ໂດຍມີຝັ່ງ​ທະ​ເລ​ຍາວກວ່າ 3.260 ກີ​ໂລ​ແມັດ ພ້ອມ​ກັ​ບ​ລະ​ບົ​ບ​ເກາະ, ອ່າວ​ທີ່​ອຸ​ດົມ​ສົມ​ບູນ, ຫວຽດ​ນາມ ພວມ​ມີຊັບ​ສິນ​ອັນ​ລ້ຳ​ຄ່າ ເພື່ອ​ຫັນ​ການ​ທ່ອງ​ທ່ຽວ​ກາຍ​ເປັນ​ເສົາ​ຄ້ຳ​ເສດ​ຖະ​ກິດ​ທະ​ເລ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ສະ​ພາບ​ການ​ແກ້ງ​ແຍ້ງ​ທົ່ວ​ໂລກ, ຈິນ​ຕະ​ນາ​ການ​ຂຸ​ດ​ຄົ້ນ​ທຳ​ມະ​ຊາດ​ຢ່າງ​ດຽວ​ບໍ່​ແມ່ນ​ກາ​ນ​ຮັບ​ປະ​ກັນ​ໃຫ້​ແກ່​ການ​ເຕີ​ບ​ໂຕ​ອີກ​ແລ້ວ. ເພື່ອ​ບຸກ​ທະ​ລຸ, ຕ້ອງ​ຫັນ​ປ່ຽນ​ຈາກ​ການ​ຂຸດ​ຄົ້ນ​ທ່າ​ໄດ້​ປຽບ​ທິວ​ທັດ​ທຳ​ມະ​ຊາດ​ໄປ​ຍັງ​ທ່າ​ໄດ້​ປຽບ​ລົງ​ຕົວ​ຈິງ, ສະ​ສົມ​ບັນ​ດາ​ລະ​ບົບ​ການ​ບໍ​ລິ​ການ​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ​ຢ່າງ​ເລິກ​ເຊິ່ງ.

ຈາກ​ບັນ​ດາ​ຫາດ​ຊາຍ​ທະເລທີ່​ຍາວ​ຢຽດ​ຢູ່​ເຂດ​ພາກ​ກາງ​ຕະຫຼອດ​ຮອດ​ລະ​ບົບ​ອ່າວ, ເກາະ​ຢູ່​ທາງ​ທິດ​ເໜືອ ແລະ ພາກ​ໃຕ້, ທະ​ເລ​ໄດ້​ກາຍເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່ກວ້າງ​ໃຫຍ່​ດ້ວຍຫຼາຍ​ສີ​ສັນ​ທີ່​ແຕກ​ຕ່າງ​ກັນ. ແສງ​ແດດ, ລົມ, ຫາຍ​ຊາຍ, ເຂດ​ອ່າ​ວ​ທະ​ເລ ພ້ອມ​ກັບ​ເກາະ​ແຫ່​ງ​ຕ່າງໆ​ບໍ່​ພຽງ​ແຕ່​ແມ່ນ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ເທົ່າ​ນັ້ນ ຫາກ​ຍັງ​ພວມ​ກາຍ​ເປັນ​ແຫຼ່ງ​ທຶນ​ເພື່ອ​ໃຫ້ຫຼາຍ​ທ້ອງ​ຖິ່ນ ກາຍ​ເເປັນເຂດຕາກອາກາດ​ຜັກ​ຜ່ອນ​ບຳ​ລຸງ​ສຸ​ຂະ​ພາບ, ການ​ລະຫຼິ້ນ​ບັນ​ເທີງ ແລະ ການ​ບໍ​ລິ​ການ. ສຳ​ລັບຫຼາຍ​ຄອບ​ຄົວ​ຫວຽດ​ນາມ, ການ​ທ່ອງ​ທ່ຽວ​ທາງ​ທະ​ເລ​ຍັງ​ແມ່ນ​ການ​ຄັດ​ເລືອກ​ທີ່​ເລິ້ງ​ເຄີຍ. ພາຍຫຼັງ​ການ​ຄັດ​ເລືອກ​ເບິ່ງ​ຄື​ວ່າ​ເລິ້ງ​ເຄີຍ​ນັ້ນ​ແມ່ນ​ການ​ປ່ຽນ​ແປງຫຼາຍ​ພໍ​ສົມ​ຄວນ​ກ່ຽວ​ກັບ​ຄວາມ​ຕ້ອງ​ການ​ຂອງ​ແຂກ​ທ່ອງ​ທ່ຽວ, ບໍ່​ພຽງ​ແຕ່​ຕ້ອງ​ການ​ຫາດ​ຊາຍ​ທະ​ເລ​ທີ່​ສວຍ​ງາມເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ການມີ​ການ​ບໍ​ລິ​ການທີ່​ດີ, ອາຫານ​ການ​ກິນ​ທີ່​ດຶງ​ດູດ​ໃຈ ແລະ ມີຫຼາຍ​ການ​ລົງຕົວຈິງ​ໃນ​ຕະຫຼອດ​ຂະ​ບວນ​ການ​ທ່ອ​ງ​ທ່ຽວ. ອ້າຍ​ຮ່​ວາງ​ແທັງ​ຕຸງ ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ຮຶງ​ອຽນ ແບ່ງ​ປັນ​ວ່າ:

ໃນ​ລະ​ດູ​ແລ້ງ​ຂອງ​ທຸກ​ປີ ຄອບ​ຄົວ​ຂ້າ​ພະ​ເຈົ້າ​ໄດ້​ເລືອກ​ໄປ​ທ່​ຽວ​ທະ​ເລ. ທະ​ເລ​ຫວຽດ​ນາມ ສວຍ​ງາມ​ທີ່​ສຸດ, ການ​ບໍ​ລິ​ການ​ນັບ​ມື້​ນັບ​ຫຼາຍ​ຮູບຫຼາຍ​ແບບ. ບັນ​ດາ​ເຍື່ອງ​ອາ​ຫານ​ການ​ກິນຢູ່​ເຂດ​ທະ​ເລ​ກໍ່ພິເສດ, ສະ​ອາດ ແລະ ແຊບ​ນົວຫຼາຍ.

ຖ້າ​ໃນ​ເມື່ອ​ກ່ອນ, ການ​ທ່ອງ​ທ່ຽວ​ທາງ​ທະ​ເລ​ເຄີຍ​ຕິດ​ພັນ​ກັບ​ການ​ອາບ​ນ້ຳ ແລະ ພັກ​ຜ່ອນ​ບຳ​ລຸງ​ສຸ​ຂະ​ພາບ, ປັດ​ຈຸ​ບັນ​ຄວາມ​ຕ້ອງ​ການ​ນັ້ນ​ພວມ​ໄດ້​ເປີດກວ້າງ. ແຂກ​ທ່ອງ​ທ່ຽວ​ຢາກ​ອອກ​ຈາກ​ Resort, ໄປຄົ້ນ​ຫາ​ໝູ່​ບ້ານ​ຫາ​ປາ, ລົງ​ຄົ້ນຫາຕົວ​ຈິງ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຊາວ​ປະ​ມົງ, ໄດ້ຊິມ​ບັນ​ດາ​ເຍື່ອງ​ອາ​ຫານ​ຢູ່​ບ່ອນ​ມັນ​ໄດ້​ກຳເນີດຂຶ້ນ ແລະ ຊອກ​ຫາ​ບັນ​ດາ​ເລື່ອງ​ລາວ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ເຂດ​ຊຸມ​ຊົນ​ແຄມ​ທະ​ເລ. ​ບັນ​ດາ​ການ​ລົງ​ຕົວ​ຈິງນັ້ນ​ສ້າງ​​ລວງ​ເລິກ​ຕື່ມ​ໃຫ້​ແກ່​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ, ຊ່ວຍ​ແຕ່​ລະ​ເຂດ​ທະ​ເລ​ມີ​ສີ​ສັນ​ສະ​ເພາະ​ຕື່ມ​ແທນ​ທີ່​ແກ້ງ​ແຍ້ງ​ດ້ວຍ​ທິວ​ທັດ​ທຳ​ມະ​ຊາດ.

