ພາຍຫຼັງ 1 ປີທີ່ປະຕິບັດຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນຢູ່ ຮ່າໂນ້ຍ, ການຫັນເປັນດີຈີຕອນຈາກຂັ້ນຮາກຖານໄດ້ຮັບຖືວ່າແມ່ນຂໍ້ກຸນແຈເພື່ອເຄື່ອນໄຫວຮູບແບບນີ້ຢ່າງມີປະສິດທິຜົນ. ມີຫຼາຍຂັ້ນຕອນ, ລະບຽບການໄດ້ປະຕິບັດດ້ວຍສະພາບແວດລ້ອມດີຈີຕອນ ຊ່ວຍຍົກສູງປະສິດທິຜົນການຄຸ້ມຄອງ ແລະ ຄຸນນະພາບການຮັບໃຊ້ປະຊາຊົນ, ວິສາຫະກິດ. ພ້ອມກັນນັ້ນ, ກໍ່ປະກອບສ່ວນສ້າງພື້ນຖານການບໍລິຫານທີ່ທັນສະໄໝ, ໂປ່ງໃສ ແລະ ເປັນມືອາຊີບ ສ້າງພື້ນຖານເພື່ອໃຫ້ຮູບແບບອຳນາດການປົກຄອງໃໝ່ເຄື່ອນໄຫວຢ່າງລຸລ່ວງ.
ນັບແຕ່ເລີ່ມເຂົ້າເຮັດວຽກຕອນເຊົ້າ, ຢູ່ເຂດຮັບໃຊ້ການບໍລິການສາທາລະນະຕາແສງ ລາງ, ນະຄອນ ຮ່າໂນ້ຍ, ປະຊາຊົນທີ່ມາເຮັດລະບຽບການບໍລິຫານໄດ້ຮັບການແນະນຳຢ່າງສຸດຈິດສຸດໃຈ, ແຕ່ຂັ້ນຕອນ, ຈາກການເອົາຕົວເລກລຳດັບ, ແຈ້ງຂໍ້ມູນທາງອອນລາຍ, ຕະຫຼອດຮອດການຊຳລະແບບບໍ່ໃຊ້ເງິນສົດ.
ພາຍໃຕ້ການແນະນຳຂອງພະນັກງານ, ພາລະກອນ ແລະ ໜ່ວຍຫັນເປັນດີຈີຕອນຊຸມຊົນ, ປະຊາຊົນຢູ່ຕາແສງ ລາງ ສ່ວນຫຼາຍ, ນັບທັງຜູ້ອາຍຸສູງ ຫຼື ຜູ້ທີ່ບໍ່ຮູ້ຈັກ ເຕັກໂນໂລຊີຫຼາຍ ກໍ່ຄ່ອຍໆລຶ້ງກັບການສົ່ງເອກະສານທາງອອນລາຍ ຜ່ານປະຕູຖານການບໍລິການແຫ່ງຊາດ ແລະ ບັນດາແອັບຫັນເປັນດີຈີຕອນ.
“ມື້ນີ້ຂ້າພະເຈົ້າໄປຂໍໜັງສືອະນຸຍາດດຳເນີນທຸລະກິດ, ຂ້າພະເຈົ້າເຫັນວ່າ ພະນັກງານໝົດທຸກຄົນຢູ່ທີ່ນີ້ໄດ້ເຮັດວຽກ, ໜູນຊ່ວຍຢ່າງສຸດຈິດສຸດໃຈ. ຜູ້ໃດກໍ່ມີຄວາມປິຕິຊົມຊື່ນຍ້ອນໄດ້ຮັບການແກ້ໄຂລະບຽບການຢ່າງວ່ອງໄວ”.
“ເລື່ອງນຳໃຊ້ເຕັກໂນໂລຊີເຂົ້າໃນການຄຸ້ມຄອງບໍລິຫານໄດ້ຊ່ວຍໃຫ້ການດຳລົງຊີວິດຂອງຂ້າພະເຈົ້າມີຄວາມສະດວກ ແລະ ກະຈ່າງແຈ້ງກວ່າຫຼາຍ. ຂ້າພະເຈົ້າສາມາດຊອກຫາບັນດາລະບຽບການສົ່ງເອກະສານທາງອອນລາຍ, ການຊຳລະບໍ່ໃຊ້ເງິນສົດ ຫຼື ປະກອບຄຳເຫັນ, ຂໍ້ສະເໜີແນະຜ່ານບັນດາພື້ນຖານດີຈີຕອນໄດ້ຢ່າງງ່າຍ”.
