ມີບັນດາ​ບັ້ນ​ສູ້​ຮົບໄດ້​ສິ້ນສຸດລົງເປັນ​ເວ​ລາກວ່າ​ເຄິ່ງ​ສະ​ຕະ​ວັດ​ແລ້ວ. ແຕ່ກໍ່​ມີ​ບັນ​ດາ​ການເຄື່ອນໄຫວທີ່ຍັງ​ໄດ້ສືບ​ຕໍ່​ດຳ​ເນີນ. ຢູ່​ບັນ​ດາ​​ເຂດປ່າ​ໄມ້, ແຕ່ລະເປີ້ນ​ພູ​ເຊິ່ງ​​ເຄີຍ​ເປັນ​ສະ​ໜາມ​ຮົບ​ໃນ​ເມື່ອ​ກ່ອນ, ບັນ​ດາ​ກອງ​ຊອກ​ຫ​າຂອງ ຫວຽດ​ນາມ ຍັງ​ເດີນ​ທາງໄປຕາມ​ຮ່ອງ​ຮອຍນັ້ນ​ໃນ​ແຕ່​ລະ​ມື້​ເພື່ອພາ​ບັນ​ດາ​ນັກ​ຮົບ​ເສຍ​ສະ​ຫຼ​ະ​ຊີ​ວິດ​ເພື່ອ​ຊາດ​ກັບ​ເມືອ​ຫາ​ຄອບ​ຄົວ. ໂດຍຮ່ວມ​ເດີນ​ທາງ​ພ້ອມ​ກັບ​ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ມີ​ກຳ​ລັງ​ຢູ່​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງມີ​ບັນ​ດານັກ​ຮົບ​ເກົ່າ ອາ​ເມ​ລິ​ກາ ​ທີ່​ເຄີຍ​ເຂົ້າ​ຮ່ວມ​ສົງ​ຄາມ​ຢູ່ ຫວຽດ​ນາມ ອີກ​ດ້ວຍ.

ສົງ​ຄາມ​ໄດ້​ຜ່ານ​​ພົ້ນໄປມາ​ແຕ່​ດົນນານ​ແລ້ວ, ແຕ່​ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ບັນ​ດາ​ຜູ້​ທີ່​ຍັງ​ນອນ​ຢູ່ຫັ້ນ ​ຍັງ​ຄົງກະ​ຕຸ້ນ​ໃຫ້​ນັກ​ຮົບ​ເກົ່າ ອາ​ເມ​ລິ​ກາ ກັບ​ມາ ຫວຽດ​ນາມ. ເຂົາ​ເຈົ້າ​ໄດ້​ນຳ​ເອົາ​ຄວາ​ມ​ຊົງ​ຈຳ, ​ແຜນ​ທີ່, ບັນ​ດາ​ສຳ​ເນົາ​ເອ​ກະ​ສານ ແລະ ນັບ​ທັງ​ຄວາມ​ຫວັງ​ຢາກ​ປະ​ກອບ​ສ່ວນຮຳ​​ບາດແຜ​ສົງ​ຕາມ ຍ້ອນ​ບັນ​ດາ​ຄວາມ​ເສຍ​ຫາຍ​ຈາກ​ສົງ​ຄາມນຳ​ມາອີກ​ດ້ວຍ.

“ຂ້າ​ພະ​ເຈົ້າ​ຕ້ອງ​ເຮັດ​ຫຼາຍກວ່າ​ອີກ ແລະ ຂ້າ​ພະ​ເຈົ້າ​ຕ້ອງ​ຊອກ​ຫາ​ບັນ​ດາ​ຜູ້​ທີ່​ຍັງ​ບໍ່ທັນຊອກເຫັນ, ເຂົາ​ເຈົ້າ​ຍັງ​ຢູ່​ຫັ້​ນ. ຂ້າ​ພະ​ເຈົ້າ​ໄດ​້​ເວົ້າກັບ​ຕົນ​ເອງວ່າ ເຈົາ​ເຂົ້າ​ກຳລັງຢູ່ຫັ້ນ”.