ຈາກ​ຄວາມ​ຕ້ອງ​ການ​ຈາກ​ຕະຫຼາດ​ທີ່​ອາດ​ຈະ​ເຫັນ “ບໍ່​ຄຳ” ທີ່​ຍັງ​ບໍ່​ທັນ​ຂຸດ​ຄົ້ນ​ຂອງ​ການ​ທ່ອງ​ທ່ຽວ​ທະ​ເລນອນ​ຢູ່​ບັນ​ດາ​ຄຸນ​ຄ່າ​ບໍ່​ເປັນ​ວັດ​ຖຸ: ວັດ​ທະ​ນະ​ທຳ​ຊຸມ​ຊົນ, ຊີ​ວະ​ ແລະ ເລື່ອງ​ລາວ​ປະ​ຈຳ​ຖິ່ນ. ເມື່ອ​ຫັນ​ບັນ​ດາ​ຄຸນ​ຄ່າ​ນີ້ເປັນ​ກ​ານ​ຄ້າ​ສຳ​ເລັດ, ການ​ທ່ອງ​ທ່ຽວ​ຈະ​ແກ່​ຍາວກວ່າ, ຄ່າ​ໃຊ້​ຈ່າຍ​ຂອງ​ແຂກ​ທ່ອງ​ທ່ຽວ​ຈະ​ເພີ່ມ​ຂຶ້ນ​ສູງ ແລະແຫຼ່ງລາຍໄດ້​ຈາກທ່ອງ​ທ່ຽວ​ຈະ​ແຜ່​ລາມ​ເຖິງ​ການ​ຫາ​ເງິນ​ລ້ຽງ​ຊີບ​ຂອງ​ປະ​ຊາ​ຊົນໂດຍ​ກົງ. ທ່ານ ກາວ​ຈີ​ຢຸງ, ປະ​ທານ​ສະ​ມາ​ຄົມ​ທ່ອງ​ທ່ຽວ​ດ່າ​ນັ້ງ, ຮອງ​ປະ​ທານ​ສະ​ມາ​ຄົມ​ການ​ທ່ອງ​ທ່ຽວ ຫວຽດ​ນາມ ໃຫ້​ຂໍ້​ສັງ​ເກດ​ວ່າ:

ການ​ທ່ອງ​ທ່ຽວ​ທະ​ເລ​ບໍ່​ອາດ​ພັດ​ທະ​ນາ​ແບບ​ກະ​ແຈກ​ກະ​ຈາຍ​ເທົ່າ​ນັ້ນ ແຕ່ຕ້ອງ​ໄດ້​ຕັ້ງໃນ​ສັງ​ລວມ​ຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ. ເມື່ອ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ, ທ່າ​ກຳ​ປັ່ນ ແລະ logistics ໄດ້​ຮັບ​ການ​ລົງ​ທຶນ​ຢ່າງ​ຄົບ​ຊຸດ​ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ, ແກ່​ຍາວ​ເວ​ລາ​ພັກ​ເຊົ່າ ແລະ ເພີ່​ມ​ມູນ​ຄ່າ​ການ​ການ​ບໍ​ລິ​ການ​ຂຶ້ນ. ນີ້​ກໍ່​ແມ່ນ​ພື້ນ​ຖານ​ເພື່ອ​ສ້າງ​ບັນ​ດາ​ລະ​ບົບ​ມູນ​ຄ່າ​ໃໝ່, ປະ​ກອບ​ສ່ວນຫຼາຍກວ່າ​ອີກ​ໃຫ້​ແກ່​ການ​ເຕີ​ບ​ໂຕ​ເສດ​ຖະ​ກິດ​ທ້ອງ​ຖິ່ນ.

