທິວ​ທັດ​ທຳ​ມະ​ຊາດ​ໃຫຍ່​ໂຕ​ມະ​ໂຫ​ຖານ​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວມີຄວາມຕື່ນຕາຕື່ນ​ໃຈ​ເທົ່າ​ນັ້ນ, ຫາກ​ຢູ່​ຫຼາຍທ້ອງ​ຖິ່ນຂອງ ຫວຽດ​ນາມ ກໍ່ຍັງ​ມີ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ແຫ່ງ​ຈິດ​ວິນ​ຍານ​ເພື່ອ​ໃຫ້​ແຂກ​ທ່ອງ​ທ່ຽວ​ແວ່​ຢາມ, ໄປ​ນະ​ມັດ​ສະ​ການ​ອີກ​ດ້ວຍ. ເພື່ອ​ໃຫ້​ຄຳ​ຕອບ​ຕໍ່​ຄຳ​ຖ​າມ​ຂອງ​ເພື່ອນ, ພວກ​ຂ້າ​ພະ​ເຈົ້າ​ຂ​້​ແນະ​ນຳ​ເຖິງ​ທ່ານ​ຜູ້​ຟັງ, ຜູ້​ອ່ານກ່ຽວກັບ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ແຫ່ງ​ຈິດ​ວິນ​ຍານ​ທີ່​ມີ​ຊື່​ສຽງ​ຢູ່​ທັງ 3 ພາກ​ຂອງ ຫວຽດ​ນາມ, ຄື:

+ ທາງ​ພາກ​ເໜືອ:

- ວັດ ບ້າຍ​ດິງ (ນິງ​ບິ່ງ): ​ວັດ​ໃຫຍ່ ​ທີ່ໄດ້​ຮັບ​​ຫຼາຍ​ສະ​ຖິ​ຕິ​ຂອງ ອາ​ຊີ ແລະ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ພົ້ນ​ເດັ່ນ​ແມ່ນລະ​ບຽງພະອໍລະຫັນ​ທີ່​ຍາວ ແລະ ມີຮູບ​ປັ້ນ​ພະ​ພຸດ​ທະ​ເຈົ້າ​ໄດ້​ເຮັດ​ດ້ວຍ​ທອງເຄືອບຄຳ.

- ວັດ ຕາມ​ຈຸກ (ຮ່າ​ນາມ, ແຂວງ ນິງ​ບິ່ງ): ວັດ​ມີ​ເນື້ອ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ ຕັ້ງ​ຢູ່ພູມ​ສັນ​ຖານ​ທີ່ສວຍ​ງາມ, ມີ​ຊື່​ສຽງ​ໂດຍ ​ວັງ ຕາມ​ເຖ ແລະ ສວນ ກົດ​ກິງ.

- ສະ​ຖານ​ທີ່​ທ່ອງ​ທ່ຽວ​ທິວ​ທັດ​ທຳ​ມະ​ຊາດ ອຽນ​ຕື (ກວາງ​ນິງ): ພະ​ຄຳ​ພີ​ພຸດ​ທະ​ສາ​ສາ​ໜາ​ຂອງ​ນິ​ກາຍ ຈຸກ​ເລິມ ອຽນ​ຕື, ຕິດ​ພັນ​ກັບ​ເຈົ້າ​ຊີ​ວິດ ເຈິ່ນ​ເຍິນ​ຕົງ ແລະ ວັດ ດົ່ງ ທີ່​ຕັ້ງ​ຢູ່​ຍອດ​ພູ.

- ວັດ​ເຮືອງ (ຮ່າ​ໂນ້ຍ): ເປັນ​ເຂດລວມ​ວັດ​ທ​ະ​ນະ​ທຳ - ສາ​ສະ​ໜາ​ ລ​ວມ​ມີ​ວັດ ແລະ ຫໍ​ບູ​ຊາ​​ຢູ່​ໃນ​ຖ້ຳເປັນ​ຈຳ​ນວນ​ຫຼາຍ, ໄດ້​ດຶງ​ດູດ​ແຂ​ກ​ທ່ອງ​ທ່ຽວ​ເປັນ​ຈຳ​ນວນ​ຫຼາຍ​ໄປ​ນະ​ມັດ​ສະ​ການ​ໃນ​ລະ​ດູ​​ບານ​ໃໝ່.