ນັບແຕ່ເມື່ອຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນໄດ້ນຳເຂົ້າເຄື່ອນໄຫວ, ປະລິມານວຽກງານຢູ່ຂັ້ນຕາແສງໄດ້ເພີ່ມຂຶ້ນຫຼາຍພໍສົມຄວນ ເມື່ອຕ້ອງຮັບເອົາຫຼາຍໜ້າທີ່ຈາກຂັ້ນເມືອງກ່ອນນັ້ນ. ເພື່ອຕອບສະໜອງຄວາມຮຽກຮ້ອງໃໝ່, ບັນດາທ້ອງຖິ່ນໄດ້ຍູ້ແຮງການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການຫັນເປັນດີຈີຕອນໃນການຄຸ້ມຄອງ, ບໍລິຫານ. ທ່ານ ຮ່າຝູບິ່ງ, ຮອງປະທານຄະນະກຳມະການປະຊາຊົນຕາແສງ ລາງ, ນະຄອນ ຮ່າໂນ້ຍ, ໃຫ້ຮູ້ວ່າ:
“ນັບແຕ່ເມື່ອເລີ່ມປະຕິບັດອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ, ພວກຂ້າພະເຈົ້າໄດ້ກຳນົດການປ່ຽນແປງໃໝ່ຮູບແບບບໍລິຫານ, ຫັນປ່ຽນຈາກຈິນຕະນາການຄຸ້ມຄອງໄປສູ່ການສ້າງສາ ພັດທະນາ, ຄະນະກຳມະການປະຊາຊົນຕາແສງໄດ້ຕິດພັນຄວາມຮັບຜິດຊອບໃຫ້ແກ່ພະນັກງານແຕ່ລະຄົນ, ແຕ່ລະໜ້າທີ່, ພ້ອມກັນນັ້ນ ກໍ່ຍູ້ແຮງການຫັນເປັນດີຈີຕອນ ນຳເອກະສານລົງໃນລະບົບອິນເຕີເນັດ 100% ແລະ ຜັນຂະຫຍາຍ 237 ການບໍລິການທາງອອນລາຍ, ອັດຕາສ່ວນການແກ້ໄຂຖືກຕາມເວລາ ແລະ ກ່ອນກຳນົດເວລາ ບັນລຸ 99%. ສິ່ງສຳຄັນກວ່າ, ຍາມໃດພວກຂ້າພະເຈົ້າກໍ່ຮັບຟັງຄຳເຫັນຂອງປະຊາຊົນ ແລະ ແກ້ໄຂບັນດາບັນຫາທີ່ເກີດຂຶ້ນຢ່າງທັນການ”.
ບໍ່ພຽງແຕ່ຢຸດຢູ່ແຕ່ລະທ້ອງຖິ່ນ, ການຫັນເປັນດີຈີຕອນໄດ້ກາຍເປັນກຳລັງໜູນລຸລ່ວງໃນວິວັດການເຄື່ອນໄຫວຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນໃນທົ່ວນະຄອນ ຮ່າໂນ້ຍ. ໃນເວລາພຽງເກືອບ 1 ປີ, ບັນດາຕາແສງ ໄດ້ຮັບ ແລະ ແກ້ໄຂເອກະສານ 2,26 ລ້ານຊຸດທີ່ໄດ້ຈັດແບ່ງຂັ້ນ; ເອກະສານກວ່າ 619.000 ຊຸດໄດ້ແກ້ໄຂໂດຍບໍ່ອີງໃສ່ຂອບເຂດການບໍລິຫານ. ທ່ານ ບຸຍເຍືອງ, ຫົວໜ້າສາຂາເລກ 1, ສູນການບໍລິການບໍລິຫານສາທາລະນະ ຮ່າໂນ້ຍ, ໃຫ້ຮູ້ວ່າ ມາຮອດປະຈຸບັນ, ຈຳນວນເອກະສານເຈ້ຍໄດ້ຫຼຸດລົງປະມານ 70% ເມື່ອທຽບໃສ່ກ່ອນນີ້.
