ເພື່ອມີຊຸມວັນດຳເນີນການຜັນຂະຫຍາຍວຽກງານຊອກຫາຢູ່ສວນສາທາລະນະ ເລທິຣຽງ ໄດ້ໃນມື້ນີ້ແມ່ນໝາກຜົນຂອງການກະກຽມຢ່າງລະອຽດລະອໍເປັນເວລາຫຼາຍປີ, ດ້ວຍການພົບປະກັບຕົວພະຍານນັບສິບໆຄັ້ງ, ສົມທຽບເອກະສານນັບພັນໜ້າ ແລະ ຈັດການສຳຫຼວດຫຼາຍຄັ້ງ ດ້ວຍບັນດາແບບວິທີວິທະຍາສາດທັນສະໄໝ. ເລື່ອງລາວນີ້ແມ່ນເລີ່ມມາຈາກປີ 2018. ທ່ານ ຫງວຽນຊວັນທັງ, ເປັນນັກສະຖາປະນິກ ແລະ ແມ່ນສະມາຊິກຂອງຄອບຄົວມີນັກຮົບເສຍສະຫຼະຊີວິດເພື່ອຊາດ, ໃນເວລາຊອກຫາຂໍ້ມູນທາງອິນເຕີເນັດ ບັງເອີນໄດ້ພົບເຫັນພາບຖ່າຍປະຫວັດສາດ. ພາບຖ່າຍນັ້ນໄດ້ບັນທຶກເລື່ອງ: ມີຊາກສົບຈຳນວນຫຼາຍພວມລໍຖ້າຝັງ. ເຖິງຢ່າງໃດກໍ່ຕາມ, ໃນຈຸດເວລານັ້ນ, ພາບຖ່າຍບໍ່ມີຂໍ້ມູນຫຍັງຕິດມານຳເລີຍ. ໂດຍບໍ່ຍອມປະເລື່ອງນັ້ນໄວ້, ທ່ານ ຫງວຽນຊວັນທັງ ໄດ້ເລີ່ມໄຈ້ແຍກວິເຄາະແຕ່ລະລາຍລະອຽດທີ່ມີຢູ່ໃນພາບຖ່າຍນັ້ນຢ່າງລະອຽດລະອໍເພື່ອຊອກຫາປະຫວັດສາດ. ທ່ານ ຫງວຽນຊວັນທັງ, ນັກສະຖາປະນິກ, ໃຫ້ຮູ້ວ່າ:
“ຜ່ານຫຼາຍປີຕໍ່ມາ, ຂ້າພະເຈົ້າຈຶ່ງຊອກພາບຖ່າຍແຜ່ນທີ 2 ໄດ້. ໃນພາບຖ່າຍນັ້ນມີຜູ້ຊາຍຄົນໜຶ່ງຈັບຢາຂ້າເຊື້ອຢືນຢູ່ເຂດສຸສານແຫ່ງໜຶ່ງ. ໂຊກດີທີ່ໃນພາບຖ່າຍນັ້ນຍັງປະກົດເຫັນເຂດຊຸມຊົນ ດ້ວຍບັນດາແຖວອາຄານເຮືອນ ແລະ ຫໍນ້ຳ (water tower). ພວກຂ້າພະເຈົ້າໄດ້ສົມທຽບ, ກວດກາເປັນຫຼາຍຄັ້ງຈຶ່ງຮູ້ວ່າ ນີ້ແມ່ນສວນສາທາລະນະ ເລທິຣຽງ ໃນປະຈຸບັນ”.
ບາດລ້ຽວສຳຄັນໃນວິວັດການເຄື່ອນໄຫວຊອກຫາໄດ້ປະກົດເມື່ອ ທ່ານ ຫງວຽນຊວັນທັງ ເຂົ້າເຖິງກັບແຫຼ່ງເອກະສານຂອງສຳນັກຂ່າວສານ AP ໄດ້.
