ຢູ່ບັນດາເຂດພູສູງຊາຍແດນ, ແຫ່ງທີ່ເງື່ອນໄຂດ້ານສາທາລະນະສຸກຍັງຂາດເຂີນຫຼາຍຢ່າງ, ແຕ່ລະກິດຈະກຳຮັບໃຊ້ການດຳລົງຊີວິດທີ່ໄດ້ກໍ່ສ້າງຂຶ້ນລ້ວນແຕ່ມີຄວາມໝາຍພິເສດ. ຢູ່ຕາແສງ ຫາຍເຊີນ, ນະຄອນ ມອງກາຍ, ແຂວງ ກວາງນິງ, ເລື່ອງເລີ່ມລົງມືກໍ່ສ້າງສຸກສາລາແຫ່ງໃໝ່ ບໍ່ພຽງແຕ່ປະກອບສ່ວນເພື່ອຍົກສູງຄຸນນະພາບການເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນເທົ່ານັ້ນ, ຫາກຍັງສ້າງເປັນບ່ອນອີງເພື່ອປົກປັກຮັກສາເຂດຊາຍແດນຂອງປະເທດຊາດໄວ້ຢ່າງໝັ້ນຄົງອີກດ້ວຍ.
ກາງເດືອນ ມີນາ, ກິດຈະກຳສຸກສາລາມິດຕະພາບແຫ່ງໃໝ່ຂອງຕາແສງ ຫາຍເຊີນ (ແຂວງ ກວາງນິງ) ໄດ້້ເລີ່ມລົງມືກໍ່ສ້າງຢ່າງເປັນທາງການ ຢູ່ບ້ານ ຟໍແຮ່ນ, ຫ່າງຈາກສູນການແພດ ມອງກາຍ 15,5 ກມ. ສຸກສາລາໄດ້ອອກແບບ 2 ຊັ້ນ ດ້ວຍເນື້ອທີ່ທັງໝົດ 2.450 ຕາແມັດ, ລວມມີຫຼາຍເຂດ, ຄື: ຫ້ອງກວດປິ່ນປົວພະຍາດຫຼາຍຂະແໜງ, ເຂດບໍລິຫານ ແລະ ພື້ນຖານໂຄງລ່າງເຕັກນິກໜູນຊ່ວຍ. ນີ້ແມ່ນຂອງຂວັນຂອງກະຊວງປ້ອງກັນປະເທດ ຫວຽດນາມ ມອບໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເຂດຊາຍແດນ ຫາຍເຊີນ, ໃນຂອບເຂດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 10 ເຊິ່ງຫາກໍ່ຈັດຂຶ້ນຢູ່ແຂວງ ກວາງນິງ.
ກ່ອນນີ້, ເມື່ອເຈັບເປັນ ປະຊາຊົນຢູ່ຕາແສງ ຫາຍເຊີນ ກໍມີຄວາມລຳບາກທີ່ສຸດຍ້ອນຕ້ອງໄດ້ໄປໄກ. ກໍ່ຍ້ອນຄວາມຫຍຸ້ງຍາກນັ້ນ ເລື່ອງມີສຸກສາລາແຫ່ງໃໝ່ແມ່ນສິ່ງສຳຄັນຍິ່ງກວ່າເວລາໃດໝົດ.
