ໃນບັນດາໂຮງຈັກໂຮງງານທີ່ກວ້າງໃຫຍ່, ສຽງເຄື່ອງຈັກເຄື່ອນໄຫວແບບອັດຕະໂນມັດຢ່າງຕໍ່ເນື່ອງ ແລະ ບັນດາໜ້າຈໍຂໍ້ມູນໄດ້ປະກົດຕົວເລກເຕັກນິກຂຶ້ນຢ່າງຊັດເຈນ, ໂສມໜ້າໃໝ່ຂອງອຸດສາຫະກຳປ້ອງກັນຊາດ ຫວຽດນາມ ພວມຄ່ອຍໆໄດ້ຮັບການສ້າງຕັ້ງຂຶ້ນ. ບໍ່ພຽງແຕ່ແມ່ນບັນດາຕ່ອງໂສ້ຜະລິດທີ່ມີມາແຕ່ດົນນານເທົ່ານັ້ນ, ປັດຈຸບັນນີ້, ມີວິສາຫະກິດອຸດສາຫະກຳປ້ອງກັນຊາດຫຼາຍແຫ່ງ ພວມກ້າວເຂົ້າສູ່ວິວັດທະນາການຫັນປ່ຽນຢ່າງແຮງ ດ້ວຍວິທະຍາສາດເຕັກໂນໂລຢີ, ມຸ່ງໄປເຖິງເປົ້າໝາຍຫັນເປັນທັນສະໄໝ ແລະ ເປັນເຈົ້າຂອງເຕັກໂນໂລຢີຍຸດທະສາດ.
ໃນສະພາບການສົງຄາມເຕັກໂນໂລຢີສູງ, ຄວາມປອດໄພທາງໄຊເບີ, ການຮົບດ້ານເອເລັກໂຕນິກ ຫຼື ປັນຍາປະດິດ, ວິທະຍາສາດເຕັກໂນໂລຢີ ໄດ້ກາຍເປັນລູກກຸນແຈເພື່ອໃຫ້ອຸດສາຫະກຳປ້ອງກັນຊາດ ຫວຽດນາມ ຍົກສູງກຳລັງຄວາມສາມາດເປັນເຈົ້າຕົນເອງ ແລະ ຫັນເປັນທັນສະໄໝເທື່ອລະກ້າວ. ຢູ່ວິສາຫະກິດອຸດສາຫະກຳປ້ອງກັນຊາດຫຼາຍແຫ່ງ, ຕົວຢ່າງຄືໂຮງງານ Z117, ກົມກອງຜະລິດບັນດາຜະລິດຕະພັນປ້ອງກັນຊາດ, ເຊັ່ນ: ປືນຄົກ, ລູກປືນຄົກແບບເກັບສຽງ, ເສື້ອເກາະກັນກະສູນ, ໝວກກັນກະສູນ..., ບັນດາຕ່ອງໂສ້ຜະລິດອັດສະລິຍະພວມຄ່ອຍໆປ່ຽນແປງແບບວິທີການເຄື່ອນໄຫວດ້ວຍມືຄືໃນເມື່ອກ່ອນ. ທ່ານພັນໂທ ຈິ້ງຮວ່າງທຽບ, ຜູ້ອຳນວຍການໂຮງງານ Z117, ກົມໃຫຍ່ອຸດສາຫະກຳປ້ອງກັນຊາດ, ໃຫ້ຮູ້ວ່າ:
“ໃນປັດຈຸບັນ, ເກືອບຄືວ່າໄດ້ເຄື່ອນໄຫວແບບອັດຕະໂນມັດໝົດແລ້ວ. ເມື່ອກ່ອນນີ້, ແຕ່ລະເຄື່ອງຈັກຕ້ອງມີ 2 ຄົນບັນຊາ, ແຕ່ບົດບາດຂອງຜູ້ອອກແຮງງານດຽວນີ້ ພຽງແຕ່ເບິ່ງກ່ຽວກັບການເຮັດວຽກຂອງເຄື່ອງອຸປະກອນ, ຕິດຕາມກວດກາຄຸນນະພາບ ເພື່ອຜະລິດອອກຜະລິດຕະພັນທີ່ດີທີ່ສຸດ”.
