ມີຫຼາຍຂໍ້ມູນຂ່າວສານໄດ້ສົ່ງໄປດ້ວຍຮູບແບບກະຈາຍສຽງທີ່ເປັນມູນເຊື້ອ. ມີບັນດາເນື້ອໃນໄດ້ສະແດງຜ່ານ podcast, ຄຼິບຫຼືບັນດາພື້ນຖານດີຈີຕອນ. ແລະກໍ່ມີບັນດາເຄື່ອງມືເຕັກໂນໂລຊີພວມເຮັດໃຫ້ປ່ຽນແປງວິທີຂອງຜູ້ເຮັດຂ່າວຊອກຫາຂໍ້ມູນຂ່າວສານ, ແກ້ໄຂຂໍ້ມູນແລະຜະລິດເນື້ອໃນ. ໃນກະແສນັ້ນ, ຖັນແຖວນັກຂ່າວ, ບັນນາທິການ, ຜູ້ແປໜຸ່ມພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ (VOV5), ວິທະຍຸກະຈາຍສຽງຫວຽດນາມ (VOV), ພວມປັບຕົວໃຫ້ເຂົ້າກັບສະພາບສື່ມວນຊົນດີຈີຕອນຢ່າງວ່ອງໄວແລະເປັນເຈົ້າການເຂົ້າເຖິງກັບບັນດາເຄື່ອງມືໃໝ່, ຊອກຫາແບບວິທີສົ່ງຂ່າວໃຫ້ຕ່າງປະເທດໃຫ້ນັບມື້ນັບມີປະສິດທິຜົນກວ່າ.
Podcast ຫຼາຍພາສາ, ບັນດາເນື້ອໃນດ້ານພື້ນຖານດີຈີຕອນຫຼືບັນດາການທົດລອງກັບຄຼິບສັ້ນໆແມ່ນທິດກ້າວເດີນໃໝ່ເຊິ່ງ VOV5 ພວມຜັນຂະຫຍາຍເທື່ອລະກ້າວໃນວິວັດການຫັນສື່ມວນຊົນເປັນດີຈີຕອນໃນໄລຍະມໍ່ໆມານີ້. ເພື່ອຕອບສະໜອງຄວາມຮຽກຮ້ອງຂອງສະພາບແວດລ້ອມສື່ມວນຊົນໃໝ່, ມີນັກຂ່າວໜຸ່ມຫຼາຍຄົນບໍ່ພຽງແຕ່ຂຽນ, ບັນນາທິການຫຼືແນະນຳລາຍການເທົ່ານັ້ນຫາກຍັງຮັບໜ້າທີ່ບັນດາທັກສະຖ່າຍທຳຄຼິບວີດີໂອ, ອອກແບບເນື້ອໃນດີຈີຕອນແລະເອົາຜົນງານບົດປະພັນລົງຫຼາຍພື້ນຖານສື່ສັງຄົມທີ່ແຕກຕ່າງກັນອີກດ້ວຍ. ນັກບັນນາທິການດຶກແອັງແລະເລ້ຈີ, ຢູ່ພາກສ່ວນເນື້ອໃນດີຈີຕອນ, ລາຍການສຳລັບຄົນຫວຽດນາມຢູ່ຕ່າງປະເທດ, ໃຫ້ຮູ້ວ່າ:
“ກ່ອນນີ້, ເພື່ອເຮັດຄຼິບວີດີໂອສັ້ນໆສຳເລັດ, ມີຫຼາຍຂັ້ນຕອນຕ້ອງເຮັດເອງ, ຄື: ຄຳບັນຍາຍ, ແກ້ໄຂບັນຫາກ່ຽວກັບສຽງຫຼືປັບພາບສ່ວນຫຼາຍແມ່ນຕ້ອງປະຕິບັດດ້ວຍມື. ປະຈຸບັນ, ມີເຄື່ອງມືດ້ານເຕັກໂນໂລຊີຈຳນວນໜຶ່ງສາມາດໜູນຊ່ວຍບັນດາວຽກງານນັ້ນ, ຊ່ວຍຫຼຸດເວລາຜະລິດຄຼິບລົງ”.
“ສິ່ງທີ່ຂ້າພະເຈົ້າເຫັນວ່າເປັນປະໂຫຍດທີ່ສຸດນັ້ນບໍ່ແມ່ນເຕັກໂນໂລຊີເຮັດແທນເຮົາ, ຫາກຍັງຊ່ວຍໃຫ້ເຮົາທົດລອງຫຼາຍແນວຄວາມຄິດກວ່າ. ກ່ອນນີ້, ມີບັນດາຂັ້ນຕອນຕ້ອງເສຍເວລາຫຼາຍ, ປະຈຸບັນເຕັກໂນໂລຊີໄດ້ໜູນຊ່ວຍໃຫ້ພວກເຮົາປະຢັດເວລາກວ່າ. ສະນັ້ນ, ພວກຂ້າພະເຈົ້າມີໂອກາດເພື່ອປະດິດຄິດສ້າງແລະເຮັດໃຫ້ຜະລິດຕະພັນດີຈີຕອນມີຊີວິດຊີວາກວ່າ”.
