ໜຶ່ງໃນບັນດາຂີດໝາຍທີ່ຈະແຈ້ງແມ່ນການຜັນຂະຫຍາຍແຜນທີ່ດີຈີຕອນ 3D ໃນການຄຸ້ມຄອງຕົວເມືອງ. ບໍ່ພຽງແຕ່ແມ່ນເຄື່ອງມືປະກົດຂໍ້ມູນຂ່າວສານເທົ່ານັ້ນ, ແຜນທີ່ນີ້ອະນຸຍາດໃຫ້ປະຊາຊົນຄົ້ນຫາໂດຍກົງກ່ຽວກັບບັນດາກິດຈະກຳ, ໂຄງລ່າງ ແລະ ແຜນຜັງໃນບໍລິເວນ. ຖ້າປຽບທຽບກັບແຜນທີ່ 2D ແບບເກົ່າ, ແຜນທີ 3D ໄດ້ນຳມາເຊິ່ງມູມມອງທີ່ມີຊີວິດຊີວາ, ຈະແຈ້ງ ແລະ ສຳຜັດໄດ້ຢ່າງງ່າຍດາຍກວ່າ.
ຕາມທ່ານ ປອ. ຫງວຽນວິງຢື້, ຮອງຫົວໜ້າພະແນກວັດທະນະທຳ - ສັງຄົມ ແລ້ວ, ແຜນທີ່ດີຈີຕອນ 3D ບໍ່ພຽງແຕ່ສ່ອງແສງສະພາບການປັດຈຸບັນເທົ່ານັ້ນ ຫາກຍັງສາມາດວາດພາບອະນາຄົດໄດ້ຕື່ມອີກ.
“ແຜນທີ່ນີ້ສະແດງໃຫ້ເຫັນບັນດາຂໍ້ມູນທັງໝົດທີ່ກ່ຽວຂ້ອງເຖິງຕາແສງ, ນັບແຕ່ອົງການບໍລິຫານ, ອຳນາດການປົກຄອງຕະຫຼອດຮອດບັນບັນສະຖານທີ່ວັດທະນະທຳເຊັ່ນ ວິຫານ, ວັດ; ບັນດາຮາກຖານການບໍລິການເຊັ່ນ ພັດທະຄານ, ໂຮງຮຽນໃນບໍລິເວນ. ພິເສດ, ພວກຂ້າພະເຈົ້າຍັງມີແຜນທີ່ວາງແຜນຜັງ, ຊ່ວຍໃຫ້ວິສາຫະກິດ ກໍຄືປະຊາຊົນສາມາດເຂົ້າຄົ້ນຫາໄດ້ຢ່າງສະດວກ”.
ບໍ່ພຽງແຕ່ຮັບໃຊ້ວຽກງານຄຸ້ມຄອງເທົ່າເນັ້ນ, ບັນດາແພດຟຼອມເຫຼົ່ານີ້ ຍັງຊ່ວຍເພີ່ມທະວີການເຊື່ອມຕໍ່ລະຫວ່າງໂຮງຮຽນ, ວິສາຫະກິດ ແລະ ທ້ອງຖິ່ນອີກດ້ວຍ. ທ່ານ ປອ. ແກັກແທັງຫາຍ, ຮອງຜູ້ອຳນວຍການມະຫາວິທະຍາໄລສ້າງຄູເຕັກນິກ ນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ:
“ການປະກົດຕົວຂອງໂຮງຮຽນໃນແຜນທີ່ດັ່ງກ່າວ ບໍ່ພຽງແຕ່ແມ່ນທີ່ຢູ່ເທົ່ານັ້ນ ຫາກຍັງແມ່ນຊ່ອງຂໍ້ມູນຂອງໂຮງຮຽນໄປເຖິງສັງຄົມ, ຄູ່ຮ່ວມມືອີກດ້ວຍ; ພ້ອມທັງແມ່ນໂອກາດສ້າງຄວາມຜູກພັນກັບທ້ອງຖິ່ນເພື່ອສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຮັບໃຊ້ນະຄອນ”.
ໄປຄຽງຄູ່ກັບແຜນທີ່ດີຈີຕອນ 3D ແລ້ວ, ຕາແສງ ຖູດຶກ ກໍຜັນຂະຫຍາຍ Zalo Mini App ຄືເປັນຊ່ອງທາງສື່ສານໄວ ລະຫວ່າງອຳນາດການປົກຄອງ ກັບປະຊາຊົນ. ແພດຟຼອມດັ່ງກ່າວ ຊ່ວຍໃຫ້ປະຊາຊົນສາມາດເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານ, ສົ່ງຂໍ້ສະເໜີແນະ ແລະ ຕິດຕາມຄວາມຄືບໜ້າການແກ້ໄຂລະບຽບການບໍລິຫານໃນໂທລະສັບໄດ້ຢ່າງງ່າຍດາຍ. ຕາມນັ້ນແລ້ວ, ປະຊາຊົນອາດສາມາດຄົ້ນຫາຂໍ້ມູນ, ຂ່າວສານທາງການຂອງທ້ອງຖິ່ນ ໂດຍບໍ່ຕ້ອງເຂົ້າເວັບໄຊສະເພາະ. ໜັງສື, ເອກະສານສະບັບຕ່າງໆ ກໍໄດ້ສົ່ງເຖິງປະຊາຊົນໂດຍກົງໂດຍຜ່ານແອັບນີ້. ພິເສດ, ບັນດາການບໍລິການສາທາລະນະ ແລະ ລະບຽບການບໍລິຫານໄດ້ສັງລວມໃນແພດຟຼອມເລີຍ, ຊ່ວຍປະຢັດເວລາ ແລະ ຫຼຸດຜ່ອນຂັ້ນຕອນປະຕິບັດ.
