ຢູ່ລະດັບຄວາມສູງເກືອບ 1.700 ແມັດ ເມື່ອທຽບໃສ່ໜ້ານ້ຳທະເລ, ຢູ່ທ່າມກາງພູຜາປ່າໄມ້ ຊິ່ນໂຮ່, ບັນດາໜານ ໂສມ ລາຍເຈົາ ຂຽວອ່ອນໃນລະບົບເຮືອນຕາໜ່າງທີ່ໄດ້ຕັ້ງລຽບຕາມເປີ້ນພູ. ຢູ່ເບື້ອງນອກແມ່ນລົມ, ນ້ຳໝອກຂຸ້ນ, ໝາກເຫັບຕົກ ແລະ ສະພາບອາກາດປັ່ນປ່ວນຮ້າຍແຮງຂອງເຂດພູສູງ. ດ້ານໃນແມ່ນລະບົບຫົດນ້ຳເປັນຢອດ, ລະບົບສີດນ້ຳຝົນ, ເຄື່ອງຕິດຕາມຄວາມຊຸ່ມຂອງດິນ, ຄວາມເຂັ້ມຂອງແສງສະຫວ່າງ, ຄວາມຊຸ່ມຂອງອາກາດ ແລະ ອຸນຫະພູມ. ຕົ້ນໂສມ, ເຄີຍໄດ້ຮັບຖືວ່າ ແມ່ນ “ຄຳຂຽວ” ຂອງພູຜາປ່າໄມ້, ປັດຈຸບັນນີ້ ບໍ່ພຽງແຕ່ໄດ້ຮັບການອະນຸລັກຮັກສາຄືເປັນແຫຼ່ງແຢນທີ່ລ້ຳຄ່າຫາຍາກເທົ່ານັ້ນ, ຫາກຍັງໄດ້ຮັບການພັດທະນາຕາມທິດກະສິກຳເຕັກໂນໂລຢີສູງ, ຕິດພັນກັບການປຸງແຕ່ງລົງເລິກ. ທ່ານ ເຢືອງແທັງເລິມ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນກະສິກຳໝູນໃຊ້ເຕັກໂນໂລຢີສູງ ຖາຍມິງ ຈຳກັດ ໃຫ້ຮູ້ວ່າ:
“ທາງບໍລິສັດໄດ້ລົງທຶນນັບແຕ່ຂອດກ້າເບ້ຍ, ເຕັກນິກ, ຊ້ຳບໍ່ໜຳແມ່ນວັດຖຸດິບກໍ່ສ້າງເຮືອນຕາໜ່າງໃຫ້ແກ່ປະຊາຊົນ. ແຕ່ລະຄອບຄົວປະມານ 200 ຫາ 300 ຕາແມັດ, ປະຊາຊົນຈະພູນແປງດິນ, ບົວລະບັດ, ເບິ່ງແຍງ, ພາຍຫຼັງເກັບກ່ຽວສຳເລັດກໍຈະແບ່ງຜົນຕາມອັດຕາສ່ວນຂອງສັນຍາ”.
ການປູກຕົ້ນໂສມ ຮຽກຮ້ອງຕ້ອງບົວລະບັດເປັນເວລາຫຼາຍປີ ບວກກັບເຕັກນິກທີ່ເຄັ່ງຂັດ. ໃນຂັ້ນຕອນບົວລະບັດ, ຖ້າເກີດມີຂໍ້ຜິດພາດໜ້ອຍໜຶ່ງ ກໍອາດຈະເຮັດໃຫ້ອັດຕາການເຕີບໂຕແລະ ຄຸນນະພາບຖືກຫຼຸດລົງ ຫຼື ເສຍຫາຍໝົດພາຍຫຼັງການລົງທຶນມາຫຼາຍປີ. ເພາະສະນັ້ນ, ວິສາຫະກິດ ບໍ່ພຽງແຕ່ໜູນຊ່ວຍເບ້ຍແນວພັນໃຫ້ພໍ່ແມ່ປະຊາຊົນເທົ່ານັ້ນ, ຫາກຍັງບຳລຸງສ້າງແຮງງານທ້ອງຖິ່ນຢູ່ກັບຟາມອີກດ້ວຍ. ອ້າຍ ຢ່າງອາເດີ, ຊາວເຜົ່າມົ້ງ ຢູ່ບ້ານ ຊ່າຟິ່ນ, ເປັນກຳມະກອນຢູ່ຮູບແບບປູກຕົ້ນໂສມມາໄດ້ເກືອບ 4 ປີ ແລ້ວ. ນັບແຕ່ເມື່ອເຮັດວຽກຢູ່ຟາມ, ອ້າຍໄດ້ຮຽນເຕັກນິກການບົວລະບັດຕົ້ນໄມ້ທີ່ໃຫ້ມູນຄ່າສູງຊະນິດນີ້.
