ການ​ຫັນ​ເປັນ​ດີ​ຈີ​ຕອນ ພວມ​ສ້າງ​ບັນ​ດາ​ການ​ປ່ຽນ​ແປງ​ຢ່າງ​ແຮງ​ໃນຫຼາ​ຍ​ຂົງ​ເຂດ​ຂອງ​ຊີ​ວິດ​ປະ​ຈຳ​ວັນ, ໃນ​ນັ້ນ​ມີ​ຂົງ​ເຂດ​ຄົມ​ມະ​ນາ​ຄົມ. ຢູ່​ຮ່າ​ໂນ້ຍ, ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ບ່ອນ​ຝາກ​ລົດ​ອັດ​ສະ​ລິ​ຍະ ດ້ວຍ​ລະ​ບົບຈົດລະບຸ​ປ້າຍ​ລົດ​ແບບ​ອັດ​ຕະ​ໂນ​ມັດ, ການ​ຊຳ​ລະ​ບໍ່​ໃຊ້​ເງິນ​ສົດ ແລະ ການ​ຄຸ້ມ​ຄອງ​ຂໍ້​ມູນ​ດີ​ຈີ​ຕອນ ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງ​ຄວາມ​ສະ​ດວກ​ໃຫ້​ແກ່​ປະ​ຊາ​ຊົນ​ເທົ່າ​ນັ້ນ ຫາກ​ຍັງ​ປະ​ກອບ​ສ່ວນ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ, ຄວາມໂປ່ງ​ໃສ​ໃນ​ການ​ເຄື່ອນ​ໄຫວ​ຂຸດ​ຄົ້ນ ແລະ ສ້າງ​ຕົວ​ເມືອງ​ອັດ​ສະ​ລະ​ຍະ​ເທື່ອ​ລະ​ກ້າວ.

ຢູ່​ສະ​ຖານ​ທີ່​ຝາກ​ລົດຫຼາຍ​ແຫ່ງ​ໃນ​ບໍ​ລິ​ເວນ ​ຮ່າ​ໂນ້ຍ, ແທນ​ທີ່​ຕ້ອງ​ລໍ​ຖ້າ​ເອົາ​ປີ້​ເຈ​້ຍ​ຄື​ເມື່ອ​ກ່ອນ, ປັດ​ຈຸ​ບັນ​ພຽງ​ແຕ່​ລໍ​ຖ້າ 1 – 2 ວິ​ນາ​ທີ, ກອງ​ຖ່າຍ​ຈະລະບຸ​ປ້າຍ​ລົດ​ແບບ​ອັດ​ຕະ​ໂນ​ມັດ, ບັນທຶກ​ເວ​ລາ​ຝາກ​ລົດ ແລະ ເປີດ barie ໃຫ້​ພາ​ຫະ​ນະ​ໄປ​ຜ່ານ. ເມື​່ອ​ເອົາ​ລົດອອກ, ເຈົ້າ​ຂອງ​ພາ​ຫະ​ນະ ​ພຽງ​ແຕ່ scan QR ຫຼື ຊຳ​ລະ​ແບບ​ເອເລັກໂຕນິກ​ເທົ່າ​ນັ້ນ. ທຸກຂັ້ນຕອນ​ໄດ້​ດຳ​ເນີນ​ຢ່າງວ່ອງ​ໄວ, ລູກ​ຄ້າ​ບໍ່​ຕ້ອງ​ລຽນແຖວຖ້າ​ ຫຼື​ກະ​ກຽມ​ເງິນ​ສົດ. ທ່ານ​ນາງ ຫງວຽນ​ບາວງອກ, ຜູ້​ຄຸ້ມ​ຄອງ​ໂຄງ​ການເຂດ​ພາກ​ເໜືອ Hikvision ຫວຽດ​ນາມ ໃຫ້​ຮູ້​ວ່າ ມາດຕະການຈັດບ່ອນ​ຈອດ​ລົດ​ອັດ​ສະ​ລິ​ຍະ ໄດ້ຜັນ​ຂະ​ຫຍາຍ​ພາຍ​ໃຕ້​ການ​ປະ​ສານ​ສົມ​ທົບ​ຂອງ​ລະ​ບົບ​ກ້ອງວົງ​ຈອນ​ຕິດ​ຕາມ, ກ້ອງວົງ​ຈອນ​ອັດ​ສະ​ລິ​ຍະ ແນະ​ນຳ​ການ​ຈອດ​ລົດ ແລະ ຊອບ​ແວ​ຄຸ້ມ​ຄອງ​ສະ​ຖານ​ທີ່ຈອດ​ລົດ​ແບບ​ອັດ​ສະ​ລິ​ຍະ.

