ອາ​ຍຸ 15 ຫຼື ຊ້ຳ​ບໍ່​ໜຳ​ 36 ປີ, ສຳ​ລັບ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິ​ດ​ສີ​ສົ້ມ/ດີ​ໂອ​ຊິນ, ຊີ​ວິດ​ຈະ​ຢຸດຢູ່​ອາ​ຍຸ​ໄວເດັກ​ຕະ​ຫຼອດ​ໄປ. ຄວາມເສຍຫາຍທາງດ້ານສະຕິປັນຍາ, ບັນດາຄູ່ຕາບໍ່ເຫັນ​​ຮຸ່ງ, ບັນດາຄຳເວົ້າທີ່ບໍ່ເປັນຖ້ອຍເປັນຄຳ ແມ່ນບາດແຜຍາວ​ນານທີ່ເກີດ​ມາຈາກສົງຄາມ. ເຖິງຢ່າງໃດກໍ່ຕາມ, ຢູ່ເບື້ອງຫຼັງປະຕູຂອງສູນ ປົກປ້ອງຜູ້ເຄາະຮ້າຍຈາກທາດພິດສີສົ້ມ ແລະ ເດັກທີ່ດ້ອຍໂອກາດ, ຮາກຖານ 1 (​ນະ​ຄອນ ດ່ານັ້ງ), ຄວາມເຈັບປວດນີ້ ໄດ້ຮັບການບັນເທົາໃນທຸກໆມື້ໂດຍຄວາມ ເຫັນອົກເຫັນໃຈຂອງບັນ​ດາອ້າຍເອື້ອຍຄູຜູ້ດູແລ.

ເພື່ອສາ​ມາດອອກສຽງຄຳ​ວ່າ "ສະບາຍດີເອືິຶື້ອຍຄູ", ເດັກນ້ອຍຜູ້ເຄາະຮ້າຍຈາກ ທາດພິດສີສົ້ມ/ດີໂອຊິນ ຕ້ອງ​ມີຄວາມພະຍາຍາມ​ທີ່​ສຸດ. ເຖິງແມ່ນວ່າຄຳເວົ້າຂອງ ເຂົາເຈົ້າເກ​ິກະ ແລະ ບໍ່ຊັດເຈນ, ແຕ່ສຽງ​ເວົ້ານັ້ນ​ແມ່ນຈັງຫວະທີ່ອົບອຸ່ນເພື່ອເລີ່ມຕົ້ນມື້ ໃໝ່​ຢູ່ສູນປົກປ້ອງຜູ້ຮັບເຄາະຮ້າຍຈາກສານພິດສີສົ້ມ ແລະ ເດັກທີ່ດ້ອຍໂອກາດ, ຮາກຖານ 1 (ນະຄອນ ດ່ານັ້ງ). ​ທີ່​ການຮັບ​ຕ້ອນໃນແຕ່ລະເຊົ້າ, ຄູອາຈານຈະສັງເກດ ເບິ່ງສາຍຕາ, ໃບໜ້າຂອງເດັກແຕ່ລະຄົນ, ມີ​ພຽງ​ແຕ່​ການ​ລົບ​ກວນ​ເລັກນ້ອຍກໍ່ສາມາດ ສົ່ງຜົນກະທົບຕໍ່ເຂົາເຈົ້າໄດ້. ເອື້ອຍຄູ ຟານທິແທ່ງ ໃຫ້​ຮູ້ວ່າ:

"ເດັກນ້ອຍມີແຕ່​ສະ​ແດງຄວາມຮູ້ສຶກມ່ວນ ມີຄວາມສຸກ ຫຼື ໂສກເສົ້າ. ​ຂ້າ​ພະ​ເຈົ້າ​ຕ້ອງ​ກຳ​ໄດ້ຄວາມຄິດຂອງເດັກແຕ່ລະຄົນໃນທຸກໆເຊົ້າ. ຖ້​າພວກ​ນ້ອງ​​ມີ​ຄວາມ​ໃນໃຈຈະແບ່ງປັນ​ກັບ​ຄູ. ຂ້າ​ພະ​ເຈົ້າ​ຕ້ອງ​ວາງຕົວເອງ​ເຂົ້າ​ໃນສະພາບຂອງ​ພວກ​ນ້ອງ ເພື່ອໃຫ້​ເຂົ້າໃຈ​ເຫັນໃຈ. ຖ້າພວກເຂົາບໍ່ພໍໃຈກັບສິ່ງໃດໜຶ່ງ, ເຂົາເຈົ້າຈະ​ຄິດ​ໃນ​ຫົວ​ໝົດ​ມື້. ມື້ນັ້ນຈະບໍ່ປົກກະຕິ. ພຽງແຕ່ກອດ ເຂົາເຈົ້າກໍ່ຈະຮູ້ສຶກວ່າມີຄົນທີ່ຈະແບ່ງປັນ ແລະ ມີຄົນເຂົ້າໃຈຄວາມຮູ້ສຶກຂອງເຂົາເຈົ້າ".