“ແລະບາດລ້ຽວສຳຄັນແມ່ນເມື່ອພວກຂ້າພະເຈົ້າຊອກໄດ້ພາບຖ່າຍສີແຜ່ນໜຶ່ງຂອງສຳນັກຂ່າວສານ AP. ໂຊກດີທີ່ໃນໝາຍເຫດຂອງພາບ, ເຂົາເຈົ້າໄດ້ຂຽນແຈ້ງວ່າ ພາບນັ້ນໄດ້ຖ່າຍໃນວັນທີ 12 ກຸມພາ 1968, ເມື່ອບັນດາກຳມະກອນຢູ່ ໄຊ່ງອນ ພວມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ພໍ່ແມ່ປະຊາຊົນໃນແຖວຮ່ອງຂຸມຝັງສົບລວມທີ 3. ເຂົາເຈົ້າໄດ້ເວົ້າແຈ້ງວ່າ ນີ້ແມ່ນຮ່ອງຂຸມຝັງສົບທີ 3”.
ເມື່ອໄດ້ຢັ້ງຢືນເຂດ ແລະ ເວລາຢ່າງຈະແຈ້ງ, ກຸ່ມນັກຊ່ຽວຊານໂດຍນັກສະຖາປະນິກ ຫງວຽນຊວັນທັງ ໄດ້ເລີ່ມປະຕິບັດວຽກງານຢັ້ງຢືນພິກັດດ້ານເຕັກນິກ. ທ່ານພັນເອກ ບຸ່ຍອຽນຕິ້ງ, ຮອງຫົວໜ້າກົມສູ້ຮົບ ກົມໃຫຍ່ເສນາທິການ, ກະຊວງປ້ອງກັນປະເທດ ຫວຽດນາມ, ຕີລາຄາວ່າ:
“ເອກະສານຂອງກຸ່ມນັກຊ່ຽວຊານໄດ້ປະຕິບັດວຽກງານເກັບໂຮມເອົາເອກະສານ, ແກ້ໄຂຂໍ້ມູນ ແລະ ວິເຄາະດ້ານເຕັກນິກຢ່າງລະອຽດລະອໍ. ວິວັດການຄົ້ນຄວ້າທັງໝົດແມ່ນແກ່ຍາວເປັນເວລາເກືອບ 8 ປີ, ແຕ່ເດືອນ ພະຈິກ 2018 ຮອດເດືອນ ພຶດສະພາ 2026. ສະເພາະເລື່ອງຢັ້ງຢຶນພາບຖ່າຍ 3 ແຜ່ນນີ້ວ່າໄດ້ຖ່າຍຢູ່ເຂດສວນສາທາລະນະ ເລທິຣຽງ ໃນປະຈຸບັນ (ກ່ອນນີ້ແມ່ນເຂດສຸສານ ຈີຮວ່າ - ເຈີ້ກວານ) ກໍເຮັດໃຫ້ກຸ່ມນີ້ນີ້ຕ້ອງເສຍເວລາເຖິງ 4 ປີເພື່ອຄົ້ນຄວ້າໃຫ້ມີຄຳຕອບຢ່າງຊັດເຈນຕໍ່ຄຳຖາມນັ້ນ”.
ໃນວິວັດການບັນດານັກຄົ້ນຄວ້າຊອກຫາຮ່ອງຮອຍບັນດາຂຸມຝັງສົບລວມຈາກພາບຖ່າຍ ແລະ ແຜນທີ່ແຕ່ລະຄັ້ງ, ບັນດາຕົວພະຍານປະຫວັດສາດກໍໄດ້ເພີ່ມຂໍ້ມູນທີ່ພິເສດຕື່ມອີກ.
“ໃນມື້ນັ້ນ, ຢູ່ເຂດ ອົງຕະ - ໃບຮຽນ ສົງຄາມເກີດຂຶ້ນຢ່າງດຸເດືອດ. ຍ້ອນຄວາມສະຫຼອກກອກ, ຂ້າພະເຈົ້າໄດ້ໄປເບິ່ງ ແລະ ເມື່ອໄປຜ່ານເຂດສຸສານ ໂດແທັ່ງ ກໍ່ເຫັນກຸ່ມຄົນພວມຢືນເບິ່ງ ສະນັ້ນຂ້າພະເຈົ້າກໍ່ເຂົ້າໄປເບິ່ງ. ເມື່ອເຂົ້າໄປແລ້ວ, ຂ້າພະເຈົ້າເຫັນມີຊາກສົບເປັນຈຳນວນຫຼາຍ, ປະມານ 20-30ຊາກສົບໄດ້ເຕົ້າໂຮມຢູ່ເບື້ອງຂ້າງຫ້ອງເກັບສົບ”.