“ຕ້ອງຕິດຕາມເປັນປະຈຳ ເພື່ອຖືກຕ້ອງຕາມຂັ້ນຕອນ ແລະ ເງື່ອນໄຂດິນຟ້າອາກາດ ຕົ້ນໂສມຈຶ່ງຈະພັດທະນາໄດ້. ຖ້າດຽວນີ້ ມີເບ້ຍແນວພັນ ຫຼື ເຮົາປູກເອງ, ເຮົາກໍມີປະສົບການ ແລະ ເຕັກນິກການປູກແລ້ວ”.
ປີ 2026, ແຂວງ ລາຍເຈົາ ໄດ້ວາງເປົ້າໝາຍພັດທະນາກະສິກຳສິນຄ້າ, ສະໝູນໄພຕາມທິດເສດຖະກິດສີຂຽວ. ສະເພາະ ຕົ້ນໂສມ ລາຍເຈົາ ໄດ້ຮັບຖືວ່າແມ່ນຢາສະໝູນໄພປາຍແຫຼມ, ຕິດພັນກັບການສ້າງມາດຕະຖານ, ກວດກາແຫຼ່ງທີ່ມາ, ແນະນຳທາງພູມີສາດ ແລະ ປົກປ້ອງລະບົບນິເວດປ່າ. ແຕ່ຈາກບັນດາຮູບແບບທີ່ເປັນແບບຢ່າງໄປສູ່ການສ້າງເປັນຂະແໜງສິນຄ້ານັ້ນ ແມ່ນໄລຍະທາງທີ່ຍາວໄກ. ຢູ່ໃນນັ້ນ, ຄວາມຫຍຸ້ງຍາກບໍ່ພຽງແຕ່ແມ່ນເຕັກນິກການປູກເທົ່ານັ້ນ, ຫາກຍັງແມ່ນການຈັດຕັ້ງຮ່ວມສຳພັນ: ການຮ່ວມສຳພັນລະຫວ່າງວິສາຫະກິດ ກັບ ປະຊາຊົນ, ລະຫວ່າງເຂດວັດຖຸດິບກັບບໍລິສັດປຸງແຕ່ງ, ລະຫວ່າງສະຫະກອນກັບຕະຫຼາດ.
ທ່ານ ຫງວຽນກວາງຫາຍ, ຮອງປະທານສະຫະພັນສະຫະກອນ ແຂວງ ລາຍເຈົາ ຖືວ່າ:
“ເພື່ອໃຫ້ການຮ່ວມສຳພັນມີຄວາມຍືນຍົງນັ້ນ ຕ້ອງຮັບປະກັນສາມຫຼັກການ. ທີໜຶ່ງແມ່ນຕ່າງຝ່າຍຕ່າງມີຜົນປະໂຫຍດ. ທີສອງແມ່ນການຮ່ວມສຳພັນນັ້ນ ຕ້ອງຂຸດຄົ້ນໄດ້ທ່າແຮງຂອງທັງສອງຝ່າຍ, ເພື່ອພ້ອມກັນພັດທະນາ. ທີສາມ, ສຳຄັນທີ່ສຸດແມ່ນບັນດາຝ່າຍຕ້ອງປະຕິບັດໃຫ້ຖືກຕ້ອງຕາມສິດຜົນປະໂຫຍດ ແລະ ຄວາມຮັບຜິດຊອບຂອງຕົນໃນການຮ່ວມສຳພັນ”.
ນະວັດຕະກຳໃນຂະແໜງກະສິກຳ ຢູ່ ຊິ່ນໂຮ່ ບໍ່ພຽງແຕ່ແມ່ນເລື່ອງລາວທາງດ້ານເຕັກໂນໂລຢີເທົ່ານັ້ນ. ເຕັກໂນໂລຢີຈະມີຄວາມໝາຍ ກໍ່ຕໍ່ເມື່ອຫຼຸດຜ່ອນຄວາມສ່ຽງ, ຍົກສູງຄຸນນະພາບ, ສ້າງວຽກເຮັດງານທຳ, ສ້າງທັກສະໃໝ່ ແລະ ເປີດທາງໃຫ້ປະຊາຊົນເຂົ້າຮ່ວມຂະແໜງສິນຄ້າທີ່ມີມູນຄ່າສູງກວ່າ. ເວລານັ້ນ ນະວັດຕະກຳ ຈຶ່ງຈະກາຍເປັນກຳລັງໜູນໃຫ້ແກ່ພື້ນຖານກະສິກຳຊີວະພາບ, ທັນສະໄໝ, ຍືນຍົງງຢ່າງແທ້ຈິງໄດ້./.
