ໂດຍ​ເລີ່ມ​ຈາກ​ການ​ກະ​ທຳ​ອັນ​ນ້ອຍໆ, ເລີ່ມ​​ຈາກ​ບັນ​ດາ​ບຸກ​ຄົນ, ຈາກ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ໃນ​ຊຸມ​ຊົນ, ບັນ​ດາ “ສູນ​ສີ​ຂຽວ”, “ສູນ​ຜະ​ລິດ​ຄືນ​ໃໝ່” ນັບ​ມື້​ນັບ​ໄດ້​ສ້າງ​​ຫຼາຍຂຶ້ນໃນ​ຊຸມ​ຊ​ົນ. ການ​ກະ​ທຳ​ນີ້​ໄດ້​ເປີດ​ຄວາມຫວັງການ​ສ້າງ​ເປັນ​ປະ​ຊາ​ຄົມ​ທີ່​ມີ​ຊີ​ວິດ​ສີ​ຂຽວ​ໂດຍ​ໄວ. ສິ່ງ​ທີ່​ເປັນໜ້າ​ປ​ິ​ຕິ​ຊົມ​ຊື່ນ​ຍິ່ງກວ່າ​ສິ່ງໃດ​ໝົດ, ບັນ​ດາ​ຜູ້ນຳໜ້າປະ​ຈັນ​ບານ​ສ່ວນ​ຫຼາຍ​ແມ່ນ​ໄວ​ໜຸ່ມ.

ເມື່ອ​ໃຊ້ເຄື່ອງ​ຢາງ​ປ​ຼາດ​ຕິກໃຊ້​ເທື່ອ​ດຽວແລ້ວ ​ເພື່ອນ​ຈະ​ເຮັດ​ຫຍັງ​ກັບ​ມັນ? ຖິ້ມ​ອອກສູ່​ສິ່ງ​ແວດ​ລ້ອມ ຫຼື ຫັນມັນ​ກາຍ​ເປັນ​ເຄື່ອງ​ໃຊ້​ທີ່ເປັນ​ປະ​ໂຫຍດ​ຕໍ່​ໜ່ວຍ​ໂລກ?

“ຂ້າ​ພະ​ເຈົ້າ​ກໍ່​ຢາກ​ເບິ່ງ​ວ່າ​ ປະເພດໃດ​ຖິ້ມ​ໄດ້ເລີຍ, ​ປະເພດໃດ​ສາ​ມາດ​ນຳ​ມາໃຊ້​ຄືນ​ໄດ້ອີກ, ແຕ່​ບາງ​ເທື່ອກໍ່​ຟ້າວ​ໄປ​ ສະ​ນັ້ນ​ກໍ່​ຖິ້ມ​ໃສ່​ຖັງ​ຂີ້​ເຫຍື້ອ​ໝົດເລີຍ”.

ແທນ​ໃຫ້ການ​ຖິ້ມ​ຂີ້​ເຫຍື້ອເຮັດ​ດ້ວ​ຍ​ຢາງ​ປ​ຼາດ​ຕິກ, ​ຂີ້​ເຫຍື້ອສາ​ມາດນຳ​ມາໃຊ້​ຄືນ​ໄດ້ອີກ, ຈົ່ງ​ຮັກ​ສາ​ມັນ​ໄວ້​ເພື່ອ​ແລກ​ເອົາ​ຕົ້ນ​ໄມ້ ຫຼື ບັນ​ດາ​ຂອງ​ຂວັນທີ່​ເຮັດ​ດ້ວຍສິ່ງ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ. ນີ້​ແມ່ນ​ສານ​ທີ່​ສູນ​ຜະ​ລິດ​ຄືນ​ໃໝ່ Ecohouse ໂດຍ ເຕື່ອງ​ແອັງ, ຢູ່ ຮ່າ​ໂນ້ຍ ສ້າງ​ຕັ້ງ​ຂຶ້ນ, ດ້ວຍ​ຄວາມ​ຫວັງ​ວ່າ ການ​ກະ​ທຳ​ອັນ​ນ້ອຍໆ​ຂອງ​ຕົນ​ຈະສາ​ມາດ​ທະ​ວີ​ຄູນ, ຈາ​ກນັ້ນກໍ່​ກາຍ​ເປັນ​ຄວາມ​ລື້ງ​ເຄ​ີຍ​ໃນ​ການ​ດຳ​ລົງ​ຊີ​ວິດ​ສີ​ຂຽວ​ໃນ​ປະ​ຊ​າ​ຄົມ.

“ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ຢາກ​ມີ​ສະຖານທີ່​ເພື່ອ​ແຜ່​ກະ​ຈາຍ​ເຖິງ​ທ​ຸກໆ​ຄົນ​ກ່ຽວ​ກັບ​ກາ​ນ​ດຳ​ລົ​ງ​ຊີ​ວິດ​ສີ​ຂຽວ, ເຮັດ​ແນວ​ໃດ​ເພື່ອ​ຈຳ​ກັດຂີ້​ເຫຍື້ອທີ່ເຮັດຈາກຢາງ​ປ​ຼາດ​ຕິກ. ນັ້ນ​ແມ່ນ​ແນ​ວ​ຄິດ​ເພື່ອ​ສ້າງ “ສູນ​ຜະ​ລິດ​ຄືນ​ໃໝ່​”. ຂ້າ​ພະ​ເຈົ້າ​ມີດີໃຈທີ່ສຸດ​ຍ້ອນ​ສາ​ມາດ​ເກັບ​ບັນ​ດາ​ເຄື່ອງ​ໃຊ້ ຫຼື ເຄື່ອງ​ທີ່​ຄິດວ່າ​ຈະ​ຖິ້ມໄປນັ້ນ ໄປ​ແລກ​ເອົາ​ບັນ​ດາ​ຂອງ​ຂວັນ​ທີ່​ແທດ​ຈິງ”.

ນັບ​ແຕ່​ເມື່ອ​ມີ​ລາຍ​ການ​ແລກ​ຂີ້​ເຫຍື້ອເອົາ​ຕົ້ນ​ໄມ້​ ຫຼື ຂອງ​ຂວັນ, ເອື້ອຍ ຮັ່ງ​ງາ ໄດ້​ປ່ຽນ​ແປງ​ຄວາມ​ລື້ງ​ເຄີຍ​ຂອງ​ຕົນ, ແທນ​ທີ່ວ່າເບິ່ງ​ທຸກ​ສິ່ງ​​ທີ່ຈະບໍ່​ໃຊ້​ອີກ​​ເປັນ​ຂີ້​ເຫຍື້ອ ແລະ ເອົາ​ໄປ​ຖິ້ມນັ້ນ, ເອື້ອຍ ງາ ໄດ້​​​ຈັດແຍກປະ​ເພດ​ຂີ້​ເຫຍື້ອ ແລະ ເກັບ​ໄວ້​ເພື່ອ​ສາ​ມາດ​ແລກ​ເອົາ​ຕົ້​ນ​ໄມ້.

“ຂີ້​ເຫຍື້ອເຮັດ​ດ້ວ​ຍ​ຢາງ​ປ​ຼາດ​ຕິກຕ້ອງ​ໃຊ້​ເວ​ລາ​ດົນ​ຈຶ່ງ​ເປື່ອຍ​ສະຫຼາຍໄດ້. ຂ້າ​ພ​ະ​ເຈົ້າ​ກໍ່​ຊອກຮູ້​ຢູ່ໃນ​ອິນ​ເຕີ​ເນັດ​ເພື່ອ​ເບີ່ງວ່າ​ມີ​ວິ​ທີ​ໃດ​ຈະແກ້​ໄຂບໍ່​ນັ້ນ ​ກໍ່​ຈິ່ງໄດ້ຮູ້​ວ່າ​ມີ​ບັນ​ດາ​ມາດ​ຕະ​ການ​ຜະ​ລິດ​ຄືນ​ໃໝ່, ນຳ​ໃຊ້​ຄືນ​ໃໝ່, ສ້າງ​ເປັນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກ່ຽວ​ຂ້ອງ​ເຖິງ​ເຄື​່ອງ​ໃຊ້​ທີ່​ສາ​ມາດ​ໃຊ້​ໄດ້​ຫຼາຍ​ເທື່ອ, ສະ​ນັ້ນ​ ຂ້າ​ພະ​ເຈົ້າ​ກໍ່​ມາ​ແຫ່ງນີ້. ຂ້​າ​ພະ​ເຈົ້າ​ຄິດ​ວ່າ ນີ້​ແມ່ນ​ການ​ກະ​ທຳ​ທີ່​ເປັນປະ​ໂຫຍດ”.