“ພວກ​ຂ້າ​ພະ​ເຈົ້າ​ໄດ້​ຊອກ​ຫາ​ຢູ່​ທຸກບ່ອນທີ່ເຄີຍເປັນ​ສະ​ໜາມ​ຮົບ​ໃນ​ເມື່ອ​ກ່ອນ, ບັນ​ດາ​ຖານ​ທີ່​ໝັ້ນ​ການ​ທະ​ຫານ​ກ່ອນນີ້​ຂອງ ອາ​ເມ​ລິ​ກາ ແລະ ອີງ​ໃສ່​ບັນ​ດາ​ຂໍ້​ມູນ​ທີ່​ສະ​ມາ​ຊິກ​ສະ​ໜອງໃຫ້. ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ ຈະ​ສະ​ໜອງ​ຂໍ້​ມູນ​ໄດ້​ຫຼາຍກວ່າ​ອີກ ເພື່ອ​ຊ່ວຍ ຫວຽດ​ນາມ”.

ສິ່ງ​ທີ່​ກະຕຸ້ນໃຫ້​ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ຊົງ​ຈຳ​ໃນ​ສົງ​ຄາມ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຄວາມ​ປ​າດ​ຖະ​ໜາ​ຢາກ​ປະ​ຕິ​ບັດ​ໜ້າ​ທີ່​ທີ່​ຍັງ​ບໍ່​ທັນ​ປະ​ຕິ​ບັດ​ສຳ​ເລັດ​ອ​ີກ​ດ້ວຍ.

ໃນ​ເດືອນ ມິ​ຖຸ​ນາ ຜ່ານ​ມາ, ທ່ານ Robert Ambrose Connor, ນັກ​ຮົບ​ເກົ່າ ອາ​ເມ​ລິ​ກາ ໄດ້​ກັບ​ມາ ຫວຽດ​ນາມ ພ້ອມກັບ​ບັນ​ດາຊຸດ​ສຳ​ເນົາ​ເອກ​ກະ​ສານ ​ໃນ​ຈຳ​ນວນ​ສຳ​ເນົາ​ເອ​ກະ​ສານ​ສະ​ໜາມ​ຮົບທັງໝົດ 250 ສະ​ບັບ ເຊິ່ງ​ທ່ານ ແລະ ບັນ​ດາ​ເພື່ອນ​ຮ່ວມ​ກົມ​ກອງໄດ້​ເກັບ​ໂຮມໃນ​ຕະ​ຫຼອດ​ໄລ​ຍະ 10 ປີ​ຜ່ານ​ມາ. ​ໂທ​ລະ​ສັບແຕ່ລະສາຍ, ຈົດ​ໝາຍ​ແຕ່​ລະ​ສະ​ບັບ, ການ​ພົບ​ປະ​ແຕ່​ລະ​ຄັ້ງ​ກັບ​ນັກ​ຮົບ​ເກົ່າ​ໃນ​ທົ່​ວ​ປະ​ເທດ ອາ​ເມ​ລິ​ກາ ໄດ້​ຊ່ວຍ​ໃຫ້​ທ່ານປະຕິດປະຕໍ່ຄືນຄວາມ​ຊົງ​ຈຳ​ເພື່ອ​ເຮັດເປັນ​ບັນ​ດາ​ຂໍ້​ມູນ​ທີ່​ມີ​ຄຸນ​ຄ່າ​ຮັບ​ໃຊ້​ວຽກ​ງານ​ຊອກ​ຫາ.

“ກ່ອນ​ທີ່ຈະ​ມາ ຫວຽດ​ນາມ, ຈົ່ງ​ອ່ານ​​ເອ​ກະ​ສານກ່ຽວ​ກັບ ຫວຽດ​ນາມ ແລະ ວັດ​ທະ​ນະ​ທຳ​ຂອງ​ປະ​ເທດນີ້, ກ່ຽວ​ກັບ​ຈິດ​ໃຈ, ຈິດ​ວິນ​ຍານ ແລະ ການ​ສິ້ນສຸດ​ລົງ, ກ່ຽວ​ກັບ​ການ​ເຕົ້າ​ໂຮມ. ແລະ​ຍ້ອນ​ເຫດນັ້ນ, ຂ້າ​ພະ​ເຈົ້າ​ຈິ່ງ​ຮູ້​ສຶກ​ໂລ່ງໃຈຂຶ້ນ ເມື່ອ​ຊອກ​​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດໄດ້​ອັດ​ຖິ​ທຳ​ອິດ, ແຕ່​ຫຼັງ​ຈາກນັ້ນ ຂ້າ​ພະ​ເຈົ້າ​ເຫັນ​ວ່າ ຕ້ອງ​ຊອກ​ຫາ​ຕື່ມ​ອີກ, ມາ​ນະ​ພະ​ຍາ​ຍາມ​ໃຫ້​ຫຼາຍກວ່າ​ອີກ ຍ້ອນ​ມີ​ຫຼາຍ​ຄົນ​ຍັງ​ຢູ່​ຫັ້ນ ແລະ ຍັງ​ບໍ່​ທັນໄດ້​ກັບ​ເມືອ​ບ້ານ”.