ມາດຕະ​ການຈັດ mapparking ຈະ​ແກ້​ໄຂ​ບັນ​ດາ​ຂໍ້​ຄົງ​ຄົງຂອງ​ສະ​ຖ​ານ​ທີ່​ຝາກ​ລົດ​ແບບ​ເກົ່າ ຄື ​ຜູ້​ນຳ​ໃຊ້​ຕ້ອງ​ຊອກ​ຫາ​ສະ​ຖານ​ທີ່ຝາກ​ລົດ, ຊຳ​ລະ​ດ້ວຍ​ເງິນ​ສົດ, ຈາກ​ສິ່ງນັ້ນ ໄດ້​ຊ່ວຍ​ໃຫ້ຄະ​ນະ​ຄຸ້ມ​ຄອງ​ບໍ​ລິ​ຫານມີ​ປະ​ສິດ​ທິ​ຜົນ​ກ່​ວາ, ສະ​ດວກ​ກວ່າ ແລະ ຍົກ​ສູງ​ການ​ປະພຶດ​ຕົວ​ຈິງ​ຂອງ​ຜູ້​ນຳ​ໃຊ້.

ຕາມ​ທ່ານ ດັ້ງ​ວັນ​ຈິງ, ຜູ້​ຕາງ​ໜ້າ​ຄະ​ນະ​ຮັກ​ສາ​ຄວາມປອດໄພ 1, ສູນ​ການ​ຄ້າ ຢູ່​ຕາ​ແສງ ຕື​ລຽມ​ ແລ້ວ, ການ​ໝູນ​ໃຊ້​ເຕັ​ກ​ໂນ​ໂລ​ຢີ, ການ​ຫັນ​ເປັນ​ດີ​ຈີ​ຕອນ ບໍ່​ພຽງ​ແຕ່​ຊ່ວຍໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ສະ​ດວ​ກ່​ວາ, ຫາກ​ຍັງ​ຊ່ວຍ​ໃຫ້​ຫົວ​ໜ່ວຍ​ຄຸ້ມ​ຄອງ​ຄວບ​ຄຸມ​ການ​ເຄື່ອນ​ໄຫວທັງໝົດ​ຂອງ​ສະ​ຖານ​ທີ່​ຈອດ​ລົດ. ນັບ​ແຕ່​ຈຳ​ນວນ​ລົດ​ພວມ​ຝາກ, ເວ​ລາ​ຈອດ, ລາຍ​ຮັບ​ຕະຫຼອດ​ຮອດ​ປະ​ຫວັດການ​ທຸ​ລະ​ກຳ ​ລ້ວນ​ແຕ່​ໄດ້​ອັບ​ເດດ​ບົນ​ລະ​ບົບ​ຂໍ້​ມູນເອ​ເລັກ​ໂຕ​ນິກ. ສິ່ງ​ນີ້​ຊ່ວຍຫຼຸດ​ຜ່ອນ​ການ​ຮົ່ວ​ໄຫຼຫຼາຍ​ພໍ​ສົມ​ຄວນ, ຍົກ​ສູງ​ລັກ​ສະ​ນະ​ໂປ່ງ​ໃສ ແລະ ປະ​ສິດ​ທິ​ຜົນການຂຸດ​ຄົ້ນໄດ້ສູງ​ສຸດ​.

