ໃນຊຸມມື້ນີ້, ຢູ່ບັນດາເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ບໍລິເວນແຂວງ ເຊີນລາ, ໜຶ່ງໃນບັນດາວຽກງານພິເສດພວມໄດ້ຜັນຂະຫຍາຍຢ່າງມິດງຽບ: ຂຸດຄົ້ນ ແລະ ເກັບເອົາຕົວຢ່າງສິ່ງມີຊີວິດທາງການແພດເພື່ອຮັບໃຊ້ການກວດ ADN ໃຫ້ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງບໍ່ທັນຮູ້ຂໍ້ມູນ. ພາຍໃຕ້ສະພາບອາກາດຂອງລະດູແລ້ງທີ່ຮ້ອນເອົ້າ, ບັນດານັກຮົບຕະຫຼອດຮອດປະຊາຊົນທ້ອງຖິ່ນ, ຜູ້ໃດກໍ່ມານະພະຍາຍາມປະຕິບັດແຕ່ລະວຽກງານດ້ວຍຄວາມລະມັດລະວັງເປັນຢ່າງສູງ ແລະ ເຄົາລົບທີ່ສຸດ. ຍ້ອນວ່າຜູ້ໃດກໍ່ເຂົ້າໃຈໄດ້ວ່າ ຕົວຢ່າງແຕ່ລະອັນທີ່ເກັບມາໄດ້ນັ້ນ ແມ່ນໄດ້ສ້າງໂອກາດເພື່ອພາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດກັບເມືອຫາຄອບຄົວ.
ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດຕາແສງ ມາຍເຊີນ, ມີແຖວແຜ່ນສີລາຕັ້ງຢູ່ຂຸມຝັງສົບທີ່ຂຽນພຽງແຕ່ແຖວຕົວໜັງສື “ນັກຮົບເສຍສະຫຼະຊີວິດເພື່ອຊາດຍັງບໍ່ທັນຮູ້ຊື່”. ເພື່ອຊອກຊື່ໃຫ້ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ຫຼາຍມື້ມານີ້, ພະນັກງານ, ນັກຮົບ ແລະ ກຳລັງໜູນຊ່ວຍຕ້ອງແຂ່ງກັບເວລາ. ວຽກງານດຳເນີນໄປຢ່າງຮີບເຮັ່ງ, ແຕ່ມິດງຽບ. ຂຸມຝັງສົບແຕ່ລະຂຸມທີ່ໄດ້ເປີດອອກນັ້ນ ແມ່ນເທື່ອໜຶ່ງທີ່ບັນດາຜູ້ປະຕິບັດໜ້າທີ່ໄດ້ມີຄວາມລະມັດລະວັງໃນການເກັບເອົາຕົວຢ່າງທາງການແພດ ດ້ວຍຄວາມເຄົາລົບທີ່ສຸດ.
ໂດຍຮຽງບ່າຮຽງໄຫຼ່ກັບກຳລັງກອງທັບແມ່ນການຮ່ວມແຮງຮ່ວມໃຈຂອງທະຫານປ້ອງກັນຕົວ ແລະ ປະຊາຊົນທ້ອງຖິ່ນ. ພາຍຫຼັງປະຕິບັດໜ້າທີ່ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດຕາແສງ ທ້ວນເຈົາ ໃຫ້ສຳເລັດ, ທ່ານ ວີ່ວັນລ໊ານ ພ້ອມກັບກຸ່ມປະຊາຊົນຢູ່ຕາແສງ ກວິ່ງຍາຍ ພັດມີໜ້າຢູ່ແຫ່ງນີ້ອີກເພື່ອສືບຕໍ່ໜູນຊ່ວຍ, ດ້ວຍຄວາມຫວັງວ່າ: ວຽກງານແຕ່ລະຢ່າງໃນມື້ນີ້ຈະປະກອບສ່ວນຊ່ວຍໃຫ້ບັນດາຄອບຄົວມີນັກຮົບເສຍສະຫຼະຊີວິດເພື່ອຊາດຊອກຫາໄດ້ຍາດຕິພີ່ນ້ອງຂອງຕົນໂດຍໄວ.