ໂດຍ​ມີ​​ຄວາມຄິດ​ດຽວ​ກັນ, ໃນ​ຫຼາຍ​ປ​ີ​ຜ່ານ​ມາ ອະ​ດີດ​ນັກ​ບິນ ອ​າ​ເມ​ລິ​ກາ Richard W. Magnerກໍ່ລ້ວນ​ແຕ່​ສະ​ຫງວ​ນ​ເວ​ລາ​ມາ​ອົງ​ການ​ສຳເນົາເອກະສານ​ແຫ່ງ​ຊາດ ອາ​ເມ​ລິ​ກາ ເພື່ອ​ຊອກ​ຫາ​ເອ​ກະ​ສານ​ທີ່​ຕົກຄ້າງຫຼົງ​ເຫຼືອ. ບັນ​ດາກໍ້​ຟີມທີ່​ບັນ​ທຶກ​​​ການສອດແນມ​ທາງ​​ອາ​ກາດໃນປາງ​ສົງ​ຄາມນັ້ນ ທ່ານ​ໄດ້​ມາ​ນະ​ພະ​ຍາ​ຍາມ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ສົ່ງ​ຂໍ້​ມູນ​ໃຫ້​ຝ່າຍ ຫວຽດ​ນາມ. ບັນ​ດາ​ເອກະ​ສານນັ້ນ​ໄດ້​ກາຍ​ເປັນຕົ້ນ​ເງື່ອນ​ທີ່​ລ້ຳ​ຄ່າ, ຊ່ວຍຂີດເສັ້ນ​ເຂດ​ທີ່​​ສົງ​ໄສມີ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິ​ດ​ເພື່ອ​ຊາດ.

“ຂ້າ​ພະ​ເຈົ້າ​ໄດ້​ມາ​ສູນເກັບ​ກຳ​ຂໍ້​ມູນ​ຢູ່​ທີ່ນີ້​ເກືອບ 10 ​ເທື່ອໃນ 10 ປີ​ຜ່ານ​ມາ, ແລະ ຂ້າ​ພະ​ເຈົ້າ​ກໍ່​ພວມ​ເຮັດ​ວຽກ​ຢູ່ປະ​ມານ 200 ຈຸດໃນ​ທົ່ວ​ປະ​ເທດ ຫວຽດ​ນາມ, ຈຸດທີ່​ສົງ​ໄສວ່າ​ມີ​ຂຸມ​ຝັງ​ສົ​ບ​ລວມ. ຂ້າ​ພະ​ເຈົ້າ​ຢາກ​ສືບ​ຕໍ່​​ຮ່ວມເດີນທາງໄປ​ກັບ​ວຽກ​ງານນີ້​ດົນ​ທີ່​ສຸດເທົ່າ​ທີ່​ຈະດົນໄດ້, ເພື່ອ​ປະ​ກອບ​ສ່ວນ​ຊ່ວຍ​ບັນ​ດາ​ຄອບ​ຄົວ ຫວຽດ​ນາມ ຊອກຫາ​​ຍາດ​ຕິ​ພີ່​ນ້ອງ​ທີ່​ຍັງ​ຫາຍ​ສາບ​ສູນຈົນໄດ້”.

ເວ​ລາບໍ່​ລໍ​ຖ້າ​ໃຜ​. ບັນ​ດາ​ນັກ​ຮົບ​ເກົ່າ ແລະ ຕົວ​ພະ​ຍານ​ຂອງ​ທັງ 2 ຝ່າຍກໍ່​ລ້ວນ​ແຕ່​ເຖົ້າແກ່ຫຼາຍ​ແລ້ວ. ແຕ່​ລະ​ຄວາມ​ຊົງ​ຈຳ​ທີ່​ໄດ້​ບັນ​ທຶກ​ໃນ​ມື້ນີ້ ອາດ​ຈະ​ແມ່ນ​ແຫຼ່ງ​ຂໍ້​ມູນທີ່ບໍ່​ອາດ​ຈະ​ມ​ີ​ໂອ​ກາດ​ເພື່ອໄດ້​ເລົ່າ​ຄືນໃນ​ມື້​ໜ້າ, ຄືດັ່ງທີ່​ທ່ານ John Terzano, ກອງ​ທຶນ​ນັກ​ຮົບ​ເກົ່າ ອາ​ເມ​ລ​ິ​ກາ ປະ​ຈຳ ຫວຽດ​ນາມ, ເຄີຍ​ແບ່​ງ​ປັນ​ວ່າ:

“ບັນ​ດາ​ຄວາມ​ຊົງ​ຈ​ຳ​ທຳ​ອິດ​ເມື່ອ​ຂ້າ​ພະ​ເຈົ້າ​ມາ ຫວຽດ​ນາມ ບໍ່​ມີ​ຍາມ​ໃດ​ວ່າຈະສວຍ​ງາມ ຍ້ອນ​ທຸກ​ຄວາມ​ຊົງ​ຈຳ​ສົງ​ຄາມ​ລ້ວນ​ແຕ່​ເປັນ​ແນວນັ້ນ. ແຕ່​ມີ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ບໍ່​ອາດ​ຄິດ​ເຖິງນັ້ນ​ແມ່ນ​ໄດ້​ກັບ​ມາ ຫວຽດ​ນາມ ເປັນ​ຫຼາຍ​ຄັ້ງ​ຄື​ແນວນັ້ນ. ກັບ​ມາ​ແຕ່​ລະ​ເທື່ອນັ້ນ ໄດ້ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຕ້ອງ​ປ່ຽນ​ຄວາມ​ຄິດ​ຄື​ດັ່ງເປັນ​ຄັ້ງ​ທຳ​ອິດ ແລະ ເຫັນ​ວ່າ​ມີ​ຫຼາຍ​ສິ່ງ​ທີ່​ຕ້ອງ​ການ​ເຮັດ​ຫຼາຍກວ່າອີກ”.

ຍ້ອນ​ເຫດນັ້ນ, ໃນ​ຫຼາຍ​ປີ​ຜ່ານ​ມາ, ບັນ​ດາ​ນັກ​ຮົບ​ເກົ່າ ອາ​ເມ​ລິ​ກາ ຍັງ​ກັບ​ມາ ຫວຽດ​ນາມ ຢ່າງ​ມິດ​ງຽບ, ສົມ​ທຽບ​ເອ​ກະ​ສານ​ດ້ານ​ການ​ທະ​ຫານ, ຢັ້ງ​ຢືນ​ສະ​ຖານ​ທີ່​ເກີດ​ການ​ຕໍ່​ສູ້, ສຳ​ຫຼວດ​ພູມ​ສາດ​ຕົວ​ຈິງ ແລະ ແບ່​ງ​ປັນທຸກ​ສິ່ງ​​ທີ່​ເຂົາ​ເຈົ້າ​​ຮັກ​ສາ ແລະ ເກັບ​ໄວ້​ໄດ້. ອັດ​ຖິ​ແຕ່​ລະ​ຊຸດ​ທີ່ໄດ້ພົບເຫັນ ​ແມ່ນ​ຈະ​ມີ​ຄອ​ບ​ຄົວ​ໜຶ່ງທີ່ບໍ່​ຕ້ອງ​ລໍ​ຖ້າ​ອີກ.

ບັ້ນ​​ຮົບ 500 ວັນ ແລະ ຄືນ​ຍູ້​ແຮງ​ການ​ປະ​ຕິ​ບັດ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່ແລະນາມ​ສະ​ກຸນ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼ​ະ​ຊີ​ວິດ​ເພື່ອ​ຊາ​ດ​​ພວມ​ຜັນ​ຂະ​ຫຍາຍ​ໃນ​ທົ່ວ​ປະ​ເທດ​ຫວຽດ​ນາມ, ຍ້ອນ​​ແນວນັ້ນ ຈິ່ງບໍ່​ພຽງ​ແຕ່​ແມ່ນ​ວິວັດການ​ເດີນ​ທາງ​ຊອກ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ທີ່​ຫາຍ​ສາບ​ສູນເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ວິວັດການ​ເດີນ​ທາງ​ຂອງການ​ແບ່ງ​ປັນ, ຄວາມ​ເມດ​ຕາ​ປາ​ນີ ແລະ ຄວາມ​​ໄກ່​ເກຍປອງດອງ​ອີກ​ດ້ວຍ.