ຖ້າ​ຫາກວ່າ Ecohouse ພຽງ​ແຕ່​ເກັບ​ຂີ້​ເຫຍື້ອ​ເພື່ອ​ແລກ​ເອົາ​ຂອງ​ຂວັນ, ຢູ່​ສູນ​ສີ​ຂຽວ Green ພັດ​ດຶງ​ດູດ​ໄດ້​ເພື່ອນ​ໜຸ່ມ​ຫຼາຍ​ຄົນ ຍ້ອນ​ການ​ເກັບ​ຂີ້​ເຫຍື້ອ - ມອບ​ຂອງ​ຂວັນ​ຜ່ານ​ການ​ສະ​ສົມ​ຄະ​ແນນ. ເມື່ອ​ເອົາ​ຂີ້​ເຫຍື້ອຊະ​ນິດ​ຕ່າງ​ໆ​ມາ​ສູນນີ້, ຜູ້​ເກັບ​ຂີ້​ເຫຍື້ອມາຈະ​ໄດ້​ຮັບ “ຄະ​ແນນລາງວັນ​ສີ​ຂຽວ” ທີ່​ທຽບ​ເທົ່າ​ກັບ​ຈຳ​ນວນ​ຂີ້​ເຫຍື້ອ. ຈາກ​ຄະ​ແນນ​ດັ່ງ​ກ່າວ ກໍ່ສາ​ມາດ​ແລກ​ເອົາ​ຕົ້​ນ​ໄມ້, ແນວ​ປູກ, ຫຼື ບັນ​ດາ​ເຄື່ອງ​ໃຊ້​ທີ່​ໄດ້​ຜະ​ລິດ​ຄືນ​ໃໝ່.

ສູນ​ສີ​ຂຽວ Green ໂດຍ​ນາງ ເລ​ທິ​ເຟືອງຖາວເກີດ​ປິ 1993 ສ້າງ​ຕັ້ງ​ຂຶ້ນ, ດ້ວຍຄວາມ​ຫວັງຢາກ​ຊ່ວຍ​ຍົກ​ສູງ​ສະ​ຕິ​ຂອງ​ປະ​ຊາ​ຄົມ, ຮ່ວມ​ແຮງ​ຮ່ວມ​ໃຈ​ປົກ​ປັກ​ຮັກ​ສາ​ສິ່ງ​ແວ​ດ​ລ້ອມ. ຈາກ​ກຸ່ມ​ນ້ອຍໆ, ມາ​ຮອດ​ປ​ະ​ຈຸ​ບັນ ສູນນີ້​ໄດ້​ມີ​ສະ​ມ​າ​ຊິກ​ອາ​ສາ​ສະ​ໝັກ 26 ຄົນ​ເຄື່ອນ​ໄຫວ​ຢ່າງ​ຕັ້ງ​ໜ້າ, ປະ​ກອບ​ສ່ວນ​ເປີດກວ້າງ​ຂອບ​ຂະ​ໜາດ​ຂອງ​ສູນ​ສີ​ຂຽວ​ທີ່​ມີ​ຄວາມ​ໝາ​ຍ​ດັ່ງ​ກ່າວ.

“ສິ່ງ​ທີ່ພິ​ເສດ​ແມ່ນ ພວກ​ຂ້າ​ພ​ະ​ເຈົ້າ​ໄດ້​ນຳ​ໃຊ້​ໂປແກຼມ Greenpoint, ເມື່ອ​ທຸ​ກ​ຄົນ​ເອົາ​ຂີ້​ເຫຍື້ອມາ ຈະ​ສາມາດ​ແລກ​ເອົາ​ຄະ​ແນນໄດ້. ທຸກ​ຄົນ​ສະ​ສົມ​ຄະ​ແນນນັ້ນ​ໃນ​ໂປ​ແກຼມ ແລະ ຫຼັງ​ຈາກນັ້ນ​ ຈະເອົາ​ຄະ​ແນນ​ເພື່ອ​ແລກ​ເອົາ​ບັນ​ດາ​ຂອງ​ຂວັນ​ສີ​ຂຽວ”.