“ຟ້າກໍ່ມີຍາມແດດຍາມຝົນ, ວຽກງານກໍ່ຫຍຸ້ງຍາກ, ລຳບາກ ແຕ່ພວກຂ້າພະເຈົ້າກໍ່ລະດົມກຳລັງໃຈແກ່ກັນຕ້ອງມານະພະຍາຍາມປະຕິບັດວຽກງານໃຫ້ສຳເລັດໂດຍໄວ. ເຂົ້າຮ່ວມພ້ອມກັບບັນດາກຳລັງປະຕິບັດວຽກງານນີ້ ພວກເຮົາມີຄວາມສະເທືອນໃຈທີ່ສຸດ”.
ສ່ວນອ້າຍ ລໍ່ວັນລານ, ທະຫານປະຊາຊົນຕາແສງ ມາຍເຊີນ, ໃຫ້ຮູ້ວ່າ:
“ຜ່ານວິທະຍຸ, ໜັງສືພິມ ຂ້າພະເຈົ້າເຫັນວ່າຢູ່ຫຼາຍທ້ອງຖິ່ນ, ຫົວໜ່ວຍໃນທົ່ວປະເທດພວມຕັດສິນໃຈສູ້ຊົນຊອກຫາອັດຖິຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ. ຂ້າພະເຈົ້າປາດຖະໜາຢາກປະກອບສ່ວນເຫື່ອແຮງຂອງຕົນເພື່ອຊອກໄດ້ຊື່ - ນາມສະກຸນຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ແຈ້ງໃຫ້ຄອບຄົວ”.
ການຮ່ວມແຮງຮ່ວມໃຈຂອງປະຊາຊົນຢູ່ແຫ່ງນີ້ແມ່ນບ່ອນອີງໃຫຍ່ທີ່ສຸດ, ຍ້ອນປະລິມານໜ້າວຽກໃນຕໍ່ໜ້າຍັງຫຼາຍຢູ່. ສະເພາະເຂດສຸສານຕາແສງ ມາຍເຊີນ ໄດ້ມີ 168 ຂຸມຝັງສົບທີ່ຍັງບໍ່ທັນຮູ້ຊື່. ເພື່ອໃຫ້ບັນດາຕົວຢ່າງນີ້ຈະສາມາດສະໜອງບັນດາຂໍ້ມູນທີ່ລ້ຳຄ່າເມື່ອສົ່ງໄປຫ້ອງວິໄຈ, ທຸກຂອດກະກຽມຈາກເຂດຕົວຈິງ ຕະຫຼອດຮອດເອກະສານລ້ວນແຕ່ຕ້ອງຊັດເຈນ. ທ່ານພັນຕີ ດັ້ງດິ່ງຮຸ່ງ, ຫົວໜ້າ ກອງບັນຊາການທະຫານຕາແສງ ມາຍເຊີນ, ໃຫ້ຮູ້ວ່າ:
“ກອງບັນຊາການທະຫານຕາແສງ ພວມສົມທົບກັບຄະນະຊີ້ນຳ ເພື່ອສ້າງສຳເນົາເອກະສານເປັນດີຈີຕອນ ກໍ່ຄືກຳນົດ, ກວດກາຄືນຂຸມຝັງສົບທັງໝົດທີ່ຍັງບໍ່ທັນຮູ້ຊື່. ພ້ອມກັນນັ້ນ, ພວກຂ້າພະເຈົ້າກໍ່ປະຕິບັດວຽກງານກະກຽມກ່ຽວຂ້ອງເຖິງວັດຖຸ ຮັບປະກັນໃຫ້ການເກັບເອົາຕົວຢ່າງໃຫ້ເປັນຢ່າງດີ. ສົມທົບກັບສູນການບໍລິການສັງລວມ ຈັດການໂຄສະນາ, ຂົນຂວາຍປະຊາຊົນສະໜອງຂໍ້ມູນທີ່ເປັນປະໂຫຍດ ເພື່ອບົນພື້ນຖານນັ້ນ ພວກຂ້າພະເຈົ້າກໍ່ປະຕິບັດວຽກງານຢັ້ງຢືນຊື່ຂອງນັກຮົບເສຍສະຫຼະຊີວິດເພື່ອຊາດໃຫ້ບັນລຸຜົນສຳເລັດໂດຍໄວ”.