ວຽກງານຕົວຈິງຊີ້ໃຫ້ເຫັນວ່າການນຳໃຊ້ເຕັກໂນໂລຊີພວມເປີດເຂດປະດິດຄິດສ້າງໃຫ້ແກ່ລຸ້ນໜຸ່ມຫຼາຍກວ່າ. ຍ້ອນຄວາມຕ້ອງການປັບຕົວໃຫ້ເຂົ້າກັບສະພາບແວດລ້ອມສື່ມວນຊົນດີຈີຕອນກໍ່ເຮັດໃຫ້ເລື່ອງຮ່ຳຮຽນ, ອັບເດດທັກສະກາຍເປັນຄວາມຮຽກຮ້ອງທີ່ຈຳເປັນຕໍ່ກັບຖັນແຖວນັກຂ່າວ, ບັນນາທິການຂອງ VOV5.
“ຜ່ານບັນດາຊຸດຮຽນໂດຍພະແນກຈັດຂຶ້ນ, ຂ້າພະເຈົ້າໄດ້ສຳຜັດກັບບັນດາເຕັກໂນໂລຊີໃໝ່, ໄດ້ຮຽນວິທີເຮັດ podcast, ນຳໃຊ້ປັນຍາປະດິດໃນວຽກງານຢ່າງເໝາະສົມ. ຜ່ານນັ້ນ, ຂ້າພະເຈົ້າບໍ່ພຽງແຕ່ຮ່ຳຮຽນດ້ານທັກສະຕື່ມອີກເທົ່ານັ້ນ, ຫາກຍັງໄດ້ປ່ຽນແປງຈິນຕະນາການເຮັດຂ່າວໃນສະພາບແວດລ້ອມດີຈີຕອນອີກດ້ວຍ”.
ຈິດໃຈພ້ອມແລ້ວທີ່ຈະຮ່ຳຮຽນ, ກ້າທົດລອງແລະຢາກປ່ຽນແປງຕົນເອງກໍ່ພວມກາຍເປັນຂີດໝາຍຂອງກຳລັງນັກຂ່າວໜຸ່ມ VOV5. ບັນນາທິການນາງຖຸຍລິງ, ລາຍການພາກພາສາຝລັ່ງ, ເລຂາຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ VOV5, ໃຫ້ຮູ້ວ່າ:
“ໃນສະພາບການຫັນເປັນດີຈີຕອນແລະປັນຍາປະດິດພວມສ້າງການປ່ຽນແປງຢ່າງເລິກເຊິ່ງກວ້າງຂວາງຕໍ່ກັບການເຄື່ອນໄຫວສື່ມວນຊົນນັ້ນ, ຄະນະຊາວໜຸ່ມ VOV5 ກຳນົດວ່າສະມາຊິກຊາວໜຸ່ມ ຕ້ອງແມ່ນກຳລັງນຳໜ້າໃນການເຂົ້າເຖິງເຕັກໂນໂລຊີໃໝ່, ທົດລອງແບບວິທີເຮັດຂ່າວທີ່ທັນສະໄໝກໍ່ຄືແຜ່ກະຈາຍຈິດໃຈປ່ຽນແປງໃໝ່່ປະດິດຄິດສ້າງໃນຫົວໜ່ວຍກົມກອງ. ເຖິງຢ່າງໃດກໍ່ຕາມ, ໄວໜຸ່ມ VOV5 ຍາມໃດກໍ່ມີສະຕິວ່າເຕັກໂນໂລຊີພຽງແຕ່ແມ່ນເຄື່ອງມືໜູນຊ່ວຍເທົ່ານັ້ນ. ຄຸນຄ່າແກ່ນສານຂອງວຽກງານການຂ່າວຕ່າງປະເທດຍັງນອນຢູ່ລັກສະນະຊັດເຈນ, ລັກສະນະກຳນົດທິດກໍ່ຄືວິທີເລົ່າ ແລະແຜ່ກະຈາຍບັນດາເລື່ອງລາວທີ່ແທ້ຈິງກ່ຽວກັບຫວຽດນາມໄປເຖິງເພື່ອນມິດສາກົນ”.
ໃນກະແສຂອງສື່ມວນຊົນປະຈຸບັນ, ເຕັກໂນໂລຊີອາດສາມາດປ່ຽນແປງວິທີເຮັດວຽກ, ແຕ່ການປະດິດຄິດສ້າງ, ຄວາມຮັບຜິດຊອບແລະຄຸນນະທາດວິຊາອາຊີບຍັງແມ່ນບັນດາຄຸນຄ່າທີ່ບໍ່ສາມາດປ່ຽນແທນໄດ້. ແລະບັນດານັກຂ່າວໜຸ່ມຂອງ VOV5 ກໍ່ພວມສົມທົບທັງ 2 ປັດໄຈນັ້ນເພື່ອເລົ່າເລື່ອງລາວກ່ຽວກັບຫວຽດນາມດ້ວຍວິທີການສຳຜັດໃໝ່, ນຳພາບພົດຂອງປະເທດຊາດແລະຊາວຫວຽດນາມຫຍັບເຂົ້າໃກ້ກັບມະຫາຊົນຢູ່ພາຍໃນປະເທດແລະເພື່ອນມິດສາກົນຫຼາຍຂຶ້ນ.