ກ່ອນນີ້, ເຂດສຸກສາລາຕາແສງ ຫາຍເຊີນ ຖືກຈຳກັດຢູ່, ດ້ວຍບັນດາເຄື່ອງອຸປະກອນການແພດທີ່ລຽບງ່າຍ, ພຽງແຕ່ຕອບສະໜອງຄວາມຕ້ອງການກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນໂດຍພື້ນຖານ. ທ່ານໝໍ ວູດິ່ງກວ່ຽນ, ຫົວໜ້າສຸກສາລາຕາແສງ ຫາຍເຊີນ, ແບ່ງປັນວ່າ:
“ສຸກສາລາບໍ່ພຽງແຕ່ກວດພະຍາດທຳມະດາ ແລະ ເອັກໂກ (ultrasound), ບັນດາເຄື່ອງຈັກອື່ນແມ່ນບໍ່ມີ ສະນັ້ນ ກໍ່ພຽງແຕ່ຕອບສະໜອງໄດ້ສ່ວນໃດສ່ວນໜຶ່ງໃນເບື້ອງຕົ້ນຂອງວຽກງານເບິ່ງແຍງດູແລສຸຂະພາບຂອງພໍ່ແມ່ປະຊາຊົນໃນບໍລິເວນແຂວງເທົ່ານັ້ນ”.
ຮາກຖານດ້ານວັດຖຸຖືກຈຳກັດ, ສະນັ້ນ, ວຽກງານເບິ່ງແຍງດູແລສຸຂະພາບຂອງພໍ່ແມ່ປະຊາຊົນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ເອື້ອຍ ຊ່ານມອກຊ໊າງ, ຊາວເຜົ່າ ຊ໊ານຈີ, ປະຊາຊົນບ້ານ ຟໍແຮ່ນ, ໃຫ້ຮູ້ວ່າ:
“ກ່ອນນີ້, ພໍ່ແມ່ປະຊາຊົນສ່ວນຫຼາຍໄດ້ໄປສູນການແພດນະຄອນ ມອງກາຍ ແລະ ໂຮງໝໍແຂວງເພື່ອກວດ, ປິ່ນປົວພະຍາດ”.
ຈາກຄວາມຕ້ອງການຕົວຈິງນັ້ນ, ກິດຈະກຳສຸກສາລາແຫ່ງໃໝ່ ບໍ່ພຽງແຕ່ມີຄວາມໝາຍໃນການລົງທຶນພື້ນຖານໂຄງລ່າງເທົ່ານັ້ນ, ຫາກຍັງເປິດໂອກາດຍົກສູງຄຸນນະພາບການເບິ່ງແຍງດູແລສຸຂະພາບນັບແຕ່ຂັ້ນຮາກຖານອີກດ້ວຍ. ທ່ານໝໍ ວູດິ່ງກວ່ຽນ, ຖືວ່າ:
“ເມື່ອມີສຸກສາລາແຫ່ງໃໝ່ ແລະ ເຄື່ອງອຸປະກອນໃໝ່, ມີເຕັກນິກລົງເລິກຈຳນວນໜຶ່ງ, ທັນສະໄໝກວ່າ ພວກຂ້າພະເຈົ້າຈະກກວດພົບພະຍາດຈຳນວນໜຶ່ງເຊິ່ງບັນດາເຄື່ອງຈັກເກົ່າບໍ່ສາມາດກວດພົບໄດ້”.
ເມື່ອມີສຸກສາລາແຫ່ງໃໝ່, ປະຊາຊົນບໍ່ພຽງແຕ່ຫຼຸດຄວາມລຳບາກໃນການໄປກວດ ປີ່ນປົວພະຍາດລົງເທົ່ານັ້ນ, ຫາກຍັງມີຄວາມຮູ້ສຶກວ່າ ອຸ່ນອ່ຽນໃຈ ແລະ ສະດວກໃນການເບິ່ງແຍງດູແລສຸຂະພາບປະຈຳວັນ. ຍ້ອນເຫດນັ້ນ, ນັບແຕ່ຊຸມມື້ທຳອິດທີ່ກິດຈະກຳໄດ້ຮັບການກໍ່ສ້າງ, ປະຊາຊົນທ້ອງຖິ່ນມີຄວາມປິຕິຊົມຊື່ນທີ່ສຸດ.