+ ທາງ​ພາກ​ກາງ

- ວັດ ທຽນ​ມູ (ນະ​ຄອນ ເຫ້ວ): ມີ​ວັດ​ແຫ່ງ​ໜຶ່ງ​ຕັ້ງ​ຢູ່​ແຄມ​ແມ່​ນ້ຳ ເຮືອງ ງາມ​ດັ່ງ​ໃນ​ຝັນ, ເປັນ​ສັນ​ຍາ​ລັກ​ດ້ານ​ວັດ​ທະ​ນະ​ທຳ ແລະ ຄວາມສັກ​ສິດ​ມາ​ແຕ່​ດົນ​ນານ​ຂອງ ເຫ້ວ.

- ວັດ ລິງ​ອືງ (ດ່ານັ້ງ): ຕັ້ງ​ຢູ່​ແຫຼມ​ ເຊີນ​ຈ່າ, ມີ​ຊື່​ສຽງ​ດ້ວຍ​ຮູບ​ປັ້ນ​ພະ​ພຸດ​ທະ​ເຈົ້າ​ໃຫຍ່​ ໜ້າ​ມຸ່ງ​ອອກທະ​ເລ​ເພື່​ອ​ປົກ​ປ້ອງ​ໃຫ້​ແກ່​ຊາວ​ປະ​ມົງ.

+ ທາງ​ພາກ​ໃຕ້

- ພູ ບ່າ​ແດນ: “ແມ່ນ​ຫຼັງ​ຄາ​​ຂອງ​ພາກ​ໃຕ້” ດ້ວຍບັນ​ດາ​ວັດ​ເກົ່າ​ແກ່​ສັກ​ສິດ ແລະ ມີ​ຮູບ​ປັ້ນ​ເຈົ້າ​ແມ່ ໄຕ​ໂບ​ດ່າ​ເຊີນ ຫຼໍ່​ດ້ວຍ​ທອງ​ ມີ​ລ​ວງ​ສ​ູງ​ບັນ​ລຸ​ສະ​ຖິ​ຕິຢ​ູ່ ອາ​ຊີ.

- ຫໍ ບ່າ​ຈົ້ວ​ຊື (ອານ​ຢາງ): ສະ​ຖານ​ທີ່​ໄປ​ນະ​ມັດ​ສະ​ການ​ທີ່​ມີ​ຊື່​ສຽງ​ຢູ່​ພູ ຊາມ, ດຶງ​ດູດ​ແຂກ​ທ່ອງ​ທ່ຽວນັບ​ລ້ານ​ເທື່ອ​ຄົນ​ມາ​ຂໍ​ຄວາມ​ສະ​ຫງົບ​ສຸກ, ຂໍ​ໂຊກ​​ລາບ​ໃນ​ແຕ່​ລະ​ປີ.

ເພື່ອນ ສຸ​ລິ​ວົງ ທີ່​ຮັກ​ແພງ, ດັ່ງ​ທີ່​ກ່າວ​ມາ​ຂ້າມ​ເທິງ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວແຫ່ງ​ຈິດ​ວິນ​ຍານ​ທີ່​ມີ​ຊື່​ສຽງຈຳ​ນວນ​ໜຶ່ງຂອງ ຫວຽດ​ນາມ. ພວກ​ຂ້າ​ພ​ະ​ເຈົ້າ​ຫວັງ​ວ່າ ​ດ້ວຍ​ຄຳ​ຕອບ​ດັ່ງ​ກ່າວ​ຈະ​ຊ່ວຍ​ໃຫ້​ເພື່ອນ​ມີ​ຄວາມ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຂອງ ຫວຽດ​ນາມ.