ສະຖາບັນ ບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ແມ່ນໜຶ່ງໃນຫ້າໜ່ວຍງານທີ່ຮັບຜິດຊອບໃນການກວດວິໄຈຕົວຢ່າງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ໃນບັ້ນ 500 ວັນ ແລະ ຄືນ ຊອກຫາຊື່ ແລະ ນາມສະກຸນໃຫ້ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ. ຢູ່ຫ້ອງທົດລອງຂອງສູນກວດວິໄຈ ADN (ຂຶ້ນກັບສະຖາບັນ ບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ), ບັນດານັກວິທະຍາສາດໄດ້ດຳເນີນການເກັບຕົວຢ່າງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດດ້ວຍຂັ້ນຕອນພິເສດ.
ໃນຕົວຢ່າງກະດູກຫຼາຍພັນຕົວຢ່າງທີ່ຖືກເກັບຮັກສາໄວ້ຢ່າງເຄັ່ງຂັດພິຖີພິຖັນຢູ່ໃນຫ້ອງເກັບຮັກສາຕົວຢ່າງ, ມີບາງຕົວຢ່າງຍັງເຫຼືອພຽງແຕ່ສິ້ນສ່ວນນ້ອຍໆ ຍ້ອນໄດ້ຝັງຢູ່ໃຕ້ດິນເປັນເວລາຫຼາຍກວ່າເຄິ່ງສະຕະວັດ. ສິ່ງທີ່ຍັງເຫຼືອຢູ່ພາຍໃນກະດູກແມ່ນ ADN ທີ່ຫັກຂາດ. ນີ້ແມ່ນເຫດຜົນທີ່ເຮັດໃຫ້ການຢັ້ງຢືນຊື່ ແລະ ນາມສະກຸນນັກຮົບເສຍສະຫຼະຊີວິດເພື່ອຊາດ ກາຍເປັນໜຶ່ງໃນວຽກງານທີ່ຫຍຸ້ງຍາກທີ່ສຸດໃນວິທະຍາສາດນິຕິວິທະຍາ. ທ່ານ ສາດສະດາຈານ ຈູຮວ່າງຮ່າ, ຮອງປະທານສະຖາບັນ ບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ, ຢືນຢັນວ່າ:
“ຂັ້ນຕອນເຕັກໂນໂລຢີໃໝ່ນີ້ນຳໃຊ້ຕົວຊີ້ບອກ nucleotide ທີ່ຢູ່ໃນບັນດາ ADN ໂຄໂມໂຊມ (chromosome) ຂອງມະນຸດ. ບວກກັບແບບວິທີການກວດຫາລຳດັບ nucleotide ລຸ້ນໃໝ່ ເຊິ່ງຊ່ວຍໃຫ້ການກວດວິໄຈ ADN ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ຍົກຂຶ້ນສູ່ບາດກ້າວໃໝ່. ພວກເຮົາສາມາດປຽບທຽບກັບຍາດພີ່ນ້ອງທາງເລືອດຈົນເຖິງລຸ້ນທີສີ່. ສາມາດກວດວິໄຈຕົວຢ່າງ ADN ທີ່ຫັກຂາດໄດ້. ນີ້ແມ່ນບາດກ້າວໜ້າທີ່ໃຫຍ່ຫຼວງໃນການຢັ້ງຢືນຊື່ ແລະ ນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ ຫວຽດນາມ”.
ເພື່ອໃຫ້ມີຂັ້ນຕອນນີ້, ບັນດານັກວິທະຍາສາດຂອງສູນ ບໍ່ພຽງແຕ່ເຂົ້າເຖິງເຕັກໂນໂລຊີຈາກຄະນະກຳມະການສາກົນກ່ຽວກັບຜູ້ຫາຍສາບສູນເທົ່ານັ້ນ, ຫາກຍັງຕ້ອງຄົ້ນຄວ້າ, ດັດປັບ ແລະ ສ້າງຄືນທຸກຂັ້ນຕອນໃຫ້ເໝາະສົມກັບເງື່ອນໄຂຂອງອັດຖິຢູ່ ຫວຽດນາມ. ທ່ານ ປອ ເຈິ່ນຈູງແທ່ງ, ຜູ້ອຳນວຍການສູນກວດວິໄຈ ADN, ສະຖາບັນຊີວະສາດ, ສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ເຂົ້າເຖິງຂັ້ນຕອນເຕັກໂນໂລຊີໃໝ່ ທີ່ໄດ້ຮັບການຖ່າຍທອດມາຂອງບັນດານັກວິທະຍາສາດສາກົນ ຈາກຄະນະກຳມະການສາກົນກ່ຽວກັບຜູ້ຫາຍສາບສູນ. ເຖິງຢ່າງໃດກໍ່ຕາມ, ສຳລັບ ຫວຽດນາມ, ເງື່ອນໄຂກ່ຽວກັບຕົວຢ່າງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດແມ່ນເງື່ອນໄຂພິເສດ ແລະ ອາດຈະເປັນເລື່ອງຍາກທີ່ສຸດໃນໂລກ. ສະນັ້ນ, ເກືອບຄືວ່າ ບໍ່ສາມາດທີ່ຈະນຳໃຊ້ຂັ້ນຕອນທີ່ມີຢູ່ແລ້ວ. ບັນດານັກວິທະຍາສາດມານະພະຍາຍາມຢ່າງໃຫຍ່ຫຼວງເພື່ອເຂົ້າຮ່ວມການສ້າງເຕັກໂນໂລຊີນີ້ໃຫ້ມີຄວາມເໝາະສົມສູງສຸດ”.
ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຈ່າລິ້ງ (ແຂວງ ກາວບັ່ງ), ເຕັກໂນໂລຊີໃໝ່ໄດ້ຖືກນຳໃຊ້ກັບຕົວຢ່າງອັດຖິຕົວຈິງ ແລະ ໃນເບື້ອງຕົ້ນສາມາດຢັ້ງຢືນໄດ້ກໍລະນີກົງກັບຍາດພີ່ນ້ອງ. ຫວ່າງມໍ່ໆມານີ້, ຂັ້ນຕອນດັ່ງກ່າວໄດ້ຖືກຜັນຂະຫຍາຍໃນຂອບຂະໜາດໃຫຍ່ກວ່າຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຣົ່ງຣ່ຽງ, ແຂວງ ອານຢາງ, ໂດຍມີເກືອບ 1.000 ຕົວຢ່າງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ໄດ້ເກັບມາເພື່ອຮັບໃຊ້ການກວດວິໄຈ. ເຖິງຢ່າງໃດກໍ່ຕາມ, ຍັງຕ້ອງຍົກສູງຄວາມສາມາດໃນການກວດວິໄຈຕື່ມອີກເພື່ອຕອບສະໜອງຄວາມຕ້ອງການຂອງບັ້ນເຄື່ອນໄຫວ 500 ວັນ ແລະ ຄືນ. ທ່ານ ປອ ວູແອັງຕວັນ, ພະນັກງານກວດວິໄຈ ສູນກວດວິໄຈ ADN, ໃຫ້ຮູ້ວ່າ:
“ເຕັກໂນໂລຊີໃໝ່ມັກຈະມາພ້ອມກັບຄວາມຮຽກຮ້ອງທີ່ສູງກວ່າກ່ຽວກັບລະດັບວິທະຍາສາດ ແລະ ເຕັກນິກ. ດັ່ງນັ້ນ, ປັດໄຈມະນຸດຈຶ່ງມີຄວາມໝາຍຕັດສິນຕໍ່ການເປັນເຈົ້າການເຕັກໂນໂລຊີ. ເພື່ອຜັນຂະຫຍາຍບັນດາຂັ້ນຕອນໃໝ່, ພວກຂ້າພະເຈົ້າໄດ້ເປັນເຈົ້າການກະກຽມແຫຼ່ງຊັບພະຍາກອນມະນຸດ, ພ້ອມທີ່ຈະຮັບເອົາ, ເປັນເຈົ້າການ ແລະ ເຄື່ອນໄຫວບັນດາຂັ້ນຕອນເຕັກໂນໂລຊີທີ່ກ້າວໜ້າໃຫ້ມີປະສິດທິຜົນ”.
ອີງຕາມສະມັດຕະພາບໃນປະຈຸບັນ, ສູນກວດວິໄຈ ADN ສາມາດກວດວິໄຈ 4.000 ຕົວຢ່າງ/ປີ ໂດຍໃຊ້ວິທີການ mitochondrial ADN ແລະ ການກວດວິໄຈປະມານ 1.000 ຄັ້ງໂດຍນຳໃຊ້ເຕັກໂນໂລຢີໃໝ່. ທ່ານ ສຈ ຈູຮວ່າງຮ່າ, ຮອງປະທານສະຖາບັນ ບັນດິດວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ, ໃຫ້ຮູ້ວ່າ:
"ເພື່ອປະຕິບັດສຳເລັດເປົ້າໝາຍຂອງບັ້ນເຄື່ອນໄຫວ “500 ວັນ ແລະ ຄືນ” ໄດ້ຢ່າງວ່ອງໄວ ແລະ ມີຄວາມຮັບປະກັນ, ພວກເຮົາຕ້ອງເກັບເອົາຕົວຢ່າງທາງຊີວະວິທະຍາຈາກນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ເກັບຮັກສາໄວ້ໃນເງື່ອນໄຂມາດຕະຖານ ເພື່ອບໍ່ໃຫ້ບັນດາຕົວຢ່າງຖືກເປື່ອຍສະຫຼາຍ. ສ້າງໄດ້ຖານຂໍ້ມູນ ADN ຂອງຍາດພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ".
ເມື່ອເປັນເຈົ້າການເຕັກໂນໂລຊີ, ແຫຼ່ງຊັບພະຍາກອນມະນຸດສືບຕໍ່ໄດ້ເພີ່ມຂຶ້ນ ແລະ ຮາກຖານຂໍ້ມູນ ADN ກໍ່ນັບມື້ນັບມີຄວາມສົມບູນ, ວິວັດການເດີນທາງຢັ້ງຢືນຊື່ ແລະ ນາມສະກຸນໃຫ້ແກ່ບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດຈະມີພື້ນຖານວິທະຍາສາດຢ່າງໜັກແໜ້ນຕື່ມອີກ. ນັ້ນກໍ່ແມ່ນວິທີທີ່ວິທະຍາສາດ ເຕັກໂນໂລຊີໃນປະຈຸບັນປະກອບສ່ວນເຂົ້າໃນຫຼັກສິນທຳ "ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ" ຂອງຊາດ.