ເມື່ອ​ທຽບ​ໃສ່​ກັບການຝາກ​ລົດ​ແບບ​ເກົ່າແລ້ວ ການ​ຜັນ​ຂະ​ຫຍາຍ​ແບບ​ອັດ​ຕະ​ໂນ​ມັດ​ ທີ່ພວມ​ໄດ້​ໝູນ​ໃຊ້​ຢູ່​ສູນ​ການ​ຄ້າ, ພວກ​ເຮົາເຫັນ​ວ່າມີ​ຄວາມ​ສະ​ດວກກວ່າຫຼາຍ​ໃຫ້​ແກ່​ລູກ​ຄ້າ. ຍ້ອນ​ມີ​ເຕັກ​ໂນ​ໂລ​ຢີ​ແບບ​ອັດ​ຕະ​ໂນ​ມັດ, ລະ​ບົບ​ຊ່ວຍ​ຄຸ້ມ​ຄອງ​ຈຳ​ນວນ​ລົດຝາກຫຼາຍສູງສຸດ, ຫຼຸດ​​ເວ​ລາຊອກ​ລົດລົງ. ໃນ​ກໍ​ລະ​ນີ​ລືມວ່າລົດ​ຂອງ​ຕົນ​ຈອດ​ຢູ່​ໃສ, ຂ້າ​ພະ​ເຈົ້າ​ນຳ​ໃຊ້​ຊອບ​ແວ​ເພື່ອ​ຊອກ​ບ່ອນທີ່​ລົດ​ພວມ​ຈອດຢູ່.

ເລື່ອງ ຮ່າ​ໂນ້ຍ​ ຍູ້​ແຮງ​ການໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ, ປະ​ຕິ​ບັດ​ກາ​ນ​ຊຳ​ລະ​ເອ​ເລັກ​ໂຕ​ນິກ ແມ່ນເພື່ອ​ແນ​ໃສ່​ສ້າງ​ຮາກ​ຖານ​ຂໍ້​ມູນ​ຄົມ​ມະ​ນາ​ຄົມທີ່​ເປັນ​ເອ​ກະ​ພາບ, ຮັບ​ໃຊ້​ວຽກ​ງານ​ບໍ​ລິ​ຫານ​ຕົວ​ເມືອງ. ເມື່ອ​ຂໍ້​ມູນ​ຈາ​ກ​ບັນ​ດາ​ສະ​ຖານ​ທີ່​ຝາກ​ລົດ ໄດ້​ເຊື່ອມ​ຈອດ​ກັນ, ອົງ​ການ​ຄຸ້ມ​ຄອງ​ອາດ​ສາ​ມາດ​ຕິດ​ຕາມ​ຈຳ​ນວນ​ພາ​ຫະ​ນະ, ອັດ​ຕາ​ສ່ວນການຂຸດ​ຄົ້ນ, ຄວາມ​ຕ້ອງ​ການ​ຝາກ​ລົດ​ຕາມ​ແຕ່​ລະ​ເຂດ​ເພື່ອ​ຍົກ​ອອກ​ມາດ​ຕະ​ການ​ດັດ​ສົມ​ໃຫ້​ເໝາະ​ສົມ. ພ້ອມ​ກັນນັ້ນ, ປະ​ຊາ​ຊົນ​ໃນ​ອະ​ນາ​ຄົດ ອາດ​ສາ​ມາດ​ຊອກ​ຫາສະ​ຖານ​ທີ່​ຝາກ​ລົດ​ທີ່​ຍັງ​ມີ​ບ່ອນ​ຝາກ, ຈອງ​ກ່ອນ ແລະ ຊຳ​ລະ​ທາງ​ໄກໄດ້​ໃນໂປຼແກຼມ​ດຽວ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕາມ​ທ່ານ ຫງວຽນ​ງອກກວາງ ນັກ​ຊ່ຽວ​ຊານ​ຄົມ​ມະ​ນາ​ຄົມ​ຕົວ​ເມືອງແລ້ວ, ເພື່ອ​​ໃຫ້ວິ​ວັດ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ໄດ້​ດຳ​ເນີນ​ຢ່າງ​ຄົບ​ຊຸດ ຍັງ​ມີຫຼາຍວຽກທີ່ຕ້ອງໄດ້​ເຮັດ​, ນັບ​ແຕ່​ຂັ້ນ​ຕອນ​ບູ​ລະ​ນະ​ພື້ນ​ຖານ​ໂຄງ​ລ່າງເຕັກ​ໂນ​ໂລ​ຢີ​ ຕະຫຼອດ​ຮອດ​ການ​ເຊື່ອມ​ຕໍ່​ຖານ​ຂໍ້​ມູນ​ລະ​ຫວ່າງ​ບັນ​ດາ​ຫົວ​ໜ່ວຍ​ຂຸດ​ຄົ້ນ.