ວິວັດການເດີນທາງຂອງການສອນຕົວ​ໜັງ​ສື, ສອນວິຊາຊີບຢູ່ສູນນີ້ແມ່ນໜຶ່ງ ໃນເສັ້ນທາງທີ່ຄູອາຈານປະເຊີນກັບສິ່ງທ້າທາຍຫຼາຍ​ຢ່າງ. ເນື່ອງຈາກຜົນ​ສະ​ທ້ອນທີ່ຮ້າຍແຮງຂອງ​ທາດພິດສີສົ້ມ/ດີໂອຊິນ, ເດັກນ້ອຍສ່ວນ​ຫຼາຍ​ລ້ວນ​ແຕ່ມີຄວາມຫຍຸ້ງຍາກໃນການ​ຮັບຮູ້, ພວກນ້ອງ​ປະ​ສົບ​ກັບ​ຄວາມຫຍຸ້ງຍາກໃນການ ຕັ້ງສະມາທິ, ຈື່ຊ້າ ແລະ ລືມໄວ. ເຖິງແມ່ນວ່າວຽກງານງ່າຍໆກໍ່ຕ້ອງສອນດົນ ແລະ ລະອຽດ, ແລະຮອດມື້ຕໍ່ມາ ທຸກຢ່າງກໍ່ຄືສິ່ງໃໝ່ໝົດ ແລະ ຄູອາຈານກໍໍ່ຕ້ອງສອນ ຕັ້ງແຕ່ເລີ່ມຕົ້ນ. ໂຮ່ທິຈ່ຽວ, ອາຍຸ 33 ປີ, ເປັນໜຶ່ງໃນຜູ້​ປະ​ສົບເຄາະຮ້າຍຈາກ​ທາດພິດສີສົ້ມ/ດີໂອຊິນຢູ່ສູນທີ່ສາມາດສື່ສານໄດ້ນັ້ນ, ໄດ້ອວດໂສ້ງ​ທີ່ນາງຫາກໍ່ຫຍິບ ສຳເລັດດ້ວຍຄວາມພາກພູມໃຈ:

“ມັກໄປຮຽນ, ມັກຫຍິບ​ໂສ້ງ. 2 ເດືອນ​ແລ້ວກໍ່​ຫຍິບ​ໄດ້​ໂສ້ງ​ຂາສັ້ນ. ຫຍິບ​ໃຫ້ໝູ່​ນຸ່​ງ. ຫຍິບໃຫ້ ເງິນ ນຸ່ງ. ຄູສອນຫຍິບໃຫ້ ຢ​ວຽນ ແລະ ຈ່ຽວ.”

ໂດຍ​ຫ່າງ​ຈາກ​ຫ້ອງຮຽນຫຍິບບໍ່​ໄກແມ່ນຫ້ອງຮຽນເຮັດທູບ. ຜູ້ສອນກໍ່ເປັນຜູ້​ປະ​ສົບເຄາະຮ້າຍຈາກ​ທາດພິດສີສົ້ມ/ດີໂອຊິນ, ​ອ້າຍ ຫງວຽນງອັກເຟືອງ:

"ຂ້າ​ພ​ະ​ເຈົ້າແບ່ງປັນວິທີສ້າງ​ຄວາມໝັ້ນໃຈຕົນເອງໃຫ​້​ແກ່​ພວກ​ນ້ອງ. ມີບາງຄັ້ງທີ່​ເຮັດ​ອາ​ຊີບ, ຮຽນອາຊີບຄືແນວນີ້, ພວກ​ເພື່ອນ​ກໍ່ສາມາດສ້າງ​ເປັນ​ຜະ​ລິດ​ຕະ​ພັນໄດ້. ລູກຄ້າກໍ່ມາຊື້. ເຂົາເຈົ້າມີຄວາມສຸກ, ດີໃຈຫຼາຍ. ຍ້ອນ​ເຫດນັ້ນ, ເຮົາຕ້ອງ​ລະ​ດົມ​ກຳ​ລັງ​ໃຈ​ໃຫ້​ເຂົາ​ເຈົ້​າ​ຕ້ອງມີຄວາມໝັ້ນໃຈສະເໝີ".