ບໍ່ພຽງແຕ່ຢູ່ ມາຍເຊີນ ເທົ່ານັ້ນ, ນີ້ແມ່ນຄວາມຕັດສິນໃຈລວມຂອງທົ່ວແຂວງ ເຊີນລາ, ແຫ່ງທີ່ຍັງມີຂຸມຝັງສົບກວ່າ 600 ຂຸມທີ່ຍັງບໍ່ທັນຢັ້ງຢືນຂໍ້ມູນໄດ້ ແລະ ຂຸມຝັງສົບກວ່າ 400 ຂຸມຕ້ອງເພີ່ມຂໍ້ມູນ. ໄລ່ຮອດທ້າຍເດືອນ ມິຖຸນາ, ມີຂຸມຝັງສົບກວ່າ 340 ຂຸມໄດ້ຂຸດຄົ້ນ. ເມື່ອສັງເກດຕົວເລກດັ່ງກ່າວ, ຈຶ່ງເຫັນໄດ້ເຖິງຄວາມສຸດຈິດສຸດໃຈ, ຄວາມມິດງຽບຂອງບັນດາຜູ້ເຮັດວຽກງານນະໂຍບາຍກອງທັບ ເມື່ອຕ້ອງເຮັດວຽກຢູ່ເຂດສຸສານເປັນຫຼາຍມື້ຜ່ານມາ. ທ່ານພັນຕີ ລໍ່ວັນຮຶງ, ຜູ້ຊ່ວຍວຽກຄະນະນະໂຍບາຍ, ຫ້ອງການການເມືອງ, ກອງບັນຊາການທະຫານແຂວງ ເຊີນລາ, ແບ່ງປັນວ່າ:
“ໃນວິວັດການປະຕິບັດໜ້າທີ່, ສິ່ງທີ່ໜ້າຊົມຊື່ນແມ່ນບັນດາທ້ອງຖິ່ນໄດ້ສະໜັບສະໜູນ ແລະ ເອົາໃຈໃສ່, ຈັດແບ່ງແຫຼ່ງກຳລັງ, ພາຫະນະ, ເຄື່ອງອຸປະກອນພ້ອມກັນໜູນຊ່ວຍບັນດາອ້າຍນ້ອງປະຕິບັດວຽກງານ. ເປົ້າໝາຍຂອງພວກຂ້າພະເຈົ້າແມ່ນ ຮັບປະກັນຕົວຢ່າງທີ່ຊັດເຈນ, ບໍ່ໃຫ້ຜິດເຂວກັບຂຸມຝັງສົບ”.
ຕາມແຜນການ, ເຊີນລາ ຈະສຳເລັດບັ້ນເຄື່ອນໄຫວເກັບເອົາຕົວຢ່າງ ADN ໃນກາງເດືອນ ກໍລະກົດ ນີ້. ເວລາບໍ່ມີຫຼາຍອີກ, ສະນັ້ນ, ບັນດາກຳລັງພວມແຂ່ງກັບເວລາໃນການປະຕິບັດແຕ່ລະວຽກງານນີ້. ຍ້ອນເລື່ອງມອບຄືນຊື່ໃຫ້ແກ່ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ບໍ່ພຽງແຕ່ແມ່ນໜ້າທີ່ດ້ານການເມືອງເທົ່ານັ້ນ, ຫາກຍັງແມ່ນຄຳສັ່ງທ່ີເລີ່ມມາຈາກຫົວໃຈ, ແມ່ນວິວັດການຕອບບຸນແທນຄຸນຢ່າງເລິກເຊິ່ງທີ່ສົ່ງເຖິງບັນດາຜູ້ທີ່ໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນໃຫ້ແກ່ປະເທດຊາດ.
