ໂດຍມີຝັ່ງທະເລຍາວກວ່າ 3.260 ກີໂລແມັດ ພ້ອມກັບລະບົບເກາະ, ອ່າວທີ່ອຸດົມສົມບູນ, ຫວຽດນາມ ພວມມີຊັບສິນອັນລ້ຳຄ່າ ເພື່ອຫັນການທ່ອງທ່ຽວກາຍເປັນເສົາຄ້ຳເສດຖະກິດທະເລ. ເຖິງຢ່າງໃດກໍຕາມ, ໃນສະພາບການແກ້ງແຍ້ງທົ່ວໂລກ, ຈິນຕະນາການຂຸດຄົ້ນທຳມະຊາດຢ່າງດຽວບໍ່ແມ່ນການຮັບປະກັນໃຫ້ແກ່ການເຕີບໂຕອີກແລ້ວ. ເພື່ອບຸກທະລຸ, ຕ້ອງຫັນປ່ຽນຈາກການຂຸດຄົ້ນທ່າໄດ້ປຽບທິວທັດທຳມະຊາດໄປຍັງທ່າໄດ້ປຽບລົງຕົວຈິງ, ສະສົມບັນດາລະບົບການບໍລິການທີ່ມີມູນຄ່າເພີ່ມສູງຢ່າງເລິກເຊິ່ງ.
ຈາກບັນດາຫາດຊາຍທະເລທີ່ຍາວຢຽດຢູ່ເຂດພາກກາງຕະຫຼອດຮອດລະບົບອ່າວ, ເກາະຢູ່ທາງທິດເໜືອ ແລະ ພາກໃຕ້, ທະເລໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ກວ້າງໃຫຍ່ດ້ວຍຫຼາຍສີສັນທີ່ແຕກຕ່າງກັນ. ແສງແດດ, ລົມ, ຫາຍຊາຍ, ເຂດອ່າວທະເລ ພ້ອມກັບເກາະແຫ່ງຕ່າງໆບໍ່ພຽງແຕ່ແມ່ນຊັບພະຍາກອນທຳມະຊາດເທົ່ານັ້ນ ຫາກຍັງພວມກາຍເປັນແຫຼ່ງທຶນເພື່ອໃຫ້ຫຼາຍທ້ອງຖິ່ນ ກາຍເເປັນເຂດຕາກອາກາດຜັກຜ່ອນບຳລຸງສຸຂະພາບ, ການລະຫຼິ້ນບັນເທີງ ແລະ ການບໍລິການ. ສຳລັບຫຼາຍຄອບຄົວຫວຽດນາມ, ການທ່ອງທ່ຽວທາງທະເລຍັງແມ່ນການຄັດເລືອກທີ່ເລິ້ງເຄີຍ. ພາຍຫຼັງການຄັດເລືອກເບິ່ງຄືວ່າເລິ້ງເຄີຍນັ້ນແມ່ນການປ່ຽນແປງຫຼາຍພໍສົມຄວນກ່ຽວກັບຄວາມຕ້ອງການຂອງແຂກທ່ອງທ່ຽວ, ບໍ່ພຽງແຕ່ຕ້ອງການຫາດຊາຍທະເລທີ່ສວຍງາມເທົ່ານັ້ນ ຫາກຍັງຕ້ອງການມີການບໍລິການທີ່ດີ, ອາຫານການກິນທີ່ດຶງດູດໃຈ ແລະ ມີຫຼາຍການລົງຕົວຈິງໃນຕະຫຼອດຂະບວນການທ່ອງທ່ຽວ. ອ້າຍຮ່ວາງແທັງຕຸງ ແຂກທ່ອງທ່ຽວມາຈາກຮຶງອຽນ ແບ່ງປັນວ່າ:
ໃນລະດູແລ້ງຂອງທຸກປີ ຄອບຄົວຂ້າພະເຈົ້າໄດ້ເລືອກໄປທ່ຽວທະເລ. ທະເລຫວຽດນາມ ສວຍງາມທີ່ສຸດ, ການບໍລິການນັບມື້ນັບຫຼາຍຮູບຫຼາຍແບບ. ບັນດາເຍື່ອງອາຫານການກິນຢູ່ເຂດທະເລກໍ່ພິເສດ, ສະອາດ ແລະ ແຊບນົວຫຼາຍ.