ບໍ່ພຽງແຕ່ລົງທຶນເຄື່ອງອຸປະກອນທີ່ທັນສະໄໝ, ຕ່ອງໂສ້ຜະລິດອັດສະລິຍະເທົ່ານັ້ນ, ວິສາຫະກິດຫຼາຍແຫ່ງ ຍັງສຸມໃສ່ຄົ້ນຄວ້າ ແລະ ເປັນເຈົ້າຂອງບັນດາເຕັກໂນໂລຢີແກ່ນສານໃນຂົງເຂດເອເລັກໂຕນິກການທະຫານ, ຣາດາ, ໂທລະຄົມະນາຄົມ, ຄວາມປອດໄພທາງໄຊເບີ ແລະ ອຸປະກອນບໍ່ມີຄົນຂັບອີກດ້ວຍ. ສິ່ງທີ່ໜ້າສົນໃຈແມ່ນ ມີຫຼາຍເຕັກໂນໂລຢີໃນຈຳນວນນັ້ນ ມີລັກສະນະໃຊ້ຄວບຄູ່ສູງ, ທັງຮັບໃຊ້ການປ້ອງກັນຊາດ, ທັງໝູນໃຊ້ເຂົ້າໃນການພັດທະນາເສດຖະກິດພົນລະເຮືອນໄດ້. ທ່ານຮ້ອຍເອກ ຫງວຽນວັນເສົາ, ຫ້ອງຄົ້ນຄວ້າພັດທະນາໂຮງງານ Z113, ກົມໃຫຍ່ອຸດສາຫະກຳປ້ອງກັນຊາດ, ກົມກອງຄົ້ນຄວ້າ ແລະ ຜະລິດອອກຜະລິດຕະພັນເຄື່ອງບິນບໍ່ມີຄົນຂັບ UAV ທີ່ສາມາດໝູນໃຊ້ເຂົ້າໃນການກູ້ໄພກູ້ຊີບ ໄດ້ແບ່ງປັນວ່າ:
“ເພື່ອເປັນເຈົ້າຂອງ ແລະ ຜະລິດອອກບັນດາຜະລິດຕະພັນເຕັກໂນໂລຢີສູງ, ນອກຈາກເລື່ອງເປັນເຈົ້າການ, ຕັ້ງໜ້າຊອກຮູ້, ສະແຫວງຫາຄວາມຮູ້ແລ້ວ, ພວກຂ້າພະເຈົ້າ ຍັງຕິດຕາມບັນດາທ່າອ່ຽງພັດທະນາເຕັກໂນໂລຢີການທະຫານຂອງໂລກຢ່າງໃກ້ຊິດ. ເມື່ອບັນດາປະເທດກ້າວໜ້າ ມີບັນດາຜະລິດຕະພັນໃໝ່, ພວກຂ້າພະເຈົ້າກໍຄົ້ນຄວ້າ ເພື່ອເຮັດແນວໃດໃຫ້ຜະລິດອອກບັນດາຜະລິດຕະພັນທີ່ມີຄຸນລັກສະນະຄ້າຍຄືກັນ, ມີຄຸນນະພາບເທົ່າທຽມກັບບັນດາຜະລິດຕະພັນຂອງປະເທດທີ່ກ້າວໜ້າ”.
ກໍ່ແມ່ນທ່າອ່ຽງໃຊ້ຄວບຄູ່ນັ້ນເອງ ພວມເປີດອອກທ່າອ່ຽງໃໝ່ໃຫ້ແກ່ອຸດສາຫະກຳປ້ອງກັນຊາດ ຫວຽດນາມ. ອາດເຫັນໄດ້ວ່າ ການຫັນອຸດສາຫະກຳປ້ອງກັນຊາດເປັນທັນສະໄໝໃນປັດຈຸບັນ ບໍ່ພຽງແຕ່ແມ່ນການລົງທຶນເຄື່ອງຈັກ ຫຼື ຍົກລະດັບຕ່ອງໂສ້ຜະລິດແຕ່ຢ່າງດຽວເທົ່ານັ້ນ. ສິ່ງທີ່ເປັນແກ່ນສານ ແມ່ນຢູ່ທີ່ກຳລັງຄວາມສາມາດເປັນເຈົ້າຂອງວິທະຍາສາດເຕັກໂນໂລຢີ ແລະ ຄວາມສາມາດທາງນະວັດຕະກຳຂອງພະນັກງານ, ນັກວິສະວະກອນ, ທະຫານ ຫວຽດນາມ. ທ່ານພັນເອກ ປອ. ຟ້າມຕວັນຫາຍ, ຫົວໜ້າສະຖາບັນເຕັກໂນໂລຢີ, ກົມໃຫຍ່ອຸດສາຫະກຳປ້ອງກັນຊາດ ແບ່ງປັນວ່າ:
“ພວກຂ້າພະເຈົ້າຍາມໃດກໍກຳແໜ້ນບັນດາທ່າອ່ຽງພັດທະນາກ່ຽວກັບເຕັກນິກໃນໂລກ, ກໍຄືການປະກອບຂອງກະຊວງປ້ອງກັນປະເທດໃຫ້ສຳລັບກອງທັບປະຊາຊົນ ຫວຽດນາມ. ພວກຂ້າພະເຈົ້າ ໄດ້ລະດົມພູມປັນຍາລວມໝູ່ຂອງສະພາວິທະຍາສາດ, ບັນດານັກວິທະຍາສາດ ເພື່ອກຳນົດທິດບັນດາຍຸດທະສາດລວມ ແລະ ໄລຍະຍາວ, ໃນນັ້ນ ມີການຄົ້ນຄວ້າພື້ນຖານ ແລະ ການຄົ້ນຄວ້າການໝູນໃຊ້ຕົວຈິງ. ພວກຂ້າພະເຈົ້າໄດ້ສ້າງຕັ້ງໜ່ວຍງານ, ກຸ່ມຄົ້ນຄວ້າລົງເລິກ, ຈາກບັນດາຫົວຂໍ້ເພາະລ້ຽງເຕັກໂນໂລຢີຂອງສ່ວນບຸກຄົນ, ກົມກອງລວມໝູ່ປະກອບສ່ວນ ເພື່ອພ້ອມກັບສະຖາບັນອອກແບບ, ປະດິດສ້າງບັນດາຜະລິດຕະພັນ, ອາວຸດ, ຍຸດໂທປະກອນອອກມາ…”.
ໃນຍຸກສະໄໝດີຈີຕອນ, ກຳລັງແຮງປ້ອງກັນຊາດ ບໍ່ພຽງແຕ່ໄດ້ຮັບການວັດແທກດ້ວຍບັນດາເຄື່ອງອຸປະກອນທີ່ທັນສະໄໝເທົ່ານັ້ນ, ຫາກຍັງດ້ວຍກຳລັງປະດິດຄິດສ້າງ ແລະ ເປັນເຈົ້າຂອງເຕັກໂນໂລຢີແຫ່ງຊາດອີກດ້ວຍ. ຄືດັ່ງທີ່ ທ່ານ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເນັ້ນໜັກໃນການເຮັດວຽກກັບກົມໃຫຍ່ອຸດສາຫະກຳປ້ອງກັນຊາດ ວ່າ:
“ເຮັດແນວໃດເພື່ອໃຫ້ອຸດສາຫະກຳປ້ອງກັນຊາດທັນສະໄໝນຳພາພື້ນຖານອຸດສາຫະກຳຂອງປະເທດຕົນໄດ້ ນັ້ນແມ່ນຄວາມຮັບຜິດຊອບ, ແມ່ນພັນທະ. ຢາກທັນສະໄໝໄດ້ ກໍຕ້ອງມີຄົນທີ່ໄດ້ຮ່ຳຮຽນ, ຄົ້ນຄວ້າລົງເລິກ ແລະ ມີຄວາມເຂົ້າໃຈກ່ຽວກັບອຸດສາຫະກຳປ້ອງກັນຊາດຢ່າງຄົບຖ້ວນທີ່ສຸດ”.
ຈາກບັນດາຕ່ອງໂສ້ອັດຕະໂນມັດ ຕະຫຼອດຮອດບັນດາຜະລິດຕະພັນເຕັກໂນໂລຢີສູງ “Make in Vietnam”, ອຸດສາຫະກຳປ້ອງກັນຊາດ ຫວຽດນາມ ພວມຊີ້ໃຫ້ເຫັນບາດກ້າວຫັນປ່ຽນໃໝ່, ໂດຍໄດ້ຮັບການສ້າງຕັ້ງຂຶ້ນຈາກພື້ນຖານວິທະຍສາດເຕັກໂນໂລຢີ ແລະ ຄວາມຄາດຫວັງເປັນເຈົ້າຕົນເອງ. ນັ້ນບໍ່ພຽງແຕ່ແມ່ນຄຳຮຽກຮ້ອງຕ້ອງການຂອງໜ້າທີ່ປົກປັກຮັກສາປະເທດຊາດໃນວັນນີ້ເທົ່ານັ້ນ, ຫາກຍັງແມ່ນພື້ນຖານເພື່ອຍົກລະດັບກຳລັງຄວາມສາມາດອຸດສາຫະກຳແຫ່ງຊາດໃນອະນາຄົດອີກດ້ວຍ./.