ກ​ານ​ຫັນ​ເປັນຂໍ້​ມູນ​ເປັນ​ດີ​ຈີ​ຕອນ ແລະ ມຸ່ງ​ໄປ​ເຖິງ​ການ​ຄຸ້ມ​ຄອງ​ທັງໝົດດ້ວຍ​ລະ​ບົບ​ເອ​ເລັກ​ໂຕ​ນິກ​ແມ່ນ​ດີ​ທີ່​ສຸດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ຕົວ​ຈິງ ຍັງ​ມີຫຼາຍ​ກໍ​ລະ​ນີທີ່ຈຳເປັນ ​ເຂົາ​ເຈົ້າ​ຍັງຕ້ອງ​ຊຳ​ລະ​ດ້ວຍ​ເງິນ​ສົດ. ນີ້​ແມ່ນ​ປັດ​ໄຈ​ຕ້ອງ​ໄດ້ຄິດ​ໄລ່ກ່ອນ ໃນ​ບັນ​ຫາການ​ຄຸ້ມ​ຄອງ.

ບັນ​ດາ​ນັກ​ຊ່​ຽວ​ຊານ​ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ຄົມ​ມະ​ນາ​ຄົມ​ອັດ​ສະ​ລິ​ຍະ​ບໍ່​ພຽງ​ແຕ່​ແມ່ນ​ເສັ້ນ​ທາງ​ທີ່ທັນ​ສະ​ໄໝ​ ຫຼື ລະ​ບົບ​ກ້ອງ​ວົງຈອນ​ຕິດ​ຕາມ​ເທົ່າ​ນັ້ນ ຫາກ​ຍັງ​ລວມ​ມີທັງ​ການ​ຄຸ້ມ​ຄອງ​ບັນ​ດາ​ສະ​ຖານ​ທີ່​ຝາກ​ລົດ​ຢ່າງ​ມີ​ປະ​ສິດ​ທິ​ຜົນນຳອີກ. ເມື່ອ​ບ່ອນ​ຈອດ​ລົດແຕ່​ລ​ະ​ບ່ອນ​ໄດ້​ຫັນ​ເປັນ​ດີ​ຈີ​ຕອນ, ແຕ່​ລະ​ທຸ​ລະ​ກຳລ້ວນ​ແຕ່​ໂປ່ງ​ໃສ ແລະ ຂໍ້​ມູນ​ໄດ້​ອັບ​ເດດ​ຢ່າງ​ຕໍ່​ເນື່ອງ, ນະ​ຄອນ​ຈະ​ມີ​ເຄື່ອງ​ມື​ຕື່ມ​ອີກ​ເພື່ອຫຼຸດ​ຜ່ອນ​ລົດ​ຕິດ, ຈຳ​ກັດ​ສະ​ພາບ​ການ​ຈອດ​ລົດ​ແບບ​ຜິດ​ກົດ​ໝາຍ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ນຳ​ໃຊ້​ພື້ນ​ຖານ​ໂຄງ​ລ່າງ.