ຖ້າໃນເມື່ອກ່ອນ, ການທ່ອງທ່ຽວທາງທະເລເຄີຍຕິດພັນກັບການອາບນ້ຳ ແລະ ພັກຜ່ອນບຳລຸງສຸຂະພາບ, ປັດຈຸບັນຄວາມຕ້ອງການນັ້ນພວມໄດ້ເປີດກວ້າງ. ແຂກທ່ອງທ່ຽວຢາກອອກຈາກ Resort, ໄປຄົ້ນຫາໝູ່ບ້ານຫາປາ, ລົງຄົ້ນຫາຕົວຈິງການດຳລົງຊີວິດຂອງຊາວປະມົງ, ໄດ້ຊິມບັນດາເຍື່ອງອາຫານຢູ່ບ່ອນມັນໄດ້ກຳເນີດຂຶ້ນ ແລະ ຊອກຫາບັນດາເລື່ອງລາວດ້ານວັດທະນະທຳຂອງເຂດຊຸມຊົນແຄມທະເລ. ບັນດາການລົງຕົວຈິງນັ້ນສ້າງລວງເລິກຕື່ມໃຫ້ແກ່ຜະລິດຕະພັນທ່ອງທ່ຽວ, ຊ່ວຍແຕ່ລະເຂດທະເລມີສີສັນສະເພາະຕື່ມແທນທີ່ແກ້ງແຍ້ງດ້ວຍທິວທັດທຳມະຊາດ.
ຈາກຄວາມຕ້ອງການຈາກຕະຫຼາດທີ່ອາດຈະເຫັນ “ບໍ່ຄຳ” ທີ່ຍັງບໍ່ທັນຂຸດຄົ້ນຂອງການທ່ອງທ່ຽວທະເລນອນຢູ່ບັນດາຄຸນຄ່າບໍ່ເປັນວັດຖຸ: ວັດທະນະທຳຊຸມຊົນ, ຊີວະ ແລະ ເລື່ອງລາວປະຈຳຖິ່ນ. ເມື່ອຫັນບັນດາຄຸນຄ່ານີ້ເປັນການຄ້າສຳເລັດ, ການທ່ອງທ່ຽວຈະແກ່ຍາວກວ່າ, ຄ່າໃຊ້ຈ່າຍຂອງແຂກທ່ອງທ່ຽວຈະເພີ່ມຂຶ້ນສູງ ແລະແຫຼ່ງລາຍໄດ້ຈາກທ່ອງທ່ຽວຈະແຜ່ລາມເຖິງການຫາເງິນລ້ຽງຊີບຂອງປະຊາຊົນໂດຍກົງ. ທ່ານ ກາວຈີຢຸງ, ປະທານສະມາຄົມທ່ອງທ່ຽວດ່ານັ້ງ, ຮອງປະທານສະມາຄົມການທ່ອງທ່ຽວ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:
ການທ່ອງທ່ຽວທະເລບໍ່ອາດພັດທະນາແບບກະແຈກກະຈາຍເທົ່ານັ້ນ ແຕ່ຕ້ອງໄດ້ຕັ້ງໃນສັງລວມຍຸດທະສາດພັດທະນາເສດຖະກິດທະເລ. ເມື່ອພື້ນຖານໂຄງລ່າງຄົມມະນາຄົມ, ທ່າກຳປັ່ນ ແລະ logistics ໄດ້ຮັບການລົງທຶນຢ່າງຄົບຊຸດຈະສ້າງເງື່ອນໄຂສະດວກເພື່ອດຶງດູດແຂກທ່ອງທ່ຽວ, ແກ່ຍາວເວລາພັກເຊົ່າ ແລະ ເພີ່ມມູນຄ່າການການບໍລິການຂຶ້ນ. ນີ້ກໍ່ແມ່ນພື້ນຖານເພື່ອສ້າງບັນດາລະບົບມູນຄ່າໃໝ່, ປະກອບສ່ວນຫຼາຍກວ່າອີກໃຫ້ແກ່ການເຕີບໂຕເສດຖະກິດທ້ອງຖິ່ນ.