ເປັນໜ້າ​ເອກ​ອ້າງ​ທະ​ນົງ​ໃຈ​ກວ່າແມ່ນ ຈາກຫ້ອງຮຽນນີ້, ມີນັກຮຽນເຕີບໃຫຍ່ຂຶ້ນ, ມີ​ຄວາມ​ໝັ້ນ​ໃຈ​ກັບຄືນທ້ອງ​ຖິ່ນ​ເຊື່ອມ​ຕົວ​ເຂົ້າ​ກັບຊຸມຊົນ. ທ່ານນາງ ວໍທິທູ, ຮອງຫົວ​ໜ້າສູນ, ​ໃຫ້​ຮູ້ວ່າ:

"ພວກ​ນ້ອງຫຼາຍຄົນບໍ່ເຂົ້າໃຈການກະທຳຂອງຕົນໄດ້ໝົດ. ພວກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ວ່າ ພວກ​ນ້ອງຈະມີສຸຂະພາບແຂງແຮງ, ຮຽນຮູ້ທັກສະເພື່ອດູແລຕົນເອງ​ໄດ້. ​ຂ້າ​ພະ​ເຈົ້າ​ກໍ່ຫວັງວ່າ ເຂົາເຈົ້າຈະສາມາດເຮັດວຽກໄດ້ເພື່ອໃຫ້ພວກ​ຂ້າ​ພະ​ເຈົ້າຊ່ວບ​ພວກ​ນ້ອງເຊື່ອມຕໍ່ເຂົ້າກັບຊຸມຊົນ. ແຕ່ມັນຍາກຫຼາຍເພາະວ່າ ເດັກນ້ອຍຢູ່ທີ່ນີ້ມີອາ​ການ​ໜັກ. ເມື່ອບໍ່ດົນມານີ້​ມີຜູ້ໜຶ່ງໄດ້ຮັບການເຊື່ອມຕໍ່ແລະໄດ້ເຊື່ອມໂຍງກັບຊຸມຊົນ, ປະຈຸບັນພວມ​ເປັນຊ່າງຕັດຫຍິບຢູ່ບໍລິສັດແຫ່ງໜຶ່ງ. ນັ້ນແມ່ນຄວາມສຳເລັດທີ່ໃຫຍ່ທີ່ ສຸດຂອງ​ພວກ​ຂ້າ​ພະ​ເຈົ້າ".

ບໍ່ເຄີຍມີຕອນຮຽນໃດຂອງ​ພວກ​ນ້ອງ​​ຜູ້​ປະ​ສົບ​ເຄາະ​ຮ້າຍຈາກ​ທາດພິດສີສົ້ມ/ດີໂອຊິນ ມີໜ້າຄົບ. ອາການເຈັບປວດຢ່າງຕໍ່ເນື່ອງພ້ອມ​ກັບສຸຂະພາບທີ່ອ່ອນແອໄດ້ເຮັດໃຫ້ຫຼາຍຄົນຕ້ອງຂາດຮຽນເລື້ອຍໆ. ຄວາມຮັກ, ຄວາມສຸດ​ຈິດ​ສຸດ​ໃຈຂອງຄູອາຈານຄືດັ່ງ​ແຫຼ່ງບັນດານໃຈທີ່ສົດຊື່ນບັນເທົາຄວາມ ເຈັບປວດ ແລະ ໄດ້ຕອບແທນດ້ວຍຮອຍຍິ້ມທີ່ສົດໃສບົນໃບໜ້າຂອງພ​ວກ​ນ້ອງ​ໃນທຸກມື້. ບັນ​ດາຮອຍຍິ້ມນັ້ນ ພວມຄ່ອຍໆບັນເທົາຄວາມ​ເຈັບ​ປວດທາງຮ່າງກາຍຂອງ​ໃນ​ແຕ່​ລະ​ມື້, ສ້າງຄວາມຫວັງ​ຕໍ່ອະນາຄົດທີ່ດີ​ງາມກວ່າ.