ບັນດາມາດຕະການນີ້ ໄດ້ຊີ້ໃຫ້ເຫັນວິທີການສຳຜັດກັບການຫັນເປັນດີຈີຕອນຢູ່ຕາແສງ ຖູດຶກ ບໍ່ພຽງແຕ່ຢຸດຢູ່ການໝູນໃຊ້ເຕັກໂນໂລຢີເທົ່ານັ້ນ, ຫາກຍັງມຸ່ງໄປເຖິງການຮັບໃຊ້ຄວາມຕ້ອງການຂອງປະຊາຊົນຢ່າງແທ້ຈິງອີກດ້ວຍ. ທ່ານນາງ ຫງວຽນທິມາຍຈິງ, ປະທານຄະນະກຳມະການປະຊາຊົນຕາແສງ ຖູດຶກ, ໃຫ້ຮູ້ວ່າ:
“ໃນສະພາບການໃໝ່, ໄລຍະສັບຊ້ອນອຳນາດການປົກຄອງ, ທາງຕາແສງກໍເຫັນວ່າມີຂໍ້ຈຳກັດຈຳນວນໜຶ່ງກ່ຽວກັບກຳລັງບຸກຄະລາກອນ, ກໍຄືຄວາມຮຽກຮ້ອງຕ້ອງການທາງດ້ານຂໍ້ມູນຂ່າວສານທີ່ຕ້ອງໄດ້ສື່ເຖິງພໍ່ແມ່ປະຊາຊົນໂດຍດ່ວນ ແລະ ທັນການ. ດັ່ງນັ້ນ, ທາງຕາແສງໄດ້ຊອກຫາບັນດາມາດຕະການເຕັກໂນໂລຢີ ເພື່ອແນໃສ່ສົ່ງຂໍ້ມູນ ແລະ ຮັບໃຊ້ປະຊາຊົນໃຫ້ໄດ້ດີກວ່າ, ພິເສດແມ່ນໃນການປະຕິບັດລະບຽບການບໍລິຫານ”.
ຢູ່ລະດັບມະຫາພາກ, ນະຄອນ ໂຮ່ຈີມິນ ກໍຖືການຫັນເປັນດີຈີຕອນ ແມ່ນກຳນົດໜູນທີ່ສຳຄັນໃຫ້ແກ່ການພັດທະນາ. ທ່ານ ຮວິ່ງແທັງເຍິນ, ຮອງປະທານສະພາປະຊາຊົນນະຄອນ ໂຮ່ຈີມິນ, ເນັ້ນໜັກວ່າ:
“ທາງນະຄອນ ໄດ້ກຳນົດຖືການພັດທະນາວິທະຍາສາດ - ເຕັກໂນໂລຢີ ຕິດພັນກັບນະວັດຕະກຳ ແລະ ການຫັນເປັນດີຈີຕອນແມ່ນໜຶ່ງໃນບັນດາຂອດບຸກທະລຸຍຸດທະສາດທີ່ສຳຄັນ. ນີ້ແມ່ນກຳລັງໜູນຕົ້ນຕໍເພື່ອສ້າງບາດກ້າວກະໂດດຂັ້ນກ່ຽວກັບສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ, ພ້ອມທັງຊຸກຍູ້ການພັດທະນາເສດຖະກິດສະອາດ, ເສດຖະກິດສີຂຽວ ແລະ ເສດຖະກິດດີຈີຕອນ”.
ໃນຕົວຈິງຊີ້ໃຫ້ເຫັນວ່າ ການໝູນໃຊ້ແຜນທີ່ດີຈີຕອນ 3D ແລະ Zalo Mini App ໄດ້ຊ່ວຍໃຫ້ຕາແສງ ຖູດຶກ ຍົກສູງປະສິດທິຜົນການຄຸ້ມຄອງຕົວເມືອງ, ພ້ອມທັງເພີ່ມທະວີການພົວພັນຕອບກັບລະຫວ່າງອຳນາດການປົກຄອງ ແລະ ປະຊາຊົນ. ຂໍ້ມູນໄດ້ຮັບການເປີດເຜີຍ, ຈະແຈ້ງກວ່າ. ປະຊາຊົນໄດ້ຮັບການຮັບໃຊ້ຢ່າງວ່ອງໄວ ແລະ ສະດວກກວ່າ.
ຈາກບັນດາໝາກຜົນທີ່ບັນລຸໄດ້, ຕາແສງ ຖູດຶກ ພວມຫັນເປົ້າໝາຍສ້າງອຳນາດການປົກຄອງດີຈີຕອນ ແລະ ສັງຄົມດີຈີຕອນ ໃຫ້ປະກົດຜົນເປັນຈິງ. ນີ້ບໍ່ພຽງແຕ່ແມ່ນພື້ນຖານໃຫ້ແກ່ການຄຸ້ມຄອງທີ່ທັນສະໄໝເທົ່ານັ້ນ, ຫາກຍັງແມ່ນກຳລັງໜູນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມແບບຍືນຍົງ, ມຸ່ງໄປເຖິງຕົວເມືອງອັດສະລິຍະ, ບ່ອນທີ່ປະຊາຊົນກາຍເປັນໃຈກາງຂອງທຸກການເຄື່ອນໄຫວຫັນເປັນດີຈີຕອນຢ່າງແທ້ຈິງ./.