“ເມື່ອມີສຸກສາລາແຫ່ງໃໝ່ນີ້ ຈະຕອບສະໜອງໄດ້ຄວາມຕ້ອງການຂອງປະຊາຊົນ, ຊ່ວຍໃຫ້ພໍ່ແມ່ປະຊາຊົນປະຢັດລາຍຈ່າຍ ແລະ ພິເສດແມ່ນປະຢັດເວລາ ກໍຄືບໍ່ຕ້ອງໄປສູນການແພດ. ບໍ່ພຽງແຕ່ສະເພາະຕາແສງ ຫາຍເຊີນ ເທົ່ານັ້ນ, ຫາກບັນດາຕາແສງໃກ້ຄຽງກໍ່ຫຼຸດຜ່ອນເລື່ອງຕ້ອງໄປສູນການແພດ”.
“ເມື່ອສຸກສາລາແຫ່ງໃໝ່ໄດ້ຮັບການກໍ່ສ້າງ, ຂ້າພະເຈົ້າເອງກໍ່ມີຄວາມປິຕິຊົມຊື່ນຈົນບໍ່ສາມາດເວົ້າອອກມາໄດ້ໝົດ. ຂໍຂອບໃຈນຳພັກ, ລັດ ແລະ ກອງທັບທີ່ໄດ້ກໍ່ສ້າງສຸກສາລາຢ່າງໃຫຍ່ໂຕ, ສວຍງາມໃຫ້ແກ່ພໍ່ແມ່ປະຊາຊົນ”.
ດ້ວຍຍອດເງິນລົງທຶນ 52 ຕື້ດົ່ງ (ປະມານ 2 ລ້ານ USD) ຈາກແຫຼ່ງທຶນຂອງກະຊວງປ້ອງກັນປະເທດ ຫວຽດນາມ, ກິດຈະກຳພວມໄດ້ຮັບການຜັນຂະຫຍາຍດ້ວຍໜ້າທີ່ຄວາມຮັບຜິດຊອບສູງ, ເພື່ອກໍ່ສ້າງສຳເລັດ ແລະ ນຳເຂົ້າໃຊ້ການໂດຍໄວ. ທ່ານ ເລວັນເກືອງ, ປະທານຄະນະກຳມະການປະຊາຊົນຕາແສງ ຫາຍເຊີນ, ຢືນຢັນວ່າ:
“ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາຈະສົມທົບກັບບັນດາຫົວໜ່ວຍຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍການກໍ່ສ້າງໃຫ້ຖືກຕາມຄວາມຄືບໜ້າ, ຮັບປະກັນມີຄຸນນະພາບ, ນຳເຂົ້າໃຊ້ການຮັບໃຊ້ປະຊາຊົນໂດຍໄວ. ພວກຂ້າພະເຈົ້າໝັ້ນໝາຍວ່າ ຈະສືບຕໍ່ເສີມຂະຫຍາຍການພົວພັນສາມັກຄີ, ມິດຕະພາບ, ກໍ່ສ້າງເຂດຊາຍແດນ ຫວຽດນາມ - ຈີນ ແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ”.
ກິດຈະກຳສຸກສາລາມິດຕະພາບແຫ່ງໃໝ່ໄດ້ຮັບການກໍ່ສ້າງຢູ່ຕາແສງເຂດຊາຍແດນ ຫາຍເຊີນ ບໍ່ພຽງແຕ່ຊ່ວຍເບິ່ງແຍງດູແລສຸດຂະພາບໃຫ້ແກ່ປະຊາຊົນເທົ່ານັ້ນ, ຫາກຍັງເປັນສິ່ງພິສູດອັນລະອຽດໃຫ້ແຜນນະໂຍບາຍສະເໝີຕົ້ນສະເໝີປາຍ: ກໍ່ສ້າງເຂດຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ພັດທະນາ ກ່ອນອື່ນໝົດແມ່ນເພື່ອມະນຸດ, ເພື່ອການດຳລົງຊີວິດຂອງປະຊາຊົນເຂດຊາຍແດນ ຫວຽດນາມ - ຈີນ.