ໃນຕົວຈິງ, ມູນຄ່າຂອງການທ່ອງທ່ຽວທະເລບໍ່ພຽງແຕ່ຢຸດຢູ່ລາຍຮັບຂອງໂຮງແຮມ ຫຼືບ່ອນຜັກເຊົ່າ. ເຖິງຢ່າງໃດກໍຕາມ, ໃນການແກ້ງແຍ້ງທີ່ນັບມື້ນັບແຮງ ລະຫວ່າງບັນດາສະຖາທີ່ນັດພົບ, ທ່າໄດ້ປຽບກ່ຽວກັບທະເລຍາກທີ່ຈະສ້າງຄວາມແຕກຕ່າງກັນຖ້າຜະລິດຕະພັນທີ່ຈຸດຄ້າຍຄືກັນ. ບັນຫາວາງອອກແມ່ນຕ້ອງຫັນຊັບພະຍາກອນກາຍເປັນການລົງຕົວຈິງທີ່ມີສີສັນ. ທ່ານນາງ ຫງວຽນທິຊວັນລານ, ຮອງປະທານສະມາຄົມທ່ອງທ່ຽວແຂວງ ຢາລາຍ, ຜູ້ອຳນວຍການບໍລິສັດທ່ອງທ່ຽວສາກົນ Golden Life, ໃຫ້ຮູ້ວ່າ:
ທ່າອ່ຽງໃນປັດຈຸບັນແມ່ນພັດທະນາບັນດາຜະລິດຕະພັນຕິດພັນກັບການລົງຕົວຈິງວັດທະນະທຳ, ການດຳລົງຊີວິດຊຸມຊົນ ແລະ ລະບົບນິເວດທະເລ. ສິ່ງນີ້ບໍ່ພຽງແຕ່ສ້າງຄວາມແຕກຕ່ງກັນໃຫ້ແກ່ສະຖານທີ່ນັດພົບເທົ່ານັ້ນ ຫາກຍັງປະກອບສ່ວນເຮັດໃຫ້ແຂກທ່ອງທ່ຽວໄປທ່ຽວຫຼາຍກວ່າ. ຖ້າໄດ້ລົງທຶນຢ່າງມີແບບມີແຜນ, ນີ້ຈະແມ່ນທ່າໄດ້ປຽບແກ້ງແຍ້ງສຳຄັນຂອງການທ່ອງທ່ຽວທາງທະເລ ຫວຽດນາມໃນໄລຍະຈະມາເຖິງ.
ໄປຄຽງຄູ່ກັບບັນຫາການຄ້າ, ປັດໄຈສີຂຽວພວມກາຍເປັນການມາດຖານຢ່າງເຂັ້ມງວດຂອງຕະຫຼາດ. ການຍົກສູງຄກຳລັງແກ້ງແຍ້ງບໍ່ສາມາດແລກປ່ຽນດ້ວຍສະພາບແວດລ້ອມທີ່ຊຸມໂຊມ. ທ່ານນາງ ຮ່ວາງຮຽນ, ຜູ້ຮັບຜິດຊອບບໍລິສັດການທ່ອງທ່ຽວ Viettravel ຮ່າໂນ້ຍ ປະກອບຄຳເຫັນວ່າ:
ແຂກທ່ອງທ່ຽວໃນປັດຈຸບັນບໍ່ພຽງແຕ່ເອົາໃຈໃສ່ເຖິງທິວທັດທຳມະຊາດທີ່ສວຍງາມເທົ່ານັ້ນ ຫາກຍັງເອົາໃຈໃສ່ເປັນພິເສດເຖິງຄຸນນະພາບສະພາບແວດລ້ອມ ແລະ ລົງຕົວຈິງຢູ່ສະຖານທີ່ນັດຮົບ. ເພາະສະນັ້ນ, ວິສາຫະກິດກໍ່ພວມຫັນປ່ຽນຕາມທິດສີຂຽວກວ່າ ແລະ ຍືນຍົງກວ່າເທື່ອລະກ້າວ, ຈາກການຫຼຸດຜ່ອນຂີ້ເຫຍື້ອປຼາດຕິກຕະຫຼອດຮອດການສ້າງບັນດາຜະລິດຕະພັນເປັນມິດກັບສິ່ງແວດລ້ອມ.
ຈາກທ່າໄດ້ປຽບໂດຍທຳມະຊາດດົນບັນດານໃຫ້ຕະຫຼອດຮອດຂະແໜງເສດຖະກິດທີ່ມີກຳລັງແກ້ງແຍ້ງໃນເສັ້ນທາງທີ່ຍາວໄກ. ຖ້າສ້າງໄດ້ບັນດາຜະລິດຕະພັນທີ່ແຕກຕ່າງກັນ, ການເຊື່ອມໂຍງພື້ນຖານໂຄງລ່າງເປັນຢ່າງດີ, ຍົກສູງຄຸນນະພາບການບໍລິການ ແລະ ປົກປ້ອງສິ່ງແວດລ້ອມ, ການທ່ອງທ່ຽວທະເລ ຫວຽດນາມ ບໍ່ພຽງແຕ່ແມ່ນເລື່ອງລາວ ມີທະເລທີ່ສວຍງາມເພື່ອດຶງດູດແຂກທ່ອງທ່ຽວເທົ່ານັ້ນ ຫາກຍັງອາດສາມາດກາຍເປັນຕ່ອງໂສ້ສຳຄັນໃນລະບົບມູນຄ່າເສດຖະກິດທະເລ. ນັ້ນແມ່ນໂອກາດເພື່ອຫັນທ່າໄດ້ປຽບດ້ານທຳມະຊາດຂອງ ຫວຽດນາມກາຍເປັນກຳລັງໜູນບຸກທະລຸ ແລະ ຄຸນຄ່າພັດທະນາຍາວນານ.