ບໍ່​ພຽງ​ແຕ່​ເຂົ້າ​ຮ່ວມ​ການ​ສ້າງ​ບັນ​ດາ​ສູນ​ເກັບ​ຂີ້​ເຫຍື້ອ, ແລກ​ຂີ້​ເຫຍື້ອເອົາ​ຂອງ​ຂວັນ​ເທົ່າ​ນັ້ນ, ບັນ​ດາ​ເພື່ອນ​ໜຸ່ມ​ຍັງ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ຜະ​ລິດ​ຂີ້​ເຫຍື້ອຄືນ​ໃໝ່, ປົ​ກ​ປັ​ກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ດ້ວຍ​ບັນ​ດາ​ການ​ຄົ້ນ​ຄວ້າ, ຄວ​າ​ມ​ຮູ້​ທີ່​ໄດ້​ຮຽນ​ມາ.

ມີ​ກຸ່ມ​ນັກ​ສຶກ​ສາ​ໂຮງ​ຮຽນນາໆຊາດ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ, ໄດ້​ຜັນ​ຂະ​ຫຍາຍ​ໂຄງ​ການ​ເກັບ​ກາກກາ​ເຟ​ເພື່ອ​ຄົ້​ນ​ຄວ້າ ແລະ ຜະ​ລິດ​ຮູບ​ແບບ​ຖ່ານ​ອົງ​ຄະ​ທາດຊີ​ວະ​ພາບ. ຫງວຽນ​ມິນ​ຈາງ, ສະ​ມາ​ຊິກ​ຜູ້​ໜຶ່ງ​ຂອງ​ໂຄງ​ການ, ໃຫ້​ຮູ້​ວ່າ:

“ຢູ່ ຍີ່​ປຸ່ນ, ເຂົາ​ເຈົ້າ​ພວມ​ຄົ້​ນ​ຄວ້າ​ວິ​ທີ​ເພື່ອ​ຜະ​ລິດ​ພະ​ລັງ​ງານ​ສີ​ຂຽວ​ຈາກ​ກາກ ມາດ​ຈາ​ ຊາຂຽວ, ພວກ​ຂ້າ​ພະ​ເຈົ້າ​ກໍ່ຄິດ​ວ່າຈະ​ສາ​ມາດ​ຜ​ະ​ລິດ​ຖ່ານພະ​ລັງ​ງານ​ໄດ້”.

ກຸ່ມ​ນັກ​ສຶກ​ສາ​ໄດ້​ນຳ​ໃຊ້ຈຸນ​ລະ​ຊີບ​ເພື່ອທຳ​ລາຍ​ສານ​ປະ​ກອບ​ໃນ​ກາກ​ກາ​ເຟ, ຈາກນັ້ນ ກໍ່​ປ່ອຍກະແສ​ໄຟ​ຟ​້າ​ສ້າງ​ເປັນ​ຖ່ານ​ອົງ​ຄະ​ທາດ ຫາກບໍ່​ເກີດ​ສິ່ງ​ເສດ​ເຫຼືອກໍ່​ຄວາມ​ອັນ​ຕະ​ລາຍ, ພ້ອມ​ກັນ​ນັ້ນ, ຖ່ານນີ້ກໍ່​ສາ​ມາດສະຫຼາຍໄປ​ເອງ​ຂຶ້ນ​ເຖິງ 95%. ໂຄງ​ການ​ຄວ້າ​ໄດ້​ລາງວັນ​ທີ່ໜຶ່ງ​ໃນ​ການ​ເສັງ ແນວ​ຄິດ​ປະ​ດິດ​ຄິດ​ສ້າງ​ເລີ່ມ​ທຸ​ລະ​ກິດ Startup 2025, ເປີດ​ອອກ​ທິດ​ທາງ​ໃໝ່​ໃຫ້​ແກ່​ບັນ​ດາ​ຂໍ້​ລິ​ເລີ່ມ​ປ່ຽນ​ແປງ​ໃໝ່​ຢ່າງມີຫົວຄິດ​​ປະ​ດິດ​​ສ້າງ​ຂອງ​ນັກ​ສຶກ​ສາ ຫວຽດ​ນາມ.