“ຢູ່ສູນເລກ 1, ພວກຂ້າພະເຈົ້າໄດ້ສ້າງຕູ້ຫັນເອກະສານເປັນດີຈີຕອນແບບອັດຕະໂນມັດ. ດ້ວຍວິທີການນີ້, ປະຊາຊົນສາມາດເຮັດສຳເນົາເອກະສານທີ່ໄດ້ຢັ້ງຢືນເມື່ອທຽບໃສ່ກັບສຳເນົາສະບັບຕົ້ນ ແລະ ປະຕິບັດການມອບຢູ່ສູນໃນທັນທີ, ແທນທີ່ກ່ອນນີ້ແມ່ນຕ້ອງໄປລຽນແຖວລໍຖ້າຄິວຢັ້ງຢືນສຳເນົາເອກະສານ, ຫຼັງຈາກນັ້ນຈຶ່ງກັບມາສູນເພື່ອຍື່ນເອກະສານ. ດ້ວຍວີທີນີ້, ປະຈຸບັນ ມີປະຊາຊົນ ແລະ ວິສາຫະກິດຈຳນວນຫຼາຍໄດ້ເຫັນດີເຫັນພ້ອມ ແລະ ສະໜັບສະໜູນ”.
ຕາມການສະຖິຕິ, ຍ້ອນການປັບປຸງໂຄງປະກອບລະບຽບການບໍລິຫານ, ນຳໃຊ້ເຕັກໂນໂລຊີດີຈີຕອນໄດ້ຊ່ວຍ ຮ່າໂນ້ຍ ຫຼຸດເວລາອອກແຮງງານ 32 ລ້ານຊົ່ວໂມງ, ປະຢັດເງິນປະມານ 1.650 ຕື້ດົ່ງ (63 ລ້ານ USD)/ປີ. ທ່ານ ຫງວຽນວັນຟອງ, ຮອງເລຂາຄະນະພັກນະຄອນ ຮ່າໂນ້ຍ, ຖືວ່າ:
“ພວກເຮົາພວມສ້າງອຳນາດການປົກຄອງດີຈີຕອນເທື່ອລະກ້າວ, ອຳນາດການປົກຄອງອັດສະລິຍະມຸ່ງໄປເຖິງການຮັບໃຊ້ປະຊາຊົນ ແລະ ວິສາຫະກິດໃຫ້ມີປະສິດທິຜົນທີ່ສຸດ, ເປີດເຜີຍ, ກະຈ່າງແຈ້ງ ແລະ ກໍ່ອັດສະລິຍະທີ່ສຸດ. ຄະນະພັກ, ອຳນາດການປົກຄອງຂັ້ນຕ່າງໆ ແລະ ທັງລະບົບການເມືອງຂອງນະຄອນທຸກຂັ້ນ ຕ້ອງປະຕິບັດວຽກງານບໍລິຫານຢ່າງຂ້ຽວຂາດ. ນີ້ແມ່ນໂອກາດເພື່ອໃຫ້ ຮ່າໂນ້ຍ ພັດທະນາຢ່າງວ່ອງໄວກວ່າ, ຍືນຍົງກວ່າ, ສົມເປັນສູນກາງວິທະຍາສາດ, ເຕັກໂນໂລຊີ ກໍຄືການຫັນເປັນດີຈີຕອນຂອງທົ່ວປະເທດຢ່າງແທ້ຈິງ”.
ການຫັນລະບຽບການບໍລິຫານເປັນງ່າຍດາຍ, ການຫັນການບໍລິການເປັນດີຈີຕອນ ໄດ້ ແລະ ພວມປະກອບສ່ວນສຳຄັນຊ່ວຍໃຫ້ ຮ່າໂນ້ຍ ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຍົກສູງກຳລັງແກ່ງແຍ້ງ, ນັ້ນກໍ່ແມ່ນຊ່ວຍຍົກສູງປະສິດທິຜົນການເຄື່ອນໄຫວຂອງອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ.