“ສິ່ງທີ່ຂ້າພະເຈົ້າຈື່ທີ່ສຸດແມ່ນເຫດການເກີດຂຶ້ນໃນເວລາກໍ່ສ້າງສວນສາທາລະນະ ເລທິຣຽງ ເມື່ອປີ 1987. ໃນວິວັດການກໍ່ສ້າງນັ້ນ, ລົດພ່ວງຂຸດດິນກໍ່ພົບເຫັນຮ່ອງຮອຍຊາກສົບເປັນຈຳນວນຫຼາຍ”.
ຈາກການເລົ່າເລື່ອງລາວຂອງຕົວພະຍານ, ສົມທົບກັບບັນດາຂໍ້ມູນວິທະຍາສາດ, ກຸ່ມຄົ້ນຄວ້າກໍຄ່ອຍໆກຳນົດເຂດຈຸດທີ່ສົງໄສ. ທ່ານພົນຈັດຕະວາ ເຈິ່ນຈິີເຕິມ, ຮອງກຳມະການການເມືອງທະຫານເຂດ 7, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ແລະນາສະກຸນນັກຮົບເສຍສະຫຼະຊີວິດເພື່ອຊາດ (ຄະນະຊີ້ນຳ 515) ທະຫານເຂດ 7 ໃຫ້ຮູ້ວ່າ ຈຳນວນນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ອາດຈະຖືກຝັງຢູ່ເຂດສວນສາທາລະນະ ເລທິຣຽງ ແມ່ນຫຼາຍທີ່ສຸດ, ມີອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຈຳນວນຫຼາຍ ແຕ່ 900 – 1.000 ອັດຖິ.
“ປະຈຸບັນ, 2 ສິ່ງວັດຖຸທີ່ສຳຄັນທີ່ສຸດນັ້ນແມ່ນຕົ້ນສຳສາ ແລະ ຫໍເກັບ-ສົ່ງນ້ຳໃນບັນດາພາບຖ່າຍສະບັບຕົ້ນໃນເອກະສານຍັງມີຢູ່. ຂ້າພະເຈົ້າຄິດວ່າ ເອກະສານຂອງໜ່ວຍຄົ້ນຄວ້າ ແລະ ເອກະສານປະກອບຄຳເຫັນຕາລາຄາຂອງກົມໃຫຍ່ເສນາທິການຄືແນວນັ້ນແມ່ນຊັດເຈນທີ່ສຸດ. 2 ສິ່ງວັດຖຸນີ້ແມ່ນພື້ນຖານເພື່ອໃຫ້ພວກເຮົາຈັດການປະຕິບັດບັນດາບາດກ້າວຕໍ່ໄປ”.
ຢູ່ໃຕ້ຮົ່ມຕົ້ນໄມ້ຂອງສວນສາທາລະນະ ເລທິຣຽງ, ດິນແຕ່ລະຊັ້ນພວມໄດ້ຂຸດຢ່າງລະມັດລະວັງ. ການຂຸດດິນແຕ່ລະເທື່ອ, ວັດຖຸພັນແຕ່ລະອັນລ້ວນແຕ່ນຳມາເຊິ່ງຄວາມຫວັງ: ສົ່ງຊື່ໃຫ້ບັນດາຜູ້ທີ່ລ່ວງລັບໄປໃນບັ້ນບຸກໂຈມຕີຂະໜາດໃຫຍ່ ແລະ ລຸກຮື້ຂຶ້ນໃນລະດູບານໃໝ່ປີວອກ 1968, ເພື່ອໃຫ້ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກັບເມືອບ້ານເກີດເມືອງນອນພາຍຫຼັງການລໍຄອຍເປັນຫຼາຍທົດສະວັດ.