ໃນ​ຕົວ​ຈິງ, ມູ​ນ​ຄ່າ​ຂອງ​ການ​ທ່ອງ​ທ່ຽວ​ທະ​ເລ​ບໍ່​ພຽງ​ແຕ່​ຢຸດ​ຢູ່​ລາຍ​ຮັບ​ຂອງ​ໂຮງ​ແຮມ ຫຼື​ບ່​ອນຜັ​ກ​ເຊົ່າ​. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ການ​ແກ້ງ​ແຍ້ງ​ທີ່​ນັບ​ມື້​ນັບ​ແຮງ ລະ​ຫວ່າງ​ບັນ​ດາ​ສະ​ຖາ​ທີ່​ນັດ​ພົບ, ທ່າ​ໄດ້​ປຽບ​ກ່ຽວ​ກັບ​ທະ​ເລ​ຍາກ​ທີ່​ຈະ​ສ້າງ​ຄວາມ​ແຕກ​ຕ່າງ​ກັນ​ຖ້າ​ຜະ​ລິດ​ຕະ​ພັນ​ທີ່​ຈຸດ​ຄ້າຍ​ຄື​ກັນ. ບັນ​ຫາ​ວາງ​ອອກ​ແມ່ນ​ຕ້ອງ​ຫັນ​ຊັບ​ພະ​ຍາ​ກອນ​ກາຍ​ເປັນ​ການ​ລົງ​ຕົວ​ຈິງ​ທີ່​ມີ​ສີ​ສັນ. ທ່ານ​ນາງ ຫງວຽນ​ທິ​ຊວັນ​ລານ, ຮອງ​ປະ​ທານ​ສະ​ມາ​ຄົມ​ທ່ອງ​ທ່ຽວ​ແຂວງ ຢາ​ລາຍ, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ສາ​ກົນ Golden Life, ໃຫ້​ຮູ້​ວ່າ:

ທ່າ​ອ່ຽງ​ໃນ​ປັດ​ຈຸ​ບັນ​ແມ່ນ​ພັດ​ທະ​ນາ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຕິດ​ພັນ​ກັ​ບ​ການ​ລົງ​ຕົວ​ຈິງວັດ​ທະ​ນະ​ທຳ, ການ​ດຳ​ລົງ​ຊີ​ວິດ​ຊຸມ​ຊົນ ແລະ ລະ​ບົບ​ນິ​ເວດ​ທະ​ເລ. ສິ່ງ​ນີ້​ບໍ່​ພຽງ​ແຕ່​ສ້າງ​ຄວາມ​ແຕກ​ຕ່ງ​ກັນ​ໃຫ້​ແກ່​ສະ​ຖານ​ທີ່​ນັດ​ພົບ​ເທົ່າ​ນັ້ນ ຫາກ​ຍັງ​ປະ​ກອບ​ສ່ວນ​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ໄປ​ທ່ຽວຫຼາຍກວ່າ. ຖ້າ​ໄດ້​ລົງ​ທຶນ​ຢ່າງ​ມີ​ແບບ​ມີ​ແຜນ, ນີ້​ຈະ​ແມ່ນ​ທ່າ​ໄດ້​ປຽບ​ແກ້ງ​ແຍ້ງ​ສຳ​ຄັນ​ຂອງ​ການ​ທ່ອງ​ທ່ຽວ​ທາງ​ທະ​ເລ ຫວຽດ​ນາມ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ໄປ​ຄຽງ​ຄູ່​ກັບ​ບັນ​ຫາ​ການ​ຄ້າ, ປັດ​ໄຈ​ສີ​ຂຽວ​ພວມ​ກາຍ​ເປັນ​ການ​ມາດ​ຖານ​ຢ່າ​ງ​ເຂັ້ມ​ງວດ​ຂອງ​ຕະຫຼາດ. ການຍົກ​ສູງ​ຄກຳ​ລັງ​ແກ້ງ​ແຍ້ງ​ບໍ່​ສາ​ມາດ​ແລກ​ປ່ຽນດ້ວຍ​ສະ​ພາບ​ແວດ​ລ້ອມທີ່​ຊຸມ​ໂຊມ​. ທ່ານ​ນາງ ຮ່​ວາງ​ຮຽນ, ຜູ້​ຮັບ​ຜິດ​ຊອບ​ບໍ​ລິ​ສັດ​ການ​ທ່ອງ​ທ່ຽວ Viettravel ຮ່າ​ໂນ້ຍ ປະ​ກອບ​ຄຳ​ເຫັນ​ວ່າ:

ແຂກ​ທ່ອງ​ທ່ຽວ​ໃນ​ປັດ​ຈຸ​ບັນ​ບໍ່​ພຽງ​ແຕ່​ເອົາ​ໃຈ​ໃສ່​ເຖິງ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ເທົ່າ​ນັ້ນ ຫາກ​ຍັງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຄຸນ​ນະ​ພາບ​ສະ​ພາບ​ແວດ​ລ້ອມ ແລະ ລົງ​ຕົວ​ຈິງ​ຢູ່​ສະ​ຖານ​ທີ່​ນັດ​ຮົບ. ເພາະ​ສະ​ນັ້ນ, ວິ​ສາ​ຫະ​ກິດ​ກໍ່​ພວມ​ຫັນ​ປ່ຽນ​ຕາມ​ທິດ​ສີ​ຂຽວກວ່າ ແລະ ຍືນ​ຍົງ​ກວ່າ​ເທື່ອ​ລະ​ກ້າວ, ຈາກ​ການຫຼຸດ​ຜ່ອນ​ຂີ້​ເຫຍື້ອ​ປ​ຼາດ​ຕິກ​ຕະຫຼອດ​ຮອດ​ການ​ສ້າ​ງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ.

ຈາກ​ທ່າ​ໄດ້​ປຽບ​ໂດຍ​ທຳ​ມະ​ຊາດ​ດົນ​ບັນ​ດານ​ໃຫ້​ຕະຫຼອດ​ຮອດ​ຂະ​ແໜງ​ເສດ​ຖະ​ກິດ​ທີ່​ມີ​ກຳ​ລັງ​ແກ້ງ​ແຍ້ງ​ໃນ​ເສັ້ນ​ທາງ​ທີ່​ຍາວ​ໄກ. ຖ້າ​ສ້າງ​ໄດ້​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ແຕກ​ຕ່າງ​ກັນ, ການ​ເຊື່ອມ​ໂຍງ​ພື້ນ​ຖານ​ໂຄງ​ລ່າງ​ເປັນ​ຢ່າງ​ດີ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ບໍ​ລິ​ການ ແລະ ປົກ​ປ້ອງ​ສິ່ງ​ແວດ​ລ້ອມ, ການ​ທ່ອງ​ທ່ຽວ​ທະ​ເລ ຫວຽດ​ນາມ ບໍ່​ພຽງ​ແຕ່​ແມ່ນ​ເລື່ອ​ງ​ລາວ ມີ​ທະ​ເລ​ທີ່​ສວຍ​ງາມ​ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ເທົ່າ​ນັ້ນ ຫາກ​ຍັງ​ອາດ​ສາ​ມາດ​ກາຍ​ເປັນ​ຕ່ອງ​ໂສ້​ສຳ​ຄັນ​ໃນ​ລະ​ບົບ​ມູນ​ຄ່າ​ເສດ​ຖະ​ກິດ​ທະ​ເລ. ນັ້ນ​ແມ່ນ​ໂອ​ກາດ​ເພື່ອ​ຫັນ​ທ່າ​ໄດ້​ປຽບ​ດ້ານ​ທຳ​ມະ​ຊາດ​ຂອງ ຫວຽດ​ນາມ​ກາຍ​ເປັນ​ກຳ​ລັງ​ໜູນ​ບຸກ​ທະ​ລຸ ແລະ ຄຸນ​ຄ່າ​ພັດ​ທະ​ນາ​ຍາວ​ນານ.